“ອຸທິຍານຍາມໜາວ” ໃນລະດູຮ້ອນຮ່າໂນ້ຍ

​ໃນ​ບໍ່​ວ່າ​ສະພາບ​ການ​ໃດ, ຄົນ​ເຮົາ​ກໍ່ສາມາດ​ໄດ້​ຮັບ​ຄວາມ​ກອບ​ໃຈ, ລະດົມ​ກຳລັງ​ໃຈ​ເມື່ອມີ​ຄວາມ​ເຄົາລົບ​ຕໍ່ຊີວິດ. ນີ້​ແມ່ນ​ສານ​ຂອງ​ງານ​ວາງສະ​ແດງ​ຍຸກ​ຍີ່ປຸ່ນປະຈຸ​ບັນ ທີ່​ໃສ່​ຊື່ວ່າ “ອຸທິຍານ​ຍາມໜາວ” ຊື່​ງພວມ​ຈັດ​ຂຶ້ນຢູ່​ຮ່​າໂນ້ຍ. ​ໃນ​ລາຍການ​ສາລະ​ຄະດີ​ພາກ​ນີ້, ​ເຊີນ​ທ່ານ​ໄປ​ຢ້ຽມຢາມ​” “ອຸທິຍານ​ຍາມໜາວ​ໃນ​ລະດູ​ຮ້ອນຮ່າ​ໂນ້ຍ” ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອ​ງ ​ແລະ ທູ​ຮ່າ.

“ອຸທິຍານຍາມໜາວ” ໃນລະດູຮ້ອນຮ່າໂນ້ຍ - ảnh 1
(ພາບ:thethaovanhoa.vn)

​  ໃນ​ບັນຍາກາດ​ຮ້ອນ​ເອົ້າຂອງ​ລະດູ​ຮ້ອນ​ຢູ່ນະຄອນຫຼວງຮ່າ​ໂນ້ຍ, ““ອຸທິຍານ​ຍາມໜາວ”” ​ໄດ້ສ້າງ​ບັນ​ຍາກາດ​​ເຢັນ​ສະບາຍ​ໃຫ້​​ແກ່ຜູ້​ຊົມ ​ເພື່ອ​ໃຫ້ຜູ້​ຊົມສາມາດ​ຊົມ​ໃຊ້​ຈຸດທີ່​ເປັນ​​ເອກະລັກ​ສະ​ເພາະ​ຂອງ​ສິລະ​ປະສະ​​ຍີ່ປຸ່ນຍຸກປະຈຸ​ບັນ. ງານ​ວາງສະ​ແດງ ​“ອຸທິຍານ​ຍາມໜາວ”  ໄດ້ວາງສະ​ແດງ ຜະລິດ​ຕະພັນ​ສິລະ​ປະ ​35 ຢ່າງ​ຄື: ພາບ​​ສີ, ​ແຜ່ນ​ຊີ​ດີ​ສິລະ​ປະ​ຂອງ​ນັກ​ສິລະ​ປິນໜຸ່ມ 14 ຄົນ ຊື່​ງ​ແມ່ນ​ສະມາຊິກ​ຂອງ​ກຸ່ມ Micropop ຍຸກ​ປະຈຸ​ບັນຂອງຍີ່ປຸ່ນ. ທ່ານ Yoshida ຮອງ​ຜູ້ອຳນວຍການສູນ​ພົວພັນ​ແລກປ່ຽນ​ວັດທະນະທຳ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ:

  “ນີ້​ແມ່ນຮູບ​ພາບສິລະ​ປະ​ພິ​ເສດ​ຂອງ​ຍີ່ປຸ່ນ, ບໍ່​​ໄດ້​ຮັບຜົນ​ສະທ້ອນ​ຈາກ​ບໍ່​ວ່າຮູບ​ພາບ​ໃດໆ​ຢູ​ໃນ​ໂລກ. ບັນດາ​ນັກ​ຈິດຕະກອນ​ໜຸ່ມ​ໄດ້​ປະສົມ​ບັນດາ​ຄວາມ​ຊົງ​ຊຳ​ໃນ​ອະດີດຕະການ ກັບ​ຊີວິດ​ປະຈຳ​ວັນ​ຢ່າງ​ຄ່ອງ​ແຄ້ວ ​​ເພື່ອສ້າງ​ໃຫ້​ມີ​ຜະລິດ​ຕະພັນ​ດ້ວຍ​ຮູບ​ແບບ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ຊື່​ງ​ເອີ້ນ​ວ່າ Micropop”

“ອຸທິຍານຍາມໜາວ” ໃນລະດູຮ້ອນຮ່າໂນ້ຍ - ảnh 2
(ພາບ: vov)

    ຜະລິດ​ຕະພັນ​ສິລະ​ປະ ​35 ຢ່າງ​ໃນ “ອຸທິຍານ​ຍາມໜາວ” ​ແມ່ນ 35 ທັດສະນະ​ທີ່​ແຕກ​ຕ່າງ​ກັນກ່ຽວ​ກັບ​ຊີວິດ​ຍຸກ​​ປະຈຸ​ບັນ ສ້າງ​ເປັນ​ຮູບແບບ​ໃໝ່ທີ່​​ເອີ້ນ​ວ່າ Micropop. ພວກ​ເພື່ອນ​ໜຸ່ມ​ນິຍົມ​ສິລະ​ປະຍຸກ​ປະຈຸ​ບັນ​ເປັນ​ຈຳນວນ​ຫລວງຫລາຍ​ ​ມີໜ້າ​ຢູ່​ງານ​ວາງສະ​ແດງ​ເພື່ອ​ຊອກ​ຮູ້ ​ແລະ ຄົ້ນຫາ​ຮູບແບບ​​ທີ່​ໃໝ່​ອ່ຽມນີ້. ຫງວຽນ​ທິມິ​ງ​ແອ​ງ, ນັກ​ສຶກສາ​ຢູ່​ຮ່​າໂນ້ຍ ​ໃຫ້​ຮູ້​ວ່າ:

   “ຂ້າພະ​ເຈົ້າຮູ້ສຶກ​ນິຍົມຫຼາຍເມື່ອມາ​ຢ້ຽມຊົມ​ງານ​ວາງສະ​ແດງ​ພາບ​ແຕ້ມ​ຍີ່ປຸ່ນ, ມັນ​ມີ​ຊີວິດ​ຊີວາ ​ແລະ ມີ​ສີສັນ​ຫລາກ​ຫລາຍ​ທີ່​ສຸດ ​ອັນ​ໄດ້ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ວັດທະນະທຳ​ຍີ່ປຸ່ນ​

“ອຸທິຍານຍາມໜາວ” ໃນລະດູຮ້ອນຮ່າໂນ້ຍ - ảnh 3
(ພາບ: vov)

​  ​ງານ​ວາງສະ​ແດງ​ໄດ້​ດຶງ​ດູດຜູ້​ດ້ວຍບັນດາ​ພາບ​ແຕ້ມ​ທີ່​ແປກ​ປະຫລາດ​ຊື່​ງປະກອບດ້ວຍ​ສີສັນ​ຫລາກ​ຫລາຍ, ອ່ອນ​ຊອນ, ລະອຽດ​ລະ​ອໍ. ​ບັນດາ​ພາບ​ແຕ້ມ​​ເຫຼົ່ານັ້ນຖືກ​ແຕ້ມ​ດ້ວຍ​ສີ​ອ່ອນ, ອັນ​ໄດ້​ເຣັດ​ໃຫ້​ຜູ້​ຊົມ​ຮູ້ສຶກ​ເຢັນ​ສະບາຍ​. ​​ພາບ​ແຕ້ມແຕ່​ລະ​ແຜ່ນທີ່​ນຳ​ມາ​ວາງ​ສະ​ແດງ​ຢູ່​ທີ່​ນີ້ ລ້ວນ​ແຕ່​ຊ້ອນ​ແຝງ​ສານ​ທີ່​ວ່າ: ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ໄພ​ນ້ຳ​ກ້າມ​ທະລາ​ຍ, ນ້ຳຂຶ້ນ​ສູງ….​ທ່ານ Ishizaki Shinichi ​ແຂກ​ທ່ອງ​ທ່ຽວ​ຊາວ​ຍີ່ປຸ່ນ ຖື​ວ່າ: ຕົນ​ເອງ​ແມ່ນ​ຜູ້​ໂຊກ​ດີ ​ເມື່ອ​ໄດ້​ຮັບ​ຊົມ​ບັນດາ​ຜະລິດ​ຕະພັນສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນັກ​ສິລະ​ປິນທີ່​ຮ່ວມບ້ານ​ເກີດ​ເມືອງ​ນອນ​​ກັບ​ທ່ານ:

   “ຄວາມ​ໜາວ​ຈັດ​ຂອງ​ລະດູ​ໜາວ​ຍີ່ປຸ່ນ ຄື​ດັ່ງ​ມີຄວາມ​ອົບ​ອຸ່ນ​ຍິ່ງ​ຂຶ້ນຜ່ານ​ແສງ​ແດດ​ຕອນ​​ແລງລະດູ​ຮ້ອນ​ຢູ່ຫວຽດນາມ. ຂ້າພະ​ເຈົ້າມີ​ຄວາມ​ຮູ້ສຶກ​ຄື​ແນວ​ນັ້ນ ​ເມື່ອ​ໄດ້​ຮັບ​ຊົມ​ພາບ​ແຕ້ມ​ມີ່​ມີ​ສີສັນ​ຫລາກຫລາຍ​ຂອງ​ບັນດາ​ຈິດຕະ ກອນ​ຍີ່ປຸ່ນ ຢູ່​ຮ່າ​ໂນ້ຍ. ມາ​ຮ່າ​ໂນ້ຍ, ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ສິລະ​ປະ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຊົມ​ພາບ​ແຕ້ມ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ອີກ​ດ້ວຍ, ມັນ​ມີ​ຄວາມ​ໝາຍ​​ແທ້ໆ”

  ບັນດາ​ພາບ​ແຕ້ມ​​ໃນ “ອຸທິຍານ​ຍາມໜາວ” ​ໄດ້ນຳ​ມາ​ໃຫ້​ຜູ້​ນິຍົມ​ສິລະ​ປະຫວຽດນາມ ​ຄວາມ​ຮູ້​ສຶກທີ່​ໃໝ່​ອຽມ​ກ່ຽວ​ກັບ​ສິລະ​ປະຍຸກ​ປະຈຸ​ບັນ​ຢູ່ຍີ່ປຸ່ນ. ງານ​ວາງສະ​ແດງ​ຢູ່​ຮ່າ​ໂນ້ຍ ຈະ​ອັດ​ລົງ​ໃນ​ວັນ​ທີ 23/6 ​ແລະ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ​ ໃນ​ເດືອນ 7/2013 ຈະ​ມາ​ເຖິງ​ນີ້./.

  

   

 

 

 



ຕອບກັບ

ຂ່າວ/ບົດ​ອື່ນ