ສະໂມສອນກຸບບາເຕີມ-ບ່ອນຮັກສາບັນດາທຳນອງເພງພື້ນເມືອງ

(vovworld)-ສຳລັບ​ບັນດາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ, ການ​ອະນຸລັກ​ຮັກສາ​ໃນ​ປະຊາ​ຄົມ​ແມ່ນ​ສຳຄັນ​ທີ່​ສຸດ​ເພື່ອ​ໃຫ້​ມໍລະດົກ​ເສີມ​ຂະ​ຫາຍ​ຄຸນຄ່າໃນ​ຊີວິດ​ສັງຄົມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຢູ່​ຫວຽດນາມ, ​ໄດ້​ສ້າງ​ໃຫ້​ມີ​ສະ​ໂມ​ສອນ​ສິລະ​ປະສະມັກ​ຫຼີ້ນຈຳນວນ​ໜຶ່ງ ຊື່​ງ​ໄດ້​ເຕົ້າ​ໂຮມ​ຜູ້​ນິຍົມ​ຮ້ອງ​ເພງ​ພື້ນ​ເມືອງ. ສະ​ໂມ​ສອນ “ກຸບ​ບາ​ເຕີມ“ ຢູ່​ຕາ​ແສງລາງ​ເທື້ອງ, ​ເມືອງ​ດົງ​ດາ-​ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາສະ​ໂມ​ສອນເຫຼົ່ານັ້ນ.

ສະໂມສອນກຸບບາເຕີມ-ບ່ອນຮັກສາບັນດາທຳນອງເພງພື້ນເມືອງ - ảnh 1

(ພາບປະກອບ: chungta.vn)

​   ໃນ​ເວລາ​​ເກືອບ 6 ປີ​ມາ​ນີ້, ​ຮອດ​ຕອນ​ຄ່ຳ​ຂອງ​ແຕ່​ລະ​ມື້, ບັນດາ​ສະມາຊິກ​​ໃນ​ສະ​ໂມ​ສອນ​ຮ້ອງ​ເພງ​ພຶ້ນ​ເມືອງ​ທີ່​ມີ​ຊື່ວ່າ “ກຸບ​ບາ​ເຕີມ“ ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ສອນວິທີ​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ພຶ້ນ​ເມືອງໃຫ້​ແກ່​ກັນ. ຈາກ​ບັນດາ​ສະ​ໂມ​ສອນ​ນີ້, ຂະ​ບວນການ​ສິລະ​ປະ​ພື້ນ​ເມືອງ​ໄດ້​ເຂົ້າສູ່​ຊີວິດ​ປະຈຳ​ວັນ, ​ແຜ່​ຂະຫຍາຍ​ອອກ​ສູ່​ບັນດາ​ເຂດ​ຊຸມ​ຊົນ, ກາຍ​ເປັນ​ການ​​ເຄື່ອນ​ໄຫວສິລະ​ປະ​ມະຫາຊົນ ​ແລະ ການ​ເຄື່ອນ​ໄຫວ​ນີ້​ຍາມ​ໃດ​ກໍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ ປຊຊ ​ເປັນ​ຈຳນວນ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ມີ​ອາຍຸ​ສູງ. ພໍ່​ຕູ້​ຫງວຽນ​ວັນ​ຕຸ່ງ ​ຢູ່​ເຂດ​ປູ​ສະ​ນີຍະສະ​ຖານ​ວິຫານ​ເວື່​ອນ-​ເລກທີ 106 ຖະໜົນ​ຟາ​ວດ່າ​ຍ​ລາງໃຫ້​ຮູ້​ວ່າ:

   “ ສະ​ໂມ​ສອນ ກຸບ​ບາ​ເຕີມ ​ໂດ​ຍສອງຜົວ​ເມຍ​ທ່ານ​ຫງວຽນ​ດຶກ​​ເກ່ນ ​ແລະ ຫງວຽນ​ທິຮົ່ງ​ທຳ ຢູ່​ຕາ​ແສງ​ລາງ​ເທື້ອງ ສ້າງຕັ້ງຂຶ້ນ. ສະມາຊິກ​ຂອງ​ສະ​ໂມ​ສອນ​ສ່ວນ​ຫຼາຍ​ແມ່ນ​ບັນດາ​ແມ່ຍິງໃນ​ຕາ​ແສງ. ນັບ​ແຕ່​ສະ​ໂມ​ສອນ​ ກຸບ​ບາ​ເຕິ​ມ​ ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ມາ​ຮອດ​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ຂອງສະ​ໂມ​ສອນ​​ມີ​ການ​ພັດທະນາ​ດີ​ທີ່​ສຸດ“.

