ໂລກຍ້ອງຍໍສັນລະເສີນພົນເອກ ຫວໍງວຽນຢາບ


​(vovworld) – ພົນ​ເອກ ຫວໍ​ງວຽນ​ຢາ​ບ ບໍ່​ພຽງ​ແຕ່​ແມ່ນ​ນາຍ​ພົນ​ທີ່​ປີ​ຊາ​ສາມາດ​ຂອງ​ປະຊາຊົນ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ນາຍ​ພົນຜູ້​ປີ​ຊາ​ສາມາດທີ່​ໄດ້​ຮັບ​ຄວາມ​​ເຄົາລົບ​ນັບຖື​ຈາກ​​ໂລກ ​ແລະ ຄູ່​ຕໍ່ສູ້​ອີກ​ດ້ວຍ. ຄວາມ​ສາມາດ​ດ້ານ​ການ​ທະຫານ ພ້ອມ​ກັບ​ບຸກຄະ​ລິກທີ່​ລຽບ​ງາຍ​ຂອງ​ທ່ານ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ນັກຮຽນ​ຮູ້​ສາກົນ.

 ໂລກຍ້ອງຍໍສັນລະເສີນພົນເອກ ຫວໍງວຽນຢາບ - ảnh 1

ຊາວ​ອົດ​ສະ​ຕາ​ລີ​ມາ​ໄຫ້​ວອາ​ໄລທ່ານ​ພົນ​ເອກ

(ພາບ: vov)

ສຳ​ລັດ​ທ່ານ Hisao Suzuki, ຜູ້ອຳນວຍການ​ບໍລິສັດ​ປຶ້ມ Coal Sack (ຍີ່ປຸ່ນ), ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ແມ່ນ​ຕົວ​ແທນ​ແຫ່ງ​ນຳ້​ໃຈ​ພິລະ​ອາດ​ຫານ​​ໃນ​ການ​ຕ້ານ​ສັດຕູ​ຕ່າງ​ດ້າວ​ຂອງ​ຊາດ​ຫວຽດນາມ, ​ເປັນ​ຕົວ​ແທນ​ໃຫ້​ແນວ​ຄິດ​ເອກະລາດ ​ເສລີພາບ​ຂອງ​ບັນດາ​ຊາດ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ

ພົນ​ເອກ ຫວໍ​ງວຽນ​ຢາ​ບ  ບໍ່​ພຽງ​ແຕ່​ແມ່ນວິລະ​ຊົນ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິລະ​ຊົນ​ຂອງ​ອາຊີ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິລະ​ຊົນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ດ້ວຍ​ໄຊຊະນະ ດ້ຽນບຽນ​ຝູປີ 1954, ພົນ​ເອກ ຫວໍ​ງວຽນ​ຢາ​ບ​ໄດ້​​ເຮັດ​ໃຫ້​​ແນວ​ຄິດ​ປັດ​ສະ​ຍາ​ການ​ເມືອງ​, ການ​ທະຫານ ຂອງ​ປະທານ ​ໂຮ່ຈີ​ມິນ ປະກົດ​ຜົນ​ເປັນ​ຈິງ. ນັ້ນ​ແມ່ນ​ບໍ່​ມີ​ຫຍັງ​ລຳ້​ຄ່າ​ກວ່າ​ເອກະລາດ, ​ອິດ​ສະລະ​ພາບ. ​

