ຮ່າງບາກ, ຖະຫນົນອາຊີບທີ່ເປັນເອກະລັກສະເພາະຢູ່ ຮ່າໂນ້ຍ


(vovworld)- ຮ່າ​ໂນ້ຍ ມີ​ຄຸ້ມ​ຖະ​ຫນົນ​ເກົ່າ 36 ສາຍ, ແຕ່​ລະ​ສາຍ​ລ້ວນ​ແຕ່​ຕິດ​ພັນ​ກັບ​ອາ​ຊີບ​ຫັດ​ຖະ​ກຳ​ຫນຶ່ງ. ສະ​ນັ້ນ ເຖິງ​ວ່າ​ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍກໍ​ຕາມ ແຕ່ ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ກໍ​ສາ​ມາດ​ຈຳ​ແນກ​ວ່າໄດ້​ຖະ​ຫນົນ​ນັ້ນ​ແມ່ນ​ຖະ​ຫນົນ​ເຮັດອາ​ຊີບ​ຫຍັງ, ຊ້ຳ​ບໍ່​ໜຳ​ເມື່ອ​ໄດ້​ຍິນ​ສຽງ​ຢູ່​ຕາມ​ຖະ​ຫນົນທ່ານ​ກໍ​ສາ​ມາດ​ຮູ້​ໄດ້​ອາ​ຊີບ​ຂອງ​ປະ​ຊາ​ຊົນ​​ທີ່ດຳ​ລົງ​ຊີ​ວິດ​ຢູ່​ຖະ​ຫນົນດັ່ງ​ກ່າວ. ຖະ​ຫ​ນົ​ນ ຮ່າງ​ບາກ(ໝາຍ​ເຖິງ​ຖະ​ຫ​ນົນ​ຕີ​ເງິ​ນ​ຄຳ)ໃນ ເມື່ອ​ກ່ອນ​ແມ່ນ​ໝູ່​ບ້ານ​ຫລໍ່​ເງິນ ແລະ ໄດ້​ຮັບ​ຖື​ວ່າ​ແມ່ນ​ໝູ່​ບ້ານ​ຮັ່ງ​ມີກວ່າ​ໝູ່​ຢູ່ ເມືອງ​ຫລວງ​ທັງ​ລອງ.

       

ຮ່າງບາກ, ຖະຫນົນອາຊີບທີ່ເປັນເອກະລັກສະເພາະຢູ່ ຮ່າໂນ້ຍ - ảnh 1
ຖະ​ຫນົນ​ຮ່າງ​ບາກ
ພາບ:vtv.vn

