ຫຼໍ່ລ້ຽງຄວາມຮັກທີ່ມີຕໍ່ພັກ

(VOVWORLD) -ສະເພາະໄລຍະ 2016 – 2021, ມີສະມາຊິກຊາວໜຸ່ມດີເດັ່ນກວ່າ 1,1 ລ້ານຄົນໄດ້ຮັບການສະເໜີ ຈາກຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແນະນຳໃຫ້ພັກ ເພື່ອພິຈາລະນາຮັບເປັນສະມາຊິກ
ຫຼໍ່ລ້ຽງຄວາມຮັກທີ່ມີຕໍ່ພັກ - ảnh 1ນັບແຕ່ເມື່ອເຂົ້າຮຽນຫ້ອງ ມໍ 5, ບັນດານັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍໄດ້ຮັບການ “ກຳນົດທິດໃຫ້ແກ່ອະນາຄົດ”
(ພາບປະກອບ: TTXVN)

ມະຕິເລກທີ 25 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ X ກ່ຽວກັບ “ການເພີ່ມທະວີການຊີ້ນຳຂອງພັກ ຕໍ່ວຽກງານຊາວໜຸ່ມໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”, ໄດ້ວາງອອກເປົ້າໝາຍ “ສູ້ຊົນຮັບສະມາຊິກພັກຈາກສະມາຊິກຊາວໜຸ່ມໃຫ້ໄດ້ 70%”. ຈາກນີ້, ມີສະມາຊິກຊາວໜຸ່ມດີເດັ່ນຫຼາຍຄົນຢູ່ໂຮງຮຽນມັດທະຍົມຕອນປາຍ, ມະຫາວິທະຍາໄລ ໄດ້ຝຶກຝົນຫຼໍ່ຫຼອມ, ພັດທະນາຕົນເອງເພື່ອໃຫ້ໄດ້ເປັນສະມາຊິກພັກ, ເພີ່ມກຳລັງໜຸ່ມແໜ້ນໃຫ້ແກ່ພັກ, ຮັບປະກັນລັກສະນະສືບທອດ, ການພັດທະນາຢ່າງຕໍ່ເນື່ອງຂອງພັກ. ຮູບແບບນີ້ໄດ້ ແລະ ພວມປະກອບສ່ວນຫຼໍ່ລ້ຽງຄວາມຮັກທີ່ມີຕໍ່ພັກຂອງລຸ້ນໜຸ່ມ, ພ້ອມທັງສ້າງ “ແກ່ນສານແດງ” ໃຫ້ແກ່ອະນາຄົດ.

