ພະລັງຊີວິດຂອງສິລະປະເດີນກາຕາຍຕືຢູ່ເຂດໝູ່ເກາະທີ່ຫ່າງໄກ

(vovworld)-ສະ​ໂມ​ສອນ​ເດີນ​ກາ​ຕາຍ​ຕື(ໝາຍ​ເຖິງກາ​ນຮ້ອງ​ເພງ​ພື້ນ​ເມືອງຂອງ​ຊາວ​ພາກ​ໃຕ້) ຢູ່ ບັນດາ​ຕາ​ແສງ​ຂຶ້ນ​ກັບ​ເມືອງ​ເກາະ ຟູ​ກວກ ຖືກກຳ​ເນີ​ດຈາກ​ສຽງ​ຂັບ​ຮ້ອງ​ຂອງບັນດາ​ຊາວ​ປະມົງ​ທີ່​ທຳ​ມາ​ຫາ​ກິນ​ຢູ່​ທີ່​ນີ້​. ​​ເມື່ອ​ມີ​ເວລາ​ຫວ່າງ, ​ເຂົາ​ເຈົ້າໄດ້ພ້ອມ​ກັນ​​ເດີນ​ກາ​ຕາຍ​ຕື​ເພື່ອ​​ເຮັດ​ໃຫ້​ຄວາມ​ອິດ​ເມື່ອຍ​ຫາຍ​ໄປພາຍຫລັງ​ເຮັດ​ວຽກ​ຢ່າງ​ລຳ​ບາກ​ກາກ​ກຳ​​ ​ແລະ ຫລຸດຜ່ອນ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຄອບຄົວ. ​​ໃນ​ລາຍການ​ສາລະ​ຄະດີ​ພາກ​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບົດ​ຂອງ​ນັກ​ຂ່າວ ລາມ​ຮຽວ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ພະລັງ​ຊີວິດ​ຂອງ​ສິລະ​ປະ​ເດີນ​ກາ​ຕາຍ​ຕືຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ.

ພະລັງຊີວິດຂອງສິລະປະເດີນກາຕາຍຕືຢູ່ເຂດໝູ່ເກາະທີ່ຫ່າງໄກ - ảnh 1
​ເດີນ​ກາ​ຕາຍ​ຕື ໄດ້ຊ່ວຍ​ໃຫ້​ປະຊາຊົນ​ບັນເທົາຄວາມອິດ​ເມື່ອ​ຍ
ພາບ:binhphuoc.com.vn

​ໃນ​ເວລາ​ກວ່າ 10 ປີ​ມາ​ນີ້, ​ເຮືອນ​ຂອງ​ລຸງ ​ເລ​ເຈື່ອງ​ຢາງ ຢູ່ ຕາ​ແສງ ​ໂຖ​ເຈົາ ​ເມືອງ​ເກາະ ຟູກ​ວກ ຍາ​ມ​ໃດ​ກໍ​ຟົດ​ຟື້ນ​ມ່ວນ​ຊື່ນ ດ້ວຍ​ສຽງ​ຮ້ອງ​ລຳ​ທຳ​ເພງ, ສຽງ​ຫົວ. ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນ ​ເດີນ​ກາ​ຕາຍ​ຕື ​ໂຖ​ເຈົາ ມາ​ເຕົ້າ​ໂຮມ​ກັນຢູ່​ທີ່​ນີ້ເພື່ອ​ກະກຽມ​ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະພ້ອມກັບ​ທະຫານ, ຮັບໃຊ້​​ໃຫ້ແກ່ພໍ່​ແມ່​ປະຊາຊົນ​ທີ່ດຳລົງ​ຊີວິດ​ຢູ່​ເທິງ​ເກາະ​. ລຸງ ​ເລ​​ເຈື່ອງ​ຢາງ, ຜູ້​ສ້າງ​ຕັ້ງ​ສະ​ໂມ​ສອນ​ເດີນ​ກາ​ຕາຍ​ຕື ​ໂຖ​ເຈົາ ​ເລົ່າ​ສູ່​ຟັງ​ວ່າ:

        “​ໃນ​ຄາວ​ນັ້ນ ຊີວິດ​ທາງ​ດ້ານ​ຈິດ​ໃຈ​ແມ່ນ​ຂາດ​ແຄນ​ຫລາຍ ສະ​ນັ້ນ ຂ້າພະ​ເຈົ້າ​ສ້າງ​ຕັ້ງ​ສະ​ໂມ​ສອນ​ນີ້​ເພື່ອ​ນຳ​ເອົາອາຫານ​ດ້ານ​ຈິດ​ໃຈ​ມາໃຫ້​ທຸກ​ຄົນ. ຂ້າພະ​ເຈົ້າ ມີ​ຄວາມ​ເມົາ​ມົວ​ກັບ​ເດີນ​ກາ​ຕາຍ​ຕື​ມາ​ແຕ່​ຄາວ​ຍັງນ້ອຍ, ສະ​ນັ້ນ ຈຶ່ງພ້ອມ​ກັບບັນດາ​ຜູ້​ນິຍົມ​ເດີນ​ກາ​ຕາຍ​ຕືຝືກ​ແອບ​ທຸກ​ມື້​ເພື່ອ​ກະກຽມ​ໃຫ້ງານພົບ​ປະ​ແລກປ່ຽນ. ຂ້າພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ​ທີ່ສຸດເມື່ອ UNESSO ຮັບ​ຮູ້​ເດີນ​ກາ​ຕາຍ​ຕື​ເປັນ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ.”

