ເຮືອນອັດສະລິຍະ Make in Vietnam - ທ່າອ່ຽງພັດທະນາໃໝ່

(VOVWORLD) - Smart home ຢູ່ ຫວຽດນາມ ໄດ້ປະກົດຕົວກ່ອນນີ້ 10 ປີແລ້ວ, ດ້ວຍບັນດາເຕັກໂນໂລຊີເຊື່ອມຕໍ່ອັດສະລິຍະ, ໂດຍໃຫ້ບັນດາເຈົ້າຂອງເຮືອນສາມາດບັນຊາເຄື່ອງນຳໃຊ້ໃນຄອບຄົວທຸກຢ່າງໂດຍຜ່ານໂທລະສັບມືຖືທີ່ເຊື່ອມຕໍ່ກັບອິນເຕີເນັດ.
ເຮືອນອັດສະລິຍະ Make in Vietnam - ທ່າອ່ຽງພັດທະນາໃໝ່ - ảnh 1(ພາບປະກອບ: vneconomy.vn)
 
 

ຢູ່ ຫວຽດນາມ, ຕະຫຼາດເຮືອນອັດສະລິຍະ (Smart home) ພວມພັດທະນາຢ່າງວ່ອງໄວ ແລະ ລູກຄ້ານັບມື້ນັບນິຍົມ. ຍ້ອນເຫດນັ້ນ, ບັນດາວິສາຫະກິດຢູ່ພາຍໃນປະເທດ ໄດ້ລົງທຶນ, ພັດທະນາບັນດາໂຄງການ, ບັນດາຊອບແວອັດສະລິຍະ… ຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ. ພິເສດ, ບັນດາວິສາຫະກິດໄດ້ຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນ Smart home “Make in Viet Nam” ທີ່ມີຄຸນນະພາບສູງ, ລາຄາເໝາະສົມ, ຫຼາຍຮູບຫຼາຍແບບ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ.

18 ໂມງ, ຫຼັງຈາກເລີກງານແລ້ວກັບເມືອບ້ານ, ອ້າຍ ຫງວຽນກວາງຈູງ, ຢູ່ ມິ້ດິ່ງ, ຮ່າໂນ້ຍ, ກໍ່ສາມາດພັກຜ່ອນຢູ່ຕັ່ງຮັບຟັງສຽງດົນຕີທີ່ດັງກ້ອງຢູ່ທົ່ວຫ້ອງຮັບແຂກຊັ້ນ 1. ນອກຈາກເລື່ອງບັນຊາການເປີດປະຕູໂຂງເຮືອນແບບອັດຕະໂນມັດໂດຍຜ່ານໂທລະສັບມືຖືແລ້ວ, ອ້າຍ ຈູງ ກໍ່ເປີດເພງດ້ວຍແອັບ WeSmart ທີ່ໄດ້ຕິດຕັ້ງໃນໂທລະສັບມືຖື. ກ່ອນທີ່ຈະກໍ່ສ້າງເຮືອນຢູ່ນັ້ນ, ອ້າຍ ຈູງ ກໍ່ຊອກຮູ້ ແລະ ຄົ້ນຄວ້າບັນດາເຕັກໂນໂລຊີອັດສະລິຍະຢູ່ຕ່າງປະເທດ, ແຕ່ເຫັນວ່າ ມັນບໍ່ເໝາະສົມກັບຜູ້ເຖົ້າ ແລະ ເດັກນ້ອຍ, ຍ້ອນເຄື່ອງບັນຊາລ້ວນແຕ່ໃຊ້ພາສາອັງກິດ. ສະນັ້ນ, ອ້າຍ ຈູງ ໄດ້ເລືອກເອົາ WeSmart, ດ້ວຍເຕັກໂນໂຊຊີຂອງຊາວ ຫວຽດນາມ ອອກແບບ, ແນະນຳລ້ວນແຕ່ດ້ວຍພາສາ ຫວຽດ.

