ເສດ​ຖະ​ກິດ​ເອ​ກະ​ຊົນ​ຕ້ອງ​ແມ່ນ​ເສົາ​ຄ້ຳ​ເພຶ່​ອ​ບັນ​ລຸ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ

(VOVWORLD) - ເສດຖະກິດເອກະຊົນພວມບືນຕົວຂຶ້ນຢ່າງແຮງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳອັນດັບໜຶ່ງຂອງພື້ນຖານເສດຖະກິດ ແລະ ນັບມື້ນັບສະແດງອອກແມ່ນກຳລັງໜູນສຳຄັນກ່ວາໝູ່ ເພື່ອຊຸກຍູ້ການເຕີບໂຕເສດຖະກິດແຫ່ງຊາດ. ຜູ້ຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດເອກະຊົນ ຕ້ອງແມ່ນກຳລັງປະຈັນບານໃນສັງກາດໃໝ່.
ເສດ​ຖະ​ກິດ​ເອ​ກະ​ຊົນ​ຕ້ອງ​ແມ່ນ​ເສົາ​ຄ້ຳ​ເພຶ່​ອ​ບັນ​ລຸ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ - ảnh 1

(ພາບປະກອບ: baochinhphu.vn)

   ມະຕິເລກທີ 10 ຂອງສູນກາງພັກກອງມູນິດ ຫວຽດນາມ (ມະຕິເລກທີ 10-NQ/TW) ສະບັບລົງວັນທີ 3 ມິຖຸນາ ປີ 2017 ໄດ້ກຳນົດວ່າ ຕ້ອງພັດທະນາເສດຖະກິດເອກະຊົນກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ. ປະຈຸບັນ, ເຂດເສດຖະກິດເອກະຊົນມີກ່ວາ 6.1 ລ້ານຮາກຖານດຳເນີນທຸລະກິດ, ໃນນັ້ນມີປະມານ 940.000 ວິສາຫະກິດກຳລັງເຄື່ອນໄຫວ ແລະ ກ່ວາ 5.2 ລ້ານຄອບຄົວດຳເນີນທຸລະກິດ.

ພື້ນຖານເສດຖະກິດເຂັ້ມແຂງຕ້ອງມີເສດຖະກິດເອກະຊົນທີ່ເຂັ້ມແຂງ

ທ່ານ ຫວຸ້ດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍບ ຫວຽດນາມ ໄດ້ເນັ້ນໜັກວ່າ, ຖ້າຂາດກຳລັງວິສາຫະກິດເອກະຊົນທີ່ສາມາດແກ້ງແຍ້ງໄດ້, ຫວຽດນາມ ຈະກາຍເປັນ “ໂຮງງານຜະລິດ” ແທນທີ່ເປັນສູນຜະລິດ-ເຕັກໂນໂລຊີຢ່າງແທ້ຈິງເພື່ອສາມາດແກ້ງແຍ້ງເທົ່າທຽມກັບບັນດາພື້ນຖານເສດຖະກິດອື່ນ. ສິນຄ້າຂອງ ຫວຽດນາມ ສົ່ງອອກໄປແຫ່ງໃດ,   ຕະຫຼາດບໍລິໂພກຂອງຫວຽດນາມ ຈະພັດທະນາໄປຮອດນັ້ນ. ດັ່ງນັ້ນ, ຈິ່ງຕ້ອງການການເພີ່ມທະວີການຜະລິດຂອງກຳລັງເສດຖະກິດເອກະຊົນເປັນຈຳນວນຫຼວງຫຼາຍທີ່ສຸດ.

  ຕາມທ່ານ ເຈິ່ນວັນເລ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດເຄື່ອງໄຟຟ້າ ເຟືອງລິນ, ສານຢ່າງແຮງຂອງການນຳພັກ, ລັດ ກ່ຽວກັບການພັດທະນາເສດຖະກິດເອກະຊົນ ຈະຊ່ວຍວິສາຫະກິດ ມີຄວາມໝັ້ນໃຈເພື່ອເປີດກ້ວາງການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ:

      ແຜນນະໂຍບາຍຂອງພັກ ແລະ ລັດຖະບານ ຫວຽດນາມ ແມ່ນສານທີ່ສຳຄັນທີ່ສຸດ. ຂ້າພະເຈົ້າຄິດວ່າ, ການພັດທະນາເສດຖະກິດຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາໂອກາດໃຫ່ຍ ເພື່ອສາມາດບືນຕົວທັນກັບໂລກ. ໂດຍແມ່ນເຈົ້າຂອງວິສາຫະກິດ, ຂ້າພະເຈົ້າມີຄວາມເອກອ້າງະນົງໃຈ ແລະ ແມ່ນພື້ນຖານເພື່ອໃຫ້ເຮົາລົງທຶນຫຼາຍກ່ວາອີກ.