        ຖະ​ຫນົນ​ຮ່າງ​ບາກ ຖືກ​ຕັ້ງ​ຢູ່​ໃຈ​ກາງ​ຄຸ້ມ​ຖະ​ຫນົນ​ເກົ່າ​ ຂຶ້ນ​ກັບ​ເມືອງ ຮ່​ວານ​ກຽມ ຮ່າ​ໂນ້ຍ. ຜ່ານ​ຫລາຍ​ສັດ​ຕະ​ວັດ ດ້ວຍ​ການ​ຜັນ​ແປ​ຂອງ​​ການ​ເວ​ລາ, ແຕ່​ຖະ​ຫນົນ ຮ່າງ​ບາກ ຍັງ​ຄົງ​ຮັກ​ສາ​ດ້ານສະ​ຖາ​ປັດ​ຕະ​ຍະ​ກຳ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ໝູ່​ບ້ານ​ອາ​ຊີບ​ໃນ​ເມື່ອ​ກ່ອນ. ຢູ່​ລຽບ​ຕາມ​ສອງ​ຟາກ​ທາງ ແມ່ນ​ບັນ​ດາ​ຫລັງ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​, ​ຫລັງ​ຄາ​ເຮືອນ​ມຸ້ງ​ດ້ວຍ​ດິນ​ຂໍ ຄຽງ​ຂ້າງນັ້ນ​ບັນ​ດາ​ອາ​ຄານ​ທີ່​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ຝ່າຍ​ຕາ​ເວັນ​ຕົກ. ນອກນັ້ນ ຢູ່​ຖະ​ຫນົນ​ເກົ່າ​ບາງ​ສາຍ ທ່ານ​ຍັງ​ໄດ້​ພົບ​ເຫັນ​ວັດ​ວາ​ອາ​ຮາມ, ສາ​ລາ​ບ້ານ ​ແລະ ຫໍ​ບູ​ຊາ​ຜູ້ກໍ່​ຕັ້ງ​ອາ​ຊີບ​ຫລໍ່​ເງິນ. ຢູ່ ຖະ​ຫນົນ​ຮ່າງ​ບາກ ມີ​ສາ​ລາ​ບ້ານ​ກີມ​ເງິນ ​ຊື່ງແມ່ນກ​ິ​ດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ ໄດ້​ຮັບ​ການກໍ່​ສ້າງ​ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ສະ​ໄຫມ​ລາ​ຊະ​ວົງ ເລ (1428-1527). ນີ້​ແມ່ນ​ບ່ອນ​ຮັກ​ສາ​ຮ່ອ​ງ​ຮອຍ​ກ່ຽວ​ກັບ​ໝູ່​ບ້ານ​ອາ​ຊີບ​ຕີເງິນ​ຄຳຢູ່ ເມືອງ​ຫລວງ ທັງ​ລອງ ໃນ​ເມື່ອ​ກ່ອນ. ສິ່ງ​ພິ​ເສດນັ້ນ​ແມ່ນ, ມາ​ຮອດ​ປະ​ຈຸ​ບັນ ບັນ​ດາ​ຄອບ​ຄົວ​ຢູ່​ທີ່ນີ້​ເກືອບ​ທັງ​ໝົດຍັງ​ຄົງ​ຮັກ​ສາ​ການ​ພົວ​ພັນ​ຕິດ​ຕໍ່​ກັບ​ວົງ​ຕະ​ກຸນ, ຍາດ​ຕິ​ພີ່​ນ້ອງ​ຢູ່​ບັນ​ດາ​ເຂດ​ບ້ານ​ນາ, ໝູ່​ບ້ານ​ອາ​ຊີບເດີມ.

ລຸງ ຟ້າມ​ຮູຍ​ຢູງ, ແມ່​ນຫນຶ່ງ​ໃນ​ບັນ​ດາ​ຄອບ​ຄົວ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ຖະ​ຫນົນ ຮ່າງ​ບາກ ມາ​ແຕ່​ດົນ​ນານ​ແລ້ວ ໃຫ້​ຮູ້​ວ່າ:

 

        “ໃນ​ໄລ​ຍະ​ແຕ່ສັດ​ຕະ​ວັດ​ທີ 15-16 ມີ ເຈົ້າ​ນາຍຂອງ​ໝູ່​ບ້ານ ເຈົາ​​ເຄ ຂຶ້ນ​ກັບ​ແຂວງ ຫາຍ​ເຢືອງ ໄດ້​ຮັບ​ມອບ​ໝາຍ​ຫນ້າ​ທີ່​ຈາກ​ລາ​ຊະ​ວັງ​ເພື່ອ​ຫລໍ່​ເງິນ. ເຈົ້າ​ນາຍ​ອົງ​ນັ້ນ​ໄດ້​​ເຊີນ​ຊ່າງ​ຕີ​ເງິນ​ຄຳ​ທັງ​ໝົດ​ໃນ​ໝູ່​ບ້ານ ເຈົາ​ເຄ ​ເຊິ່ງ​ແມ່ນບ້ານ​ເກີດ​ເມືອງນອນ​ຂອງ​ເພີ່ນ ແລະ ນາຍ​ຊ່າງ​ທີ່​​ມີ​ສີ​ມື​ດີ ​ຢູ່​ບ່ອນ​ອື່ນ ມາ​ຕັ້ງ​ອາ​ຊີບ​ຢູ່​ເມືອງ​ຫລວງ​ທັງ​ລອງ. ໄລ​ຍະ​ທຳ​ອິດ ຢູ່​ທີ່ນີ້ ແມ່ນ​ດຳ​ເນີນ​ອາ​ຊີບ​ຫລໍ່​ເງິນ ພາຍ​ຫລັງ​ນັ້ນ​ ອາ​ຊີບ​ຕີ​ຄຳ,ແກະ​ຄວັດ​ສະ​ຫລັກຢູ່​ແຫ່ງ​ອື່ນ​ກໍ​ມາເຕົ້າ​ໂຮມ​ຢູ່​ຖະ​ຫ​ນົນ​ສາຍນີ້.”

