(vovworld) - ພາຍຫຼັງ 8 ປີແຫ່ງການນຳ່ຮຽນຢູ່ຕ່າງປະເທດ, ນັກສຶກສາ ຟານຮູຍແບກ, ອາຍຸ 21 ປີ ພ້ອມກັບເພື່ອນຍິງຂອງຕົນແມ່ນນາງ Marina Berezovikova, ຊາວເບລາຣຸດ ຈຶ້ງມີໂອກາດກັບເມືອບ້ານເກີດຂອງຕົນຢູ່ຮ່າໂນ້ຍ. ທັງສອງຄົນໄດ້ສະຫງວນເວລາມື້ໜຶ່ງເພື່ອໄປທ່ຽວ ແລະຫວນຄືນອະນຸສອນແຫ່ງຍາມເຍົາໄວທັງແປກ, ທັງຊິນເຄີຍຂອງ ແບກ ຢູ່ຮ່າໂນ້ຍ.
ຟານຮູຍແບກ ພ້ອມກັບເພື່ອນຍິງຂອງຕົນໄດ້ໄປຢາມໜອງ ຮ່ວານກ໋ຽມ ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ ດ້ວຍລົດເມ, ເຊິ່ງແມ່ນພາຫະນະທີ່ຕິດພັນກັບແບກໃນຍາມໄປໂຮງຮຽນມັດທະຍົມຕອນປາຍ.
”ເວລານັ້ນ, ລົດເມບໍ່ມີຫຼາຍ, ດັ່ງນັ້ນຕ້ອງລໍຖ້າດົນຈຶ່ງມີລົດມາຮັບ. ປະຈຸບັນ, ມີລົດເມທີ່ ທັນສະໄໝຫຼາຍຄັນ ແລະ ຄຸນນະພາບຮັບໃຊ້ຜູ້ໂດຍສານກໍ່ດີກວ່າ”.
ລົດເມຮ່າໂນ້ຍໃນປະຈຸບັນ
(ພາບ: ອິນເຕີແນດ)
”ນີ້ແມ່ນຄີວລົດທີ່ອ້າຍໄປຮຽນ
ແທ້ຫວະ?
ເຈົ້າ, ແລະອາຄານຕໍ່ໜ້ານ້ອງແມ່ນຄາງປາສະຫຼາມ!
ແທ້ບໍ? ເບິ່ງບໍ່ຄືເນາະ,”
ອ້ອມຮອບເຂົາເຈົ້າແມ່ນສຽງແກລົດ, ສຽງເວົ້າ, ສຽງຫົວອຶກກະທຶກຄຶກໂຄມຂອງຜູ້ເລາະຂາຍ, ຮອຍຍີ້ມສະໜິດສະໜົມຂອງຜູ້ເຖົ້າຜູ້ແກ່ທີ່ພວມຍ່າງໄປແຄມໜອງ, ບັນດາຮູບພາບ ແລະ ນຳ້ສຽງທີ່ລຶ້ງເຄີຍດັ່ງກ່າວ ໄດ້ເຮັດໃຫ້ ແບກ ຮູ້ສຶກສະເທືອນໃຈ.
”ເມື່ອຍັງນ້ອຍນ້ອງຮູ້ສຶກວ່າຮ່າໂນ້ຍ ກວ້າງກວ່າປະຈຸບັນ ເພາະວ່າຕຶກອາຄານ ບໍ່ຫຼາຍ, ຍານພາຫະນະໄປມາໃນຖະໜົນ ແລະ ຂີ້ຝຸ່ນກໍ່ໜ້ອຍກວ່າ. ແຕ່ພາຍຫຼັງ 8 ປີ ເທົ່ານັ້ນ, ຮ່າໂນ້ຍໄດ້ມີການປ່ຽນແປງຢ່າງວ່ອງໄວ, ດ້ວຍຕຶກອາຄານສູງໄດ້ຮັບການກໍ່ສ້າງໃໝ່ຫຼາຍຫຼັງ, ປ້າຍໂຄສະນາເຕັມໄປດ້ວຍສືຫຼາກຫຼາຍ ແລະ ສວຍງາມຄືດັ່ງຢູ່ເຂດຕົວເມືອງທີ່ຄຶກໂຄມໜາແໜ້ນ.”
ຈາກໜອງ ຮ່ວານກ໋ຽມ, ແບກ ພ້ອມກັບ Marina ໄດ້ໄປຢາມຄຸ້ມເມືອງເກົ່າ ຮ່າໂນ້ຍ. ເຈືອຈານພ້ອມກັບກະແສຄົນບົນຖະໜົນຮ່າງມ້າ, ແບກ ແນະນຳວ່າ:
”ນີ້ແມ່ນຖະໜົນຮ່າງມ້າ, ກ່ອນນີ້ບໍ່ອຶກກະທຶກຄຶກໂຄມຄືປະຈຸບັນ. ນີ້ແມ່ນແຫ່ງຜະລິດເຄື່ອງບູຊາດ້ວຍເຈ້ຍຄື: ມ້າ, ລົດໂອໂຕ ແລະ ໂສ້ງເສື້ອ. ຮອດບຸນປີໃໝ່, ຖະໜົນນີ້ເຄີຍຂາຍເຄື່ອງປະດັບເຮືອນຊານດ້ວຍເຈ້ຍ, ໃນນັ້ນສີເຫຼືອງ ແລະ ສີແດງ ເປັນສັນຍາລັກແຫ່ງຄວາມໂຊກ, ຄວາມລາບ”.