ນັບແຕ່ເມື່ອເຂົ້າຮຽນຫ້ອງ ມໍ 5, ບັນດານັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍໄດ້ຮັບການ “ກຳນົດທິດໃຫ້ແກ່ອະນາຄົດ” ດ້ວຍຫຼາຍເນື້ອໃນທີ່ມີປະໂຫຍດ. ນອກຈາກການກຳນົດທິດກ່ຽວກັບການຮຽນ, ຝຶກຝົນຫຼໍ່ຫຼອມແລ້ວ ຍັງມີສ່ວນໜຶ່ງໄດ້ກຳນົດທິດເປັນພິເສດ. ນັ້ນແມ່ນ, ບັນດາຄູທີ່ຮັບຜິດຊອບວຽກງານຄະນະຊາວໜຸ່ມໃນໂຮງຮຽນ ໄດ້ຝຶກຝົນຫຼໍ່ຫຼອມໃຫ້ນ້ອງນັກຮຽນກ່ຽວກັບຄວາມຮູ້ທີ່ເປັນ ມູນເຊື້ອ, ປະຫວັດສາດຂອງພັກກອມມູນິດ ຫວຽດນາມ. ນອກນັ້ນ, ບັນດາຄູອາຈານທີ່ເປັນສະມາຊິກພັກ ກໍ່ສະໜອງຂໍ້ມູນທີ່ມີປະໂຫຍດກ່ຽວກັບບັນດາມາດຕະຖານສູ້ຊົນໃຫ້ນັກຮຽນຢູ່ໃນຖັນແຖວຂອງພັກ. ຈາກບັນດາພື້ນຖານດັ່ງກ່າວ, ອີງໃສ່ຄວາມສາມາດໃນການຮ່ຳຮຽນ, ນັກຮຽນຈະຂຽນໃບ ສະໝັກໃຈ, ຈົດທະບຽນສູ້ຊົນຂໍເຂົ້າເປັນສະມາຊິກພັກ. ນ້ອງ ເລຫງວຽນຈ້ອງຊວນ, ນັກຮຽນຫ້ອງ ມໍ 7, ໂຮງຮຽນ ຫງວຽນວັນກື, ເມືອງ ຢາເລິມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ບໍ່ພຽງແຕ່ຕົນນ້ອງຜູ້ດຽວເທົ່ານັ້ນ, ເພື່ອນໆສະມາຊິກຊາວໜຸ່ມ ກໍ່ຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ເຂົ້າຮ່ວມຫ້ອງບຳລຸງເຂົ້າເປັນສະມາຊິກພັກ ທີ່ສະຫງວນໃຫ້ສະມາຊິກຊາວໜຸ່ມດີເດັ່ນ. ຜ່ານບັນດາບົດຮຽນເຊິ່ງຄູອາຈານສິດສອນຖ່າຍທອດໃຫ້ກ່ຽວກັບປະຫວັດສາດຂອງພັກກອມມູນິດ ຫວຽດນາມ, ກ່ຽວກັບແບບຢ່າງ, ແນວຄິດ, ຄຸນສົມບັດຂອງປະທານ ໂຮ່ຈີມິນ, ພວກນ້ອງຈະມານະພະຍາຍາມຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອໃຫ້ໄດ້ເຂົ້າເປັນສະມາຊິກພັກໂດຍໄວ, ໄດ້ອຸທິດກຳລັງແຮງໜຸ່ມແໜ້ນຂອງຕົນໃຫ້ແກ່ພາລະກິດສ້າງສາປະເທດຊາດ”.

ໂດຍໄດ້ເຂົ້າເປັນສະມາຊິກພັກ, ສຳລັບ ພວກນ້ອງແລ້ວ ບໍ່ພຽງແຕ່ ເປັນການດີໃຈ, ເອກອ້າງທະນົງໃຈຂອງແຕ່ລະຄົນເທົ່ານັ້ນ ຫາກຍັງແມ່ນການສ້າງແຫຼ່ງບັນດານໃຈ, ກະຕຸກຊຸກຍູ້ໃຫ້ ແຕ່ລະຄົນຈົ່ງມານະພະຍາຍາມກວ່າອີກ. ສຳລັບນ້ອງ ຫວູ້ທິແທັງ, ຢູ່ ນິງບິ່ງ ແລ້ວ, ເພື່ອໃຫ້ໄດ້ເປັນສະມາຊິກພັກນັ້ນ ທຸກຄົນຕ້ອງມີຄວາມມານະພະຍາຍາມເປັນເວລາຫຼາຍປີ, ນັບແຕ່ຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ຕະຫຼອດຮອດການເປັນນັກສຶກສາມະຫາວິທະຍາໄລ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ວັນທີ 03 ກຸມພາ, ນາງ ແທັງ ເປັນກຽດໄດ້ເປັນໜຶ່ງໃນບັນດານັກສຶກສາປີທີ 1 ໄດ້ເຂົ້າເປັນສະມາຊິກພັກ ຢູ່ມະຫາວິທະຍາໄລເປີດ ຮ່າໂນ້ຍ.

“ພວກນ້ອງຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ເຂົ້າເປັນສະມາຊິກພັກ. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ນ້ອງໄດ້ກຳນົດໃຫ້ແກ່ຕົນເອງໂດຍສະເພາະ ກ່ຽວກັບກຳລັງໜູນເພື່ອສູ້ຊົນໃຫ້ຫຼາຍກວ່າພວກເພື່ອນຄົນອື່ນໆ, ຕັ້ງໜ້າ, ມານະພະຍາມໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຕັ້ງໜ້າເຂົ້າຮ່ວມ ຂະບວນການຕ່າງໆໂດຍຄະນະຊາວໜຸ່ມໂຮງຮຽນປຸກລະດົມ”.

