(VOVWORLD) - ຕອນເຊົ້າວັນທີ 10ເມສາ, ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ ນະຄອນຫລວງ ຮ່າໂນ້ຍ. ກອງປະຊຸມໄດ້ປຶກສາຫາລືຫລາຍແຜນນະໂຍບາຍໃຫຍ່ທີ່ມີລັກສະນະບຸກທະລຸ ເພື່ອພັດທະນາປະເທດຊາດ. ກ່າວໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນ: ໃນສະພາບການໃຫມ່ຢ່າງຮີບເຮັ່ງ, ຕ້ອງມີການບຸກທະລຸ, ຄຳຕັດສິນຊີ້ຂາດ, ຂ້ຽວຂາດ, ສາມັກຄີ, ເປັນເອກະພາບຈາກຂອດສະເຫນີນະໂຍບາຍຕະຫລອດຮອດການຜັນຂະຫຍາຍປະຕິບັດ.
ທ່ານເລຂາທິການໃຫຍ່ ກ່າວຄຳເຫັນໄຂກອງປະຊຸມ.(ພາບ: TTXVN) |
ກອງປະຊຸມສູນກາງຄັ້ງທີ 11ຊຸດທີ XIII ໄດ້ຮຽກໂຮມຈັດຂຶ້ນກ່ອນເວລາກຳນົດ 1ເດືອນເມື່ອທຽບໃສ່ແຜນການ. ກອງປະຊຸມໄດ້ປຶກສາຫາລື ໃຫ້ຄຳເຫັນ 2 ໝວດບັນຫາຫລັກ. ນັ້ນແມ່ນ ໝວດບັນຫາກ່ຽວກັບການສືບຕໍ່ສັບຊ້ອນກົງຈັກຂອງລະບົບການເມືອງ, ສັບຊ້ອນຫົວຫນ່ວຍການບໍລິຫານ ແລະ ອົງການປົກຄອງທ້ອງຖິ່ນ 2 ຂັ້ນ. ທີສອງແມ່ນໝວດບັນຫາກ່ຽວກັບການສືບຕໍ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ XIV ແລະເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 -2031 .
ຕັດສິນເລື່ອງໂຮມແຂວງເຂົ້າກັນ, ລົບລ້າງຂັ້ນເມືອງ
ກ່າວຄຳເຫັນໄຂກອງປະຊຸມ, ໂດຍເຕື້ອງເຖິງໝວດບັນຫາເພື່ອສືບຕໍ່ສັບຊ້ອນການຈັດຕັ້ງກົງຈັກລະບົບການເມືອງ, ສັບຊ້ອນຫົວຫນ່ວຍການບໍລິຫານ ແລະ ຫົວຫນ່ວຍອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ: ພາຍຫລັງກວ່າ 2 ເດືອນຜ່ານມາ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳປະຕິບັດສຳເລັດເລື່ອງສັບຊ້ອນການຈັດຕັ້ງກົງຈັກບັນດາອົງການພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຂັ້ນສູນກາງໃຫ້ກະທັດລັດໂດຍພື້ນຖານ.
ຕາມທ່ານເລຂາທິການໃຫຍ່ແລ້ວ, ເພື່ອສືບຕໍ່ການປະຕິວັດກ່ຽວກັບການສ້າງການຈັດຕັ້ງກົງຈັກໃຫ້ກະທັດລັດ, ກົມການເມືອງ, ຄະນະເລຂາທິການ ໄດ້ໂຮມປະຊຸມ ແລະ ເປັນເອກະພາບສູງເພື່ອຍື່ນສະເຫນີສູນກາງກ່ຽວກັບແຜນຮ່າງສັບຊ້ອນ, ຈັດຕັ້ງຄືນຫົວຫນ່ວຍບໍລິຫານທຸກຂັ້ນ ແລະ ສ້າງຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2ຂັ້ນ ພ້ອມກັບບັນດາແຜນຮ່າງ ກ່ຽວກັບບັນດາລະບົບອົງການພັກຢູ່ທ້ອງຖິ່ນ, ແຜນຮ່າງກ່ຽວກັບການສັບຊ້ອນ, ອົງການແນວໂຮມປະເທດຊາດ, ບັນດາອົງການການເມືອງສັງຄົມ.. ໃຫ້ກະທັດລັດ. ທ່ານເລຂາທິການໃຫຍ່ ສະເຫນີວ່າ:
