ຫ້ອງວາງສະແດງແນະນຳໄລຍະເວລາປະຫວັດສາດແຫ່ງການປະຕິວັດເດືອນ 8/1945

(vovworld) - ມີຫຼາຍວິທີເພື່ອຊອກຮູ້ກ່ຽວກັບການປະຕິວັດເດືອນ 8/1945, ແຕ່ບ່ອນແນະນຳໄລຍະເວລາປະຫວັດສາດຂອງການປະຕິວັດທີ່ ເຮັດໃຫ້ຊາຕາກຳຂອງຊາດຫວຽດນາມ ມີການປ່ຽນແປງຢ່າງ​ສົມບູນ​ທີ່​ສຸດ​ ນັ້ນ​ແມ່ນ​ຫ້ອງ​ວາງສະ​ແດງ​ເລກ 9 ຂອງ​ຫໍພິພິດທະພັນ​ປະຫວັດສາດ​ຫວຽດນາມ​ຢູ່​ຖະໜົນ ຕົນ​ດານ ຮ່າ​ໂນ້ຍ

ຫ້ອງວາງສະແດງແນະນຳໄລຍະເວລາປະຫວັດສາດແຫ່ງການປະຕິວັດເດືອນ 8/1945 - ảnh 1

ຫໍພິພິດທະພັນ​ປະຫວັດສາດ​ຫວຽດນາມ​ຢູ່​ຖະໜົນ ຕົນ​ດານ ຮ່າ​ໂນ້ຍ

(ພາບ: google.com.vn)

        ຫ້ອງ​ວາງສະ​ແດງກວ້າງ​ປະມານ 100 ຕາລາງ​ແມັດ. ​ພວກ​ເຮົາ​ມາ​ແຫ່ງ​ນີ້​ໃນ​ຍາມ​ແລງ​ແຕ່​ຍັງ​ຄົງເຫັນ​ວ່າ​ໃນ​ຫ້ອງ​ວາງສະ​ແດງມີ​ຜູ້​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍຢູ່. ​ເອື້ອຍ Cam Phuong, ພະນັກງານ​ຫ້ອງ​ໂຄສະນາ ​ແລະ ສຶກສາ​ຂອງ​ຫໍພິພິດທະພັນ, ພວມ​ຢືນຢູ່​ຕໍ່ໜ້າ​ແຜນ​ທີ່​ຂະໜາດ​ໃຫຍ່, ​ເພື່ອ​ແນະນຳ​ໃຫ້​ຜູ້​ຊົມ​ໜ່ວຍ​ໜຶ່ງ.

  ”ນີ້​ແມ່ນ​ແຜນ​ທີ່​ການ​ລຸກ​ຮຶ້ນຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ບັນດາ​ແຂວງ, ນະຄອນ​ເມື່ອ​ເດືອນ 8/1945. ​ແຜນ​ທີ່​ນີ້​ແນະນຳ​ການ​ລຸກ​ຮຶ້ຂຶ້ນ​ແຕ່​ເໜືອ​ຮອດ​ໃຕ້​ຄື: ຢູ່​ຮ່າ​ໂນ້ຍ​ເມື່ອ​ວັນ​ທີ 19-8, ​ເຫວ໋ ​​ເມື່ອວັນ​ທີ 23-8 ​ແລະ ​ໄຊ​ງ່ອນ​ເມື່ອ​ວັນ​ທີ 25-8 ​ແລະ ບ່ອນ​ຊ້າ​ທີ່​ສຸດ​ແມ່ນ​ວັນ​ທີ 28-8. ບ່ອນ​ດຳ​ເນີນ​ກ່ອນໝູ່​ແມ່ນ​ວັນ​ທີ 16-8. ​ເປັນ​ອັນວ່າ​ພາຍ​ໃນ​ເວລາ​ພຽງ 2 ສັບປະດາ​ເທົ່າ​ນັ້ນ, ການ​ປະຕິວັດ​ໄດ້​ສຳ​ເລັດ​ຜົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ”

        ຄຽງ​ຂ້າງ​ແຜນ​ທີ່​ດັ່ງກ່າວ​ມີ​ບັນດາ​ວັດຖຸ​ພັນ​ຄື: ກ່ຽວ, ຄ້ອນ​ຕີ, ງ້າວ ​ໄມ້​ເທົ້າ… ​ແມ່ນ​ອາວຸດ​ປະຖົມ​ປະ​ຖານ​ເຊິ່ງປະຊາຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ນຳ​ໃຊ້​ໃນ​ການ​ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ​ເມື່ອ​ເດືອນ 8/1945. ມີ​ຮູບ​ພາບ​ຫຼາຍ​ແຜ່ນ​ຖືກ​ຖ່າຍ​ໃນຈຸດ​ເວລາ​ປະຊາຊົນ​ຫວຽດນາມພ້ອມ​ກັນ​ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ເອກະລາດ… ນອກ​ນັ້ນ​ຍັງມີ​ທັງ​ບັນດາ​ວັດຖຸ​ພັນ​ທີ່​ຕິດ​ພັນ​ກັບ​ຊີວິດ​ປະຈຳ​ວັນ​ຂອງ​ນັກຮົບ​ປະຕິວັດ. ອັນ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ຮູ້ສຶກ​ສະ​ເທືອ​ນ​ໃຈ… ​ເມື່ອ​ຊົມ​ບັນດາ​ວັດຖຸ​ພັນ​ນີ້, Tran Hong Anh ນັກ​ສຶກສາ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ - ​ເຫວ໋, ​ໃຫ້​ຮູ້​ວ່າ:

ຫ້ອງວາງສະແດງແນະນຳໄລຍະເວລາປະຫວັດສາດແຫ່ງການປະຕິວັດເດືອນ 8/1945 - ảnh 2
ຮູບ​ພາບ​ຖືກ​ຖ່າຍ​ໃນຈຸດ​ເວລາ​ປະຊາຊົນ​ຫວຽດນາມພ້ອມ​ກັນ​ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ເອກະລາດ
(ພາບ: google.com.vn)

   ”ນ້ອງ​ຮູ້​ສຶກນິຍົມ​ນັບຖື​ການ​ຕໍ່ສູ້​ອັນ​ຍືດ​ເຍື້ອຍາວ​ນານ ​ແລະ ທຸກ​ຍາກ​ລຳບາກ​ນີ້. ​ເຖິງ​ວ່າອາວຸດ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ແມ່ນ​ປະຖົມ​ປະ​ຖານ​ທີ່​ສຸດ ​ແຕ່​ຍັງ​ຄົງ​ຕີ​ເອົາ​ຊະນະ​ສັດຕູ​ຄື​ຝລັ່ງ, ອາ​ເມ​ລິ​ກາ ​ໄດ້. ລຸ້ນພໍ່, ລຸ້ນອ້າຍ​ຂອງ​ພວກ​ເຮົາ​ຕ້ອງ​ນອງ​ເລືອດ​ຫຼາຍ​ທີ່​ສຸດ​ເພື່ອ​ຍາດ​ເອົາ​ເອກະລາດ​ໃນ​ທຸກ​ວັນ​ນີ້ ​”.

   ຢູ່​ບ່ອນ​ສຳຄັນ​ທີ່​ສຸດ​ໃນ​ຫ້ອງ​ວາງສະ​ແດງ​ຕັ້ງ​ຮູບ​ປັ້ນ​ປະທານ ​ໂຮ່ຈີ​ມິນ ພວມ​ອ່ານ​ຖະ​ແຫຼ​ງປະກາດ​ເອກະລາດ. ​ໃນ​ຫ້ອງ​ນີ້, ​ແຂກ​ມາ​ຢາມ​ຈະ​ໄດ້​ຮັບ​ຊົມ​ຮູບ​ເງົາ​ວັນ​ປະກາດ​ເອກະລາດສະຖາປະນາ​ປະ​ເທດ 2-9-1945, ​ເຊິ່ງ​ແມ່ນ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຂອງ​ການ​ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ອຳນາດ​ການ​ປົກຄອງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຫ້ອງວາງສະແດງແນະນຳໄລຍະເວລາປະຫວັດສາດແຫ່ງການປະຕິວັດເດືອນ 8/1945 - ảnh 3
ຮູບ​ປັ້ນ​ປະທານ ​ໂຮ່ຈີ​ມິນ ພວມ​ອ່ານ​ຖະ​ແຫຼ​ງປະກາດ​ເອກະລາດ
(ພາບ: google.com.vn)

     ພາຍຫຼັງ​ມາ​ຢ້ຽມຢາມ​ຫໍພິພິດທະພັນ​ປະຫວັດສາດ​ຫວຽດນາມ, ນາງ  Ezabeth, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ອົດ​ສະ​ຕາ​ລີ, ​ໃຫ້​ຮູ້​ວ່າ:

 ”​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຂົ້າມາ​ແຫ່ງ​ນີ້, ​ເພື່ອຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຫວຽດນາມ​, ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ສ່ວນ​ໃດ​ສ່ວນ​ໜຶ່ງກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ​ສູ້​ຮົບ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຍາດ​ເອົາ​ເອກະລາດ, ​ເສລີພາບ​ຂອງ​ຊາດ​ຫວຽດນາມ. ພິ​ເສດ, ພາຍ​ໃຕ້ການ​ຊີ້​ນຳ​ນຳພາ​ທີ່​ປີ​ຊາ​ສາ​ມາດຂອງ​ປະທານ ​ໂຮ່ຈີ​ມິນ, ຈາກ​ປະ​ເທດ​ໜຶ່ງ​ທີ່​ເປັນ​ຂ້ອຍ​ຂ້າ, ຫວຽດນາມ​ໄດ້​ບືນ​ຕົວ​ຂຶ້ນ ກາຍ​ເປັນ​ປະ​ເທດ​ສັນຕິພາບ ​ແລະ ພັດທະນາ.”

   ໄລ່ມາ​ຮອດ​ລະດູບານ​ໃໝ່​ປີ​ນີ້, ບັນດາ​ວັດຖຸ​ພັນ​ທຳ​ມະ​ດາ​ສາມັນ​ໃນ​ຫ້ອງ​ວາງສະ​ແດງ ​ເລກ 9 ​ໄດ້​ປະກອບສ່ວນ​ເລົ່າຄືນ​ເລື່ອງ​ລາວ​ອັນ​ມະຫັດສະຈັນ​ກ່ຽວ​ກັບ​ການ​ປະຕິວັດ​ເດືອນ 8/1945, ​ເຊິ່ງ​ແມ່ນ​​ໄລຍະ​ເວລາ​ທີ່​ລຸ້ນພໍ່​ລຸ້ນອ້າຍ​ໄດ້​ໂຄ່ນ​ລົ້ມ​​ແອກ​ປົກຄອງ​ຂອງ​ລ່າ​ເມືອງ​ຂຶ້ນ ຟາດ​ຊິດ, ນຳ​ປະ​ເທດ​ຫວຽດນາມ ​ຈາກ​ປະ​ເທດ​ຂ້ອຍ​ຂ້າ​ລຸກ​ຂຶ້ນ​ເປັນ​ເຈົ້າ​ຊາຕາກຳ​ຂອງ​ຕົນ.

 



ຕອບກັບ

ຂ່າວ/ບົດ​ອື່ນ