ອົງການ “ການເດີນທາງຂຽວ” ແລະ ຄວາມຫວັງອຸທິດສ່ວນ ຂອງໄວໜຸ່ມ

ອົງການ “ການເດີນທາງຂຽວ” ແລະ ຄວາມຫວັງອຸທິດສ່ວນ ຂອງໄວໜຸ່ມ - ảnh 1

ຂະບວນເດີນທາງຂຽວຍ່າງຮອດນະຄອນຍ່າຈາງແຂວງແຄ້ງຮ່ວາ (ພາບ:Thidoanninhhoa.org)


ການ​ເດີນທາງ​ຂຽວ” ​ແມ່ນ​ຊື່​ຂອງ​ອົງການ​​ເຄື່ອນ​ໄຫວ​ທາງ​ສັງຄົມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພວກ​​ໄວ​ໜຸ່ມ, ນັກ​ສຶກສາຫວຽດນາມ​ໃນ​ທົ່ວ​ປະ​ເທດ​ດ້ວຍ ​ຈຸດປະສົງຮ່ວມ​ສາມັກຄີ, ​ແບ່ງ​ເບົ່າຄວາມ​ເຈັບ​ປວດ, ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ບົນ​ຈິດໃຈອາສາສະໝັກ, ພວກໄວໜຸ່ມຫວຽດນາມໄດ້ມີ ບັນດາການ ເຄື່ອນໄຫວຕິດແທດຕົວຈິງເພື່ອວົງຄະນະຍາດດ້ວຍຄວາມກະຕືລືລົ້ນ ແລະ ຄວາມ ຫວັງອຸທິດສ່ວນຂອງໄວໜຸ່ມ.

   ອົງການ“ການ​ເດີນທາງ​ຂຽວ” ໄດ້ຮັບການສ້າງຕັ້ງເມື່ອເດືອນພຶດສະພາ ປີ 2008 ໂດຍກຳເນີດຂຶ້ນຈາກສະ​ໂມ​ສອນ​ຊາວ​ໜຸ່ມ​ອາສາ​ສະໝັກ ປະຕິບັດ​ການ​ຂີ່​ລົດຖີບ​ຄັ້ງ​ຕ່າງໆ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ຫວຽດນາມຜ່ານ​ຫຼາຍ​ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ຄອບ​ຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສານ​ຜິດ​ສີ​ສົ້ມດີ​ໂອ​ຊິນ ​ແລະ ​ເຮັດ​ວຽກ​ງານ​ເພື່ອ​ການ​ກຸສົນ​ໃນ​ສັງຄົມ. ຈາກ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ 300 ຄົນ​ໃນ​ເບື້ອງ​ຕົ້ນ, ມາ​ຮອດ​ປະຈຸ​ບັນ, ອົງການ​ສັງຄົມ​ນີ້​ໄດ້​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັບ​ໝື່ນຄົນ ​ແລະ ມີ​ຮາກ​ຖານ​ຢູ່​ເກືອບ​ທຸກໆ​ແຂວງ, ນະຄອນ​ໃນ​ທົ່ວປະ​ເທດ. ຈາກ​ຮູບ​ແບບຂີ່​ລົດຖີບ​​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ຫວຽດນາມ, ມາ​ຮອດ​ປະຈຸ​ບັນ, ອົງການ“ການ​ເດີນທາງ​ຂຽວ” ຍັງ​ເປີດ​ກ້ວາງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງກັນ​ຄື: ຍ່າງ​​ແຕ່​ພາກເໜືອລົງ​ຮອດ​ພາກ​ໄຕ້, ຊ່ວຍ​ ​ເດັກ​ທຸກ​ຍາກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສອນ​ວິຊາ​ຄອມ​ພິວ​ເຕິ, ​ໂຄສະນາ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ສະ​ກັດ​ກັ້ນ​ໄພ​ຢາ​ເສບ​ຕິດ ​ແລະ ອື່ນໆ.ອ້າຍ ​ເລ​ແທງ​ນາມ ຊຶ່ງ​ແມ່ນ​ຜູ້​ສ້າງ​ຕັ້ງ​ສະ​ໂມ​ສອນ ຊາວ​ໜຸ່ມ​ອາສາ​ສະໝັກ, ປະຈຸ​ບັນ​ແມ່ນ​ອົງການ “ການ​ເດີນທາງ​ຂຽວ” ​ໃຫ້​ຮູ້​ວ່າ:  “ ປີ 2011 ​ແມ່ນ​ປີ​ທຳ​ອິດ ທີ່ອົງການ “ການ​ເດີນທາງ​ຂຽວ”ຫັນ​ທິດ​ເຄື່ອນ​ໄຫວ​ຈາກ​ການ ຂີ່​ລົດຖີບ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ ມາ​ຍ່າງ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ຫວຽດນາມ, ​ແລະ ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ແມ່ນ​ໄດ້ດຶງດູດ​ການ​ເຂົ້າ​ຮ່ວມຂອງ 1000 ຄົນ, ​ໃນ​ນັ້ນ​ມີ​ບັນດາການ​ເຄື່ອນ​ໄຫວ​​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງກ່ວາ 1 ​ແສນ​ຄົນ. ອົງການ ​ໄດ້​ມອບ​​ເຄື່ອງຄອມ​ພິວ​ເຕີ​ຫຼາຍ​ເຄື່ອງ​​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ, ​ແລະ​ມອບ​ຂອງ​ຂວັນກ່ວາ 1000 ພູດ​ໃຫ້​ແກ່​ບັນດາ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສານ​ຜິດ​ສີ​ສົ້ມດີ​ໂອ​ຊິນ”

