ການໂຮມບາງອົງ​ການ​ປົກ​ຄອງ​ຂັ້ນແຂວງເຂົ້າກັນ - ບາດກ້າວບຸກທະລຸເພື່ອພັດທະນາ

(VOVWORLD) - ຫວຽດນາມ ພວມຍູ້ແຮງການໂຮມບາງແຂວງເຂົ້າກັນ. ນີ້ແມ່ນແຜນນະໂຍບາຍໃຫຍ່ ເພື່ອແນໃສ່ສ້າງກົງຈັກໃຫ້ກະທັດລັດ, ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ພັດທະນາເສດຖະກິດ. ເລື່ອງໂຮມບາງແຂວງເຂົ້າກັນນັ້ນ ກໍ່ແມ່ນໂອກາດເພື່ອຈັດຕັ້ງຄືນພື້ນທີ່ພັດທະນາແຫ່ງຊາດຢູ່ຂັ້ນທ້ອງຖິ່ນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການເຕີບໂຕສອງຕົວເລກ ແລະ ເປັນພື້ນຖານເພື່ອໃຫ້ປະເທດຊາດບືນຕົວຂຶ້ນ.

ການໂຮມບາງອົງ​ການ​ປົກ​ຄອງ​ຂັ້ນແຂວງເຂົ້າກັນ - ບາດກ້າວບຸກທະລຸເພື່ອພັດທະນາ - ảnh 1ທ່ານ ຫງວຽນຕຽນຢີງ, ອະດິດຮອງລັດຖະມົນຕີກະຊວງພາຍໃນ. (ພາບ:VOV)

ປະຈຸບັນ ຫວຽດນາມ ມີ 63 ແຂວງ, ນະຄອນ (57 ແຂວງ ແລະ 6 ນະຄອນຂຶ້ນກັບສູນກາງ ນັ້ນແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ, ດ່າຫນັງ, ເຫ້ວ, ຫາຍຟ່ອງ ແລະ ເກີນເທີ). ນັບແຕ່ພາຍຫລັງປະເທດຊາດໄດ້ທ້ອນໂຮມເປັນເອກະພາບເມື່ອເດືອນ ເມສາ ປີ 1975 ມາຮອດປະຈຸບັນ, ຫວຽດນາມ ໄດ້ຜ່ານການແບ່ງອອກ, ໂຮມອົງການປົກຄອງຂັ້ນແຂວງເຂົ້າກັນເປັນຫຼາຍຄັ້ງ.

ໂຮມເຂົ້າບາງແຂວງ ແມ່ນທ່າອ່ຽງຕັ້ງຫນ້າ ແລະ ຈຳເປັນແນ່ນອນ

ເລື່ອງພິຈາລະນາໂຮມບາງແຂວງເຂົ້າກັນ ແມ່ນມີແຜນແຕ່ດົນແລ້ວ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງພໍສົມຄວນ. ມາຮອດປະຈຸບັນ, ກຳລັງແຮງງານໄດ້ເພີ່ມຂຶ້ນຫລາຍ, ໄດ້ວາງອອກຄຳຮຽກຮ້ອງຕ້ອງສ້າງກົງຈັກໃຫ້ກະທັດລັດ, ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິຜົນ. ດ້ວຍພື້ນຖານໂຄງລ່າງຢ່າງຄົບຊຸດ, ຂໍ້ມູນຂ່າວສານ, ການຕິດຕໍ່ພົວພັນລຸລ່ວງ, ມີຫລາຍ Platform ພັດທະນາ ຈະສ້າງເງື່ອນໄຂສະດວກກວ່າເມື່ອຈັດຕັ້ງຄືນອົງການປົກຄອງເພື່ອແກ້ໄຂຂໍ້ຕິດຄັດ, ປຸກລຸກຄວາມສາມາດບົ່ມຊ້ອນ ແລະ ລະດົມແຫລ່ງກຳລັງ.         

ທ່ານ ປອ ບຸ່ຍດຶກທຸ, ອະດີດ ຮອງຫົວຫນ້າຄະນະວຽກງານສະມາຊິກສະພາແຫ່ງຊາດ, ຂຶ້ນກັບຄະນະປະຈຳສະພາແຫ່ງຊາດ ໃຫ້ຂໍ້ສັງເກດວ່າ: ນີ້ແມ່ນແຜນນະໂຍບາຍອັນຖືກຕ້ອງ ແລະ ຖືກກັບເປົ້າໝາຍ, ພາຍຫລັງສັບຊ້ອນແຂວງ, ຕາແສງແລ້ວ ພື້ນທີ່ພັດທະນາເສດຖະກິດຈຶ່ງຈະໄດ້ຮັບການເປີດກວ້າງ, ບັນດາບັນຫາຕິດຄັດກ່ຽວກັບລະຫວ່າງເຂດ, ພັດທະນາເສດຖະກິດເຂດ, ຂຸດຄົ້ນທ່າໄດ້ປຽບໃນການປຽບທຽບຂອງເຂດກໍ່ໄດ້ຮັບການແກ້ໄຂຢ່າງດີກວ່າ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ໂດຍມີທັດສະນະເຊັ່ນດຽວກັນ, ທ່ານ ປອ ຫງວຽນຕຽນຢີ໋ງ, ອະດີດ ຮອງລັດຖະມົນຕີກະຊວງພາຍໃນ ຖືວ່າ:                            

