ແທັງ​ຮ້​ວາ: ນ​ຳ​ເຕັກ​ໂນ​ໂລ​ຢີ​ໄປ​ຍັງ​ເຂດ​ຫ່າງ​ໄກ​ສອກຫຼີກ

(VOVWORLD) - ຢູ່ເຂດພູສູງແຂວງ ແທັງຮວາ, ດ້ວຍລັກສະນະພິເສດຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍກວມເອົາ 90% ປະຊາກອນ, ເພື່ອປະຕິບັດການຫັນເປັນດີຈີຕອນ, ບັນດາທ້ອງຖິ່ນໄດ້ສ້າງກຸ່ມເຕັກໂນໂລຢີດີຈີຕອນປະຊາຄົມຢູ່ບັນດາໝູ່ບ້ານ. ກຸ່ມເຕັກໂນໂລຢີດີຈີຕອນນີ້ມີໜ້າທີ່ໄປເຖິງແຕ່ລະບ້ານ, ແນະນຳໃຫ້ປະຊາຊົນໂດຍກົງກ່ຽວກັບການນຳໃຊ້ບັນດາວັດຖຸອຸປະກອນເຕັກໂນໂລຢີ, ເຂົ້າອິນເຕີເນັດເພື່ອອ່ານຂໍ້ມູນ, ຊອກຮູ້ຄວາມຮູ້ຮັບໃຊ້ຊີວິດການເປັນຢູ່, ຍິ່ງໄປກ່ວານັ້ນແມ່ນການດຳເນີນທຸລະກິດ, ຄ້າຂາຍ.

ແທັງ​ຮ້​ວາ: ນ​ຳ​ເຕັກ​ໂນ​ໂລ​ຢີ​ໄປ​ຍັງ​ເຂດ​ຫ່າງ​ໄກ​ສອກຫຼີກ - ảnh 1ພາບປະກອບ: ຊີດຶກ

ເອື້ອຍໂດທິຖຸຍ ຢູ່ຖະໜົນ ແຕ່ນຕັ້ນ, ເມືອງເມື່ອງລາດ, ແຂວງແທັງຮວາ ແມ່ນຜູ້ນຳໜ້າໃນການເຂົ້າເຖິງຂໍ້ມູນຂ່າວສານ, ຫັນເປັນດີຈີຕອນຢູ່ເຂດຊາຍແດນ. ຍ້ອນໄດ້ຮັບການແນະນຳຈາກກຸ່ມເຕັກໂນໂລຢີດີຈີຕອນ, ພ້ອມກັບການຮ່ຳຮຽນ, ຊອກຮູ້ດ້ວຍຕົນເອງ, ໄລຍະຜ່ານມາ, ເອື້ອຍສວຍໃຊ້ທ່າໄດ້ປຽບຈາກອິນເຕີເນັດ, ສື່ສັງຄົມອອນໄລໃນການດຳເນີນທຸລະກິດ, ຄ້າຂາຍ. ຖ້າໃນເມື່ອກ່ອນ, ແຕ່ລະເທື່ອທີ່ໄປເອົາສິນຄ້າ ເອື້ອຍຖຸຍຕ້ອງເດີນທາງໄປກ່ວາ 250 ກີໂລເມັດດ້ວຍລົດໂດຍສານ ເພື່ອເລືອກເອົາສິນຄ້າແຕ່ລະຊະນິດ, ແຕ່ປັດຈຸບັນແມ່ນຕ່າງແລ້ວ, ເອື້ອຍໃຫ້ຮູ້ວ່າ:

ປັດຈຸບັນ ຂ້າພະເຈົ້າບໍ່ຕ້ອງໄປເອົາສິນຄ້າໂດຍກົງແລ້ວ, ພຽງແຕ່ໃຊ້ໂທລະສັບເຊື່ອມຕໍ່ ແອັບ zalo, ເລືອກເອົາສິນຄ້າ ມັກແບບໃດເຂົາເຈົ້າຈະສົ່ງມາໃຫ້ເຮົາແບບນັ້ນ. ສິນຄ້າກໍ່ໄດ້ສົ່ງມາໄວທີ່ສຸດ, ສະດວກຫຼາຍ ແລະ ບໍ່ຕ້ອງເສຍຄ່າເດີນທາງໄປມາຫຼາຍ.

