ພົບປະກັບກຸ່ມຜູ້ຄ້ວາລາງວັນຖະແຫຼງຂ່າວໃຫ້ຕ່າງປະເທດຂອງ VOV5

(VOVWORLD) -ບັນດາຜູ້ຂຽນຂ່າວທີ່ມາຈາກ VOV5 ໄດ້ຖືກເອີ້ນຊື່ຂຶ້ນຮັບລາງວັນທີ 1 ແລະ ລາງວັນທີ 3 ໃນປະເພດສື່ມວນຊົນກະຈາຍສຽງ.
ພົບປະກັບກຸ່ມຜູ້ຄ້ວາລາງວັນຖະແຫຼງຂ່າວໃຫ້ຕ່າງປະເທດຂອງ VOV5 - ảnh 1(ບັນນາທິການຂອງລາຍການກະຈາຍສຽງພາກພາສາ ຝລັ່ງ)

ສຳລັບບັນດາຜູ້ເຮັດວຽກງານສື່ມວນຊົນສຳລັບຕ່າງປະເທດເວົ້າລວມແລະບັນດານັກຂ່າວ, ບັນນາທິການພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5), ວິທະຍຸກຈາຍສຽງຫວຽດນາມເວົ້ສະເພາະ, ລາງວັນຖະແຫຼງຂ່າວໃຫ້ຕ່າງປະເທດ ໃນທົ່ວປະເທດແມ່ນລາງວັນມີອິດທິພົນຊື່ສຽງ, ລະດັບຊາດແລະສາກົນ, ໂດຍຮັບຮູ້ບັນດາການປະກອບສ່ວນຂອງບັນດານັກຂ່າວຢູ່ພາຍໃນແລະຕ່າງປະເທດໃນການແນະນຳ, ໂຄສະນາຫວຽດນາມອອກສູ່ໂລກ. ທີ່ພິທີມອບລາງວັນຖະແຫຼງຂ່າວໃຫ້ຕ່າງປະເທດທົ່ວປະເທດ ຄັ້ງທີ 8 ເຊິ່ງດຳເນີນໃນຕອນຄ່ຳວັນທີ 05 ພະຈິກ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ບັນດາຜູ້ຂຽນຂ່າວທີ່ມາຈາກ VOV5 ໄດ້ຖືກເອີ້ນຊື່ຂຶ້ນຮັບລາງວັນທີ 1 ແລະ ລາງວັນທີ 3 ໃນປະເພດສື່ມວນຊົນກະຈາຍສຽງ.

ທ້າຍເດືອນ ມີນາ 2022, ກົມໃຫຍ່ສະຖິຕິຫວຽດນາມໄດ້ປະກາດບົດລາຍງານ “ສະພາບການເສດຖະກິດ - ສັງຄົມໄຕມາດທີ 1 ປີ 2022” ຂອງຫວຽດນາມດ້ວຍບັນດາຕົວເລກທີ່ໜ້າປະທັບໃຈ; ໃນຂະນະທີ່, ການເຕີບໂຕທົ່ວໂລກບໍ່ມີສັນຍາທີ່ດີປານໃດ. ເປັນຫຍັງຫວຽດນາມພັດສາມາດຟື້ນຟູໄດ້ຢ່າງໄວວາຄືແນວນັ້ນ, ເຖິງວ່າກ່ອນໜ້ານັ້ນກໍຄືບັນດາປະເທດໃນໂລກ, ເສດຖະກິດຂອງ ຫວຽດນາມກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19? ນັ້ນແມ່ນຄຳຖາມເຊິ່ງປະຊາຊົນສາກົນໄດ້ວາງອອກ, ໃນນັ້ນມີທັງທ່ານຜູ້ຟັງຂອງ VOV5 ໃນທົ່ວໂລກ. ແລະຄຳຖາມນີ້ໄດ້ເປັນແຫຼ່ງເລີ່ມແນວຄວາມຄິດປະຕິບັດການໂອ້ລົມສົນທະນາ “ແກ້ລະຫັດການຟື້ນຟູການເຕີບໂຕຫວຽດນາມ” - ຜົນງານທີ່ຄ້ວາໄດ້ລາງວັນທີ 1 ໃນປະເພດກະຈາຍສຽງ ລາງວັນກ່ຽວກັບຖະແຫຼງຂ່າວໃຫ້ຕ່າງປະເທດ ທົ່ວປະເທດ ຄັ້ງທີ 8 - ຂອງກຸ່ມຜູ້ຂຽນລາຍການກະຈາຍສຽງພາກພາສາຝລັ່ງ.

