ສາດສະດາຈານ, ຄູປະຊາຊົນ ຟານຮູຍເລ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ຂະແໜງວິທະຍາສາດສັງຄົມ

(VOVWORLD) - ວັນທີ 23 ມິຖຸນາຜ່ານມາ, ສາດສະດາຈານ, ຄູປະຊາຊົນ ຟານຮູຍເລ - ເຊິ່ງເປັນສາດສະດາຈານຜູ້ມີຄວາມປິຊາສາມາດ, ມີຈັນຍາບັນ, ມີຜົນສະທ້ອນຢ່າງເລິກເຊິ່ງ, ກ້ວາງຂວາງໃນຂະແໜງປະຫວັດສາດ ຫວຽດນາມ ໄດ້ເຖິງແກ່ມໍລະນະກຳແລ້ວ, ລວມອາຍຸ 84 ປີ.
ສາດສະດາຈານ, ຄູປະຊາຊົນ ຟານຮູຍເລ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ຂະແໜງວິທະຍາສາດສັງຄົມ - ảnh 1 ສາດສະດາຈານ ຟານຮູຍເລ

ນີ້ແມ່ນການສູນເສຍອັນໃຫຍ່ຫຼວງສຳລັບພື້ນຖານວິທະຍາສາດ - ສັງຄົມ - ມະນຸດສາດຂອງປະເທດຊາດ. ໃນຕະຫຼອດພາລະກິດຂອງຕົນ, ສາດສະດາຈານ ຟານຮູຍເລ ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ປະຫວັດສາດ, ໃຫ້ແກ່ການຄົ້ນຄ້ວາວິທະຍາສາດ ແລະ ການສຶກສາ.

        ທ່ານສາດສະດາຈານ, ຄູປະຊາຊົນ ຟານຮູຍເລ ໄດ້ກຳເນີດຂຶ້ນຢູ່ແຂວງ ຮ່າຕິ້ງ, ໃນຄອບຄົວ, ໃນວົງຕະກຸນທີ່ມີມູນເຊື້ອອະລິຍະທຳ, ມີນັກວັດທະນະທຳມີຊື່ສຽງໂດ່ງດັງຫຼາຍທ່ານຄື: ຟານຮູຍເກີ້ນ, ຟານຮູຍອິກ, ຟານຮູຍຈູ໋… ເມື່ອເວົ້າເຖິງທ່ານສາດສະດາຈານ ຟານຮູຍເລ ແມ່ນເວົ້າເຖິງນັກຊ່ຽວຊານປະຫວັດສາດແຖວໜ້າຂອງ ຫວຽດນາມ, ຄູອາຈານທີີ່ດີເດັ່ນໄດ້ຮັບຄວາມເຄົາລົບນັບຖືຈາກນັກຮຽນຫຼາຍລຸ້ນຄົນ. ທ່ານໄດ້ບຳລຸງສ້າງໂດຍກົງ ແລະ ປະກອບສ່ວນຝຶກອົບຮົມໃຫ້ຄູສອນຜູ້ປີຊາສາມາດ, ນັກວິທະຍາສາດ, ນັກປະຫວັດສາດ, ນັກຄຸ້ມຄອງດີເດັ່ນຫຼາຍຄົນ. ກ່ວາເຄິ່ງສະຕະວັດເຮັດວຽກງານການສິດສອນ, ທ່ານໄດ້ບຳລຸງສ້າງນັກຮຽນນັບພັນຄົນ. ຊື່ສຽງຮຽງນາມ, ຄວາມປີຊາສາມາດ ແລະ ວິຖີຊີວິດຂອງທ່ານໄດ້ກາຍເປັນແບບຢ່າງ ແມ່ນຄວາມເອກອ້າງທະນົງໃຈເພື່ອໃຫ້ນັກຮຽນລຸ້ນຕ່າງໆປະຕິບັດຕາມ. ສາດສະດາຈານ, ຄູປະຊາຊົນ ຫວູເຢືອງນີງ, ໃຫ້ຮູ້ວ່າ:

        “ເພີ່ນແມ່ນຄູອາຈານທີ່ເກັ່ງກ້າ. ກ່ອນອື່ນໝົດແມ່ນກ່ຽວກັບດ້ານສ້າງຄູ, ເພີ່ນໄດ້ສະແດງບັນດາບັນຫາແບບລະອຽດ, ເລິກເຊິ່ງ, ວິເຄາະຢ່າງຮັດກຸ່ມ, ວິທີການສະແດງຂອງເພີ່ນເກືອບຄືວ່າໄດ້ດຶງດູດນັກຮຽນທຸກໆລຸ້ນຄົນ.”

