ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ກິດ​ຈະ​ກຳກໍ່ສ້າງ

(VOVWORLD) - ບັນຍາກາດຕ້ອນຮັບລະດູບານໃໝ່ພວມແຜ່ກະຈາຍໃນທົ່ວປະເທດ ຫວຽດນາມ. ໃນກິດຈະກຳກໍ່ສ້າງໃຫຍ່ແຫ່ງຕ່າງໆ, ກິດຈະກຳຈຸດສຸມແຫ່ງຊາດ, ບັນດານາຍຊ່າງຍັງຄົງເມົາມົວເຮັດວຽກເພື່ອໃຫ້ກິດຈະກຳໄດ້ຮັບການກໍ່ສ້າງຖືກຕາມຄວາມຄືບໜ້າ... ເຖິງວ່າບໍ່ໄດ້ຕ້ອນຮັບບຸນເຕັດພ້ອມກັບຄອບຄົວ, ຍາດພີ່ນ້ອງ ແຕ່ກຳມະກອນທຸກຄົນຍັງສຸດຈິດສຸດໃຈອອກແຮງງານ, ມີຄວາມເອກອ້າງທະນົງໃຈເມື່ອໄດ້ປະກອບສ່ວນເຫື່ອແຮງເຂົ້າໃນການສ້າງສາປະເທດຊາດ.

 

ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ກິດ​ຈະ​ກຳກໍ່ສ້າງ - ảnh 1ໂຄງການກໍ່ສ້າງເສັ້ນທາງອ້ອມຕົວເມືອງເລກ 3, ຕອນຈຸດຕັດ ບິ່ງຈວນ, ນະຄອນ ທ້ວນອານ, ແຂວງ ບິ່ງເຢືອງ (ພາບ: VOV)

ຢູ່ກິດຈະກຳໂຄງການກໍ່ສ້າງເສັ້ນທາງອ້ອມຕົວເມືອງເລກ 3, ຕອນຈຸດຕັດ ບິ່ງຈວນ, ນະຄອນ ທ້ວນອານ, ແຂວງ ບິ່ງເຢືອງ, ບັນຍາກາດເຮັດວຽກໄດ້ດຳເນີນຢ່າງຮີບເຮັ່ງ ໃນຊຸມວັນບຸນເຕັດ. ມີກຳມະກອນເກືອບ 100 ຄົນ ພ້ອມດ້ວຍເຄື່ອງຈັກ, ອຸປະກອນທີ່ທັນສະໄໝ ພວມນັບມື້ນັບໄດ້ຮັບການເພີ່ມທະວີການກໍ່ສ້າງ ເພື່ອຮັບປະກັນຄວາມຄືບໜ້າຂອງໂຄງການ. ອ້າຍ ຟານວັນແອມ, ບ້ານເກີດຢູ່ແຂວງ ບິ່ງດິ້ງ, ເຊິ່ງເປັນກໍາມະກອນຢູ່ກິດຈະກຳດັ່ງກ່າວ ແບ່ງປັນວ່າ: ຄອບຄົວໃຫ້ການສະໜັບສະໜູນຕັດສິນໃຈຕ້ອນຮັບບຸນເຕັດຢູ່ກິດຈະກຳພາກສະໜາມຂອງຕົນ ເພາະເຂົາເຈົ້າເຂົ້າໃຈໄດ້ເຖິງຄວາມສຳຄັນຂອງໂຄງການນີ້:

  “ຄອບຄົວໄດ້ລະດົມກຳລັງໃຈໃຫ້ຂ້າພະເຈົ້າຢູ່ເຮັດວຽກຕໍ່, ຕັ້ງໃຈປະຕິບັດສຳເລັດໜ້າວຽກຂອງຕົນ. ເພາະວ່າເຮົາກໍເປັນກຳມະກອນ, ເມື່ອບໍລິສັດຮຽກຮ້ອງໃຫ້ເຮົາເຮັດວຽກຕະຫຼອດບຸນເຕັດ ເຮົາກໍຕ້ອງຢູ່ເຮັດເພື່ອບັນລຸຄວາມຄືບໜ້າທີ່ວາງໄວ້. ເມື່ອເຮົາຢູ່ເຮັດຕໍ່, ເຮົາກໍໄດ້ຮັບຄ່າຕອບແທນທີ່ເໝາະສົມ”.