ຕົວຈິງໄດ້ສະແດງໃຫ້ເຫັນວ່າ, ສະມາຊິກພັກໜຸ່ມຫຼາຍຄົນໄດ້ເຂົ້າເປັນສະມາຊິກພັກໃນຂະນະທີ່ກຳລັງ ຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ຫຼື ຊຸມປີທຳອິດທີ່ຮຽນຢູ່ມະຫາວິທະຍາໄລ ລ້ວນແຕ່ພັດທະນາໄດ້ດີ, ເຕີບໃຫຍ່ຢ່າງວ່ອງໄວໃນການຮ່ຳຮຽນ ແລະ ເຮັດວຽກຢູ່ຫຼາຍບ່ອນ, ຮັກສາຕຳແໜ່ງສຳຄັນຢູ່ຕາມອົງການ, ຫົວໜ່ວຍ, ທ້ອງຖິ່ນຕ່າງໆ. ທ່ານໝໍໜຸ່ມ ຫວູ້ກວາງດັງ, ເຮັດວຽກຢູ່ໂຮງໝໍແພດສາດພື້ນເມືອງ ຮ່າດົ່ງ, ໄດ້ປະກອບສ່ວນຫຼາຍຢ່າງໃນວຽກງານດ້ານວິຊາສະເພາະ, ຍາມໃດກໍ່ນຳໜ້າໃນການເຄື່ອນໄຫວອາສາສະໝັກຢູ່ຫົວໜ່ວຍ.

“ໂດຍແມ່ນທ່ານໝໍໜຸ່ມຜູ້ໜຶ່ງ, ດ້ວຍກຳລັງແຮງທີ່ໜຸ່ມແໜ້ນຂອງຕົນ, ຍາມໃດພວກຂ້າພະເຈົ້າກໍ່ນຳໜ້າໃນ ການເຄື່ອນໄຫວກວດ, ປິ່ນປົວພະຍາດ ກໍຄືຄົ້ນຄວ້າວິທະຍາສາດ, ການຮ່ຳຮຽນ ເພື່ອຍົກສູງວິຊາສະເພາະ.  ໄປຄຽງຄູ່ກັບການເຄື່ອນໄຫວດ້ານວິຊາສະເພາະແລ້ວ ຂ້າພະເຈົ້າກໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຕ່າງໆ ໂດຍສະເພາະແມ່ນໃນສະພາບໂລກລະບາດໂຄວິດ-19 ຄືໃນປະຈຸບັນ”.

ສະເພາະໄລຍະ 2016 – 2021, ມີສະມາຊິກຊາວໜຸ່ມດີເດັ່ນກວ່າ 1,1 ລ້ານຄົນໄດ້ຮັບການສະເໜີ ຈາກຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແນະນຳໃຫ້ພັກ ເພື່ອພິຈາລະນາຮັບເປັນສະມາຊິກ, ອັດຕາສະມາຊິກພັກໃໝ່ທີ່ໄດ້ຮັບຈາກສະມາຊິກຊາວໜຸ່ມດີເດັ່ນບັນລຸກວ່າ 70%. ພັກກອມມູນິດ ຫວຽດນາມ ໄດ້ກຳນົດຊາວໜຸ່ມເປັນໃຈກາງຍຸດທະສາດໃນການເສີມຂະຫຍາຍປັດໃຈ ແລະ ແຫຼ່ງຊັບພະຍາກອນມະນຸດ “ວາງຄວາມເຊື່ອໝັ້ນຢ່າງເລິກເຊິ່ງໄວ້ນຳສະມາຊິກຊາວໜຸ່ມ, ເສີມຂະຫຍາຍບົດບາດເປັນເຈົ້າ ແລະ ຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງຊາວໜຸ່ມ ເພື່ອໃຫ້ຊາວໜຸ່ມປະຕິບັດພາລະກຳປະຫວັດສາດ, ນຳໜ້າໃນການຕໍ່ສູ້ກັບຄວາມອຶດຫິວທຸກຍາກ, ຫຼ້າຫຼັງໄດ້ຢ່າງມີໄຊ, ສ້າງປະເທດໃຫ້ຮັ່ງມີເຂັ້ມແຂງ, ສັງຄົມສີວິໄລ”.

ຕອບກັບ

ຂ່າວ/ບົດ​ອື່ນ