“ທີຫນຶ່ງ ເລື່ອງໂຮມບັນດາແຂວງເຂົ້າກັນ ແມ່ນສ້າງເປັນລະບົບການບໍລິຫານໃຫ້ກະທັດລັດ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນກວ່າ ຍ້ອນຈຳນວນອົງການປົກຄອງຂັ້ນແຂວງ ປະຈຸບັນແມ່ນມີຫລາຍ. ທີສອງ ແມ່ນຫລຸດຜ່ອນໄດ້ລາຍຈ່າຍດ້ານບໍລິຫານໃຫ້ກົງຈັກ ພິເສດ  ຈະສ້າງໄດ້ຄວາມບົ່ມຊ້ອນໃຫ້ແກ່ບັນດາທ້ອງຖິ່ນມີເງື່ອນໄຂພັດທະນາກ່ຽວກັບຂົງເຂດຄື: ທີ່ດິນ, ເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະເຂດ, ແຕ່ລະທ້ອງຖິ່ນ”.

ປະຕິບັດຢ່າງຮີບເຮັ່ງ, ຂ້ຽວຂາດ ແລະ ມີແບບມີແຜນ

ກ່ຽວກັບການໂຮມບາງແຂວງເຂົ້າກັນນັ້ນ, ຫວ່າງແລ້ວນີ້ ໃນບົດສະຫລຸບເລກທີ 127 ລົງວັນທີ 28 ກຸມພາ ປີ 2025 ກ່ຽວກັບການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດ, ກົມການເມືອງ, ຄະນະເລຂາທິການ ໄດ້ຮຽກຮ້ອງການຄົ້ນຄ້ວາກຳນົດທິດໂຮມບາງແຂວງເຂົ້າກັນ, ບໍ່ຈັດຕັ້ງຂັ້ນເມືອງ, ໂຮມບາງຫົວຫນ່ວຍຕາແສງເຂົ້າກັນ, ປະຕິບັດຮູບແບບທ້ອງຖິ່ນ 2 ຂັ້ນ (ລວມມີ ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ອົງການຈັດຕັ້ງກົມກອງລວມໝູ່) ຮັບປະກັນໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.

ການໂຮມບາງອົງ​ການ​ປົກ​ຄອງ​ຂັ້ນແຂວງເຂົ້າກັນ - ບາດກ້າວບຸກທະລຸເພື່ອພັດທະນາ - ảnh 2ທ່ານ ຮອງສາດສະດາຈານ, ປອ ບຸ່ຍຮ່ວາຍເຊີນ, ສະມາຊິກສະພາແຫ່ງຊາດສະເພາະກິດ ທີ່ກຳມາທິການວັດທະນະທຳ ສັງຄົມຂອງສະພາແຫ່ງຊາດ. (ພາບ:VOV)

ເມື່ອເຕື້ອງເຖິງມາດຖານໂຮມເຂົ້າກັນ, ທ່ານ ບຸ່ຍຮວ່າຍເຊິນ, ກຳມະການຜູ້ປະຈຳການ ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ຖືວ່າ:

  “ວິວັດການນີ້ ຕ້ອງມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ, ຍົກສູງກຳລັງຄວາມສາມາດການຄຸ້ມຄອງລັດ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ພວກເຮົາ ຄວນຕີລາຄາຮອບດ້ານ ເລ່ືອງໂຮມເຂົ້າ, ບໍ່ອີງໃສ່ດ້ານປັດໄຈເນື້ອທີ່ດິນ ຫລື ພົນລະເມືອງ ຫາກຕ້ອງພິຈາລະນາສັງລວມກ່ຽວກັບເງື່ອນໄຂເສດຖະກິດ, ວັດທະນະທຳ, ສັງຄົມ, ພື້ນຖານໂຄງລ່າງ, ກຳລັງຄວາມສາມາດການຄຸ້ມຄອງ ແລະ ລະດັບຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນ. ບົດຮຽນຈາກວິວັດການໂຮມເຂົ້າຂັ້ນເມືອງ, ຂັ້ນຕາແສງ ຊື່ງໄດ້ປະຕິບັດໃນປະຫວັດສາດ ອາດຈະແມ່ນພື້ນຖານສຳຄັນເພື່ອຖອດຖອນບົດຮຽນ, ດັດປັບໃຫ້ເໝາະສົມ”.

ເລື່ອງປະຕິບັດການສ້າງກົງຈັກໃຫ້ກະທັດລັດ ພວມໄດ້ຮັບການຜັນຂະຫຍາຍນັ້ນ ແມ່ນການປະຕິຮູບທີ່ມີລັກສະນະປະຕິວັດ, ຫມາຍຄວາມວ່າ ແມ່ນລົບລ້າງສິ່ງທີ່ບໍ່ເໝາະສົມອີກແລ້ວ ເພື່ອປະຕິບັດສິ່ງໃຫມ່. ຫວຽດນາມ ໄດ້ກ້າວເດີນໃນໄລຍະທາງທີ່ຍັງບໍ່ທັນຍາວປານໃດ ແຕ່ເຮັດໄດ້ຫລາຍວຽກໃຫຍ່.

ໄລຍະແຕ່ນີ້ຮອດການດຳເນີນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນໃກ້ຈະຮອດແລ້ວ, ສະນັ້ນ ຕ້ອງຮີບເຮັ່ງປະຕິບັດ. ພຽງແຕ່ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີແບບມີແຜນ ຈຶ່ງຈະສາມາດສ້າງທ່າໃຫ້ແກ່ການພັດທະນາປະເທດຊາດໃນໄລຍະຈະມາເຖິງຢ່າງເຂັ້ມແຂງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