ເຂົ້າໜົມ Handmade - ຄວາມສາມາດບົ່ມຊ້ອນໃນການພັດທະນາ

(VOVWORLD) -Handmade ແມ່ນຄຳສັບທີ່ຊີ້ບອກເຖິງເຂົ້າໜົມ, ເຄື່ອງໃຊ້, ເຄື່ອງປະດັບປະດາແຕ່ລະປະເພດ… ທີ່ເຮັດດ້ວຍມື, ອອກແບບຕາມລູກຄ້າສັ່ງ ພວມແມ່ນໜຶ່ງໃນບັນດາປະເພດສິນຄ້າດຳເນີນທຸລະກິດທີ່ພວມໄດ້ຮັບຄວາມນິຍົມໃນຈຸດເວລານີ້.
ເຂົ້າໜົມ Handmade - ຄວາມສາມາດບົ່ມຊ້ອນໃນການພັດທະນາ - ảnh 1 (ຫຼາຍຄົນຕ້ອງໄປຮຽນວິທີເຮັດເຂົ້າໜົມ)

ໃນຈຳນວນຜະລິດຕະພັນນັ້ນ, ລູກຄ້າຕາງກໍເລືອກເອົາປະເພດເຂົ້າໜົມທີ່ເຮັດດ້ວຍມືຫຼາຍກວ່າໝູ່. ຜູ້ທີ່ເຮັດເຂົ້າໜົມນັ້ນບໍ່ໄດ້ຕັ້ງຄວາມຫວັງຕໍ່ຜົນກຳໄລຫຼາຍ ແຕ່ງ່າຍດາຍແມ່ນເຮັດເພື່ອຄວາມມັກ, ຄວາມເມົາມົວຫຼົງໄຫຼຕໍ່ການປະດິດຄິດສ້າງແນວຄວາມຄິດຂອງຕົນເອງ ແລະ ແບ່ງປັນຄວາມມັກຮັກໃນການເຮັດເຂົ້າໜົມຂອງເຂົາເຈົ້າໃຫ້ທຸກຄົນ.

        ໃນ 4-5 ປີມານີ້, ຂະບວນການດຳເນີນທຸລະກິດເຂົ້າໜົມໂດຍເຮັດຢູ່ເຮືອນເອງ (ຫຼືເອີ້ນວ່າ ເຂົ້າໜົມ handmade) ເຊິ່ງພວກເພື່ອນໜຸ່ມ, ແມ່ບ້ານນິຍົມເຮັດຢູ່ເຮືອນ ແລະ ຜະລິດຕະພັນທີ່ເຮັດອອກມານັ້ນກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າ. ຂະບວນການດຳເນີນທຸລະກິດຄ້າຂາຍເຂົ້າໜົມ handmade ກໍ່ໄດ້ຮັບການພັດທະນາຢ່າງແຮງໃນໄລຍະ 2 – 3 ປີມານີ້, ເປັນຕົ້ນແມ່ນດ້ວຍຮູບແບບທາງອອນລາຍຜ່ານສື່ສັງຄົມ Facebook, Instagram… ທ່າໄດ້ປຽບຂອງເຂົ້າໜົມ handmade ນີ້ແມ່ນ “ບໍ່ຄືກັນກັບເຂົ້າໜົມຂາຍທົ່ວໄປ”, ຮັບປະກັນຄຸນນະພາບ, ສາມາດດັດປັບລົດຊາດຂອງເຂົ້າໜົມໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ເອື້ອຍ ຮ່ວາງທິທູ, ຢູ່ ເມືອງ ດິ້ງກົງ, ຮ່າໂນ້ຍ, ຜູ້ທີ່ມີປະສົບການເຮັດເຂົ້າໜົມ handmade ມາເປັນເວລາ 2 ປີໄດ້ແບ່ງປັນວ່າ: ເປົ້າໝາຍລູກຄ້າຂອງເອື້ອຍແມ່ນມີບາງຄົນເປັນຜູ້ມີອາຍຸສູງ, ຜູ້ເປັນພະຍາດເບົາຫວານ, ຄົນຕຸ້ຍ, ສະນັ້ນ ບັນດາເຂົ້າໜົມທີ່ເອື້ອຍເຮັດອອກມານັ້ນ ລ້ວນແຕ່ໄດ້ນຳໃຊ້ນ້ຳຕານທຽມ ເພື່ອຮັບປະກັນດ້ານໂພສະນາການ ແລະ ສຸຂະພາບໃຫ້ແກ່ລູກຄ້າ. ເອື້ອຍ ຮ່ວາງທິທູ, ເວົ້າວ່າ.