“ກົມການເມືອງສະເຫນີບັນດາສະມາຊິກ ຄະນະບໍລິຫານງານສູນກາງ ດ້ວຍຈິນຕະນາການປ່ຽນແປງໃຫມ່ ຈິດໃຈປະຕິວັດຢ່າງຂ້ຽວຂາດກ່ຽວກັບການພັດທະນາຂອງປະເທດຊາດ ແລະ ເພື່ອປະຊາຊົນ,ສຸມໃສ່ໃຫ້ຄຳເຫັນຕໍ່ບັນດາເນື້ອໃນຕາມການເຈາະຈິ້ມປຶກສາຫາລື ຕິດຄັດພ້ອມກັບແຕ່ລະແຜນຮ່າງໄປມາ, ເປັນຕົ້ນແມ່ນບັນດາບັນຫາໃຫຍ່”
ຢືດໝັ້ນບໍ່ປ່ຽນແປງເສັ້ນທາງກ້າວຂຶ້ນສັງຄົມນິຍົມ
ກ່ຽວກັບໝວດບັນຫາກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031, ທ່ານເລຂາທິການໃຫຍ່ ໂຕເລິມຊີ້ແຈ້ງວ່າ ນັບແຕ່ພາຍຫລັງກອງປະຊຸມສູນກາງຄັ້ງທີ 10, ກົມການເມືອງ ໄດ້ຊີ້ນຳເພີ່ມເຕີມ, ອັບເດດຫລາຍບັນຫາໃຫມ່ ເປັນຕົ້ນແມ່ນແຜນນະໂຍບາຍ, ລັດຖະນະໂຍບາຍສຳຄັນທີ່ມີລັກສະນະປະຕິວັດເພື່ອພັດທະນາປະເທດຊາດ. ເພື່ອບັນລຸໃຫ້ໄດ້ບັນດາເປົ້າໝາຍນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ສະເຫນີ.
“ກົມການເມືອງ, ຄະນະເລຂາທິການ ຢາກຮັບຟັງບັນດາຄຳສະເຫນີແນະ,ມາດຕະການ ເພື່ອແນໃສ່ຊ່ວຍ ຫວຽດນາມບັນລຸໄດ້ຄາດໝາຍການເຕີບໂຕ GDP ແຕ່ 8% ຂຶ້ນໄປໃນປີ 2025 ແລະ ການເຕີບໂຕ 2 ຕົວເລກໃນຊຸມປີຕໍ່ໄປ ໃນເງື່ອນໄຂ ຫວຽດນາມດຳເນີນການປະຕິວັດກ່ຽວກັບການຈັດຕັ້ງກົງຈັກ ແລະສັບຊ້ອນຄືນຫົວຫນ່ວຍບໍລິຫານທຸກຂັ້ນ ກໍ່ຄືໃນສະພາບການການຄ້າໃນຂອບເຂດທົ່ວໂລກ”
ກອງປະຊຸມສູນກາງຄັ້ງທີ 11ຊຸດທີ XIII. (ພາບ:TTXVN) |
ກ່ຽວກັບດ້ານບຸກຄະລາກອນ, ນີ້ແມ່ນບັນຫາ ຫລັກແຫລ່ງ ຂອງ “ແກ່ນສານ” ເພື່ອຫັນບັນດາເປົ້າໝາຍ, ວິໄສທັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ປະກົດຜົນເປັນຈິງ. ຕາມທ່ານເລຂາທິການໃຫຍ່ແລ້ວ, ແມ່ນຮຽກຮ້ອງຖັນແຖວພະນັກງານຕ້ອງມີຄຸນນະພາບສູງກວ່າ, ພິເສດແມ່ນຖັນແຖວພະນັກງານຍຸດທະສາດ. ສະນັ້ນ ວຽກງານບຸກຄະລາກອນ ຕ້ອງໄດ້ກະກຽມແຕ່ໄວ ແລະ ຈະໄດ້ສືບຕໍ່ເພີ່ມເຕີມ, ປັບປຸງສຳເລັດຈົນກວ່າເວລາຈະຮອດເມື່ອກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ດຳເນີນ . ນີ້ແມ່ນບັນຫາຍຸດທະສາດ, ມີຄວາມສຳຄັນພິເສດເພື່ອພັດທະນາປະເທດຊາດໃນໄລຍະໃຫມ່. ທັງໝົດວຽກງານສຳຄັນນີ້ ລ້ວນແຕ່ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ແລະ ການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຄາດວ່າ ຈະດຳເນີນໃນໄຕມາດ 1 ປີ 2026 ປະສົບຜົນສຳເລັດ.