ຝາກນ້ຳໃຈຄວາມຮັກແພງເມື່ອລະດູບານໃໝ່ວຽນມາ

   ຝາກນ້ຳໃຈຄວາມຮັກແພງເມື່ອລະດູບານໃໝ່ວຽນມາ - ảnh 1
ບັນດາຄອບທຸກຍາກໃນຕາແສງ ຕຸ່ງກົ່ວລິ່ນໄດ້​ຮັບ​ຂອງຂວັນ​ບຸນ​ເຕັດ

   ໂດຍ​ຜ່ານ​ໄລຍະ​ທາງກ່ວາ 300 ກມ, ລົດ​ຂົນ​ສົ່ງ​ຂອງຂວັນ​ບຸນ​ເຕັດ​ຂອງ​​ ນັກ​ຂ່າວ​ ບັນນາ​ທິການ ລະບົບລາຍການກະຈາຍສຽງເປັນພາສາຕ່າງປະເທດ-ວິທະຍຸ ກະຈາຍສຽງຫວຽດນາມຕ້ອງ​ໃຊ້​ເວລາ​ມື້ໜຶ່ງ ກໍແລ່ນຮອດຕາແສງ ຕຸ່ງກົ່ວລິ່ນ ທີ່ເມືອງ ຟອງໂຖ ແຂວງ ລາຍເຈົາ. ອອກຕ້ອນຮັບບັນດາ ສະມາຊິກ ໃນຄະນະ ແມ່ນບັນດາຄູອາຈານ, ນັກຮົບປ້ອມປ້ອງກັນຊາຍແດນ 281 ຢາວຊານ.  ຮອດເວລາ 8 ໂມງຄ່ຳແລ້ວ​, ແຕ່ເບິ່ງຄືວ່າທຸກໆຄົນຍັງຄົງບໍ່ອິດເມື່ອຍ,ແມ່ນບໍ່ວ່າເນື່ອງຈາກຄວາມມ່ວນຊື່ນ, ຄວາມຕື້ນຕັນໃຈເມື່ອຢຽບບາດຕີນ ເຖິງ ເຂດຊາຍແດນຂອງປະເທດຊາດ. ເປັນຄັ້ງທຳອິດມາຢ້ຽມຢາມແຂວງ ລາຍເຈົາ, ນັກຂ່າວ ຫງວຽນດຶກແອງ ສັງກັດລາຍການກະຈາຍສຽງພາສາຈີນ-ລະບົບລາຍການກະຈາຍສຽງເປັນພາສາຕ່າງປະເທດ-ວິທະຍຸກະຈາຍ ສຽງຫວຽດນາມ ເປີດເຜີຍວ່າ :  
“ ມາຮອດນີ້, ຂ້າພະເຈົ້າຈຶ່ງເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນຢູ່ແຫ່ງນີ້ ທຸກຍາກຫຼາຍ. ພິເສດແມ່ນເດັກນ້ອຍ ບໍ່ມີເຄື່ອງນຸ່ງຫົ່ມ. ຢູ່ນີ້ອາກາດໜາວ ຫຼາຍ. ເຮົາກໍເຫັນໃຈກັບປະຊາຊົນ ຢູ່ແຫ່ງນີ້. ການເດີນທາງຢ້ຽມຢາມແຂວງ ລາຍເຈົາ ຄັ້ງນີ້ ແມ່ນມີຄວາມໝາຍກັບຊີວິດ ຂອງຂ້າພະເຈົ້າ ”
  ຢູ່ ຟອງໂຖ ຍາມຮຸ່ງເຊົ້າ, ຮູບພາບພວກເດັກນ້ອຍຍ່າງດ້ວຍ 2 ຕີນ​ເປົ່າ​ໃນທ່າມກາງ​ນ້ຳໝອກ​ກົ້ວໜາວ​ຈັດ ​ໄດ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ຍິ່ງ​ເພີ່ມ​ຄວາມ​ໜາວ. ນ້ອງ​ ຫວ່າງອາ​ໃຈ ຊາວ​ເຜົ່າ​ມົ້ງ ມີ​ຄວາມ​ເບີກບານ​ໃຈ​ເມື​ອ່ຮູ້​ວ່າ​ຕົນ​ເອງ​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ເດັກນ້ອຍ​ໄດ້​ຮັບ​ຂອງຂວັນ​ຝາກ​ມາ​ຈາກ​ຮ່າ​ໂນ້ຍ. ນ້ອງເວົ້າ​ວ່າ :
   “ ນ້ອງ​ໜາວ​ຫຼາຍ, ນ້ອງ​ບໍ່​ມີ​ເສື້ອ​ກັນ​ໜາວຈັກ​ຜືນ, ມີ​ພຽງ​ແຕ່​ເສື້ອ​ບາງໆ​ເທົ່າ​ນັ້ນ ”