        “ມີຫຼາຍຄົນມັກກິນເຂົ້າໜົມຫຼາຍທີ່ສຸດ, ແຕ່ກໍ່ມີຄວາມກັງວົນວ່າ ຢ້ານມັນຫວານເກີນໄປ. ເມື່ອຂ້າພະເຈົ້າເຮັດເຂົ້າໜົມ handmade ນີ້, ຂ້າພະເຈົ້າສາມາດຮັບປະກັນຫຼັກສຸຂະອະນາໄມ ແລະ ມີຄວາມປອດໄພດ້ານວັດຖຸດິບ, ຄຸນນະພາບຂອງເຂົ້າໜົມໄດ້. ນອກນັ້ນ, ກໍ່ຍັງສາມາດດັດປັບໃສ້ເຂົ້າໜົມ, ລະດັບຄວາມຫວານຂອງເຂົ້າໜົມແຕ່ລະຢ່າງໄດ້ ຫຼື ເພີ່ມບັນດາເມັດຂອງພືດຕ່າງໆທີ່ດີຕໍ່ສຸຂະພາບ, ໂດຍອີງຕາມຄວາມຕ້ອງການຂອງຜູ້ກິນ”.

ໃນໄລຍະຕົ້ນ, ມີແຕ່ເຂົ້າໜົມຊະນິດທີ່ເຮັດງ່າຍໆເຊັ່ນວ່າ: ເຂົ້າໜົມໄຂ່, ເຂົ້າຈີໃສ້ຫວານ… ເທົ່ານັ້ນ. ແຕ່ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ, ຜູ້ດຳເນີນທຸລະກິດຕ້ອງຊອກຮູ້, ອັບເດັດເຂົ້າໜົມຊະນິດໃໝ່ຢ່າງຕໍ່ເນື່ອງ, ມີຫຼາຍຄົນກໍ່ຕ້ອງໄປຮຽນວິທີເຮັດເຂົ້າໜົມເປັນອາຊີບ. ເຂົ້າໜົມ handmade ກໍ່ມີຫຼາຍຮູບຫຼາຍແບບ, ຄື: ເຂົ້າໜົມຊູແກມ, ເຂົ້າໜົມໄຫວ້ພະຈັນ, tiremisu, cheesecake… ບັນດາເຂົ້າໜົມດັ່ງກ່າວແມ່ນມີຫຼາຍຄົນນິຍົມກິນຫຼາຍທີ່ສຸດ ຍ້ອນມີລົດຊາດແປກໃໝ່, ໄດ້ຮັບຕົບແຕ່ງປະດັບຢ່າງງາມຕາ.

        “ເມື່ອກິນເຂົ້າໜົມນີ້, ຂ້າພະເຈົ້າຮູ້ສຶກວ່າມັນແຊບທີ່ສຸດ, ພໍດີກິນ, ເຂົ້າໜົມກໍ່ບໍ່ຫວານຫຼາຍ ແລະ ມີຫຼາຍລົດຊາດແປກໃໝ່ເມື່ອທຽບໃສ່ເຂົ້າໜົມທີ່ເປັນປະເພນີ. ຂ້າພະເຈົ້າມັກກິນເຂົ້າໜົມຊະນິດນີ້ທີ່ສຸດ”.

        “ເຂົ້າໜົມ handmade ແມ່ນມີການອອກແບບທີ່ໜ້າຈັບໃຈ, ຫຼາຍຮູບຫຼາຍແບບ ແລະ ງາມທີ່ສຸດ. ເຂົ້າໜົມຊະນິດນີ້ຖຶກຂາຍທາງອອນລາຍ, ລູກຄ້າກໍ່ສຳຜັດໄດ້ງ່າຍ, ລາຄາກໍ່ຖືກ.”