        ຖະ​ຫນົນ​ຮ່າງ​ບາກ​ປະ​ຈຸ​ບັນ ມ​ີ​ຄວາມ​ຍາວ​ປະ​ມານ 0,5 ກິ​ໂລ​ແມັດ ແຕ່​ມີ​ຮ້ານ​ຄ້າ​ໃຫ​ຍ່​ນ້ອຍ​ນັບ​ຮ້ອຍໆ​​ຮ້ານ ລ້ວນ​ແຕ່ເຮັດ​ອາ​ຊີບ​ຕີ​ເງິນ​ຄຳ ແລະ ຂາຍ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ເຮັດ​ດ້ວຍ​ເງິນ​ຄຳ.  ບັນ​ດາ​ຮ້ານ​ຄ້າ​ປະ​ຈຸ​ບັນ​ໄດ້​​ນຳ​ໃຊ້ກົນ​ຈັກ​ເຕັກ​ໂນ​ໂລ​ຊີ​ໃຫມ່​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ໃນ​ການ​ຜະ​ລິດ ແຕ່​ຄຽ​ງ​ຄູ່​ກັນ​ນັ້ນ ​ມີ​ບາງ​ຄອບ​ຄົວ​ຍັງ​ຄົງ​ຮັກ​ສາ​ອາ​ຊີບ​ຜະ​ລິດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ທີ່ມີ​ມາ​ແຕ່​ດົນ​ນານ. ນັກ​ສິ​ລະ​ປະ​ການ ຫງວຽນ​ຈີ​ແທ່ງ ເຈົ້າ​ຂອງ​ຮ້ານ​ຄ້າ ຮົ່ງ​ເຈົາ, ຮ້ານ​ເລກ​ທີ 83 ຮ່າງ​ບາກ ແບ່ງ​ປັນ​ວ່າ:

        “ສຳ​ລັບ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ແລ້ວ ອາ​ຊີບນີ້​ແມ່ນ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ ຊື່ງ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນ​ພໍ່​ລຸ້ນ​ອ້າຍ ແລະ ອາ​ຊີບ​ນີ້​ແມ່ນ​ອາ​ຊີບ​ທີ່​ລ້ຳ​ຄ່າ​ຕ້ອງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້. ຢູ່ ຖະ​ຫ​ນົນ ຮ່າງ​ບາກ ມີຮ້ານ​ຄ້າ​ນັບ​ຮ້ອຍໆ​ຮ້ານ ແຕ່​ສິ​ນ​ຄ້າ​ທີ່​ວາງ​ຂາຍ​ສ່ວນ​ຫລາຍ​ແມ່ນ​ຄ້າຍ​ຄື​ກັນ ຍ້ອນ​ເຂົາ​ເຈົ້າ​ຜະ​ລິດ​ດ້ວຍ​ກົນ​ຈັກ. ສ່ວນ​ຢູ່​ຮ້ານ​ຂອງ​ຂ້າ​ພະ​ເຈົ້າ ບັນ​ດາ​ຜະ​ລິດ​ຕະ​ພັນ​ລ້ວນ​ແຕ່​ເຮັດ​ດ້ວຍ​ມື ນັ້ນ​ແມ່ນ​ທ່າ​ໄດ້​ປຽບ​ຂອງ​ຄອບ​ຄົວ​ຂ້າ​ພະ​ເຈົ້າ.”

