105 ປີໄດ້ຜ່ານພົ້ນໄປ ນັບຕັ້ງແຕ່ເວລາທ່ານປະທານໂຮ່ຈິມິນໄປປະເທດຝະລັ່ງເປັນຄັ້ງທຳອິດ. ປະເທດນີ້ແມ່ນແຫ່ງເປັນສັກຂີພິຍານບາດລ້ຽວໃນການອອກເດີນທາງໄປຕ່າງປະເທດເພື່ອຊອກຫາເສັ້ນທາງກູ້ຊາດແລະໄດ້ກາຍເປັນນັກກອມ ມູນິດຄົນທຳອິດຂອງຫວຽດນາມ.
ຄະນະພະນັກງານສະຖານທູດຫວຽດນາມປະຈຳຝະລັ່ງໄປວາງພວງລວງລາຢູ່ຕໍ່ໜ້າເຮືອນເລກທີ 1 ຖະໜົນ ອາດມີຣານ ກູເບ , ເລີຮາບເຮີ ບ່ອນທີ່ ທ່ານປະທານໂຮ່ຈິມິນເຄີຍອາໄສຢູ່ |
ທ່ານປະທານໂຮ່ຈິມິນໄດ້ພຳນັກຢູ່ຝະລັ່ງເປັນເວລາເກືອບ 7 ປີ. ໃນປຶ້ມອ່ານທີ່ມີຊື່ວ່າ : “ໂຮ່ຈິມິນ” , ນັກປະພັນ Pierre Brocheux ໄດ້ຂຽນວ່າ : “ ອ້າຍບາ (ຊື່ຂອງ ທ່ານປະທານໂຮ່ຈິມິນໃນຄາວນັ້ນ) ໄປຮອດທ່າກຳປັ່ນ ມີເງິນພຽງ 10 ຝຣັງ ໃນຖົງເທົ່ານັ້ນ ແລະ ລາວຊອກຫາໄດ້ຫຼາຍສິ່ງຫຼາຍຢ່າງທີ່ຈົບງາມຢູ່ນີ້ກ່ຽວກັບປະເທດຝະລັ່ງ” . ເມື່ອສົມທຽບລະຫວ່າງປະເທດຝະລັ່ງກັບລັດທິລ່າເມືອງຂຶ້ນຝະລັ່ງຢູ່ອິນໂດຈິນ, ນັກປະພັນ Pierre Brocheux ໃຫ້ຮູ້ວ່າ :
“ ຂ້າພະເຈົ້າມີຄວາມປະທັບໃຈຄືກັບທຸກໆຄົນຜູ້ທີ່ໂຊກດີໄດ້ຮູ້ຈັກທ່ານປະທານໂຮ່ຈິມິນ. ນີ້ແມ່ນບຸກຄົນມີຈິດໃຈວັດທະນະທຳມະນຸດ ແຕ່ກໍສາມາດຊອກຫາວິທີການແກ້ໄຂ ແລະ ຕັດສິນໃຈເຮັດຈົນຂັ້ນສຸດທ້າຍດ້ວຍເປົ້າໝາຍທີ່ໄດ້ວາງອອກ. ພິເສດ, ນັ້ນແມ່ນບຸກຄົນທີ່ມີຄວາມສັດຊື່ບໍລິສຸດ ແລະ ມີສາຍຈິດມິດໃຈ, ລຽບງ່າຍ. ທ່ານປະທານໂຮ່ຈິມິນໄດ້ຜ່ານບັນດາໄລຍະທີ່ເຈັບປວດ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ແຕ່ເພິ່ນສາມາດຜ່ານຜ່າໄດ້ໝົດ ແລະ ເຫັນໄດ້ແຈ້ງທຸກສິ່ງທີ່ພວມເກີດຂຶ້ນ ແລະ ຖອດຖອນບົດຮຽນມາໄດ້ຈາກນັ້ນ ”
