ໄປຕະຫຼາດນັດຜະລິດຕະພັນກະເສດຍາມທ້າຍອາທິດ

ໄປ​ຕະຫຼາດ​ນັດ​ຍາມ​ທ້າຍ​ອາ​ທິດ ໄດ້​ກາຍ​ເປັນ​ຄວາມ​ລຶ້ງ​ເຄີຍ ແລະ ກໍ​ແມ່ນ​ຄວາມ​ມ່ວນ​ຊື່ນ​ຂອງ​ຊາວ​ນະ​ຄອນ​ໂຮ່​ຈິ​ມິນຫຼາຍ​ຄົນ​ໃນ​ປະ​ຈຸ​ບັນ. ພິ​ເສດ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ໂດຍ​ຕອບ​ສະ​ໜອງ​ແຜນ​ນະ​ໂຍ​ບາຍ​ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ, ຄວາມ​ປອດ​ໄພດ້​ານ​ສະ​ບຽງ​ອາ​ຫານ, ສະ​ໜອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດສະ​ອາດ ​ໃຫ້​ແກ່​ປະ​ຊາ​ຊົນ, ທາງ​ນະ​ຄອນ​ໄດ້​ຈັດ​ຕັ້ງໂຮມ​ຕະຫຼາດ​ນັດຜະ​ລິດ​ຕະ​ພັນ​ກະ​ເສດສະ​ອາດ. ຕະຫຼາດ​ນັດ​ຍາມ​ທ້າຍ​ອາ​ທິດໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ຊາວ​ນະ​ຄອນ​ໂຮ່​ຈິ​ມິນ​ຢ່າງຫຼວງຫຼາຍ.

 

ໄປຕະຫຼາດນັດຜະລິດຕະພັນກະເສດຍາມທ້າຍອາທິດ - ảnh 1
ຕະຫຼາດ​ນັດ​ຜະ​ລິດ​ຕະ​ພັນ​ກະ​ເສດຍາມ​ທ້າຍ​ອາ​ທິດຢູ່​ນະ​ຄອນ​ໂຮ່​ຈິ​ມິນ

        ຕະຫຼາດ​ນັດ​ຜະ​ລິດ​ຕະ​ພັນ​ກະ​ເສດຄັ້ງ​ທີ 5 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 6 ຫາ​ວັນ​ທີ 10/10/2016 ຢູ່​ສວນ​ສາ​ທາ​ລະ​ນະ​ ກໍ​ເວີບ​ທີ່​ເມືອງ​ກໍ​ເວີບ. ນີ້​ແມ່ນຕະຫຼາດ​ນັດ​ທີ່​ໄດ້​ຮັບ​ຄວາມ​ຄອຍ​ຖ້າຈາກ​ແມ່​ເຮືອນຫຼາ​ຍ​ຄົນ. ຕະຫຼາດ​ນັດ​ນີ້​ໂດຍ​ແມ່ນ​ສະ​ມາ​ຄົມ​ຊາວ​ກະ​ສີ​ກອນນະ​ຄອນ​ໂຮ່​ຈິ​ມິນ, ພະ​ແນກ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ພ້ອມ​ກັບພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້ານະ​ຄອນ​ໂຮ່​ຈິ​ມິນ​ສົມ​ທົບ​ກັນ​ຈັດ​ຂຶ້ນ, ອັນ​ໄດ້​ດຶງ​ດູດ​ 100 ຫົວ​ໜ່ວຍ, ສ່ວນ​ບຸກ​ຄົນເຂົ້າ​ຮ່ວມ​ດ້ວຍ​ຮ້ານ​ວາງ​ສະ​ແດງກວ່າ 170 ຮ້ານ. ດ້ວຍ​ຫົວ​ເລື່ອງ “ຜະ​ລິດ​ຕະ​ພັນ​ກະ​ເສດ, ອາ​ຫານ, ດອກ​ໄມ້​ປະ​ດັບ​ນະ​ຄອນ​ຜູກ​ຮັດ​ກັບ​ຜູ້​ອຸ​ປະ​ໂພກ ” ຕະຫຼາດ​ນັດ​ຄັ້ງ​ນີ້ ຖືກ​ຈັດ​ວາງ​ຕາມ 8 ເຂດ​ເຊັ່ນ: ເຂດ​ວາງ​ສະ​ແດງດອກ​ກ້ວຍ​ໄມ້, ຕົ້ນ​ໄມ້​ປະ​ດັບ, ເຂດຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ທະ​ເລຜ່ານ​ການ​ປຸງ​ແຕ່ງ, ເຂດ​ວາງ​ສະ​ແດງ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ, ໝູ່​ບ້ານ​ອາ​ຊີບ. ພ້ອມ​ກັບ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນນັ້ນ, ບັນ​ດາ​ແຂວງ​ເຂດ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້, ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພາກ​ໃຕ້ ກໍ​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ສິນ​ຄ້າ​ປະ​ເພດ​ໝາກ​ໄມ້ຫຼາຍ​ຊະ​ນິດ. ອ້າຍ​ບາ​ລົກ, ຊາວ​ກະ​ສີ​ກອນ​ທີ່​ມາ​ຈາກ​ເມືອງ ແຕ້ງ​ລີງ, ​ບີງ​ຖ້ວນ ໃຫ້​ຮູ້​ວ່າ : 

