ໝູ່ບ້ານເຄື່ອງປັ້ນດິນເຜົາບາດຈາງ ຜ່ານສາຍຕາຂອງນັກຂ່າວຝະລັ່ງ


ໂດຍ​ຫ່າງ​ຈາກ​ຮ່າ​ໂນ້ຍ 10 ກິໂລແມດ ແລະ ຕັ້ງຢູ່ແຄມແມ່ນ້ຳແດງ, ບາດຈາງ ແມ່ນໝູ່ບ້ານເຄື່ອງປັ້ນ ດິນເຜົາທີ່ມີມາແຕ່ສະຕະວັດທີ 15. ນີ້ແມ່ນສະຖານທີ່ ດຶງດູດນັກທ່ອງທ່ຽວທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ.

ໝູ່ບ້ານເຄື່ອງປັ້ນດິນເຜົາບາດຈາງ ຜ່ານສາຍຕາຂອງນັກຂ່າວຝະລັ່ງ - ảnh 1
ຕະຫຼາດເຄື່ອງປັ້ນດິນເຜົາ ບາດ​ຈາງ

      ​ມາ​ຢາມ​ຫວຽດນາມເປັນ​ຄັ້ງ​ທຳ​ອິດ, ນັກ​ຂ່າວ Yannick Falt ​ໄດ້​ຫາ​ທາງ​ລົງ​ຢ້ຽມຢາມ​ໝູ່​ບ້ານ​ ບາດ​ຈາງ ເພື່ອເຫັນປະຈັກຕາທຸກສິ່ງທຸກຢ່າງທີ່ໄດ້ຍິນກ່ຽວກັບ ໝູ່ບ້ານເຄື່ອງປັ້ນດິນເຜົາຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ແດງ​ທີ່​ຈັບ​ໃຈ​ນີ້. ນັກ​ຂ່າວ Yannick Falt ​ເວົ້າ​ວ່າ :

   “ ຄວາມ​ປະ​ທັບ​ໃຈ​ຂອງ​ຂ້າພະ​ເຈົ້າ​ຢູ່​ແຫ່ງ​ນີ້ ​ແມ່ນ​ສະຫງົບ​ງຽບ​ທີ່​ສຸດ, ມີ​ຄົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ອຸ່ມ​ທຸ່​ມ, ອາດ​ຈະ​ເວົ້າ​ວ່າ ນີ້​ແມ່ນ​ທ່າ​ເຮືອ​ທີ່​ສະຫງົບ​ງຽບ​ເມື່ອ​ທຽບ​ໃສ່​ຮ່າ​ໂນ້ຍ ຊຶ່ງ​ຍາມ​ໃດ​ກໍ​ຟົດ​ຟື້ນ​ເນື່ອງ​ນັນ. ”

   ​ເມື່ອ​ມາ​ຮອດ​ຫົວ​ບ້ານ, ​ເຖິງ​ວ່າ​ມາເປັນ​ຄັ້ງ​ທຳ​ອິດ​ຄື ນັກ​ຂ່າວ Yannick Falt ກໍຕາມ, ​ແຕ່​ກໍ​ຮູ້​ໂລດ​ວ່າ ນີ້​ແມ່ນ ໝູ່ບ້ານຜະ​ລິດເຄື່ອງປັ້ນດິນເຜົາ. ເຄື່ອງປັ້ນ ດິນເຜົາຖືກ​ວາງ​ເດຍລະດາດ​ນັບ​ແຕ່​ພາຍ​ໃນ​ເຮືອ​ນຈົນ​ເຖິງໜ້າບ້ານ. ຮ້າຍ​ນ້ອຍ​ໃຫຍ່​ຫຼາຍ​ແຫ່ງ ກໍ​ລ້ວນ​ແຕ່​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການວາງສະ​ແດງເຄື່ອງປັ້ນດິນເຜົາ.

    ​ເມື່ອ​ມາ​ຢ້ຽມຢາມ ໝູ່​ບ້ານ​ບາດ​ຈາງ ​ໃຜໆ​ກໍ​ມັກ​​​ໄປ​ຕະຫຼາດເຄື່ອງປັ້ນດິນເຜົາ ຖືກ​ຕັ້ງ​ຢູ່​ກາງ​ບ້ານ. ຕະຫຼາດເຄື່ອງປັ້ນດິນເຜົາ ບາດ​ຈາງ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ສາລະ​ທິດຢ່າງ​ແທ້​ຈິງ .

ໝູ່ບ້ານເຄື່ອງປັ້ນດິນເຜົາບາດຈາງ ຜ່ານສາຍຕາຂອງນັກຂ່າວຝະລັ່ງ - ảnh 2
ຜະລິດ​ຕະພັນ​ຂອງຕະຫຼາດເຄື່ອງປັ້ນດິນເຜົາບາດ​ຈາງ

    ບັນດາ​ຜະລິດ​ຕະພັນ​ຂອງຕະຫຼາດເຄື່ອງປັ້ນດິນເຜົາບາດ​ຈາງ ​ໄດ້​ເຮັດ​ໃຫ້ນັກ​ຂ່າວ Yannick Faltຄຳນຶງ​ເຖິງ​​ເຂດ​ບ້ານ​ນາ​ຊຶ່ງ​ແມ່ນບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ຢູ່​ຝະລັ່ງ. ນັກ​ຂ່າວ Yannick Falt ​ເວົ້າ​ວ່າ : 

