ພະອາຈານ Thích Giác Nghia ຢູ່ເກາະ Truong Sa ໃຫ່ຍ

 ພະ​ອາຈານ Thích Giác Nghia ​ແມ່ນ 1 ​ໃນ​ຈຳນວນ ພະ​ພິກຂຸ​ 6 ອົງ​ຢູ່​ແຂວງ​ Khanh Hoa ສະໝັກ​ໃຈ​​ໄປ​ເປັນ​ເຈົ້າອາວາດ​ວັດ, ເຄື່ອນ​ໄຫວ​ວຽກ​ງານ​ພຸດທະ​ສາສະໜາ​ຢູ່ວັດ​ແຫ່ງ​ຕ່າງໆ​ໃນ​ເກາະ Truong Sa​ ໃຫ່ຍ, Sinh Ton, Song Tu Tay ຂຶ້ນກັບ​ເຂດ​ໝູ່​ເກາະ Truong Sa ​ເມືອງ Truong Sa.   ພະ​ອາຈານ Thích Giác Nghia ກໍ​ຄື​ບັນດາ​ພະ​ພິຂຸ ສະໝັກ​ໃຈ​ໄປ​ເກາະ Truong Sa​ ດ້ວຍ​ຄວາມ​ຮັກ​ແພງ​ຕໍ່​ເຂດ​ດິນ​ແດນ​ຕອນ​ໜື່ງຂອງ​ປະ​ເທດ​ຊາດ.

ພະອາຈານ Thích Giác Nghia ຢູ່ເກາະ Truong Sa ໃຫ່ຍ - ảnh 1

ບັນດາພະຂຸສະໝັກໃຈໄປເກາະ Truong Sa​

(ພາບ: soha.vn)

   ສຳລັບພະ​ອາຈານ Thích Giác Nghia ​ແລ້ວ,​ ຊີວິດ​ການ​ເປັນ​ຢູ່​ຢູ່​ເທດສະບານ​ເມືອງ Truong Sa ມີ​ຄວາມ​ສະຫງົບ​ງຽບ, ອາກາດ​ປອດ​ໂປ່​ງ, ​ເໝາະ​ສົມສຳລັບການຈຳສິນກິນບວດ​ທີ່​ສຸດ. ​ໃນ​ຍາມ​ຮຸ່ງ​ເຊົ້າ ​ແລະ ຍາ​ສາ​ຍັນ, ພະ​ອາຈານ Thích Giác Nghia ​ໄດ້​​ເທດທຳ​ສວດ​ມົນ ​ແລະ ພາວະນາ ຂໍ​ໃຫ້​ປະ​ເທດ​ຊາດ​ ​ແລະ ປະຊາຊົນມີ​ຄວາມ​ສະຫງົບ​ສຸກ

ພະອາຈານ Thích Giác Nghia ຢູ່ເກາະ Truong Sa ໃຫ່ຍ - ảnh 2

ວັດ Song Tu Tay

(ພາບ: giacngo.vn )

   ພະ​ອາຈານ Thích Giác Nghia ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ການ​​ໄປ​ເປັນ​ເຈົ້າອາວາດ​ວັດຢູ່ Truong Sa ​ໃຫ່ຍ ​ແມ່ນ​ມີ​ຄວາມ​ໝາຍ​ຫຼາຍ​ທີ່​ສຸດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ໄປ​ເພື່ອ​ປະຕິບັດພາລະໜ້າ​ທີ່​ດ້ານພຸດທະ​ສາສະໜາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຊາດຂອງ​ຊາວ​ຫວຽດນາມ ຜູ້​ໜື່ງອີກ​ດ້ວຍ:

​ພາຍຫຼັງ​ການ​ໄປ​ສວດ​ມົນ​ໃຫ້​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ຢູ່​ເຂດ​ໝູ່​ເກາະ Truong Sa 3 ຄັ້ງ, ອາຕາ​ມາ​ເຫັນ​ວ່າ ຕົນ​ເອງ​ຕ້ອງ​ມີ​ຄວາມ​ຮັບ​ພິຊອບ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ ຊື່​ງລຸ້ນກ່ອນ​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ເພື່ອ​ປົກ​ປັກ​ຮັກສາ, ພວກ​ເຮົາ​ຕ້ອງ​ສືບ​ທອດ​ພາລະກິດ​ຂອງ​ລຸ້ນພໍ່​ລຸ້ອ້າຍ, ສະນັ້ນ ພວກ​ອາ​ຕາ​ມາ​ໄດ້​ຕັດສິນ​​ໃຈໄປຢູ່ Truong Sa​ ​ໃນ​ໄລຍະເວລາ​ຍາວ​ນານ