ບັນດາຜູ້ນຳໃຊ້ເຕັກໂນໂລຢີ, ອຸປະກອນສະມາດທີ່ຄ່ອງແຄ້ວຄືເອື້ອຍຖຸຍ ຢູ່ເຂດຊາຍແດນນີ້ນັບມື້ນັບຫຼາຍຂຶ້ນ. ການຫັນເປັນດີຈີຕອນບໍ່ພຽງແຕ່ໄດ້ຮັບໃຊ້ຄວາມຕ້ອງການໃນຊີວິດປະຈຳວັນເທົ່ານັ້ນ, ຫາກຍັງສ້າງກາລະໂອກາເພື່ອເຂົ້າເຖິງຂໍ້ມູນຂ່າວສານ, ດຳເນີນທຸລະກິດ, ຄ້າຂາຍໃຫ້ແກ່ປະຊາຊົນອີກດ້ວຍ. ປ້າ ຮ່າທິຮວຽນ ຢູ່ເທດສະບານ ເຊີນລື, ເມືອງກວານເຊີນ, ແຂວງ ແທັງຮວາ ໄດ້ນຳໃຊ້ບັນດາໂປຼແກຼມສື່ສັງຄົມອອນລາຍເພື່ອ ແນະນຳ ແລະ ຂາຍສິນຄ້າພິເສດຂອງບ້ານເກີດເມືອງນອນຫຼາຍຢ່າງໃຫ້ແກ່ແຂກທີ່ຢູ່ໃກ້ ແລະ ໄກ:

ເຕັກໂນໂລຢີ, ຂໍ້ມູນຂ່າວສານນັບມື້ນັບພັດທະນາ, ຂ້າພະເຈົ້າໄດ້ຖ່າຍຮູບຜະລິດຕະພັນທີ່ງານ, ຜະລິດຕະພັນທີ່ມີຄຸນນະພາບແລ້ວເອົາລົງສື່ສັງຄົມ. ຜ່ານນັ້ນ, ກໍ່ມີຫຼາຍຄົນໄດ້ສົນໃຈເຂົ້າເບິ່ງ ແລະ ມັກຜະລິດຕະພັນນີ້ຫຼາຍ. ໃນເມື່ອກ່ອນຂ້າພະເຈົ້າມີແຕ່ຂາຍເຄື່ອງໃນບໍລິເວນໃກ້ໆນີ້, ປັດຈຸບັນ ຍ້ອນມີເຕັກໂນໂລຢີ ຂ້າພະເຈົ້າສາມາດຂາຍສິນຄ້າຢູ່ພາກໃຕ້, ຫວູງເຕົາ, ເຫ້ວ…

ຕາແສງຈຸງຮະ, ເມືອງກວານເຊີນ ແລະ ຕາແສງຝູ່ຍີ, ເມືອງເມື່ອງລາດ, ແມ່ນບັນດາທ້ອງຖິ່ນເຂດພູສູງທີ່ທຸກຍາກກ່ວາໝູ່ໃນແຂວງ. ຢູ່ນີ້ມີພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍກວມເອົາກ່ວາ 90% ປະຊາກອນ, ອຳນາດການປົກຄອງບັນດາຕາແສງນີ້ໄດ້ຊີ້ນຳກຸ່ມເຕັກໂນໂລຢີດີຈີຕອນປະຊາຄົມໄປເຖິງແຕ່ລະບ້ານ, ແນະນຳປະຊາຊົນໂດຍກົງກ່ຽວກັບການນຳໃຊ້ບັນດາວັດຖຸອຸປະກອນເຕັກໂນໂລຢີ, ເຂົ້າອິນເຕີເນັດເພື່ອອ່ານຂໍ້ມູນ, ຊອກຮູ້ຄວາມຮູ້ຮັບໃຊ້ຊີວິດການເປັນຢູ່. ທ່ານ ຮ່າກົງອຸຍ, ປະທານຄະນະກຳມະການປະຊາຊົນຕາແສງຈຸງຮະ, ເມືອງກວານເຊີນ ໃຫ້ຮູ້ວ່າ ທາງຕາແສງ ໄດ້ສຳຫຼວດກວດກາ, ຕີລາຄາຄວາມສາມາດໃນການສັບຊ້ອນແຕ່ລະໜ້າທີ່ຫັນເປັນດີຈີຕອນຕາມລຳດັບ, ສຸມໃສ່ສ້າງອຳນາດການປົກຄອງເອເລັກໂຕນິກ, ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວດ້ານວິຊາການຂອງພະນັກງານ, ລັດຖະກອນ, ຊ່ວຍໃຫ້ວຽກງານຊີ້ນຳ, ບໍລິຫານ ແລະ ຮັບໃຊ້ປະຊາຊົນໄດ້ດີກ່ວາເກົ່າ. ທ່ານ ຮ່າກົງອຸຍ ເນັ້ນໜັ້ກວ່າ:

ພະນັກງານຊີ້ນຳຄຸ້ມຄອງຂັ້ນຕາແສງຕ້ອງນຳໜ້າ, ເປັນແບບຢ່າງທີ່ດີເພື່ອປະຕິບັດ, ຕ້ອງມີຄວາມຮັບຮູ້ລະດັບຄວາມສຳຄັນຂອງບັນຫາຫັນເປັນດີຈີຕອນຢ່າງຈະແຈ້ງ. ພວກຂ້າພະເຈົ້າສືບຕໍ່ຍູ້ແຮງການໂຄສະນາ, ເຊື່ອມຊືມໃຫ້ແກ່ພະນັກງານ, ລັດຖະກອນ ແລະ ປະຊາຊົນເຂົ້າໃຈກ່ຽວກັບການຫັນເປັນດີຈີຕອນ, ເພື່ອຍົກອອກບັນດາມາດຕະການແກ້ໄຂ, ປະຕິບັດສຳເລັດບັນດາຄາດໝາຍໃນປີ 2023.

ການຫັນເປັນດີຈີຕອນຢູ່ເຂດພູສູງແທັງຮວາ ໄດ້ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ພິເສດ, ສຳລັບເຂດຫ່າງໄກສອກຫຼີກ, ບ່ອນທີ່ມີພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍດຳລົງຊີວິດເປັນສ່ວນຫຼາຍ, ລະດັບຄວາມຮູ້, ຄວາມຊີ້ນເຄີຍຂອງປະຊາຊົນຢູ່ແຫ່ງນີ້ສ່ວນຫຼາຍແມ່ນຍັງຈຳກັດ. ເຖິງຢ່າງໃດກໍ່ຕາມ, ດ້ວຍວິທີການເຮັດວຽກທີ່ແທດຈິງ, ມີປະສິດທິຜົນ, ຖືປະຊາຊົນເປັນເຈົ້າຂອງໃນວິວັດການຫັນເປັນດີຈີຕອນ, ຫຼາຍທ້ອງຖິ່ນ ໄດ້ມານະພະຍາຍາມບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ. ປີ 2022, ເທດສະບານເມື່ອງລາດ, ເມືອງເມື່ອງບາດ ແລະ ເທດສະບານຊວນລື, ເມືອງກວານເຊີນ ແມ່ນບັນດາຕາແສງເຂດພູສູງແຫ່ງທຳອິດໄດ້ປະຕິບັດສຳເລັດການຫັນເປັນດີຈີຕອນ. ທ່ານ ເງິນຈ້ອງຮຽບ, ປະທານຄະນະກຳມະການປະຊາຊົນເທດສະບານເມື່ອງລາດ, ເມືອງເມື່ອງລາດ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ປະຕິບັດການຜັນຂະຫຍາຍການຫັນເປັນດີຈີຕອນຢູ່ບັນດາທ້ອງຖິ່ນ ເປັນຢ່າງດີແລ້ວ, ພວກຂ້າພະເຈົ້າໄດ້ບໍລິຫານບັນດາວຽກງານຂອງອົງການ, ຫົວໜ່ວຍຢ່າງມີວິທະຍາສາດ, ປະຢັດໄດ້ທັງເວລາ ແລະ ເຮືອແຮງ. ພ້ອມທັງ, ປະຊາຊົນກໍ່ໄດ້ສຳຜັດກັບເຕັກໂນໂລຢີ, ນຳໃຊ້ເຂົ້າໃນການດຳເນີນທຸລະກິດ, ຄ້າຂາຍ, ນຳມາເຊິ່ງປະສິດທິຜົນສູງທີ່ສຸດ.

ບັນດາປະສິດທິຜົນຢ່າງແທດຈິງເຊິ່ງການຫັນເປັນດີຈີຕອນນຳມາໃຫ້ເຂດພູສູງແມ່ນບາດກ້າວເປັນໜ້າຊື່ນຊົມ ຂອງແຂວງແທັງຮວາ ໃນເປົ້າໝາຍກາຍເປັນ 1 ໃນ 10 ແຂວງນຳໜ້າໃນການຫັນເປັນດີຈີຕອນໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