   ປ້າ​ຫງວຽນ​ທິຮົ່ງທຳ, ຫົວໜ້າ​ສະ​ໂມ​ສອນ​ແມ່ນ​ຜູ້​ນິຍົມ​ຂັບ​ເພງ​ພື້ນ​ເມືອງ​ກວານ​ຫໍ້. ​ໃນ​ເບື້ອງ​ຕົ້ນ, ລາວ​​ໄດ້​ເຕົ້າ​ໂຮມ​ບັນດາ​ຜູ້​ມີ​ຄວາມ​ນິຍົມ​ດຽວ​ກັນ​ມາ​ແອບ​ຂັບ​ກວານ​ຫໍ້​ເພື່ອ​ຮັບ​ໃຊ້​ໃນ​ໂອກາດ​ວັນ​ບຸນ​ຕ່າງໆ​ໃນ​ຕາ​ແສງ​ເທົ່າ​ນັ້ນ ​​ແຕ່​ພາຍຫຼັງ​ການສະ​ແດງ​ຄັ້ງຕ່າງໆໄດ້​ຮັບຜົນ​ດີ, ​ໄດ້​ມີ​ຫຼາຍ​ຄົນ​ເຂົ້າຮ່ວມ, ສະນັ້ນ, ສະ​ໂມ​ສອນ​ຮ້ອງ​ເພງ​ພຶ້ນ​ເມືອງ “ກຸບ​ບາ​ເຕີມ“ ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ,   ​ຊື່​ຂອງ​ສະ​ໂມ​ສອນ​ແມ່ນຕິດ​ພັນ​ກັບ​ຮູບ​ພາບ​ກຸບ​ບາ​ເຕີມ ທີ່ໃຊ້​ພ້ອມ​ກັບການ​ຂັບ​ກວານ​ຫໍ້. ​ ປ້າ​ຫງວຽນ​ທິຮົ່ງທຳ ຫວນ​ຄືນ​ວ່າ:

     “​ຕອນທຳ​ອິດ​, ສະ​ໂມ​ສອນ​ມີ​ພຽງສະມາຊິກປະມານ 10 ກ່ວາ​ຄົນ​ ​ ​ນິຍົມ​ສິລະ​ປະ​ພື້ນ​ເມືອງ​ຂອງ​ເມືອງ​ລາງ​ເທື້ອງ​ເທົ່າ​ນັ້ນ. ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີຫຼາຍ​ຄົນ​ທີ່​ມາ​ຈາກຕາ​ແສງ​, ເມືອງ​ອື່ນ​ໆໃນ​ນະຄອນ​ຮ່​າໂນ້ຍກໍ່​ຂໍ​ເຂົ້າຮ່ວມ​ສະ​ໂມ​ສອນ​ຕື່ມ​ອີກ

ສະໂມສອນກຸບບາເຕີມ-ບ່ອນຮັກສາບັນດາທຳນອງເພງພື້ນເມືອງ - ảnh 2
(ພາບ:danviet.vn)