ນອກຈາກເຮືອນເລກທີ 1 ຖະໜົນ ອາດມີຣານ ກູເບ , ເລີຮາບເຮີ ບ່ອນທີ່ ທ່ານປະທານໂຮ່ຈິມິນເຄີຍອາໄສຢູ່ນັ້ນ, ມີສະຖານທີ່ແຫ່ງໜຶ່ງຢູ່ເທດສະບານເມືອງແຄມທະເລຊານນະຄອນ ເລີຮາບເຮີ ກໍແມ່ນບ່ອນທີ່ທ່ານປະທານໂຮ່ຈິມິນໄດ້ເຮັດສວນຮັບຈ້າງໃຫ້ຄອບຄົວໜຶ່ງທີ່ຮັ່ງມີ ໃນໄລຍະລໍ່ຖ້າສອ້ມແປງກຳປັ່ນ. ໃນໄລຍະທີ່ຈະມາເຖິງ ຈະມີໂຄງການສະບັບໜຶ່ງຄົ້ນຄ້ວາລະອຽດຈະຮັບການປະຕິບັດລະຫວ່າງອຳນາດການປົກຄອງທ້ອງຖິ່ນຂອງຝະລັງ່ ແລະ ຫວຽດນາມ. ສະແດງຄວາມຕື້ນຕັນໃຈເມື່ອພ້ອມກັບບັນດາພະນັກງານຫວຽດນາມໄປຢ້ຽມຢາມບັນດາສະຖານທີ່ທີ່ມີຮອຍຂອງ ທ່ານປະທານໂຮ່ຈິມິນ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຝະລັ່ງ ຫງວຽນຫງອກເຊີນ ໃຫ້ຮູ້ວ່າ :
“ ມານີ້, ຂ້າພະເຈົ້າເອງ ຮູ້ສຶກໄດ້ເຖິງອາລົມຈິດຄວາມຮັກແພງຢ່າງຈິງໃຈຂອງບັນດາເພື່ອຝະລັ່ງທີ່ສະຫງວນໃຫ້ແກ່ທ່ານປະທານໂຮ່ຈິມິນເວົ້າສະເພາະ ແລະ ຫວຽດນາມເວົ້າລວມ. ໃນໄລຍະທີ່ຈະເຖິງ, ສະຖານທູດຫວຽດນາມຈະຈັດຕັ້ງການໄປຢ້ຽມຢາມບ່ອນທີ່ທ່ານປະທານໂຮ່ຈິມິນເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ຝະລັ່ງເພື່ອຫວນຄືນໄລຍະທີ່ເພິ່ນອອກເດີນທາງໄປຕ່າງປະເທດເພື່ອຊອກຫາ ເສັ້ນທາງກູ້ຊາດ ”
ສ່ວນນາງ Olivia Pelltier ຜູ້ຊ່ຽວຊານຮັບຜິດຊອບສາງເອກະສານກ່ຽວກັບອິນໂດຈີນ, ໃນນັ້ນລວມທັງບັນດາວັດຖຸເອກະສານທີ່ສຳຄັນກ່ຽວກັບທ່ານປະທານໂຮ່ຈິມິນ ຢູ່ສູນເກັບຮັກສາຕ່າງແດນຝະລັ່ງໃຫ້ຮູ້ວ່າ :
“ ມີຫຼາຍຄົນສົນໃຈເຖິງຊຸດວັດຖຸເອກະສານປະທານໂຮ່ຈິມິນ ຊຶ່ງພວກເຮົາເກັບຮັກສາຢູ່ນີ້. ມີນັກຄົ້ນຄ້ວາຂອງປະເທດຕ່າງໆ, ພິເສດແມ່ນຫວຽດນາມໄດ້ມາຫາສູນແຫ່ງນີ້ເພື່ອຄົ້ນຄ້ວາບັນດາວັດຖຸເອກະສານກ່ຽວກັບທ່ານປະທານໂຮ່ຈິມິນ. ໄດ້ມີເພື່ອນຮ່ວມອາຊີບຫຼາຍຄົນເຮັດວຽກຢູ່ຫໍພິພິທະພັນໂຮ່ຈິມິນໄດ້ມານີ້ ແລະ ພໍໃຈທີ່ສຸດເພື່ອເຫັນບັນດາວັດຖຸເອກະສານອັນລ້ຳຄ່າຢູ່ນີ້ ”