    “ ນ້ອງ​ມີ​ຄວາມ​ຫວັງ​ຢາກ​ແບ່ງ​ປັນ​ສິນ​ຄ້າ​ບາງ​ປະ​ເພດ​ເພື່ອ​ໃຫ້​ທຸກໆ​ຄົນ​ໄດ້​ຮູ້​ຈັກ. ເພາະ​ວ່າ​ມີຫຼາຍ​ຄົນ​ມັກ​ກິນ​ໝາກ​ທູ​ລຽນ ແຕ່​ກ້າ​ໄປ​ຊື້​ຢູ່​ຕະຫຼາດ, ສ່ວນ​ຮ້ານ​ຂອງ​ຂ້ອຍ ກໍ​ແມ່ນ​ສິນ​ຄ້າ​ສະ​ອາດ, ປອດ​ສານ​ພິດ​ແທ້ ”

      ຕະຫຼາດ​ນັດ​ຜະ​ລິດ​ຕະ​ພັນ​ກະ​ເສດນະ​ຄອນ​ໂຮ່​ຈິ​ມິນຖືກ​ດຳ​ເນີນ 2 ອາ​ທິດ/ຄັ້ງ, ຕະຫຼາດ​ນັດ​ແຕ່​ລະ​ຄັ້ງ​ແກ່​ຍາວ​ເປັນ​ເວ​ລາ 2 ວັນ ຄື​ໃນ​ມື້​ວັນ​ເສົາ ແລະ ວັນ​ທິດ ແຕ່ 6 ໂມງ​ຫາ 18 ໂມງ ຊຶ່ງ​ຂາຍ​ແຕ່ຜະ​ລິດ​ຕະ​ພັນ​ກະ​ເສດສະ​ອາດ, ຜ່ານນັ້ນ ກໍ​ຊ່ວຍ​ໃຫ້​ຜູ້​ບໍ​ລິ​ໂພກ​ຮູ້​ເຖິງ​ຕົ້ນ​ກຳ​ເນີດ​ສິນ​ຄ້າ ແລະ ມີ​ຄວາມ​ອຸ່ນ​ອຽນ​ໃຈ​ນຳ​ໃຊ້. ນາງ​ຟານ​ທິ​ທູ​ຮັ່ງ ອາ​ຈານ​ສອນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ຕັ້ງ​ຢູ່​ບໍ​ລິ​ເວນ​ເມືອງ 3 ນະ​ຄອນ​ໂຮ່​ຈິ​ມິນ ເວົ້​າວ່າ : 

     “ ຊາວ​ກະ​ສີ​ກອນຫຼາຍ​ຄົນ​ທີ່​ມາ​ຈາກ​ແຂວງ​ຕ່າງໆ​ເຊັ່ນ : ເລີມ​ດົງ, ບີງ​ເຟືອກ, ເບັນ​ແຈ, ຕຽນ​ຢາງ, ລ້ວນ​ແຕ່​ມານີ້​ໝົດ. ແຕ່​ລະ​ມື້, ເຂົາ​ເຈົ້າ​ຢູ່​ບ້ານ​ນາ, ແຕ່​ຮອດ​ທ້າຍ​ອາ​ທິດ, ພວກ​ເຂົາ​ມານີ້​ເພື່ອ​ແລກ​ປ່ຽນ​ຄ້າ​ຂາຍ​ກັບ​ລູກ​ຄ້າ. ສິນ​ຄ້າ​ທັງ​ໝົດ​ນີ້, ລ້ວນ​ແຕ່​ແມ່ນ​ປະ​ເພດ​ສ​ະ​ອາດ ປອດ​ສານ​ພິດ ແລະ ຮັບປະ​ກັນ​ຄຸນ​ນະ​ພາບ ”

      ຈາກ​ການ​ຕອບ​ສະ​ໜອງ​ຂອງ​ຜູ້​ບໍ​ລິ​ໂພກ ກໍ​ຄື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ນັ້ນ, ນັບ​ມື້​ນັບ​ມີ​ຕະຫຼາດ​ນັດ​ທີ່​ປອດ​ໄພ​ຖືກ​ຈັດ​ຂຶ້ນຫຼາຍ​ຄັ້ງ​ຢູ່ນະ​ຄອນ​ໂຮ່​ຈິ​ມິນ, ອັນ​ໄດ້​ນຳ​ຜົນ​ປະ​ໂຫຍດ​ທີ່ແທດ​ຈິງ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ ແລະ ນັກ​ຜະ​ລິດ.

ຕອບກັບ

ຂ່າວ/ບົດ​ອື່ນ