        ໃນຈຳນວນນັກຮຽນຂອງທ່ານມີຫຼາຍຄົນຖືກທ່ານຊີ້ນຳ, ແນະນຳໂດຍກົງເປັນເວລາເຄິ່ງສະຕະວັດ, ນັບແຕ່ເມື່ອເປັນນັກສຶກສາຕະຫຼອດຮອດເວລາທີ່ເປັນເພື່ອນຮ່ວມງານ, ຮ່ວມເດີນທາງໃນແຕ່ລະກິດຈະກຳຄົ້ນຄ້ວາວິທະຍາສາດ. ທ່ານສາດສະດາຈານ ຫງວຽນກວາງງອັກ, ຫົວໜ້າສະຖາບັນ ຫວຽດນາມ ວິທະຍາ ແລະ ວິທະຍາສາດພັດທະນາ, ແມ່ນໜຶ່ງໃນຈຳນວນນັ້ນ, ທ່ານ ງອັກ ຖືວ່ານັ້ນແມ່ນຄວາມໂຊກດີທີ່ສຸດໃນຕະຫຼອດຊີວິດຂອງຕົນ. ຈາກຄູສອນຂອງຕົນ, ສາດສະດາຈານ ຫງວຽນກວາງງອັກ ໄດ້ແຜ່ຂະຫຍາຍຄວາມຮັກຕໍ່ປະຫວັດສາດ, ຮຽນຮູ້ເອົາໄດ້ວິທີທິດສະດີ, ທັດສະນະປະຫວັດສາດໂດຍເຄົາລົບຄວາມຈິງພາວະວິໄສ, ປະຫວັດສາດຮອບດ້ານ, ຂຸດຄົ້ນບັນດາແຫຼ່ງເອກະສານປະຫວັດສາດ:

        “ສາດສະດາຈານ ຟານຮູຍເລ ໄດ້ສະຫລຸບປະຫວັດສາດບົນພື້ນຖານບັນດາເອກະສານປະຫວັດສາດຢ່າງລະອຽດ ແລະ ຊັກເຈນ. ຍາມໃດ ສາດສະດາຈານ ກໍ່ສິດສອນໃຫ້ພວກຂ້າພະເຈົ້າເຖິງກົກ, ເຖິງປາຍຂອງບັນດາເອກະສານປະຫວັດສາດ, ບັນດາເຫດການປະຫວັດສາດ, ບັນດາບັນຫາປະຫວັດສາດ, ແຕ່ບົນພື້ນຖານນັ້ນຕ້ອງໃຫ້ສັງເກດໃນການພົວພັນສັງລວມ”

        ໂດຍແມ່ນໜຶ່ງໃນບັນດາຜູ້ດີເດັ່ນຂອງພື້ນຖານປະຫວັດສາດ ຫວຽດນາມ ທັນສະໄໝ, ສາດສະດາຈານ ຟານຮູຍເລ ມີຜົນງານຫຼາຍຢ່າງ, ປະກອບສ່ວນດີເດັ່ນໃນຫຼາຍຂົງເຂດຄົ້ນຄ້ວາປະຫວັດສາດຕ່າງໆ ຈາກປະຫວັດສາດເສດຖະກິດ, ມູນເຊື້ອຮັກຊາດ, ມູນເຊື້ອຕ້ານສັດຕູຜູ້ຮຸກຮານຕະຫຼອດຮອດບັນດາຄຸນຄ່າ ແລະ ລັກສະນະຂອງພື້ນຖານວັດທະນະທຳຂອງຊາດ. ກິດຈະກຳກ່ຽວກັບປະຫວັດສາດທຳອິດທີ່ໃຫຍ່ສຸດແມ່ນ “ລະບອບທີ່ດິນ ແລະ ເສດຖະກິດກະສິກຳ ສະໄໝລາດຊະວົງ ເລ” ໄດ້ຮັບການປະຕິບັດສຳເລັດ ແລະ ພິມຈຳໜ່າຍເມື່ອປີ 1959 ເມື່ອທ່ານມີອາຍຸ 25 ປີເທົ່ານັ້ນ. ມາຮອດປະຈຸບັນ, ປື້ມຫົວນັ້ນ ຍັງແມ່ນກິດຈະກຳຄົ້ນຄ້ວາມີຄຸນຄ່າດ້ານວິທະຍາສາດສູງ ແລະ ມີລັກສະນະສະຖານະການຕໍ່ຍຸກສະໄໝ. ໃນພາລະກິດຂອງຕົນ, ມີຫຼາຍກິດຈະກຳຄົ້ນຄ້ວາວິທະຍາສາດດ້ວຍຂອບຂະໜາດໃຫຍ່, ປະກອບສ່ວນແກ້ໄຂຫຼາຍບັນຫາກ່ຽວກັບວິທະຍາສາດປະຫວັດສາດ ແລະ ມູນເຊື້ອ. ມີຫຼາຍກິດຈະກຳໃນຈຳນວນນັ້ນ ໄດ້ຮັບລາງວັນອັນລ້ຳຄ່າຈາກລັດ ແລະ ລາງວັນອັນສູງສົ່ງຈາກສາກົນ.

