ເລື່ອງລາວກ່ຽວກັບພໍ່ຕູ້ອາເມລິກາຂາຍຜັກບົ້ງ ແລະ “ແມ່ຕູ້ຕະຫຼາດສວນ”

ເລື່ອງລາວກ່ຽວກັບພໍ່ຕູ້ອາເມລິກາຂາຍຜັກບົ້ງ ແລະ “ແມ່ຕູ້ຕະຫຼາດສວນ” - ảnh 1
ສວນຜັກຂອງແມ່ຕູ້ ມອກ

(vovworld) – ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ທີ່​ດ່ຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ວໍ​ຊິງ​ຕັນ ດີ​ຊີ ອາ​ເມ​ລິ​ກາ ທຸກ​ຄົນ ຕ່າງ​ກໍ່​ຮູ້​ຈັກ​ເຖິງ “ຕະຫຼາດ​ສວນ” ​ເຊິ່ງແມ່ນ​ແຫ່ງ​ໜຶ່ງ​ດຽວ​ໃນ​ເຂດ​​ ​ເຊິ່ງ​ຄົນ​ທັງຫຼາຍ​ສາມາດ​ຊອກ​ຊື້​ຜັກປະ​ເພດ​ຕ່າງ​ຂອງ​ຫວຽດ​ນາມ ຄື: ຜັກ​ບົ້ງ, ຜັກ​ປໍ, ໝາກບວບ, ຜັກ​ຫອມ… ​ທີ່ປູ​ກ​ຢູ່​ກັບ​ທີ່ໄດ້. ແຕ່​ສິ່ງ​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ເຈົ້າ​ຂອງ​ສວນ​ແຫ່ງນີ້​ພັດ​ແມ່ນ​ພໍ່​ຕູ້​ອາ​ເມ​ລິ​ກາ​ຄົນ​ໜຶ່ງ.

        ຮອດ​ຍາມ​ຮຸ່ງ​ເຊົ້າ, ພໍ່​ຕູ້​ທີ່​ມີ​ອາ​ຍຸ 70 ກວ່າ​ປີ ໄດ້​ເມົາ​ມົວ​ກັບ​ວຽກ​ງານ​ເຮັດ​ສວນ​ປູກກ​ຜັກ. ພໍ່​ຕູ້​ເວົ້າ​ວ່າ, ນີ້​ແມ່ນ​ຄາບ​ກາ​ເຟ​ຍາມ​ເຊົ້າ​ຂອງ​ທ່ານ​ໃນ​ຕະຫຼອດ 30 ກວ່າ​ປີ​ຜ່ານ​ມາ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ພໍ່​ຕູ້​ເຈົ້າ​ຂອງ​​ສວນ​ຜັກ​ທີ່​ມີ​ຊື່​ສຽງໃນ​ເຂດ ວໍ​ຊິນ​ຕັນ ດີ​ຊີ ແລະ ເຂດ​ອ້ອມ​ແອ້ມ, ເຊິ່ງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ທີ່ນີ້​ເຄີຍເອີ້ນ​ວ່າ​ “ຕະຫຼາດສວນ”. ແຕ່​ຄວາມ​ຈິງ​ແລ້ວ, ນີ້​ພຽງ​ແຕ່​ແມ່ນ​ເຂດສວນທີ່​ປູກ​ຜັກ​ຂອງ​ຜົວ​ເມຍ​ພໍ່​ຕູ້ Jean ແລະ ແມ່​ຕູ້ ໂງ​ທິ​ບອກ, ຊາວ​ຫວຽດ​ນາມ, ທີ່​ມີບ້ານ​ເກີດຢູ່​ແຂວງ​ຮຶງ​ອຽນ. ຢູ່ອາ​ເມ​ລິ​ກາ, ບ່ອນ​ໃດ​ມີ​ຜູ້​ຊື້, ຜູ້​ຂາຍ​ລ້ວນ​ແຕ່ຖືກ​ເອີ້ນ​ວ່າ​ຕະຫຼາດ. ຢາກ​ກິນ​ຜັກ​​ປະ​ເພດ​ຕ່າງໆຂອງ​ຫວຽດ​ນາມ, ພຽງ​ແຕ່​ເຂົ້າ "ຕະຫຼາດ​ສວນ" ກໍ່​ສາ​ມາດ​ຊື້​ໄດ້, ສ່ວນ​ບັນ​ດາ​ຕະຫຼາດ​ອາ​ຊີ​ອື່ນໆ​ກໍ່​ມີ ແຕ່​ບໍ່ຫຼາຍ ແລະ ບໍ່ສົດ​ອີກ. ສວນ​ຂອງ​ແມ່​ຕູ້ ບອກ ມີ​ຜັກ​ທຸກ​ປະ​ເພດ​ຄື: ຜັກ​ກາດ, ຜັກ​ບົ້ງ, ຜັກ​ປັງ, ຜັກ​ປໍ, ຜັກ​ບົວ, ຜັກ​ທຽມ… ຖ້າ​ບໍ່​ຢາກ​ຊື້​ຜັກ​ທີ່​ໄດ້​ຕັດ​ກ່ອນ​ແລ້ວ, ແຂກ​ສາ​ມາດລົງ​ສວນ​ຕັດ​ເອງຕາມ​ໃຈ​ມັກ. ສວນ​ຂອງ​ແມ່​ຕູ້ ບອກ ມີ​​ແຂກມາ​ຊື້ຫຼາຍ​ຄົນຕະຫຼອດ​ວັນ , ດັ່ງ​ນັ້ນ​ຈຶ່ງເອີ້ນ​ວ່າ​ຕະຫຼາດ. ບໍ່​ພຽງ​ແຕ່​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຊາວ​ເອີ​ລົບ, ຈີນ, ອິນ​ເດຍ... ກໍ່ລ້ວນ​ແຕ່​ຮູ້​ຈັກ​ເຖິງ "ຕະຫຼາດສວນ" ນີ້. ສັບ​ປະ​ດາ​ໃດ​ປ້າ Ania Sowinska, ຊາວ​ລັດ Virginia, ກໍ່​ມາ​ຊື້​ຜັກ​ຢູ່ຕະຫຼາດສວນນີ້.