ຖະໜົນຮ່າງມ້າ
(ພາບ: ອິນເຕີແນດ)
ເມື່ອໄປຮອດຖະໜົນ ຮ່າງເດື່ອງ, ດ້ວຍຮ້າຍຂາຍ ໂອມາຍ (ເຂົ້າໜົມໝາກໄມ້ທັງສົ້ມ, ເຜັດ ແລະ ຫວານ) ທີ່ເປັນມູນເຊື້ອຫຼາຍຮ້ານ. ເພື່ອນໜຸ່ມທັງສອງຄົນໄດ້ຊື້ ແລະ ຊິມໂອມາຍບາງຊະນິດ. Marina, ແບ່ງປັນວ່າ:
”ຢູ່ປະເທດຂ້າພະເຈົ້າ, ໃນຖະໜົນສາຍໜຶ່ງມີຮ້ານໃຫຍ່ພຽງ 2-3 ຮ້ານເທົ່ານັ້ນ, ແຕ່ຢູ່ຮ່າໂນ້ຍ ພັດມີຫຼາຍຮ້ານ, ເຂົາເຈົ້າເຊີນຂ້າພະເຈົ້າຊົມທຸກສິ່ງທຸກຢ່າງ, ບາງຄົນຍັງຢາກຖ່າຍຮູບພ້ອມກັບຂ້າພະເຈົ້າອີກ. ຊາວຮ່າໂນ້ຍ ມີຄວາມສະໜິດສະໜົມ ແລະ ຮັກແພງແຂກຄົນຫຼາຍ”.
ຮ້ານຂາຍໂອມາຍ (ເຂົ້າໜົມໝາກໄມ້ສົ້ມ, ເຜັດ, ໄກ) ຢູ່ຖະໜົນນ່າງເດື່ອງ
(ພາບ: ອິນເຕີແນດ)
ຜ່ານຖະໜົນສາຍຕ່າງໆ, ສອງຄົນໄດ້ໄປຮອດຖະໜົນ ຫຼີກວົກຊື, ແບກເວົ້າວ່າ:
”ເວລາຍັງນ້ອຍ, ພໍ່, ແມ່ ເຄີຍພາຂ້າພະເຈົ້າໄປກິນເຝີຫຼີກວົກຊື. ກັບເມືອຫວຽດນາມ ເທື່ອນີ້,ຂ້າພະເຈົ້າຈະແນະນຳອາຫານທີ່ເປັນເອກະລັກສະເພາະທຸກປະເພດໃຫ້ Marina ຮັບປະທານ”
ເຂົ້າໃຈໄດ້ຄວາມຄິດຂອງແບກ, Marina ໃຫ້ຮູ້ວ່າ:
”ອາຫານຫວຽດນາມ ແຊບຫຼາຍ, ຊາວຫວຽດນາມກິນເຂົ້າຫຼາຍກວ່າ, ເຝີກໍ່ເຮັດຈາກເຂົ້າສານ. ຂ້າພະເຈົ້າພະຍາຍາມໄປທ່ຽວຫຼາຍແຫ່ງ, ຮັບປະທານອາຫານ ຂອງຫວຽດນາມ ຫຼາຍເຍື່ອງ ແລະ ຖ່າຍຮູບໃຫ້ຫຼາຍອີກ ເພື່ອເຂົ້າໃຈກວ່າກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ”.
ເຝີຢູ່ຖະໜົນຫຼີກວົກຊື
(ພາບ: ອິນເຕີແນດ)
ໄປທ່ຽວຕາມຖະໜົນສາຍຕ່າງໆຢູ່ຮ່າໂນ້ຍ ພາຍໃນເວລາພຽງໜຶ່ງວັນເທົ່ານັ້ນ, ແຕ່ Marina ຮູ້ສຶກວ່າບ້ານເກີດຂອງ ແບກ ມີຄວາມດູດດື່ມຫຼາຍ ດ້ວຍຄວາມງາມທຳມະຊາດຂອງຖະໜົນຫົນທາງ, ບັນດາອາຄານນ້ອຍໆ, ແລະ ເຄື່ອງອະນຸສອນ ທີ່ເປັນຕາຮັກ ຖືກວາງຂາຍໃນເຂດຄຸ້ມເມືອງເກົ່າ. ສຳລັບ Marina ແລ້ວ, ປະເທດຫວຽດນາມ ແມ່ນແຫ່ງທີ່ນາງຢາກຄົ້ນຫາ.