  ສ່ວນທ່ານ ຫງວຽນຢຸຍຮຶງ, ປະທານຄະນະກຳມະການບໍລິຫານບໍລິສັດການຄ້າ ແລະ ການບໍລິການ ເຕີນຮຽບຟາດ ຈຳກັດ ໄດ້ຖືວ່າ:

  ເມື່ອມີແຜນນະໂຍບາຍຄືແນວນັ້ນຈາກພັກ, ຈາກຜູ້ນຳສູງສຸດແມ່ນທ່ານເລາທິການໃຫ່ຍ, ກຳລັງເສດຖະກິດເອກະຊົນຈຶ່ງຈະມີຄວາມເຊື່ອໝັ້ນ, ມີຄວາມຄາດຫວັງ, ຄວາມຕັດສິນໃຈຕື່ອີກ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດຂອງປະເທດຊາດ.

ທັງລະບົບການເມືອງໄດ້ແກ້ໄຂຮົ້ວກີດຂວາງ

  ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມພາຍໃນຂອງວິສາຫະກິດ, ຕ້ອງມີການໜູນຊ່ວຍຂອງທັງລະບົບການເມືອງ, ດ້ວຍທັດສະນະຢ່າງສະເໝີຕົນສະໝີປາຍ ນັ້ນແມ່ນຊອກຫາທຸວິທີ ເພື່ອເສດຖະກິດເອກະຊົນກາຍເປັນກຳລັງໜູນເຕີບໂຕສຳຄັນອັນດັບໜຶ່ງຂອງເສດຖະກິດຂອງປະເທດຊາດ. ວັນທີ 7 ມີນາຜ່ານມາ, ກ່າວຄຳເຫັນໃນການເຮັດວຽກກັບຄະນະນະໂຍບາຍຍຸດທະສາດສູນກາງ ກ່ຽວກັບບາງມາດຕະການຍຸດທະສາດ ເພື່ອແນໃສ່ສ້າງບາດກ້າວກະໂດດຂັ້ນ ພັດທະນາເສດຖະກິດເອກະຊົນ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ເນັ້ນໜັກວ່າ:

      ຕ້ອງມີຍຸດະສາດອັນລະອຽດໃຫ້ແກ່ການພັດທະນາຂອງເຂດເສດຖະກິດເອກະຊົນ, ສອດຄ່ອງກັບລະດັບການພັດທະນາປະຈຸບັນຂອງພື້ນຖານເສດຖະກິດ, ດ້ວຍບັນຍາກາດພູມສາດເສດຖະກິດການເມືອງໃໝ່ຂອງປະເທດຊາດ ແລະ ມີການຄິດໄລ່ເຖິງບັນດາການຜັນແປພູມສາດເສດຖະກິດ, ພູມສາດການເມືອງ ເພື່ອແນໃສ່ຮັບປະກັນໃຫ້ເສດຖະກິດເອກະຊົນມີກຳລັງພັດທະນາຢ່າງພຽງພໍ, ມີຄວາມສາມາດຮັບມື, ແກ້ງແຍ້ງສູງ ແລະ ຕ້ອງສຸມໃສ່ຍົກສູງໂຄງລ່າງ, ຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການພັດທະນາລວມຂອງເຂດເສດຖະກິດເອກະຊົນໂດຍພື້ນຖານ.

  ເພື່ອຫັນການຊິ້ນຳຂອງທ່ານເລຂາທິການໃຫ່ຍເປັນລະອຽດ, ຄະນະຊີ້ນຳແຜນຮ່າງພັດທະນາເສດຖະກິດເອກະຊົນ ໄດ້ຈັດວາລະປະຊຸມຄັ້ງປະຖົມມະລິກ (ວັນທີ 15 ມີນາ) ເພື່ອກຳນົດທິດການສ້າງແຜນຮ່າງພັດທະນາເສດຖະກິດເອກະຊົນ ເພື່ອຍື່ນສະໜີຕໍ່ກົມການເມືອງ.

  ເສດຖະກິດເອກະຊົນປະກອບສ່ວນສຳຄັນທີ່ສຸດ ໃນການສ້າງອະນາຄົດຂອງພື້ນຖານເສດຖະກິດ ຫວຽດນາມ. ເມື່ອລັດມີລະບອບລະບຽບການທີ່ເໝາະສົມ, ສະພາບແວດລ້ອມດຳເນີນທຸລະກິດສະດວກສະບາຍ, ເສດຖະກິດເອກະຊົນຈະຖືກຫຼໍ່ຫຼອມເພື່ອບືນຕົວຂຶ້ນຢ່າງແຮງ, ຊື່ງຈະຊ່ວຍໃຫ້ເສດຖະກິດບັນລຸລະດັບການເຕີບໂຕສູງ ແລະ ນຳ ຫວຽດນາມ ກາຍເປັນພື້ນຖານເສດຖະກິດທີ່ມີລາຍຮັບສູງໃນສອງທົດສະວັດທີ່ຈະມາເຖິງໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