ຕາມ​​ພົນ​ເຮືອ​ຕີ Jean Dufourcq, ບັນນາ​ທິການ​ໃຫຍ່​ວາລະ​ຫານ​ປ້ອງ​ກັນຊາດ ຝລັ່ງ ​ແລ້ວ, ພົນ​ເອກ ຫວໍ​ງວຽນ​ຢາ​ບ ບໍ່​ພຽງ​ແຕ່​ມີ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ສະຕິ​ຮັບຜິດຊອບ​ດ້ານ​ການ​ເມືອງ​ອີກ​ດ້ວຍ.   “ບັ້ນຮົບ​ດ້ຽນບຽນ​ຝູມີ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່ ​ແຕ່​ຕາມ​ຂ້າພະ​ເຈົ້າ​ແລ້ວ, ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ປະຕິບັດ​ໄດ້ 2 ວຽກງານ​ທີ່​ສຳຄັນ, ນັ້ນ​ແມ່ນຈາກ​ກຸ່ມ​ທະຫານ​ນ້ອຍ, ຂາດ​ເຂີນ, ​ທ່ານ​ໄດ້​ເຕົ້າ​ໂຮມ ​ແລະ ສ້າງ​ເປັນ​ກອງທັບ​ທີ່​ມີ​ການຈັດຕັ້ງ, ກາຍ​ເປັນ​ບັນດາ​ກອງພັນ, ກອງ​ພົນ​ມີ​ກຳລັງ​ແຮງ​ສາມາດ​ຕໍ່ສູ້​ກັບ​ກອງທັບ​ຝະລັ່ງ​ໄດ້. ທີ​ສອງ​ແມ່ນ, ທ່ານພົນ​​ເອກຫວໍ້​ງວຽນ​ຢາ​ບ ​ໄດ້​ເປີດ​ເຂດ​ຕໍ່ຕ້ານ​ຈາກ​ເຂດ​ຊາຍ​ແດນ​ຫວຽດນາມ-​ຈີນ ເຊື່ອມ​ຕໍ່ກັບ​ເຂດ​ພາກ​ເໜືອ ​ເພື່ອ​ສ້າງ​ພື້ນຖານ, ​​ເຂດ​ການ​ທະຫານ-​ພະລາ​ທິການ, ຈາກ​ນັ້ນສ້າງ​ເປັນກຳລັງ​ດັນ ​ແລະ ຕີ​ເອົາ​ຊະນະ​ກອງທັບ​ຝະລັ່ງ ຢູ່​ບັນດາສະໜາ​ມຮົບ​​ທາງ​ພາກ​ເໜືອ​ຫວຽດນາມ“.

 ໂລກຍ້ອງຍໍສັນລະເສີນພົນເອກ ຫວໍງວຽນຢາບ - ảnh 2
ສະມາຊິກ​ສະພາ​ຕ່ຳ​ອາ​ເມ​ລິ​ກາ Faleomavaega ​ໄຫ້​ວອາ​ໄລທ່ານ​ພົນ​ເອກ

(ພາບ: vov)

  ອະດີດພັນ​ເອກກອງທັບ​ບົກ​ອາ​ເມ​ລິ​ກາ Andre Sauvageot ຜູ້​ເຄີຍ​ເຂົ້າຮ່ວມ​ສົງຄາມ​ຢູ່​ຫວຽ​ດນາມ ​ໃນ​ໄລຍະ​ 9 ປີ (1964-1973) ຖື​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ບໍ່​ພຽງແຕ່ແມ່​ນາຍ​ພົນ​ຜູ້​ມີ​ຄວາມເກັ່ງ​ກ້າ​ສາມາດ, ​ແມ່ນການ​ນຳ​ທະຫານ​ທີ່ຍິ່ງ​ໃຫ່ຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຜູ້​ຖະໜອມ​ຖ່ອມຕົວອີກ​ດ້ວຍ:

   “ຂ້າພະ​ເຈົ້າຍັງ​ຈື່​ຈຳ​ວ່າ, ​ໃນການພົບ​ປະ​ກັບ​ນາຍ​ພົນ John Vesey (ທູດ​ພິ​ເສດ​ຂອງ​ປະທານ​ທິບໍດີ Ronald Raegan ​ແລະ ປະທານາທິບໍດີ George H.W.Bush ກ່ຽວ​ກັບ​ນັກ​ໂທດ​ສົງຄາມ ​ແລະ ທະຫານ​ອາ​ເມ​ລິ​ກາ​ຫາຍ​ສາບ​ສູນ​ໃນ​ການ​ປະຕິບັດ​ໜ້າ​ທີ່ (POW/MIA), ​ເຖິງ​ວ່າ​ແມ່ນ​ຕົວ​ພະຍານປະຫວັດສາດກໍ່ຕາມ​ແຕ່​ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ຍັງມີ​ຄວາມ​ສະຫງຽມຄ່ຽມຄົມທີ່​ສຸດ​ເມື່ອ​ເວົ້າກ່ຽວ​ກັບ​ຜົນສຳເລັດ​ຂອງ​ຕົນ. ທ່ານ​ອະທິບາຍ​ກັບນາຍ​ພົນ John Vesey ວ່າ: ນັ້ນ​ແມ່ນ​ຍ້ອນມີນະ​ໂຍບາຍ​ທີ່ຖືກຕ້ອງ​ຂອງ​ພັກ, ຂອງ​ການ​ປະຕິວັດ​ຫວຽດນາມ ​ແລະ ຂອງ​ທ່ານ​ປະ​ທ່ານ​ໂຮ່ຈິ​ມິນ“.

