ຜູ້ຮັກສາອາຊີບຕີເຫຼັກຫັດຖະກຳໃນຖະໜົນຫຼໍ່ແຣ່ນ, ຮ່າໂນ້ຍ

(vovworld) - ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຄຸ້ມ​ເມືອງ​ເກົ່າ ຮ່າ​ໂນ້ຍທີ່ປະກອບ​ດ້ວຍຖະໜົນ 36 ສາຍ​, ໄດ້​ຮັບ​ການ​ເຕື້ອງ​ເຖິງ​ຄື​ດັ່ງ​ມໍລະດົກ​ສະຖາປັດຕະຍະກຳ​ຂອງ​ນະຄອນຫຼວງ, ​ແຫ່ງ​ທີ່​ມີ​ບັນດາ​ໝູ່​ບ້ານ​ອາຊີບ, ຫັດຖະກຳ​ຂອງ​ເມືອງ​ຫຼວງ ທັງ​ລອງ​ໃນ​ເມື່ອ​ກ່ອນ. ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ນັ້ນ​ແມ່ນ, ​ເຖິງ​ວ່າ​ໄດ້​ຜ່ານ​ຜ່າ​ການ​ຜັນ​ແປ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ປະຈຸ​ບັນບາງ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ໃນ​ຖະໜົນ​ເກົ່າ​ຢູ່. ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນຮູ້​ສຶກຕົກສະ​ເງີ້​ທີ່​ສຸດ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ເຕົາ​ໄຟ​ຕີ​ເຫຼັກ​ແບບ​ຫັດຖະກຳ​ຂອງ​ທ່ານ ຫງວຽນ​ເຟືອງ​ຮຸ່ງ, ​ເຊິ່ງ​ແມ່ນ​ຜູ້​ໜຶ່ງ​ດຽວ​ທີ່​ຍັງ​ຄົງ​ຮັກສາ​ອາຊີບ​ຕີ​ເຫຼັກ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບຄົວ ນັບ​ແຕ່​ຮ້ອຍ​ປີມາ​ນີ້.
ຜູ້ຮັກສາອາຊີບຕີເຫຼັກຫັດຖະກຳໃນຖະໜົນຫຼໍ່ແຣ່ນ, ຮ່າໂນ້ຍ - ảnh 1
(ພາບປະກອບ)

ເທບ​ສຽງ​ປະກອບ

​​ເຖິງ​ວ່າໃນ​ສະ​ໄໝ​ຫັນ​ເປັນ​ອຸດສາຫະກ​ຳກໍ່ຕາມ, ​ແຕ່ຢູ່​ເຮືອນ​ເລັກ​ທີ 26, ຖະໜົນ ຫຼໍ່​ແຣ່ນ, ຮ່າ​ໂນ້ຍ, ທ່ານ ຫງວຽນ​ເຟືອງ​ຮຸ່ງ ຍັງ​ຄົງ​ເຮັດ​ອາຊີບ​ຕີ​ເຫຼັກ​ແບບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອດ້ວຍ​ຝາ​ມືຊຳນານ​ງານ​ຂອງ​ຕົນ​ຢູ່. ທ່ານ​ແມ່ນນາຍ​ຊ່າງ​ຜູ້ໜຶ່ງ​ດຽວທີ່​ຍັງ​ຮັກສາ​ອາຊີບ​ຫັດຖະກຳ​ໃນ​ຖະໜົນ​ດັ່ງກ່າວ, ດ້ວຍ​ເຕົາ​ໄຟ​ບໍ່​ມອດ​ຈັກ​ເທື່ອ ​ແລະ ສຽງ​ຄ້ອນ​ຕີ​ດັງ​ກ້ອງ​ກັງວານ​ຕະຫຼອດ​ແຕ່​ເຊົ້າ​ຮອດ​ແລງ.

ເທບ​ສຽງ​ປະກອບ

ດ້ວຍ​ໃບ​ໜ້າ​ສີ​ດຳ​ຍ້ອນ​ຝຸ່ນ​ຖ່ານ, ​ແຂນ​ຖືກ​ດາດ​ບາງ​ບ່ອນ, ​ເສື້ອ​ເກົ່າ​ຊຶມ​ເຫື່ອ, ນ້ຳມັນກະ​ດຳ​ກະດ່າງ, ຫງວຽນ​ເຟືອງ​ຮຸ່ງ ​ແມ່ນ​ຊ່າງ​ຕີ​ເຫຼັກ​ຜູ້​ໜຶ່ງ​ທີ່​ຍັງ​ຄົງ​ຮັກສາ​ອາຊີບ​ຕີ​ເຫຼັກ​ທີ່​ມີ​ມາ​ແຕ່​ບູຮານໃນ​ຖະໜົນ​ດັ່ງກ່າວ​. ​ຍ້ອນ​ລຶ້ງ​ເຄີບ​ກັບ​ແຂກ​ທີ່​ມາ​ທ່ຽວຊົມ ​ແລະ ຖ່າຍຮູບ, ທ່ານ ຮຸ່ງ ​ທັງ​ຕີ​ເຫຼັກ, ທັງ​ໂອ້​ລົມກັບ​ແຂກ​ຢ່າງ​ສະບາຍ​ທີ່​ສຸດ.

