ຮັກຮ່າໂນ້ຍເລີ່ມຈາກບັນດາວາດຟ້ອນບູຮານ

    ວາດ​ຟ້ອນ​ບູຮານ​ທັງ​ລອງ​-ຮ່າ​ໂນ້ຍ ​ແມ່ນ​ສິ່ງ​ທີ່​ຍອດ​ຍິ່ງ​ລະຫວ່າງ​ການການ​ປະສົມ​ກົມກຽວຂອງ​ບັນດາ​ພື້ນຖານ​ວັດ​ທະ​ທຳ. ນີ້​ແມ່ນ​ຮູບ​ແບບ​ດຳ​ເນີນ​ຊີວິດ​ພື້ນ​ເມືອງ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ນະຄອນຫຼວງ​ໃນ​ເມື່ອ​ກ່ອນ​ແຕ່​ຕາມ​ການ​ເວລາ, ວາ​ດຟອນ​ບູຮານ​ພວມ​ຄ່ອຍໆ​ຖືກສູນຫາຍ​ໄປ​ໃນ​ຊີວິດ​ທີ່ທັນ​ສະ​ໄໝ. ​ເຊີນ​ທ່ານ​ພົບ​ປະ​ກັບ​ນັກ​ສິລະ​ປິນ ​ເລ​ຮົ່ງທັງ ຊື່​ງ​ແມ່ນ​ຜູ້​ໄດ້​ອຸທິດ​ຕະຫຼອດ​ຊີວິດ​ໃຫ້​ແກ່​ສິລະ​ປະ​ຟ້ອນ​ບູຮານ​ທັງ​ລອງ.

ຮັກຮ່າໂນ້ຍເລີ່ມຈາກບັນດາວາດຟ້ອນບູຮານ - ảnh 1

ວາດ​ຟ້ອນ​ບູຮານ​ທັງ​ລອງ​-ຮ່າ​ໂນ້ຍ

(ພາບ:tuyensinh.dantri.com.vn)

​  ໂດຍ​ໄດ້​ຮັບ​ການ​ກຳ​ເນີ​ດຢູ່​ເຂດ​ດິນ​ແດນທີ່​ເຕັມ​ໄປ​ດ້ວຍ​ມູນ​​ເຊື້​ອລາມ​ກິ​ງ, ​​ແຂວງແທງ​ຮົວ, ນັກ​ສິລະ​ປິນ​ເລ​ຮົ່ງທັງ ​ໄດ້​ຕິດ​ພັນ​ກັບ​ບັນດາ​ວາດ​ຟ້ອນ​ບູຮານ​ທັງ​ລອງ-​ຮ່າ​ໂນ້ຍ ນັບ​ແຕ່​ຊຸມ​ປີ 60, ​ເມື່ອ​ລາວ​ໄດ້​ມາ​ນະຄອນຫຼວງ​ເພື່ອຮຽນ​ຢູ່​ໂຮງຮຽນ​ຟ້ອນ​ຫວຽດນາມ, ​ເມື່ອ​ໄດ້​ສຳ​ພັດ​ກັບ​ບັນດາ​ວາດ​ຟ້ອນ​ຂອງ​ນະຄອນຫຼວງ. ນັກ​ສິລະ​ປິນ​ເລ​ຮົ່ງທັງ ຍິ່ງ​ມີ​ຄວາມ​​ຮັກ​ຕໍ່ວາດ​ຟ້ອນ​ບູຮານ​ນີ້​ກ່ວາ, ບັນດາ​ວາດ​ຟ້ອ​ນນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳຄ່າ, ສະ​ແດງ​ໃຫ້​ເຫັນ​ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ນະຄອນຫຼວງ​ໃນ​ເມື່ອ​ກ່ອນ. ນັກ​ສິລະ​ປິນ​ເລ​ຮົ່ງທັງ ​ເວົ້າວ່າ:

   “ວັດທະນະທຳ​ຟ້ອນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນເດັ່ນ, ​ແມ່ນ​ປັດ​ໄຈ​ສ້າງ​​ເປັນພື້ນຖານ​ອະລິຍະ​ທຳ​ຮ່າ​ໂນ້ຍ. ຖ້າ​ຢາກ​ເຂົ້າ​ໃຈ​ຊາວ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ, ມີ​ຄວາມຍອດ​ຍິ່ງ, ຄວາມ​ເລິກ​​ແລບ….ຄື​ແນວ​ໃດ​​ແມ່ນຕ້ອງ​ຊົມບັນດາ​ວາດ​ຟ້ອນ. ຂ້າພະ​ເຈົ້າຮັກ​ວາດ​ຟ້ອນ​ບູຮານ​ຂອງ​ຮ່າ​ໂນ້ຍ ທີ່​ສຸດ ​ແລະ ​ເຫັນ​ວ່າ​ຕ້ອງ​ຟື້ນ​ຟູ​ມັນ​ຄືນ​ໃໝ່, ຕ້ອງ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​​ສິ່ງ​ເຫຼົ່ານັ້ນ​ໃຫ້​ແກ່​ຄົນ​ລຸ້ນຫຼັງ