 ໂລກຍ້ອງຍໍສັນລະເສີນພົນເອກ ຫວໍງວຽນຢາບ - ảnh 3
ຄະນະ​ຜູ້​ແທນ​ລາວ ​ໄຫ້​ວອາ​ໄລທ່ານ​ພົນ​ເອກ

(ພາບ: tienphong.vn)

  ຊື່​ງສຽງ ​ແລະ ບຸກຄະ​ລິກຂອງ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ ປຊຊ ປະ​ເທດ​ຕ່າ​ງໆ. ສາດສະດາຈານ, ດຣ ບົວ​ລີ, ຫົວໜ້າ​ພະ​ແນ​ກພາສາ ​ແລະ ສື່​ມວນ​ຊົນ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໃຫ້​ຮູ້​ວ່າ:

   “ຂ້າພະ​ເຈົ້າ​​ເຄີຍ​ຮ່ຳຮຽນ​ຢູ່​ຫວຽດນາມ ​ແລະ ​ໄດ້​ຮັບ​ຟັງ, ອ່ານ​ຫຼາຍ​ກ່ຽວ​ກັບ​ຄວາມ​ປີ​ຊາ​ສາມາດ​ຂອງທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ. ທ່ານ​ແມ່ນ​ສັນຍາ​ລັກ​​ແຫ່ງຈິດ​ໃຈ ​ແລະ ພູມ​ປັນຍາ​ຂອງ ປຊຊ ຫວຽດນາມ ​ໃນ​ການ​ຕໍ່ຕ້ານ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ. ທ່ານ​ບໍ່​ພຽງ​ແຕ່​ມີ​ຜົນ​ສະທ້ອນ​ຕໍ່ ປຊຊ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ສຳລັບ ປຊຊ ລາວ​, ກຳປູ​ເຈຍ ອີກ​ດ້ວຍ“.

  ຕາມທ່ານ Anatoly Sokolov ນັກ​ຫວຽດນາມ​ວິທະຍາຊາວ​ລັດ​ເຊຍ ​ແລ້ວ, ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ມີ​ບັນດາ​ຊື່​​ເອີ້ນທີ່​ແຕກ​ຕ່າງ​ກັນ, ​ເຄີຍ​ດຳລົງ​ບັນດາ​ຕຳ​ແໜ່​ງສູງ​ຢູ່​ຫວຽດນາມ ​ແຕ່​ສຳລັບ​ທົ່ວໂລກ​ແລ້ວ, ທ່ານ​ແມ່ນ “ນາຍ​ພົນ“. ທ່ານ​ມີ​ຜົນ​ສະທ້ອນ​ຢ່າງ​ກ້ວາງ​ຂວາງ​​ພໍ​ສົມຄວນໃນ​ໝູ່​ນັກ​ປັນຍາ​ຊົນ​ຊາວ​ລັດ​ເຊຍ:

   “ປະຈຸ​ບັນ, ຢູ່​ລັດ​ເຊຍ, ມີນັກຄົ້ນຄ້ວາ​ປະຫວັດສາດ ​ແລະ ນັກ​ສຶກສາ​ລັດ​ເຊຍ​ຫຼາຍ​ຄົນ​ໄດ້ສົນ​ໃຈ ​ແລະ ຊອກ​ອ່ານ​ປື້​ມຫົວ​ຕ່າງໆ​ຂອງທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທະຫານ, ປຶ້ມ​ບັນທຶກ​ຂອງ​ທ່ານ​ກ່ຽວ​ກັບ​ການ​ຕໍ່ສູ້​ຄັ້ງຕ່າງໆ, ກ່ຽວ​ກັບ​ຊີວິດ​ປະຈຳ​ວັນ. ທ່ານ​ແມ່ນ​ມະນຸດ​ແຫ່ງ​ເທບ​ນິຍາຍ, ມີ​ອິດ​ທິພົນ​ຊື່​ສຽງ​ທີ່​ສຸດ, ​ແມ່ນ​ທະຫານ​ຜູ້​ໜຶ່ງ, ​ແມ່ນ​ຜູ້​ຮັກ​ຊາດ ​ແລະ ທ່ານ​ໄດ້​ກ້າວເຂົ້າສູ່​ປະຫວັດສາດ​ໃນ​ສັດຕະວັດ​ທີ 20“.

   ພ້ອມ​ກັບ​ທ່ານ​ປະທານ​ໂຮ່ຈິ​ມິນ, ຄວາມ​ປີ​ຊາ​ສາມາດ, ຄຸນນະ​ມາດ​ຂອງທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ໄດ້​ປະກອບສ່ວນ​ສ້າງ​ເປັນ​ພາບ​ພົດ​ປະ​ເທດ​ຫວຽດນາມ ທີ່​ພິລາດ​ອາດ​ຫານ, ວິລະ​ຊົນ​ໃນ​ໃຈ​ຂອງເພື່ອນ​ມິດສາ​ກົນ​./.

ຕອບກັບ

ຂ່າວ/ບົດ​ອື່ນ