ຂ້າພະເຈົ້າໄດ້ສຳພັດກັບ WeSmart ເມື່ອມີເພື່ອນຜູ້ໜຶ່ງກໍ່ແລກປ່ຽນກັບຂ້າພະເຈົ້າກ່ຽວກັບບັນດາມາດຕະການນຳໃຊ້ Smart home, ສະນັ້ນ, ຂ້າພະເຈົ້າກໍ່ຊອກຮູ້ຕື່ມອີກ. ຂ້າພະເຈົ້າເລືອກນຳໃຊ້ WeSmart ແມ່ນຍ້ອນ WeSmart ມີເຕັກໂນໂລຊີທີ່ມີຄວາມແຕກຕ່າງກັນກວ່າເມື່ອທຽບໃສ່ຫົວໜ່ວຍອື່ນໆ. ຕົວຢ່າງຄື, ບັນດາຫົວໜ່ວຍອື່ນໆເຄື່ອງ smart home ເຂົາເຈົ້າໄດ້ນຳໃຊ້ສັນຍານ Wifi ເພື່ອບັນຊາເຄື່ອງຂອງຢູ່ໃນເຮືອນທຸກຢ່າງ, ແຕ່ WeSmart ບໍ່ນຳໃຊ້ Wifi ເພື່ອບັນຊາ ຫາກນຳໃຊ້ສັນຍານແບບອື່ນ. ສັນຍານທີ່ WeSmart ນຳໃຊ້ໃນເຮືອນແມ່ນປອດໄພ, ສະນັ້ນ, ນີ້ກໍ່ແມ່ນໜຶ່ໃນບັນດາປັດໄຈເຊິ່ງຂ້າພະເຈົ້າເລືອກເພື່ອເອົານຳໃຊ້”.

Smart home ຢູ່ ຫວຽດນາມ ໄດ້ປະກົດຕົວກ່ອນນີ້ 10 ປີແລ້ວ, ດ້ວຍບັນດາເຕັກໂນໂລຊີເຊື່ອມຕໍ່ອັດສະລິຍະ, ໂດຍໃຫ້ບັນດາເຈົ້າຂອງເຮືອນສາມາດບັນຊາເຄື່ອງນຳໃຊ້ໃນຄອບຄົວທຸກຢ່າງໂດຍຜ່ານໂທລະສັບມືຖືທີ່ເຊື່ອມຕໍ່ກັບອິນເຕີເນັດ. ໃນຂະນະທີ່ ເຈົ້າຂອງເຮືອນຍັງບໍ່ທັນກັບເມືອຮອດບ້ານ ກໍ່ສາມາດເປີດ, ມອດລະບົບໄຟຟ້າ, ຄື: ດອກໄຟ, ພັດລົມ, ແອ, ໝໍ້ນ້ຳຮ້ອນ… ກໍ່ຍ້ອນເລື່ອງການບັນຊາທີ່ທັນສະໄໝນີ້, ຜະລິດຕະພັນ Smart home ພວມຄ່ອຍໆໄດ້ນຳໃຊ້ໃນຫຼາຍຄອບຄົວຢູ່ ຫວຽດນາມ.

ມີໂຄງການ Smart home ໃຫຍ່ຈຳນວນໜຶ່ງໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ, ລວມມີ: Vinhomes, Gamuda City, Vingroup, Richlane Residences… ນີ້ແມ່ນບັນດາໂຄງການເຊິ່ງລູກຄ້າມີຄວາມສົນໃຈ ຍ້ອນບັນດາຜົນປະໂຫຍດທີ່ທັນສະໄໝ, ປອດໄພ ແລະ ປະຢັດພະລັງງານ. ທ່ານສາດສະດາຈານ ເຈິ່ນຄັກທາກ, ຫົວໜ້າໂຄງການ Smart home WeSmart, ບໍລິສັດຫຸ້ນສ່ວນພັດທະນາການຄ້າ ແລະ ການບໍລິການ WeSmart, ໃຫ້ຮູ້ວ່າ:

ເມື່ອເຄື່ອງອຸປະກອນອິນເຕີເນັດສັບພະສິ່ງ (IoT) ໄດ້ພັດທະນາຄືໃນປະຈຸບັນ, ເລື່ອງນຳໃຊ້ເຂົ້າໃນທຸກຂົງເຂດຂອງການດຳລົງຊີວິດແມ່ນມີຄວາມຈຳເປັນ. ຄືດັ່ງທີ່ພວກເຮົາໄດ້ຮູ້ແລ້ວວ່າ ສັງຄົມພັດທະນາ, ແຕ່ລະຄອບຄົ, ສ່ວນບຸກຄົນຈະມີເວລາໜ້ອຍກວ່າ. ສະນັ້ນ, ເລື່ອງສ້າງເຕັກໂນໂລຊີເພື່ອຊ່ວຍພວກເຮົາປະຢັດເວລາໃນການເຄື່ອນໄຫວບັນຊາກວ່າ, ກໍຄືການນຳໃຊ້ໃນເວລາທີ່ພວກເຮົາພັກຜ່ອນຢູ່ກັບຄອບຄົວແມ່ນທິດກ້າວເດີນທີ່ດ”.