   ການ​ຍ່າງ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ຫວຽດນາມ ປີ 2011 ທີ່​ມີ​ຊື່ວ່າ : “ ຈາກ​ໝູ່​ບ້ານ ​ແຊນ ຫາ​ທ່າ​ກຳ​ປັ່ນ ຍ່າຣົງ ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນປະທານໂຮ​ຈິ​ມິນອອກ​ເດີນທາງ​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ ​ໄດ້​ປະສົບ​ຜົນສຳ​ເລັດ ​ແລ​ະ ​ໄດ້​ມີຜົນກະທົບ​ຕໍ່​ສັງ​ຕົ​ມຢ່າງດີງາມ. ຂະ​ບວນຄົນທີ່​ເຂົ້າ​ຮ່ວມ “ການ​ເດີນທາງ​ຂຽວ” ​ໄດ້​ຜ່ານ 16 ​ແຂວງ, ນະຄອນ​ລຽບ​ຕາມ​ທາງ​ຫຼວງ 1A ຂອງ​ປະ​ເທດ​ຊາດ. ​ເພື່ອນ ​ເຈີ​ນ​ແທງ​ຕວຽນ ນັກ​ສຶກສາ​ສັງກັດ​ມະຫາວິທະຍາ​ໄລ​ເສດຖະກິດ ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ:  “  ​ໂດຍ​ແມ່ນ​ສະມາຊິກ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ການຍ່າງຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ຫວຽດນາມ, ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຍ້ອນ​ວ່າ​ຕົນ​ເອງ​ສາມາດ​ພິຊິດ​ໄລຍະ​ທາງ​ທີ່​ຍາວ​ໄກ ຈາກ​ແຂວງ ​ເງ້ອານ ລົງ​ຮອດ​ນະຄອນ​ໂຮ​ຈິ​ມິນ ​ແລະ ຂ້າພະ​ເຈົ້າ​ຮູ້​ສືກວ່າ ຕົນ​ເອງ​ຍັງ​ມີ​ສຸຂະພາບ, ຍັງ​ມີ​ຄວາມ​ກະຕືລື​ລົ້ນ​ຢູ່​ ”

    ການຍ່າງຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໄຕ້​ຫວຽດນາມ ບໍ່​ພຽງ​ແຕ່​ສາມາດ​ເຕົ້າ​ໂຮມ​ນັກ​ສຶກສາ, ​ໄວ​ໜຸ່​ມທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ການ​ນັກ​ສິລະ​ປິນ ດ້ວຍ​ບົດບາດ​ເປັນ​ທູດ​ແຫ່ງ​ຄວາມ​ເຊື່ອ​ໝັ້ນ ຄື: ນັກ​ດົນຕີ​ ຫງວຽນ​ເກືອ​ງ, ນັກ​ສິລະ​ປິນດີ​ເດັ່ນ ກີ​ງລຽນ, ນັກ​ກະວີ​ຫຼາຍ​ຄົນ​ອີກ​ດ້ວຍ.        

                   ໂຕຕວນ

ຕອບກັບ

ຂ່າວ/ບົດ​ອື່ນ