​    ປະຈຸ​ບັນ, ສະມາຊິກ​ຂອງ​ສະ​ໂມ​ສອນ​ໄດ້​ຂຶ້ນ​ເຖິງ​ເກືອບ 50 ຄົນ​ແລ້ວ, ສ່ວນ​ຫຼາຍ​ແມ່ນ​ພວກປ້າ, ​ພວກອາ, ​ໃນ​ນັ້ນຜູ້​ໜຸ່ມ​​ແມ່ນໃນ​ເກັນ​ອາຍຸ​ແຕ່ 35-40 ປີ, ຜູ້​ມີ​ອາຍຸ​ສູ່​ງກ່ວາ​ໝູ່​ແມ່ນ​ກ່ວາ 70 ປີ,​​ ​ເຂົາ​ເຈົ້າລ້ວນ​ແຕ່​ມີ​ຄວາມ​ນິຍົມ​ກັບ​ມໍລະດົກ​ວັດທະນະທຳ​ພື້ນ​ເມືອງ. ບໍ່​ພຽງ​ແຕ່​ເມົາ​ມົວ​ຂັບ​ກວາ​ຫໍ່​ເທົ່າ​ນັ້ນ, ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນຍັງ​​ແອບ​ຟ້ອນ, ສະ​ແດງ​ຫຼາຍ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ອື່ນໆ​ອີກ​ຄື: ຂັບ​ແຈ່ວ, ຂັບ​ກ້າຍ​ເລືອ​ງ, ​ເຈົ່າວັນ, ຂັບ​ເສີມ ​ແລະ ຂັບ​ເພງ​ພຶ້ນ​ເມືອງ​ໃໝ່…​ປ້າ​ຫງວຽນ​ທິຮຽນ, ສະມາຊິກ​​ໃນ​ສະ​ໂມ​ສອນນີ້​ແບ່ງປັນ​ວ່າ:

   “​ຂ້າພະ​ເຈົ້າມັກ​ມາສະ​ໂມ​ສອນຂັບກວາ​ຫໍ້ນີ້​ທີ່​ສຸດ. ​ມື້​ໃດ​ຄາ​ວຽກ​ບໍ່​​ໄດ້ມາ, ຂ້າພະ​ເຈົ້າຮູ້ສຶກ​ງ່ວມ​ເຫງົາ​ຫຼາຍ ​ແລະ ມື້​ຕໍ່​ມາ​ກໍ່​​ຂໍ​ຝຶກ​​ແອບຄືນ​ໃໝ່. ຂ້າພະ​ເຈົ້ານິຍົມ​ຂັບກວານ​ຫໍ້​ ​ແລະ ຂັບ​ແຈ່ວ​ທີ່​ສຸດ

   ​ໃນ​​ກ່ວາ 6 ປີມາ​ນີ້, ສະ​ໂມ​ສອນ​ສິລະ​ປະ​ຕາ​ແສງ​ລາງ​ເທື້ອງ ​ໄດ້​ເຂົ້າຮ່ວມ​​ງານ​ບຸນ​ຕ່າງໆ ​ແລະ ​ໄດ້​ຮັບ​ຫຼາຍ​ລາງວັນ​ໃນ​ງານ​ປະ​ກວດ​ສຽງ​ເພງ​ພື້ນ​ເມືອງ​ຄັ້ງຕ່າງໆ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ​ເຂົາ​ເຈົ້າຍັງ​ໄປສະ​ແດງ​ຢູ່​ຫຼາຍທ້ອງ​ຖິ່ນ​ ​ແລະ ​ຢູ່​ແຫ່ງ​ໃດ​ເຂົາ​ເຈົ້າ​ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ການ​ຍ້ອງຍໍຊົມ​ເຊີຍ​ຈາກ​ຜູ້​ຊົມ. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ຮັກ​ທີ່​ມີຕໍ່​ມໍ​ລະ​ດົກ​ວັດທະນະທຳ​ຂອງ​ຊາດ, ​ສະມາຊິກ​​ໃນ​ສະ​ໂມ​ສອນ “ກຸບ​ບາ​ເຕີມ“ ຕ່າງ​ກໍ່ປາດ​ຖະໜາ​ຢາກ​ຮັກສາ​ບັນດາ​ບົດ​ເພງ​ພື້ນ​ເມືອງ, ປະກອບສ່ວນ​ເຮັດ​ໃຫ້​ພື້ນຖານ​ສິລະ​ປະມູ​ນ​ເຊື້ອ​ຂອງ​ຊາດ​ຫວຽດນາມ ອຸດົມສົມບູນ​ຂຶ້ນ​ຕື່ມ./.

ຕອບກັບ

ຂ່າວ/ບົດ​ອື່ນ