ບັນດາຜູ້ປະຕິບັດລາຍການແມ່ນ 4 ຄົນ ໃນຈຳນວນບັນນາທິການທີ່ມີຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າແລະມີວິຊາສະເພາະເປັນຢ່າງດີຂອງລາຍການກະຈາຍສຽງພາກພາສາຝລັ່ງ. ບັນນາທິການຫງວຽນດຶກກຸຍ, ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຜູ້ທີ່ສ້າງລາຍການໄດ້ນັ່ງນຳກັນເພື່ອຄົ້ນຄວ້າຂຽນບົດ, ເລືອກເອົາເນື້ອໃນຄຳກ່າວປາໄສຂອງບັນດາການນຳພັກ, ລັດແລະຕ່າງປະເທດເພື່ອສະແດງໃຫ້ເຫັນຫົວເລື່ອງຂອງການໂອ້ລົມສົນທະນາຢ່າງຈະແຈ້ງ. ຄວາມຫວັງຂອງພວກຂ້າພະເຈົ້າແມ່ນທັງຍົກອອກບັນດາຂໍ້ມູນທີ່ຊັດເຈນ, ບັນດາຕົວເລກທີ່ໜ້າປະທັບໃຈຂອງເສດຖະກິດຫວຽດນາມເພື່ອໃຫ້ຜູ້ຟັງເຫັໄດ້ເຖິງການຟື້ນຟູຂອງພື້ນຖານເສດຖະກິດຫວຽດນາມຢ່າງແຮງ, ພາຍຫຼັງທີ່ໂລກລະບາດໄດ້ຮັບການຄວບຄຸມ.

ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນ 2 ທ່ານ, ນັ້ນແມ່ນທ່ານ Yann Frollo De Kerlivio, ທີ່ປຶກສາດ້ານການຄ້າ ສະຖານທູດ ຝລັ່ງປະຈຳຫວຽດນາມ, ທັງເປັນຫົວໜ້າອົງການການຄ້າ Business France ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ແລະມະຫາສະໝຸດປາຊີຟິກ, ພ້ອມກັບທ່ານເດົ໋າແອັງຕວນ, ຫົວໜ້າຫ້ອງການລະບອບກົດໝາຍ, ສະຫະພັນການຄ້າແລະອຸດສາຫະກຳຫວຽດນາມ (VCCI). ທີ່ການໂອ້ລົມສົນທະນາ, ບັນດາແຂກຖືກເຊີນໄດ້ສະໜອງຂໍ້ມູນຂ່າວທີ່ເປັນປະໂຫຍດ, ບັນດາບົດຮຽນຂອງຫວຽດນາມເພື່ອຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ໃຫ້ແກ່ທ່ານຜູ້ຟັງ. ບັນນາທິການທີລວານ, ຫົວໜ້າກຸ່ມ, ແບ່ງປັນວ່າ:

ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຢ່າງສຸດຈິດສຸດໃຈຈາກບັນດາແຂກຮັບເຊີນ, ນັບແຕ່ແຂກຖືກເຊີນ 2 ທ່ານດັ່ງກ່າວ, ຕະຫລອດຮອດທ່ານນາງ Claire Roseler, ຜູ້ອຳນວນການໃຫຍ່ຂອງ Liquide ຫວຽດນາມເຂົາເຈົ້າໄດ້ສະໜອຂໍ້ມູນຂ່າວ, ຕົວເລກລະຽດທີ່ສຸດແລະມີບົດຮຽນຕົວຈິງຢ່າງອຸດົມສົມບູນອີກດ້ວຍ”.