ນັບ​ແຕ່​ປີ 1995, ​ເມື່ອ​ເປີດ​ຕະຫຼາດ​ການ​ຄ້າ, ສີສັນ​ສະ​ເພາະ​ຂອງຖະໜົນ ​ຫຼໍ່​ແຣ່ນກໍ່​ຄ່ອຍໆ​ເສື່ອ​ມຫາຍ​ໄປ. ດັ່ງ​ນັ້ນນາຍ​ຊ່າງພວກຂ້າພະ​ເຈົ້າ​​​ຈຶ່ງກາຍ​ເປັນລຸ້ນສຸດ​ທ້າ​ຍ. ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ຫັນ​ມາ​ຂ້າ​ຂາຍ, ​ແຕ່​ຂ້າພະ​ເຈົ້າ​​ເອງພັດ​ຕິດ​ພັນ​ກັບ​ອາຊີບ​ນີ້​ຢູ່. ​ເມື່ອ​ຕົນສຸດ​ຈິດ​ສຸດ​ໃຈ​ກັບ​ອາຊີບ, ອາຊີບ​ກໍ່ຈະ​​ເປັນ​ແຫຼ່ງຫາ​ເງິນລ້ຽງ​ຊີບ​ໃຫ້​​ແກ່ຕົນ“.

ຖະໜົນ ຫຼໍ່​ແຣ່ນ​ໃນ​ປະຈຸ​ບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ​ແທນ​ທີ່​ບັນດາ​ໂຮງ​ຕີ​ເຫຼັກ​ໃນ​ເມື່ອ​ກ່ອນ ​ແມ່ນບັນດາ​ຮ້ານ​ຂາຍ​ເຄື່ອງ​ເຫຼັກ, ອຸປະ ກອນ, ວັດ​ສະ​ດຸ​ກໍ່ສ້າງ​ທີ່ໃຫຍ່​ໂຕ ​ແລະ ສວຍ​ງາມ. ມີ​ຫຼາຍ​ຄອບຄົວ​ໃນ​ຖະໜົນ​ໄດ້​ຫັນ​ມາ​ເຮັດ​ອາຊີບ​ຈອດ​ເຫຼັກ, ຜະລິດ​ເຄື່ອງ​ເຫຼັກຮັບ​ໃຊ້​​ໃຫ້​ແກ່ການ​ກໍ່ສ້າງ, ​ເຊັ່ນ: ​ເຮັດ​ຂັ້ນ​ໄດ, ປະຕູ, ປ້ອງ​ຢ້ຽມ, ​ເຄື່ອງອີ​ນົກ, ​ເຄື່ອງ​ກົນ​ຈັກຊັດ​ເຈນ...ການ​ຜະລິດ​ແບບ​ຫັດຖະກຳ​ຄ່ອຍໆ​ຖືກ​​ເສື່ອ​ມຫາຍ​ໄປ, ​ແທນ​ທີ​ນັ້ນ​ແມ່ນ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ. ຍ້ອນ​ເຫດ​ນັ້ນ, ​ເຕົາ​ໄຟ​ຕີ​ເຫຼັກ​ແບ​ບຫັດຖະກຳ​ແຫ່ງ​ດຽວ​ຂອງ​ທ່ານ ຫງວຽນ​ເຟືອງ​ຮຸ່ງ ຈຶ່ງ​ກາຍ​ເປັນ​ສະຖານ​ທີ່​ຢ້ຽມຢາມ​ເມື່ອ​ແຂກ​ມາ​ທ່ຽວ​ຄຸ້ມ​ເມືອງ​ເກົ່າ. ​ໃນ​ບໍລິ​ເວນ​ອັນ​ຄັບ​ແຄບ, ​ເຕັມ​ໄປ​ດ້ວຍວັດຖຸ, ອຸປະກອນ​ດ້ວຍເຫຼັກນັ້ນ, ທ່ານ ຫງວຽນ​ເຟືອງ​ຮຸ່ງ ​ແບ່ງປັນ​ວ່າ:

ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ, ​ເພາະວ່າ​ຮູບ​ພາບ​ຂ້າພະ​ເຈົ້າ​ພ້ອມ​ກັບອາຊີບ​ຕີ​ເຫຼັກ​ແບບຫັດຖະກຳ​ຖືກ​ໂຄສະນາ​ທາງ​ການບິນ​ເຖິງ​ເພື່ອນ​ມິດ 5 ທະວີບ​ຢູ່​ໃນ​ໂລກ. ຂ້າພະ​ເຈົ້າ​ເອກອ້າງ​ທະ​ນົງ​ໃຈຍ້ອນຕົນ​ເອງ​ເກັ່ງ​ດ້ານ​ອາຊີບຫັດຖະກຳນີ້. ຂ້າພະ​ເຈົ້າ​ເຄີຍ​ຕັກ​ເຕືອນ​ລູກ​ເຕົ້າ​ວ່າ, ຜູ້​ໃດ​ກໍ່​ມີ​ຄວາມ​ສາມາດ​ສະ​ເພາະ, ​​ແຕ່ສິ່ງ​ສຳຄັນ​ແມ່ນຕ້ອງ​ຮູ້ນຳ​ໃຊ້​ຄວາມ​ສາມາດ​ຄື​ແນວ​ໃດ​ໃຫ້​ມີ​ຄວາມ​ໝາຍຕໍ່​ຕົນ​ເອງ, ຄອບຄົວ ​ແລະສັງຄົມ.
ຜູ້ຮັກສາອາຊີບຕີເຫຼັກຫັດຖະກຳໃນຖະໜົນຫຼໍ່ແຣ່ນ, ຮ່າໂນ້ຍ - ảnh 2
(ພາບປະກອບ)

ນັບ​ແຕ່​ຫຼາຍ​ສິບ​ປີ​ມາ​ນີ້, ​ເຖິງ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ຖະໜົນ ​ຫຼໍ່​ແຣ່ນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່​ທ່ານ ຫງວຽນ​ເຟືອງ​ຮຸ່ງ ຍັງ​ຄົງ​ເມົາ​ມົວ​ກັບ​ວຽກ​ງານ​ຂອງ​ຕົນ, ​ໂດຍ​ບໍ່​ຫົວຊາ​ເຖິງ​ການ​ປ່ຽນ​ແປງ​ດັ່ງກ່າວ. ມີ​ບາງ​ຄົນ​ຖື​ທ່ານ​ແມ່ນ​ຄົນ​ບ້າ, ​ເມື່ອ​ຍັງ​ຄົງ​ພະຍາຍາມ​ຮັກສາ​ອາຊີບອັນ​ໜັກໜ່ວງ​ນີ້, ​ແຕ່​ທ່ານ​ພຽງ​ແຕ່​ຍີ້ມຫົວລ້າໆ​ເທົ່າ​ນັ້ນ.

ຂ້າພະ​ເຈົ້າ​ຮູ້ສຶກ​ເສຍດາຍ​ເມື່ອ​ເຫັນ​ວ່າ​ສັງຄົມ​ມີ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ, ຫາກ​ບໍ່ຄິດ​ເຖິງ​ເລື່ອງ​ຮັກສາ​ອາຊີບ​ຫັດຖະກຳ, ຂ້າພະ​ເຈົ້າ​ຫວັງ​ວ່າ, ບັນດາ​ຜູ້​ມີ​ຄວາມ​ຮັບຜິດຊອບ​ຕ້ອງ​ມອງ​ກ້ວາງ​ເຫັນ​ໄກ, ​ເຮັດ​ຄື​ແນວ​ໃດ​ເພື່ອ​ສຶກສາ​ໃຫ້​ລຸ້ນໜຸ່ມ​ອະນຸລັກ​ຮັກສາ​ອາຊີບ​ຫັດຖະກຳ​ຂອງ​ລຸ້ນກ່ອນ​ໄວ້“.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຮ່າ​ໂນ້ຍ​ໄດ້​ມີ​ການ​ຫັນປ່ຽນຫຼາຍ​ຢ່າງ, ກາຍ​ເປັນ​ນະຄອນ​ທີ່​ທັນ​ສະ​ໄໝ​ກວ່າ, ​ແຕ່​ຍັງ​ຄົງ​ຮັກສາ​ບັນດາ​ຖະໜົນ​ອາຊີບ​ຫັດຖະກຳ​ຢູ່. ​ປະຈຸ​ບັນມີ​ບາງ​ອາຊີບ​ຫັດຖະກຳ​ໃນ​ເມື່ອ​ກ່ອນ​ຖືກເສື່ອ​ມຫາຍ​ໄປ​ແລ້ວ, ​ແຕ່​ຊື່​ຖະໜົນ ຫຼໍ່​ແຣ່ນ, ​ເຊິ່ງ​ແມ່ນ​ຖະໜົນ​​ອາຊີບ​ຕີ​ເຫຼັກ​ແບບ​ຫັດຖະກຳ​ທີ່​ຫຍຸ້ງຍາກ​ລຳບາກ​ໃນ​ເມື່ອ​ກ່ອນ​​ນັ້ນ ຍັງຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່.

ຂ່າວ/ບົດ​ອື່ນ