ອ້າຍ ຫງວຽນວັນຕວ່ຽນ, ໜຶ່ງໃນບັນດາກຳມະກອນທີ່ພວມດຳເນີນການກໍ່ສ້າງ ໃຫ້ຮູ້ວ່າ ເປົ້າໝາຍຂອງບໍລິສັດ ແມ່ນຕ້ອງຮັບປະກັນກໍ່ສ້າງສຳເລັດໃນເດືອນພຶດສະພາ ຈະມາເຖິງ.                                

ທາງບໍລິສັດ, ທິມງານກໍພະຍາຍາມຮັບປະກັນຄວາມຄືບໜ້າ. ເມື່ອກິດຈະກຳດັ່ງກ່າວໄດ້ນຳເຂົ້າເຄື່ອນໄຫວ ເຂດນີ້ຈະງາມຫຼາຍ, ຂ້າພະເຈົ້າເອງກໍມີຄວາມເອກອ້າງທະນົງໃຈ ເພາະວ່າ ໄດ້ມີສ່ວນຮ່ວມໃນການກໍ່ສ້າງໂຄງການນີ້”.

ໃນຂະນະນັ້ນ, ໃນກິດຈະກຳກໍ່ສ້າງເສັ້ນທາງດ່ວນ ແຄັງຮວ່າ - ບວນມາທວດ ກຳມະກອນຍັງຄົງຟ້າວຟັ່ງຂະຫຍັນພຽນເຮັດວຽກ. ສຽງກົນຈັກດັງຂຶ້ນຢ່າງຄຶກຄື້ນ. ລົດບັນທຸກຕໍ່ກົ້ນກັນຂົນສົ່ງວັດສະດຸ. ອ້າຍ ເລວັນຮວິງ, ກຳມະກອນທີ່ພວມເຮັດວຽກຢູ່ກິດຈະກຳກໍ່ສ້າງ ໄດ້ແບ່ງປັນວ່າ: ເຖິງວ່າບໍ່ສາມາດຕ້ອນຮັບບຸນເຕັດພ້ອມກັບຄອບຄົວກໍ່ຕາມ, ແຕ່ອ້າຍນ້ອງກຳມະກອນ ກໍມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ.

  “ອ້າຍນ້ອງກຳມະກອນ ພວມພະຍາຍາມຈົນສຸດຄວາມສາມາດຂອງຕົນ. ຍັງສຸດຈິດສຸດໃຈເຮັດ, ເຖິງວ່າແມ່ນບຸນເຕັດ ແຕ່ອ້າຍນ້ອງຍັງເຮັດວຽກຢ່າງເມົາມົວ ເພື່ອຮັບປະກັນຄວາມຄືບໜ້າ”.

ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ກິດ​ຈະ​ກຳກໍ່ສ້າງ - ảnh 2ໂຄງການກໍ່ສ້າງເສັ້ນທາງດ່ວນ ແຄັງຮວ່າ - ບວນມາທວດ (ພາບ: VOV)

ດ້ວຍຈິດໃຈແຂ່ງຂັນ “3 ກະ 4 ທິມ” ໄດ້ຮັບການແຜ່ກະຈາຍໃນກິດຈະກຳໂຄງການ ຫວູງອ໊າງ - ບຸ່ງ ຂຶ້ນກັບໂຄງການເສັ້ນທາງດ່ວນ ເໜືອ - ໃຕ້. ອ້າຍ ເຈິ່ນຫາຍດັງ, ຜູ້ອຳນວຍການຮັບເໝົາໂຄງການປະມູນ XL02, ໂຄງການ ຫວູງອ໊າງ - ບຸ່ງ, ເຊິ່ງເປັນໂຄງການໄປຜ່ານເຂດແຂວງ ກວ໋າງບິ່ງ ໄດ້ແບ່ງປັນວ່າ ທາງຫົວໜ່ວຍໄດ້ລະດົມກຳມະກອນປະມານ 800 ຄົນ ເຕົ້າໂຮມກັນກໍ່ສ້າງທັງເວັນທັງຄືນ ແລະ ຂ້າມຕະຫຼອດບຸນເຕັດ:

  “ກິດຈະກຳພາກສະໜາມຍາມໃດກໍມີແສງໄຟ, ຍາດແຍ່ງເວລາທີ່ອາກາດອຳນວຍຄວາມສະດວກ, ພວກຂ້າພະເຈົ້າໄດ້ຈັດ  3 ກະລຽນຕໍ່ກັນ, ເຮັດວຽກຕະຫຼອດ 24 ຊົ່ວໂມງ. ໃນໂອກາດບຸນເຕັດ ຖ້າຫາກວ່າ ໄດ້ເຕົ້າໂຮມນຳຄອບຄົວຖືວ່າມ່ວນຫຼາຍ, ແຕ່ເພື່ອໜ້າທີ່ລວມ, ພວກຂ້າພະເຈົ້າກໍຢູ່ສະຖານທີ່ກໍ່ສ້າງເຮັດວຽກຕໍ່, ປະກອບສ່ວນໃດສ່ວນໜຶ່ງເຂົ້າໃນຄວາມມານະພະຍາຍາມກໍ່ສ້າງໂຄງການສຳຄັນຂອງຊາດໃຫ້ສຳເລັດ”.

ບໍ່ພຽງແຕ່ຢູ່ບັນດາໂຄງການຄົມມະນາຄົມລະດັບຊາດເທົ່ານັ້ນ, ບັນຍາກາດເຮັດວຽກຕະຫຼອດບຸນປີໃໝ່ ຍັງດຳເນີນຢູ່ບັນດາໂຄງການຄົມມະນາຄົມຂັ້ນແຂວງ, ນະຄອນອີກດ້ວຍ. ທ່ານ ບຸ່ຍຊວັນເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ມີປະມານ 10 ກິດຈະກຳກໍ່ສ້າງສືບຕໍ່ໄດ້ຜັນຂະຫຍາຍ. ເສັ້ນທາງອ້ອມຕົວເມືອງເລກ 3, ຕາມການປຸກລະດົມການແຂ່ງຂັນຂອງທ່ານນາຍົກລັດຖະມົນຕີ, ພວກຂ້າພະເຈົ້າໄດ້ສຸມໃສ່ກໍ່ສ້າງເລັ່ງດ່ວນໃນປີ 2025, ເພື່ອນຳໄລຍະທາງຢູ່ເທິງສູງ ໂດຍມີຄວາມຍາວ 15 ກິໂລແມັດ ເຂົ້າເຄື່ອນໄຫວ, ເຊື່ອມຕໍ່ເສັ້ນທາງດ່ວນ ນະຄອນ ໂຮ່ຈີມິນ - ລອງແທັ່ງ - ເຢົ່າເຢີຍ (ດົ່ງນາຍ), ເຊື່ອມຕໍ່ກັບທ່າອາກາດສະຍານສາກົນ ລອງແທັ່ງ. ເສີມຂະຫຍາຍນ້ຳໃຈແຂ່ງຂັນ, ຮັກສາຈັງຫວະການກໍ່ສ້າງຕະຫຼອດບຸນປີໃໝ່ຢູ່ບັນດາກິດຈະກຳກໍ່ສ້າງ. ໄປຄຽງຄູ່ກັນນັ້ນ ກໍ່ຈະສຸມໃສ່ຜັນຂະຫຍາຍບັນດາກິດຈະກຳໃໝ່ຄື ທ່າກ່ຳປັ່ນຄ່ຽນຖ່າຍສາກົນ ເກີ່ນເຢີ”.

ໃນຊຸມວັນຕົ້ນປີໃໝ່, ມີກຳມະກອນຫຼາຍຄົນໄດ້ຢູ່ກິດຈະກຳພາກສະໜາມເຮັດວຽກຕໍ່. ເຂົາເຈົ້າພວມປະຄວາມມ່ວນຊື່ນຕ້ອນຮັບບຸນເຕັດພ້ອມກັບຄອບຄົວໄວ້ ເພື່ອພ້ອມກັນອອກແຮງງານ, ປະກອບສ່ວນເຫື່ອແຮງຂອງຕົນ, ຍູ້ໄວຄວາມຄືບໜ້າກໍ່ສ້າງສຳເລັດບັນດາກິດຈະກຳຂອງປະເທດຊາດ, ເພື່ອໃຫ້ ຫວຽດນາມ ມີກຳລັງບຸກທະລຸໃໝ່,  ບືນຕົວຂຶ້ນໃນສັງກາດບຸກບືນຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