   ຄວາມ​ໜາວ​ຢູ່​ເຂດ​ພູ​ສູງ​ຊາຍ​ແດນ​ໄດ້​ເຮັດ​​ໃຫ້​ບັນດາ​ຜູ້​ຄົນ​ຢູ່​ຫ່າງ​ໄກ​ຄື ພວກ​ຂ້າພະ​ເຈົ້າ ຍິ່ງ​​ໄກ້​ຊິດ​ສະໜິດສະໜົມ​ກັບ​ຊາວ​ທ້ອງ​ຖິ່ນ. ພວກ​ເດັກ​ດ້ວຍ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ, ດີ​ໃຈ​ຍ້ອນ​ໄດ້​ຮັບ​ເຄື່ອງນຸ່ງ​ໂຮມ, ​ແລະ ຂອງຂວັນ​ບຸນ​ເຕັດ. ສ່ວນ​ຜູ້​ໃຫຍ່ ກໍ​ເບີກບານ​ໃຈ​ເມື່ອ​ໄດ້​ຮັບ​​​ເຂົ້າຕົ້ມ​ໝູ, ນ້ຳຕານ, ​ເຂົ້າໜົມ​ບຸນ​ເຕັດ. ນາງ ຫຼີ​ແຢວ​ໄໝ ຊາວ​ເຜົ່າ ຮ່າ​ຍີ່ ດີ​ໃຈ​ເມື່ອ​ໄດ້​ຮັບ​ຂອງຂວັນ​ບຸນ​ເຕັດ.ນາງເວົ້າ​ວ່າ :
      “ ບຸນ​ເຕັດປີ​ນີ້, ລັດ​ໄດ້​ໃຫ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ. ​ເຮົາ​ດີ​ໃຈ​ຫຼາຍ ”
   ລຸງ​ ຢ່າງ​ຈ້າງ​ດິງ ​ໄດ້​ຜ່ານ​ພູຜາ ​ແມ່​ນ້ຳ​ລຳ​ເຊ​,ຈຶ່ງ​ໄດ້​ມາ​ຮອດ​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເພື່ອ​ຮັບ​ຂອງຂວັນ​ຂອງບັນດາ​​ນັກ​ຂ່າວ​, ບັນນາ​ທິການ ວິທະຍຸກະຈາຍສຽງຫວຽດນາມ. ລຸງ​ເວົ້າ​ວ່າ :
   “ ຂ້າພະ​ເຈົ້າ​ດີ​ໃຈ ​ແລະ ຕື້ນ​ຕັນ​ໃຈ ​ເມື​ອ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ ວິທະຍຸກະຈາຍສຽງຫວຽດນາມ ຊຶ່ງ​ໄດ້​ເປັນ​ການ​ຊ່ວຍ​ໃຫ້​ພໍ່​ແມ່​ພີ​ນ້ອງ​ພວກ​ຂ້າ ພະ​ເຈົ້າ​ຕ້ອນຮັບ​ບຸນ​ເຕັດຢ່າງ​ອົບ​ອຸ່ນ ”
  ກໍ​ເຊັ່ນ​ດຽວ​ກັນ​ກັບ​ທຸກໆ​ປີ, ບຸນ​ເຕັດ​ປີ​ນີ້, ພໍ່​ແມ່​ພີ​ນ້ອງ​ເຜົ່າ​ມົ້ງ, ຮ່າ​ຍີ່, ຢ້າວ ຢູ່​ບັນດາ​ຕາ​ແສງ​ເຂດ​ພູ​ສູງ​ທີ່​ເມື​ອງ ຟອງ​ໂຖ ​ແຂວງ ລາຍ​ເຈົາ ຍັງ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຮ່ວມ​ກັບ​ບັນດາ​ນັກຮົບ ປ້ອມປ້ອງກັນຊາຍແດນ ຢາວຊານອີກ​ດ້ວຍ. ຮ້ອຍ​ເອກ ຫງວຽນ​ງອກ​ແ໋ອງ ຮອງ​ຫົວໜ້າປ້ອມປ້ອງກັນຊາຍແດນ ຢາວຊານ ​ໃຫ້​ຮູ້​ວ່າ
   “​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ. ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ພໍ່​ແມ່​ປະຊາຊົນ​ບັນ​ດາ​ເຜົ່າຢູ່​ເຂດ​ພູ​ສູງ ກໍ່​ມີ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເປັນ​ພິ​ເສດ, ມີ​ຄວາມ​ມ່ວນ​ຊື່ນ​ທີ່​ສຸດ. ​ເຂົາ​ເຈົ້າ​ພວມ​ລໍ່​ຖ້າ​ມີ​ການ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ ” .

 

ຕອບກັບ

ຂ່າວ/ບົດ​ອື່ນ