   “ ຢູ່​ຮ້ານຄ້າ​ເບື້ອງ​ພຸ້ນ, ຂ້າພະ​ເຈົ້າ​ເຫັນ​ວາງຂາຍ​ໝາ​ດິນ​ເຜົາ​ຫຼາຍ​ໂຕ. ​ໃນ​ທັນ​ໃດ, ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ໃນ​ເຂດ Anzat ຂອງ​ຊາວຝະລັ່ງ, ​ໃນ​ສວນ​ຂອງ​ຊາວ​ທ້ອງ​ຖິ່ນ ກໍ​ວາງສະ​ແດງ​ໝາ​ດິນ​ເຜົາ​ຫຼາຍ​ໂຕ, ​ແລ້ວກໍ​ຍັງ​ມີ​ຕົວ​ລະຄອນ​ອື່ນໆ​ອີກ​ຈຳນວນ​ໜຶ່ງ ຄື ທ້າວ​ເຕັ້ຍ. ​ເມ່ືອ​ເຫັນ​ວັດຖຸສິ່ງຂອງ​ເຫຼົ່າ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ເລີຍ​ວ່າ ມັນ​ຖືກ​ນຳ​ມາ​ຈາກໝູ່​ບ້ານ​ບາດ​ຈາງຂອງ​ຫວຽດນາມ”

    ນີ້​ກໍ​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້ນັກ​ຂ່າວ Yannick Falt ​ໄດ້​ເຫັນ​ປະຈັກ​ຕາ, ​ໄດ້​ຈັບ​ດ້ວຍ​ມື​ບັນດາ​ຜະລິດ​ຕະພັນເຄື່ອງປັ້ນດິນເຜົາ ບາດ​ຈາງ. ຈາກ​ໂຖ, ​ໄຫ, ຖ້ວຍ ທີ່​ມີ​ຮູບຊົງ​ ​ແລະ ສີສັນ​ໃນ​ຍຸກ​ປະຈຸ​ບັນ ຕະຫຼອດ​ຮອດ ຈອກ, ຈານ​ບູຮານ, ພາບ,ຮູບ​ປັ້ນ ຖືກ​ບູລະນະ​ໃໝ່. ບັນດາ​ຜະລິດ​ຕະພັນເຄື່ອງປັ້ນດິນເຜົາ ທີ່​ອຸດົມສົມບູນ ​ໄດ້​ເຮັດ​ໃຫ້ ນັກ​ຂ່າວ Yannick Falt ຮູ້ສຶກ​ຄື​ຖືກ​ຫຼົງ​ທາງ​ໃນ​ດິນ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ເອກະລັກສະ​ເພາະ. ນັກ​ຂ່າວ Yannick Falt ​ເປີດ​ເຜີຍ​ວ່າ : 

    “ເມື່ອ​ມາ​ຢ້ຽມ​ຢາມ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ເຫັນວ່າມີ​ຜະລິດ​ຕະພັນເຄື່ອງປັ້ນ ດິນເຜົາທີ​່ອຸດົມສົມບູນ ດ້ວຍການ​ແຕ້ມ​ລວດລາຍ​ຢ່າງ​ລະອຽດ​ອ່ອນ. ຂ້າພະ​ເຈົ້າ​ໄດ້​ຕັ້ງ​ຄຳ​ຖາມ​​ເອງ​ວ່າ ບັນດາ​ຜະລິດ​ຕະພັນເຄື່ອງປັ້ນດິນເຜົາຫຼາຍ​ເຊັ້ນ​ນັ້ນ, ​ແມ່ນ​ຈະ​ຖືກ​ສະໜອງ​ໃຫ້​ແກ່​ຕະຫຼາດ​ໃດ, ຫຼື​ວ່າ​ພຽງ​ແຕ່​ແມ່ນ​ຕະຫຼາດ​ຮ່າ​ໂນ້ຍ, ຕະຫຼາດ​ຫວຽດນາມ  ຫຼື​​ເພື່ອ​ສົ່ງ​ອອກ ? ”

   ຄຳ​ຖາມ​ຂອງ ນັກ​ຂ່າວ Yannick Falt ​ໄດ້​ຖືກ​ທ່ານ​ຕຸ່ງເຈົ້າ​ຂອງຮ້ານ ເຄື່ອງປັ້ນດິນເຜົາ​ແຫ່ງ​ໜຶ່ງ​ໃນ​ຕະຫຼາດ ​ໃຫ້​ຄຳ​ຕອບ​ວ່າ : ບັນດາ​ຜະລິດ​ຕະພັນເຄື່ອງປັ້ນດິນເຜົາບາດ​ຈາງ ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ທັງ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຖືກ​ສົ່ງ​ອອກ​ຂາຍ​ໃຫ້​ຫຼາຍ​ປະ​ເທດ​ໃນ​ໂລກ​ນັບ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ ຄື ຍີ​ປຸ່ນ, ສ​ເກົ​າຫຼີ, ອາ​ເມ​ລິ​ກາ ​ແລະ ກຸ່ມ EU. ມີ​ຜະລິດ​ຕະພັນເຄື່ອງປັ້ນ ດິນເຜົາຫຼາຍ​ຢ່າງ​ຂອງ​ບາດ​ຈາງ ​ໄດ້​ຖືກ​ນຳ​ມາ​ວາງສະ​​ແດ​​ງຢູ່​ຫໍພິພິທະ​ພັນ​ຫຼາຍ​ແຫ່ງ​ໃນ​ໂລກ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