  

ພະອາຈານ Thích Giác Nghia ຢູ່ເກາະ Truong Sa ໃຫ່ຍ - ảnh 3

 ພະ​ອາຈານ Thích Giác Nghia

(ພາບ:nguyenminhquang.com)

    ພະ​ອາຈານ Thích Giác Nghia ​ໃຫ້​ຮູ້​ວ່າ, ​ເມື່ອ​ທຽບກັບ​ຊີວິດ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ, Truong Sa ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແຕ່​ນ້ຳໃຈ​ລະຫວ່າງ​ທະຫານ, ປະຊາຊົນ ພັດມີ​ຄວາມ​ສະໜິດສະໜົມ​ທີ່​ສຸດ. ນັບ​ແຕ່​ເມື່ອພະ​ອາຈານ Thích Giác Nghia ​ໄປ​ເປັນ​ເຈົ້າອາວາດ​ວັດ Truong Sa ​ໃຫ່ຍ, ຊີວິດ​ການ​ເປັນ​ຢູ່​ຢູ່​ທີ່​ນີ້​ມີ​ຊີວິດ​ຊີວາ, ອຸດົມສົມບູນ​ຂຶ້ນ​ຕື່ມ ດ້ວຍ​ບັນດາ​ການ​ເຄື​ອ່ນ​ໄຫວ​ດ້ານ​ຈິດ​ວິນ​ຍານ. ພະ​ອາຈານ Thích Giác Nghia ​ເວົ້າວ່າ:

   “ພວກ​ອາ​ຕາ​ມາ​ມາ​ຍັງແຫ່ງນີ້​ເພື່ອ​ສວດ​ມົນ, ພ້ອມ​ກັບ​ປະຊາຊົນ​ໃນ​ເກາ​ະ ພາວະນາ​ໃຫ້​ວງວິນຍານບັນດາ​ນັກຮົບ ​ແລະ ປະຊາຊົນ ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ພວກ​ອາ​ຕາ​ມາ​ມາ​ຍັງແຫ່ງນີ້​ດ້ວຍຄວາມ​ປາດ​ຖະໜາ ຢາກ​ປະກອບສ່ວນ​ກຳລັງ​ເຫື່ອ​ແຮງ​ອັນເລັກ​ນ້ອຍ​ຂອງ​ຕົນ ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ

   ​ເອື້​ອຍ Bui Thi Trang Nhung ຊາວ​ເທດສະບານ Truong Sa ຜູ້ 1 ​ໃຫ້​ຮູ້​ວ່າ: ສຳລັບ​ຜູ້ທີ່​ດຳລົງ​ຊີວິດ​ໃນ​ໝູ່​ເກາະ​ແລ້ວ, ວັດ​ແຫ່ງຕ່າງໆ​ຢູ່​ທີ່​ນີ້ ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ເພິ່ງພາ​ດ້ານ​ຈິດ​ໃຈ​ເທົ່າ​ນັ້ນ:

   “ວັດ​ໃນ​ເກາະ​ແມ່ນ​ຄວາມ​​ເປັນ​ກຽດ, ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ ກໍ​ຄື​ນັກຮົບ​ໃນ​ເກາະ ​ແລະ ທັງ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ, ຈິດ​ວິນ​ຍານ​ຂອງ​ເຮົາ ຕໍ່​ການກຳ​ເນີ​ດຂອງ​ພະພຸດທະ​ເຈົ້າ, ພິ​ເສດ​ແມ່ນ​ຄວາມ​ເຊື່ອໝັ້ນ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ໝູ່​ເກາະ, ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ຢ່າງໝັ້ນຄົງ. ພວກ​ຂ້າພະ​ເຈົ້າ​ໄປ​ວັດ​ເພື່ອ​ໃຫ້​ຈິດ​ໃຈມີຄວາມສົດຊື່ນ ແລະ ໂປ່ງໃສກ່ວາ. ມີຄວາມສະຫງົບສຸກ ​ໂຊກ​ດີ“.

 

 

ຕອບກັບ

ຂ່າວ/ບົດ​ອື່ນ