        “ຂ້າ​ພະ​ເຈົ້າ​ມັກ​ຕະຫຼາດ​ສວນນີ້ຫຼາຍ ຍ້ອນ​ມັນ​ທັງໃກ້, ທັງ​ມີ​ຜັກຫຼາຍ​ປະ​ເພດ​ເຊິ່ງ​ຕະຫຼາດ​ອື່ນ​ພັດ​ບໍ່​ມີ. ຜັກ ແລະ ໝາກ​ໄມ້​ຢູ່​ທີນີ້​ມີ​ລົດ​ຊາດ​ຫອມ ແລະ ສົດ​​ກວ່າ​ຢູ່​ບ່ອນ​ອື່ນ”.

ເລື່ອງລາວກ່ຽວກັບພໍ່ຕູ້ອາເມລິກາຂາຍຜັກບົ້ງ ແລະ “ແມ່ຕູ້ຕະຫຼາດສວນ” - ảnh 2
ແມ່ຕູ້ພວມຊັ່ງຜັກໃຫ້ລູກຄ້າ

        ຜົວ​ເມຍ​ແມ່​ຕູ້ ບອກ ຜູ້​ລະ​ວຽກ​ທັງ​ເຮັດ​ສວນ​ທັງ​ຂາຍ​ຜັກ, ແ​ມ່ຕູ້​ເວົ້າ​ວ່າ. ຜັກ​ຢູ່​ອາ​ເມ​ລິ​ກາ ​ບໍ່​ອຶດ ແຕ່​ບໍ່​ແຊບ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ມັກ​ຊື້​ຜັກ​ໃນ “ຕະຫຼາດ​ສວນ”ແຫ່ງນີ້.

        “ໂດຍ​ຕິດ​ພັນ​ກັບ​ອາ​ຊີບ​ປູກ​ຜັກ​ມາ​ເປັນ​ເວ​ລາ​ສອງ​ສາມສິບ​ປີ​ແລ້ວ, ມື້​ໃດ​ຂ້າ​ພະ​ເຈົ້າ​ກໍ່​ຕື່ນນອນແຕ່ເວ​ລາ 3 ໂມງ​ເຊົ້າ ແລະ ເຮັດ​ວຽກ​ເຖິງ​ເວ​ລາ 23 ໂມງ. ໃນ​ລະ​ດູ​ຮ້ອນ, ​ແຕ່​ລະ​ມື້ຂ້າ​ພະ​ເຈົ້າ​ພັກ​ຜ່ອນ​ພຽງ​ສອງ​ສາມ​ຊົ່ວ​ໂມງ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ໝົດ​ມື້​ແຕ່​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ. ເມື່ອ​ເຫັນ​ຜັກ​ຂຽວ​ສົດ, ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ ແລະ​ ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອແຂກ​ມາ​ຊື້​ເວົ້າ​ວ່າ, ຍ້ອນ​ມີ​ຕະຫຼາດ​ສວນ​ນີ້, ເຂົາ​ເຈົ້າ​ຈຶ່ງ​​ໄດ້​ກິນ​ຜັກ​ແຊບ​ ແລະ ສົດ​ຄື​ແນວ​ນັ້ນ”.

        ຜົວ​ເມຍ​ແມ່​ຕູ້ ບອກ ມີ​ລູກ​ 3 ຄົນ, ເຂົາ​ເຈົ້າ​ລ້ວນ​ແຕ່​ເຕີບ​ໃຫ​ຍ່ ແລະ ໄດ້​ສ້າງ​ຄອບ​ຄົວ​ແລ້ວ. ເມື່ອ​ຮອດ​ທ້າຍ​ເດືອນ 11 ຂອງ​ທຸກໆ​ປີ, ເວ​ລາ​ນັ້ນ​ອາ​ກາດ​ຢູ່ ວໍ​ຊິງ​ຕັນ ດີ​ຊີ ໜາວຫຼາຍ, ປູກ​ຜັກ​ບໍ່​ໄດ້. ຜົວ​ເມຍ​ແມ່​ຕູ້​ກໍ່​ກັບ​ຄືນ​ບ້ານ​ຂອງ​ຕົນ​ຢູ່​ລັດ Florida ທາງ​ພາກ​ໃຕ້​ອາ​ເມ​ລິ​ກາ​ເພື່ອ​ພັກ​ໜາວ. ເວ​ລາ​ນັ້ນ, ບັນ​ດາລູກ​ຄ້າຜູ້​ທີ່​ມັກ​ກິນ​ຜັກ​ຫວຽດ​ນາມ ຈະ​ຕ້ອງ​ລໍ​ຖ້າ​ຮອດ​ເດືອນ 4 ປີ​ໜ້າ ຈຶ່ງ​ມີ​ຜັກ​ເພື່ອ​ຊື້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