ພ້ອມກັບລາງວັນທີ 1 ຂອງກຸ່ມຜູ້ຂຽນລາຍການພາກພາສາຝລັ່ງນັ້ນ, VOV5 ຍັງຄວ້າໄດ້ລາງວັນທີ 3 ຈຳນວນ 1 ລາງວັນໃນປະເພດກະຈາຍສຽງດ້ວຍ talkshow “ເຂົ້າຮ່ວມຮີດຄອງປະເພນີ” ຂອງກຸ່ມຜູ້ຂຽນລາຍການກະຈາຍສຽງພາກພາສາ ອັງກິດ. ເຂົ້າຮ່ວມລາຍການມີແຂກຖືກເຊີນ 3 ທ່ານເຊິ່ງແມ່ນໄວໜຸ່ມທີ່ມາຈາກສ.ເກົາຫຼີ, ອາເມລິກາແລະສະວິດໄດ້ພ້ອມກັນແລກປ່ຽນກ່ຽວກັບຫົວເລື່ອງ “ການກິນດື່ມ” ຢູ່ຫວຽດນາມ.

ພົບປະກັບກຸ່ມຜູ້ຄ້ວາລາງວັນຖະແຫຼງຂ່າວໃຫ້ຕ່າງປະເທດຂອງ VOV5 - ảnh 2(talkshow “ເຂົ້າຮ່ວມຮີດຄອງປະເພນີ”)

        ໃນ talkshow ເຂົາເຈົ້າທັງໂອ້ລົມກ່ຽວກັບການດຳລົງຊີວິດຂອງຊາວຕ່າງປະເທດທີ່ພວມຢູ່ຫວຽດນາມ, ແບ່ງປັນເຄັດລັບທີ່ຊ່ວຍໃຫ້ຊາວຕ່າງປະເທດສາມາດເຊື່ອມຕົວ ເມື່ອມາທ່ອງທ່ຽວ ຫຼື ດຳລົງຊີວິດ, ຮ່ຳຮຽນຢູ່ ຫວຽດນາມ, ທັງຮັບປະທານບັນດາເຍື່ອງອາຫານທຳມະດາ, ລື້ງເຄີຍໃນການຊຸມແຊວຂອງຊາວຫວຽດນາມຄື: ຖົ່ວດິນຂົ້ວ, ເຄື່ອງໃນໝູ, ແໜມຊາຍ… ບັນນາທິການເຟືອງແຄງ, ດ້ວຍບົດບາດຜູ້ດຳເນີນລາຍການດັ່ງກ່າວໃຫ້ຮູ້ວ່າ:

“ສຳລັບຫົວເລື່ອງທີ່ເວົ້າກ່ຽວກັບຊີວິດການເປັນຢູ່ຂອງຊາວຕ່າງປະເທດອາໄສຢູ່ຫວຽນນາມນັ້ນ, ພວກຂ້າພະເຈົ້າໄດ້ມີການ “ຊຸມແຊວ” ດ້ວຍບັນດາ ເຍື່ອງອາຫານທີ່ທຳມະດາຂອງຊາວຫວຽດນາມຄາບໜຶ່ງ, ບັນດາເຍື່ອງອາຫານເຊິ່ງຢູ່ປະເທດຂອງເຂົາເຈົ້າບໍ່ມີແລະບໍ່ເຄີຍໄດ້ກິນ. ບັນດາເຍື່ອງອາຫານນີ້ກໍ່ແມ່ນສ່ວນໜຶ່ງໃນຮີດຄອງປະເພນີຂອງຊາວຫວຽດນາມ. ການໂອ້ລົມດຳເນີນໄປໃນບັນຍາກາດສະໜິດສະໜົມເຖິງວ່າພວກຂ້າພະເຈົ້າເຮັດວຽກພຽງແຕ່ທາງອອນລາຍແລະໄດ້ພົບປະກັນເປັນຄັ້ງທຳອິດຢູ່ studio” ເທົ່ານັ້ນ.

ບັນດາລາງວັນທີ່ງານປະກວດວິຊາສະເພາະໃນແຕ່ລະເທື່ອເຊິ່ງຜູ້ເຮັດວຽກງານ ຖະແຫຼງຂ່າວໃຫ້ຕ່າງປະເທດ ຢູ່ VOV5 ຄວ້າໄດ້ນັ້ນພ້ອມກັບການຮັບຮູ້, ຮັກຫອມຂອງທ່ານຜູ້ຟັງຢູ່ທຸກແຖບຖິ່ນໃນທົ່ວປະເທດນັ້ນແມ່ນການລະດົມກຳລັງໃຈເພື່ອໃຫ້ບັນດາຜູ້ເຮັດລາຍການມີຄວາມມານະພະຍາຍາມໃນວຽກງານກວ່າອີກ, ສືບຕໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງຫວຽດນາມກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