ສາດສະດາຈານ, ຄູປະຊາຊົນ ຟານຮູຍເລ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ຂະແໜງວິທະຍາສາດສັງຄົມ - ảnh 2 ພາບປະກອບ

        ບໍ່ພຽງແຕ່ແມ່ນຄູສອນ, ນັກວິທະຍາສາດແຖວໜ້າຢູ່ ຫວຽດນາມ, ສາດສະດາຈານ ຟານຮູຍເລ ຍັງມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນສາກົນອັນໃຫຍ່ຫຼວງ, ໄດ້ຮັບຄວາມຮັກແພງ, ເຄົາລົບນັບຖືຈາກບັນດານັກ ຫວຽດນາມ ວິທະຍາໃນໂລກ. ທ່ານແມ່ນນັກວິທະຍາສາດສັງຄົມຜູ້ທຳອິດ ແລະ ແມ່ນຊາວ ຫວຽດນາມ ຄົນໜຶ່ງໃນຈຳນວນໜ້ອຍໄດ້ຮັບລາງວັນ Fukuoka ຂອງຍີ່ປຸ່ນ, ໄດ້ຮັບກຽດຮັບເຂົ້າເປັນສະມາຊິກຂອງສະຖາບັນມະຫາບັນດິດ ຝລັ່ງ. ທ່ານສາດສະດາຈານ, ປອ ວິທະຍາສາດ ຫວູມີງຢາງ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດ ຫວຽດນາມ, ຖືວ່າ:

        “ສາດສະດາຈານ ແມ່ນນັກວິທະຍາສາດບໍ່ເຄີຍຢຸດວຽກງານຈັກເທື່ອ, ດັ່ງນັ້ນ, ເມື່ອມີອາຍຸ 84 ປີແລ້ວທ່ານຍັງເຮັດວຽກຢູ່. ທ່ານມີ 500 600 ກິດຈະຈຳຄົ້ນຄ້ວາວິທະຍາສາດທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງບໍ່ສາມາດສະຖິຕິໝົດໄດ້. ບັນດາລາງວັນວິທະຍາສາດໃຫຍ່ຄື: ລາງວັນ ໂຮ່ຈີມິນ, ລາງວັນແຫ່ງຊາດ ກໍ່ໄດ້ສ່ອງແສງໄດ້ສ່ວນໜຶ່ງໃນບັນດາການປະກອບສ່ວນຂອງທ່ານເທົ່ານັ້ນ.”

        ສາດສະດາຈານ, ຄູປະຊາຊົນ ຟານຮູຍເລ ໄດ້ເຖິງແກ່ມໍລະນະກຳແລ້ວ, ຂະນະທີ່ຄວາມຫວັງຢາກຮຽບຮຽງປະຕິບັດສຳເລັດປື້ມປະຫວັດສາດຂອງປະເທດຊາດແມ່ນຍັງບໍ່ທັນສິ້ນສຸດລົງເທື່ອ. ແຕ່ບັນດາສິ່ງທີ່ທ່ານໄດ້ຮັກສາ, ກໍ່ສ້າງ, ເພີ່ມພູນຄູນສ້າງ ແລະ ປະໄວ້ໃຫ້ນັ້ນຈະໄດ້ຮັບການປະຕິບັດຈາກນັກຮຽນລຸ້ນສືບທອດຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