ຮ່າງບາກ, ຖະຫນົນອາຊີບທີ່ເປັນເອກະລັກສະເພາະຢູ່ ຮ່າໂນ້ຍ - ảnh 2
ຍາມ​ກາງ​ຄືນ​ຢູ່​ຖະ​ຫນົນ​ຮ່າງ​ບາກ

        ບໍ່​ພຽງ​ແຕ່​ຮັກ​ສາ​ອາ​ຊີບ​ອັນ​ລ້ຳ​ຄ່າ​ທີ່​ປູຍາ​່ຕາ​ຍາຍ​ປະ​ໄວ້​​ໃຫ້ເທົ່າ​ນັ້ນ ຫາກ​ປະ​ຊາ​ຊົນ​ຢູ່​ຖະ​ຫ​ນົນ ຮ່າງ​ບາກ ປະ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ວິ​ຖ​ີ​ການ​ດຳ​ລົງ​ຊີ​ວິດທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ຊຸມ​ຊົນ​ຢູ່​ຄຸ້ມ​ຖະ​ຫ​ນົນ​ເກົ່າ. ມີ​ຫລາຍ​ຄອບ​ຄົວ​ເຮັດ​ທຸ​ລະ​ກິດ​ເກັ່ງ ກາຍ​ເປັນ​ຄອບ​ຄົວ​ຮັ່ງ​ມີ ແຕ່​ດຳ​ລົງ​ຊີ​ວິດ​ສຸ​ພາບ​ຄ່ຽມ​ຄົມ, ຍາມ​ໃດ​ກໍ​ພ້ອມ​ແລ້ວ​ຊ່ວຍ​ເຫລືອ​ເຊິ່ງ​ກັນ​ແລະ​ກັນ. ແມ່​ຕູ້ ຮ່​ວາງ​ທິ​ເຄ, ອາ​ຍຸ 80 ປີ ດຳ​ລົງ​ຊີ​ວິດ​ຢູ່ຖະ​ຫ​ນົນ​ຮ່າງ​ບາກ​ໃນ​ຫລາຍ​ປີ​ມາ​ແລ້ວ ໃຫ້​ຮູ້​ວ່າ:

        “ຫລາຍ​ລຸ້ນ​ຄົນ​ໃນ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ດຳ​ລົງ​ຊີ​ວິດ​ຢູ່​ຖະ​ຫ​ນົນ​ຮ່າງ​ບາກ, ລຸ້ນ​ພໍ່​​ລຸ້ນແມ່​​ກໍ​ຄື​ລູກ​ຫລານ ​ລ້ວນ​ແຕ່​ດຳ​ລົງ​ຊີ​ວິດ​ຢ່າງ​ໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ ແລະ ຮັກ​ແພງ​ກັນ.”

        ໃນ​ຍາມ​ກາງ​ຄືນ, ຖະ​ຫ​ນົນ ຮ່າງ​ບາກ​ຍິ່ງ​ສວຍ​ງາມກວ່າ ດ້ວຍ​ແສງ​ສະ​ຫວ່າງ​ຈາກ​​ຮ້ານ​ຂາຍ​ເຄື່ອງ​ເອ້​ຍ້ອງ. ຄຽງ​ຂ້າງ​ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ເອ້​ຍ້ອງ​ແລ້ວ ຖະ​ຫ​ນົນ​ຮ່າງ​ບາກ ຍັງ​ມີ​ບັນ​ດາ​ຮ້ານ​ຂາຍ​ເຄື່ອງ​ນຸ່ງ, ຂາຍ​ພາບ​ແຕ້ມ, ຮ້ານ​ບໍ​ລິ​ການ​ທ່ອງ​ທ່ຽວ ຍາມ​ໃດ​ກໍ​ມີ​ນັກ​ທ່ອງ​ທ່​ຽວ​ຕ່າງ​ປະ​ເທດ​ແວ່​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ​ເຖິງວ່າປະ​ຈ​ຸ​ບັນ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ຖະ​ຫ​ນົນ ຮ່າງ​ບາກ ​ມີ​ຄວາມ​ແຕກຕ່າງ​ ​ກັບ​ກ່ອນນີ້ກໍ​ຕາມ ແຕ່​​ປະ​ຊາ​ຊົນຍັງ​ຄົງ​ຮັກ​ສາ​ຊື່​ສ​ຽງ​ຂອງ​ເຂດ​ຊຸມ​ຊົນທີ່​ທຳ​ມາ​ຄ້າ​ຂາຍ​ເກັ່ງ ດ້ວຍ​ວິ​ຖີ​ຊີ​ວິດ​​ທີ່ສຸ​ພາບ​ຮຽບ​ຮ້ອຍ​ຂອງ​ຊາວ​ຮ່າ​ໂນ້ຍ​ໄວ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