ຕະຫຼາດ Smart home ອັດສະລິຍະພວມພັດທະນາ. ເຖິງຢ່າງໃດກໍ່ຕາມ, ຍັງມີສິ່ງທ້າທາຍບາງຢ່າງ, ຄື: ແຫຼ່ງຊັບພະຍາກອນທີ່ມີວິຊາສະເພາະ ແລະ ເຕັກນິກ, ລາຄາຜະລິດຕະພັນຍັງສູງຢູ່… ນີ້ແມ່ນບັນດາສິ່ງທ້າທາຍທີ່ຕ້ອງຜ່ານຜ່າ ເພື່ອໃຫ້ຕະຫຼາດ Smart home ຢູ່ ຫວຽດນາມ ພັດທະນາແບບຍືນຍົງ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕ້ອງການ Smart home ທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນ, ພ້ອມກັບການພັດທະນາຂອງເສດຖະກິດ ຫວຽດນາມ, ບັນດາໂຄງການ Smart home ໄດ້ສ້າງຂຶ້ນໃນບັນດາເຂດຕົວເມືອງ, ບັນດາໂຄງການອະສັງຫາລິມະຊັບທີ່ມີຄຸນນະພາບສູງ… ເຊິ່ງຈະສ້າງກຳລັງໜູນໃຫ້ແກ່ຕະຫຼາດ Smart home ຢູ່ ຫວຽດນາມ. ທ່ານສາດສະດາຈານ ເຈິ່ນຄັກທາກ, ໃຫ້ຮູ້ຕື່ມອີກວ່າ:

ຈຸບັນ, ມາດຕະການແກ້ໄຂຂອງພວກຂ້າພະເຈົ້າແມ່ນມຸ່ງໄປເຖິງເລື່ອງຫັນເຮືອນຢູ່ຂອງພວກເຮົາໃຫ້ກາຍເປັນບ່ອນເພື່ອໃຫ້ພວກເຮົາທັງໄດ້ພັກຜ່ອນ, ທັງນຳໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ. ພວກເຮົາສາມາດບັນຊາໃຫ້ເຄື່ອງທີ່ນຳໃຊ້ໄຟຟ້າທຸກຢ່າງຢູ່ໃນເຮືອນດ້ວຍສຽງເວົ້າ, ຫຼື ຜ່ານໂທລະສັບມືຖື. ພິເສດກວ່າແມ່ນ, ປະຈຸບັນ ດ້ວຍເຕັກໂນໂລຊີພັດທະນານັ້ນ, ບໍລິສັດພວກຂ້າພະເຈົ້າໄດ້ຜັນຂະຫຍາຍ ແລະ ນຳໃຊ້ເຕັກໂນໂລຊີຢັ້ງຢືນດ້ວຍໃບໜ້າ ເພື່ອຍົກສູງບັນດາມາດຕະການຄວາມປອດໄພໃຫ້ແກ່ແຕ່ລະຄອບຄົວ”.

ພ້ອມກັບວິວັດການພັດທະນາ, ສ້າງພື້ນຖານເສດຖະກິດໃຫ້ສົມບູນແບບ ແລະ ທັນສະໄໝ ຕາມທິດເຊື່ອມໂຍງເຂົ້າກັບສາກົນ, ເຄືອຂ່າຍອິນເຕີເນັດພັດທະນາ ຈະຊ່ວຍໃຫ້ມະນຸດມີຫຼາຍເຄື່ອງມືເພື່ອຮັບໃຊ້ການຊອກຮູ້ເອງ, ປຽບທຽບ ແລະ ຕີລາຄາສັບພະຄຸນ, ຕົ້ນກຳເນີດຂອງບັນດາເຄື່ອງອັດສະລິຍະ. ບັນດາປັດໄຈດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ບັນດາບໍລິສັດອັດສະລິຍະ ນຳຜະລິດຕະພັນ “Make in Viet Nam” ເຂົ້າໃກ້ກັບຜູ້ຊົມໃຊ້ໃຫ້ຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