   ຊອກ​ຫາ​ສິ່ງ​ເກົ່າ​ແກ່​ໃນ​ບັນດາ​ວາດ​ຟ້ອນ​ແມ່ນ​ຍາກ​ຫຼາຍ ​ແຕ່​ການ​ຟື້ນ​ຟູ ​ແລະ ຮັກສາ​ມັນຍິ່ງມີ​ຄວາມ​ຫຍຸ້ງ​ຍາກ​ກ່ວາ​ອີກ. ນັກ​ສິລະ​ປິນດີ​ເດັ່ນ​ຫງວຽນ​ວັນ​ບິ​ກ, ປະທານ​ສະມາຄົມ​ນັກ​ສິລະ​ປິນຟ້ອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “​ເອື້ອຍ​ທັງ​ແມ່ນ​ຜູ້​ໄດ້​ອຸທິດ​ສ່ວນກຳລັງ​ເຫື່ອ​ແຮງ​ຫຼາຍ​ທີ່​ສຸດ ​ແລະ ​ໄດ້​ໄປ​ສະ​ແດງ​ຢູ່ທອ້ງຖິ່ນ​ຕ່າງໆ, ​ເອື້ອຍ​ໄດ້​ຮັກສາ​ສີສັນສະ​ເພາະຂອງ​ວາດ​ຟ້ອນ​ຟູ່ດົງ ​ແລະ ​ເລະ​ເມີດ​ໄວ້. ​ເອື້​ອຍ​ເຄີຍເວົ້າກັບ​ຊາວ​ທ້ອງ​ຖິ່ນ​ວ່າ​ຕ້ອງ​ຮັກສາ​ສິ່ງ​ທີ່​ລຸ້ນ​ພໍ່​ລຸ້ນອ້າຍ​ປະ​ໄວ້ໃຫ້. ​ເອື້​ອຍມີ​ການ​ອຸທິດ​ສ່ວນ​ຫຼາຍ​ຢ່າງ ​ແລະ ມີ​ການຄົ້ນຄ້ວາລະ​ອຽດ

  
ຮັກຮ່າໂນ້ຍເລີ່ມຈາກບັນດາວາດຟ້ອນບູຮານ - ảnh 2

(ພາບ:nhansuvietnam.vn)

   ​ໂດຍ​ຕ່າງ​ກັບ​ບັນດາ​ນັກ​ສິລະ​ປິນ, ນັກສະ​ສົມ​ອື່ນໆ, ນັກ​ສິລະ​ປິນ​ເລ​ຮົ່ງທັງ ບໍ່​ພຽງ​ແຕ່​ໄດ້​ຟື້ນ​ຟູ​ສີສັນສະ​ເພາະ​ຂອງບັນດາ​ວາດ​ຟ້​ອນ​ບູຮານ​ໄດ້​ເທົ່າ​ນັ້ນ, ລາວ​ຍັງ​ເຮັດ​ໃຫ້​ວາດ​ຟ້ອນ​ນັ້ນມີ​ຊີວິດ​ຊີວາອີກ​ດ້ວຍ. ນັກ​ຄົ້ນຄ້ວາ​ວັດທະນະທຳ​ພື້ນ​ເມື​ອງ​ເລ​ແທງ​ບາ​ວ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

  “ສີສັນ​ສະ​ເພາະຂອງ​ວາດ​ຟ້ອນ​ບູນຮານແມ່ນ​ການສະ​ແດງ, ​ແຕ່​ສິ່ງ​ຕົ້ນຕໍ​ຢູ່​ນີ້​ນັ້ນແມ່ນສາມາດ​ຟື້ນຕົວບັນດາລີລາ​ວາດ​ຟ້ອນພາສາ​ບູຮານ​ໄວ້​ໄດ້​ແລ້ວ. ມັນມີ​ຈຸດ​ພິ​ເສດສະ​ເພາະ​ຍ້ອນບັນດາ​ລີລາ​ການສະ​ແດງ​ລ້ວນ​ແຕ່ສະຫງຽມ​ຄ່ຽມຄົມ

   ​ໂດຍ​ໄດ້​ທຳ​ອາຊີບ​ນີ້​ມາ​ເປັນ​ເວລາ​ກ່ວາ 50 ປີ, ນັກ​ສິລະ​ປິນ​ເລ​ຮົ່ງທັງ ​ໄດ້​ປະກອບສ່ວນ​ຟື້ນ​ຟູ​ກ່ວາ 10 ວາດ​ຟ້ອນ​ບູຮານ​ສຳ​ເລັດ​ຜົນ. ປະຈຸ​ບັນ, ​ເຖິງ​ວ່າ​ມີ​ອາຍຸ​ເກືອບ 70 ປີ​ແລ້ວ​ກໍ່ຕາມ​ແຕ່ນັກ​ສິລະ​ປິນ​ເລ​ຮົ່ງທັງ ​ຍັງ​ດຸໝັ່ນຄົ້ນຄ້ວາ​ເອກະສານ, ຊອກ​ຮູ້​ບັນດາ​ວາດ​ຟ້ອນ​ເກົ່າ ​ແລ້ວ​ຊອກ​ຫາ​ວິທີ​ຮັກສາ​ບັນດາ​ວາດ​ຟ້ອນ​ເກົ່າ​​ໄວ້ໃຫ້​ຄົນ​ລຸ້ນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