ເຂົ້າໜົມ Handmade - ຄວາມສາມາດບົ່ມຊ້ອນໃນການພັດທະນາ - ảnh 2 ເຂົ້າໜົມ handmade

(ພາບອິນເຕີແນັດ)

        ໂດຍມີຄວາມແຕກຕ່າງກັນກັບເອື້ອຍ ທູ, ເອື້ອຍ ຕະເຕິມ - ເຈົ້າຂອງເຄື່ອງໝາຍການຄ້າເຂົ້າໜົມ Tam Mooncare ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ, ເອື້ອຍຕັດສິນໃຈເຮັດອາຊີບເຮັດເຂົ້າໜົມ handmade. ນອກຈາກບັນດາເຂົ້າໜົມທີ່ເປັນປະເພນີແລ້ວ, ເຂົ້າໜົມຂອງ Tam Mooncare ຍັງມີເຂົ້າໜົມຂອງຕ່າງປະເທດອີກ. ເພື່ອຮັກສາໄດ້ລົດຊາດຄືກັນ, ພິເສດແມ່ນບັນດາເຂົ້າໜົມທີ່ເອົາແບບມາຈາກຕ່າງປະເທດ, ບັນດາວັດຖຸດິບກໍ່ລ້ວນແຕ່ໄດ້ນຳເຂົ້າຈາກຕ່າງປະເທດ, ດ້ວຍຄ່າໃຊ່ຈ່າຍທີ່ສູງ. ຍິ່ງກວ່ານັ້ນ, ຜູ້ເຮັດເຂົ້າໜົມບໍ່ພຽງແຕ່ດຳເນີນທຸລະກິດເທົ່ານັ້ນ, ຫາກຍັງໂຄສະນາໃຫ້ລູກຄ້າກ່ຽວກັບຄວາມຮູ້ດ້ານອາຫານການກິນແບບໃໝ່, ຮັບປະກັນສຸຂະພາບ, ລົດຊາດຂອງຜູ້ບໍລິໂພກກໍ່ໄດ້ຍົກສູງຂຶ້ນ. ເອື້ອຍ ຕະເຕິມ, ໃຫ້ຮູ້ວ່າ.

        “ຈາກໃຈເຂົ້າໜົມ, ຕະຫຼອດຮອດເຂົ້າໜົມເອງກໍ່ລ້ວນແຕ່ໄດ້ເຮັດດ້ວຍມື ນັ້ນຈຶ່ງແມ່ນເຂົ້າໜົມ handmade. ຂ້າພະເຈົ້າໄດ້ເຮັດເຂົ້າໜົມຢູ່ຕາມບັນດາຮ້ານອາຫານ, ໂຮງແຮມລະດັບ 4- 5 ດາວ. ບັນດາຜູ້ທີ່ເຮັດເຂົ້າໜົມໂດຍກົງຢູ່ທີ່ນີ້ລ້ວນແຕ່ແມ່ນນັກສິລະປະການເຮັດເຂົ້າໜົມ ຫຼື ແມ່ນພໍ່ຄົວ, ແມ່ຄົວທີ່ມີປະສົບການຫຼາຍຢ່າງ”.

        ຍ້ອນໄດ້ເຮັດດ້ວຍມື, ສະນັ້ນ ຖ້າມີຂັ້ນຕອນເຮັດບໍ່ຖືກເຖິງວ່ານ້ອຍໆກໍ່ຕາມ ອາດຈະພາໄປເຖິງເລື່ອງເຂົ້າໜົມນັ້ນບໍ່ບັນລຸມາດຖານໄດ້. ບໍ່ພຽງແຕ່ເທົ່ານັ້ນ, ຜູ້ເຮັດເຂົ້າໜົມ handmade ກໍ່ຕ້ອງເປັນຄົນທີ່ລະອຽດອ່ອນ, ມີຄວາມຄ່ອງແຄ້ວ, ມີຫົວຄິດປະດິດສ້າງເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງລູກຄ້າ.

        ໃນຈຸດເວລານີ້, ທ່າອ່ຽງດຳເນີນທຸລະກິດເຂົ້າໜົມດັ່ງກ່າວພວມມີສັນຍາພັດທະນາຢ່າງແຮງກວ່າອີກ, ຜູ້ບໍລິໂພກໄດ້ນິຍົມບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ປະດິດຄິດສ້າງ ໂດຍຕົນເອງຕ້ອງການຫຼາຍກວ່າບັນດາເຂົ້າໜົມທົ່ວໄປທີ່ວາງຂາຍຢູ່ໜ້າຮ້ານ. ນີ້ກໍ່ແມ່ນສາຍເຫດທີ່ເຮັດໃຫ້ການດຳເນີນທຸລະກິດເຂົ້າໜົມ handmade ນັບມື້ນັບມີຄວາມສາມາດບົ່ມຊ້ອນ ແລະ ມີກາລະໂອກາດພັດທະນາຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