        ສະມາ​ຊີກ​ຂອງ​ສະ​ໂມ​ສອນ​ເດີນ​ກາ​ຕາຍ​ຕື​ໂຖ​ເຈົາ​ແມ່ນ​ບັນດາ​ຊາວ​ປະມົງ, ຊາວ​ກະສິກອນ, ບັນດາ​ພະນັກງານ​ຕາ​ແສງ, ຜູ້​ອາຍຸ​ສູງ.. ​ທຳນອງ​ເພງ​ທີ່​ອ່ອນ​ຊອນ​ຂອງ​ເດີນ​ກາ​ຕາຍ​ຕື ໄດ້ຊ່ວຍ​ໃຫ້​ປະຊາຊົນ​ບັນເທົາຄວາມອິດ​ເມື່ອ​ຍພາຍຫລັງໄປ​ຫາ​ປາ​ຢູ່​ທະ​ເລມາເປັນເວລາຫລາຍ​ມື້​.

ພະລັງຊີວິດຂອງສິລະປະເດີນກາຕາຍຕືຢູ່ເຂດໝູ່ເກາະທີ່ຫ່າງໄກ - ảnh 2
ເດີນ​ກາ​ຕາຍ​ຕື ​ແມ່ນ​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະຊາຊົນ​ພາກ​ໃຕ້​
ພາບ:internet

        ກໍ​​ເຊັ່ນ​ດຽວ​ກັນ​ກັບຢູ່ເກາະ ​ໂຖ​ເຈົາ, ​ເດີນ​ກາ​ຕາຍ​ຕື ​​ໄດ້ເຮັດ​ໃຫ້​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ໃນ​ເກາະ ​​ຟູກ​ວກ ອຸດົມ​ສົມ​ບູນຂຶ້ນ​ຕື່ມ. ນອກ​ນັ້ນ, ​ສິລະ​ປະເດີນ​ກາ​ຕາຍ​ຕື ຍັງ​ກາຍ​ເປັນ​ຜະລິດ​ຕະພັນ​ພິ​ເສດ​ຢູ່​ເຂດ​ໝູ່ເກາະ​​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ​ເກາະ ຟູກ​ວກເປັນ​ຈຳນວນ​ຫລວງຫລາຍ. ສະ​ໂມ​ສອນ ເດີນ​ກາ​ຕາຍ​ຕື ມີ​ສະມາຊິກ​ກວ່າ 30 ຄົນ ​ແລະ ອາທິດ​ຫນຶ່ງ​ຈັດການ​ເຄື່ອນ​ໄຫວ​ສິລະ​ປະ​ເຖິງ​ 4 ຄັ້ງ​. ປ້າ ຮ່າກີ​ມ​ແທງ, ອາຍຸ 70 ປີ, ຫົວຫນ້າ​ສະ​ໂມ​ສອນ ເດີນ​ກາ​ຕາຍ​ຕື ຟູກ​ວກ ​ໃຫ້​ຮູ້​ວ່າ:

        “ເຖິງວ່າຢູ່​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກກໍ່ຕາມ ​ແຕ່​ຂະ​ບວນການ ເດີນ​ກາ​ຕາຍ​ຕື ພັດທະນາ​ທີ່​ສຸດ. ຢູ່​ທີ່​ນີ້ຍັງຂາດ​ບັນດາລາຍການ​ລະ​ຫລິ້ນ​ບັນ​ເທິງ ​ແຕ່ ເດີນ​ກາ​ຕາຍ​ຕື ໄດ້ສ້າງຄວາມນິຍົມໃຫ້ແກ່ຫຼາຍຄົນ. ບາງ​ລາຍການສະແດງ, ມີ​ສະມາ​ຊິກ​ສະ​ໂມ​ສອນ​ພຽງ 1,2 ຄົນ​ຮ້ອງ​ເພງ​ເທົ່າ​ນັ້ນ ​ສ່ວນ​ຍັງ​ເຫລືອ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຮ້ອງ​ເພງ​ນຳ.”

        ​ແຕ່​ດົນ​ນານ​ມາ​ແລ້ວ, ເດີນ​ກາ​ຕາຍ​ຕື ​ແມ່ນ​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະຊາຊົນ​ພາກ​ໃຕ້​ຫວຽດນາມ. ຍ້ອນ​ມີ​ບັນດາ​ສະ​ໂມ​ສອນ ເດີນ​ກາ​ຕາຍ​ຕື ຄື​ຂອງລຸງ​ຢາງ, ປ້າ​ແທງ ຫລື​ສະ​ໂມ​ສອນ​ອື່ນ​ຢູ່ ​ຟູກ​ວກ, ເດີນ​ກາ​ຕາຍ​ຕື ​ນັບ​ມື້​ນັບ​ແຜ່​ຂະຫຍາຍ​ໃນໝູ່​ປະຊາຊົນ. ​ປະກອບສ່ວນອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ຕາງຫນ້າ​ຂອງມວນ​ມະນຸດ​​, ກໍຄື​​ຮັກສາ​ຄຸນຄ່າ​ວັດທະນະທຳອັນ​ລຳ້​ຄ່າ​ໃນ​ຊີວິດດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ພາກ​ໃຕ້​ເວົ້າ​ສະ​ເພາະ, ປະຊາຊົນ​ຫວຽດນາມ ​ແລະ ​ມວນ​ມະນຸດ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