ບືນຕົວຂຶ້ນໃນການເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ວັນທີ 3 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ  ໄດ້ມີບົດຂຽນດ້ວຍຫົວຂໍ້ “ບືນຕົວຂຶ້ນໃນການເຊື່ອມໂຍງເຂົ້າກັບສາກົນ. ບົດຂຽນໄດ້ເນັ້ນຫນັກຢ່າງແຮງເຖິງການເຊື່ອມໂຍງເຂົ້າກັບສາກົນ ນັ້ນແມ່ນຍຸດທະສາດສຳຄັນເພື່ອແນໃສ່ປັບປຸງທີ່ຕັ້ງດ້ານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຍົກສູງລະດັບຜົນສະທ້ອນຂອງປະເທດຊາດໃນແຜນທີ່ໂລກ. ຕໍ່ໄປນີ້ ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍຄັດເນື້ອໃນຕົ້ນຕໍໃນບົດຂຽນຂອງທ່ານເລຂາທິການໃຫຍ່, 
ບືນຕົວຂຶ້ນໃນການເຊື່ອມໂຍງເຂົ້າກັບສາກົນ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ. (ພາບ VGP)

ກ່ອນອື່ນໝົດ ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນ: ໂດຍຫວນຄືນປະຫວັດສາດປະຕິວັດ ຫວຽດນາມ, ການເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ ຍາມໃດກໍ່ຕິດພັນກັບບັນດາການຜັນປ່ຽນຂອງຍຸກສະໄຫມ. ນັບແຕ່ມື້ຊຸມມື້ທຳອິດສະຖາປະນາປະເທດຊາດ, ໃນຈົດໝາຍສົ່ງເຖິງສະຫະປະຊາຊາດ, ທ່ານປະທານ ໂຮ່ຈິມິນ ໄດ້ຊີ້ແຈ້ງເນື້ອໃນຈິດໃຈ ນັ້ນແມ່ນ ຫວຽດນາມ ຢາກເປັນເພື່ອນມິດກັບທຸກປະເທດ, ສະແດງຄວາມປາດຖະຫນາຢາກ “ປະຕິບັດນະໂຍບາຍເປີດປະຕູ ແລະ ຮ່ວມມືໃນທຸກຂົງເຂດ”. ນີ້ອາດຈະໄດ້ຮັບຖືວ່າແມ່ນ “ບົດຖະແຫລງ” ທຳອິດ ກ່ຽວກັບວິທີການສຳຜັດຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກັບປະຊາຄົມສາກົນ.

ການເຊື່ອມໂຍງ ແມ່ນເນື້ອໃນຈິດໃຈລຸລ່ວງໃນປະຫວັດສາດປະຕິວັດ ຫວຽດນາມ

            ຕາມທ່ານເລຂາທິການໃຫຍ່ ແລ້ວ, ແນວຄິດ “ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄຫມ” ໂດຍພັກກອມມູນິດ ຫວຽດນາມ ໝູນໃຊ້ຢ່າງມີຫົວຄິດປະດິດສ້າງໃນ 80 ປີຜ່ານມາ, ຍາມໃດກໍ່ຕິດພັນການປະຕິວັດ ຫວຽດນາມ ກັບທ່າອ່ຽງຄວາມກ້າວຫນ້າຂອງຍຸກສະໄຫມ ແລະ ພາລະກິດລວມຂອງມວນມະນຸດ.

ທ່ານເລຂາທິການໃຫຍ່ ຢັ້ງຢືນ: ຫວຽດນາມ ພວມກ້າວເຂົ້າສູ່ສັງກາດບືນຕົວຂຶ້ນເຖິງວັດທະນາຖາວອນ, ຈະເລີນຮຸ່ງເຮືອງ “ປະຊາຊົນຮັ່ງມີ, ປະເທດຊາດໝັ້ນຄົງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ” ຮຽກຮ້ອງຕ້ອງມີບົດບາດທີ່ຕັ້ງໃຫມ່ ແລະ ມີຈິນຕະນາການ, ວິທີສຳຜັດໃຫມ່ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ມະຕິກເລກທີ 59 NQ/TW ລົງວັນທີ 24 ມັງກອນປີ 2025 ຂອງກົມການເມືອງ ກ່ຽວກັບ “ການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃຫມ່” ນັ້ນແມ່ນ “ລັດຖະນະໂຍບາຍບຸກທະລຸ”, ສ້າງຂີດໝາຍບາດລ້ຽວທີ່ມີລັກສະນະປະຫວັດສາດໃນວິວັດການເຊື່ອມໂຍງຂອງປະເທດຊາດດ້ວຍການກຳນົດພິກັດການ ເຊື່ອມໂຍງເຂົ້າກັບສາກົນ ແມ່ນກຳລັງຫນູນສຳຄັນນຳປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່.

ມາດຕະການແກ້ໄຂຢ່າງຂ້ຽວຂາດໃຫ້ແກ່ການເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃຫມ່.

ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ: ໃນໄລຍະການປະຕິວັດປະຈຸບັນ, ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການເຊື່ອມໂຍງສາກົນ, ບັນດາຄຳຮຽກຮ້ອງ ຫນ້າທີ່, ກາລະໂອກາດ, ສິດຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ພັນທະຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ຕ້ອງມີການເຜີຍແຜ່, ຊາບຊຶມໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ.

ການເຊື່ອມໂຍງເສດຖະກິດ ຕ້ອງກຳນົດແມ່ນໃຈກາງ, ຕາມທ່ານເລຂາທິການໃຫຍ່ແລ້ວ, ການເຊື່ອມໂຍງໃນບັນດາຂົງເຂດອື່ນ ຕ້ອງສ້າງຄວາມສະດວກໃຫ້ແກ່ການເຊື່ອມໂຍງເສດຖະກິດ ດ້ວຍບຸລິມະສິດແຖວຫນ້າແມ່ນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ປ່ຽນແປງໃຫມ່ຮູບແບບການເຕີບໂຕ ແລະ ຊຸກຍູ້ການຫັນເປັນດິຈິຕອນ.

 ຫວຽດນາມ ຄວນໝູນໃຊ້ ບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ການຮ່ວມສຳພັນເສດຖະກິດສາກົນຢ່າງມີປະສິດທິຜົນ ເປັນຕົ້ນແມ່ນບັນດາສັນຍາການຄ້າເສລີ (FTA) ລຸ້ນໃຫມ່ ເພື່ອເພີ່ມທະວີຜົນປະໂຫຍດ, ບໍ່ອີງໃສ່ບາງຄູ່ຮ່ວມມືອື່ນ. ສ້າງກົນໄກ, ນະໂຍບາຍພິເສດຢ່າງເໝາະສົມ ເພື່ອແນໃສ່ຍູ້ແຮງການດຶງດູດໂຄງການທີ່ມີເງິນລົງທຶນຂອງຕ່າງປະເທດ (FDI) ທີ່ມີຄຸນນະພາບສູງ, ເປັນຕົ້ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ, ສຳຄັນຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມ, ຊິບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ.

    ການເຊື່ອມໂຍງດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ຕ້ອງມຸ່ງໄປເຖິງເປົ້າໝາຍ ຍົກສູງກຳລັງແຮງ, ທີ່ຕັ້ງບົດບາດຂອງປະເທດຊາດ, ປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກ. ດ້ວຍທ່ວງທ່າ ແລະ ກຳລັງແຮງໃຫມ່, ຫວຽດນາມ ສາມາດບືນຂຶ້ນສວມບົດບາດຫລັກແຫລ່ງ, ນຳພາ, ໄກ່ເກ່ຍໃນບັນດາຂົງເຂດໃຫ້ສອດຄ່ອງ, ປະກອບສ່ວນຕັ້ງຫນ້າກວ່າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ, ກູ້ໄພກູ້ຊີບສາກົນ, ຫັນການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບເປັນຫລາຍຮູບແບບ, ພັດທະນາພື້ນຖານອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັນສະໄຫມ. ບົດຂຽນໄດ້ເນັ້ນຫນັກຢ່າງແຮງເຖິງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕ້ອງກຳນົດແມ່ນບຸກທະລຸສຳຄັນແຖວຫນ້າ. ສະນັ້ນ ການເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕ້ອງມຸ່ງໄປເຖິງເລື່ອງນຳບັນດາມາດຖານ, ຂໍ້ກຳນົດກ່ຽວກັບວິທະຍາສາດ, ເຕັກໂນໂລຊີຢູ່ພາຍໃນປະເທດແມ່ນໃກ້ກັບບັນດາມາດຖານ, ທຳນຽມສາກົນທີ່ກ້າວຫນ້າ.

            ຫວຽດນາມ ຈະຕ້ອງຍູ້ແຮງການປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ໃນນັ້ນ ຍູ້ແຮງການສຳຫລວດກວດກາ, ນຳເອົາກົດໝາຍສາກົນມາໝູນໃຊ້ພາຍໃນປະເທດເພື່ອປະຕິບັດ ບັນດາພັນທະ, ຄຳໝັ້ນສັນຍາສາກົນ. ຢ່າງຄົບຖ້ວນ, ຄົບຊຸດ ແລະ ມີປະສິດທິຜົນ           

ມ້ວນທ້າຍ ທ່ານເລຂາທິການໃຫຍ່ ໂຕເລິນ ຢືນຢັນ: ໃນໂລກທີ່ມີຄວາມເອື່ອຍອີງເຊິ່ງກັນ ແລະກັນຄືປະຈຸບັນ, ການພັດທະນາຂອງແຕ່ລະປະເທດ, ແຕ່ລະຊາດ ບໍ່ອາດຢືນຢູ່ນອກບັນດາການກະທົບຂອງໂລກ ແລະ ຍຸກສະໄຫມ. ຫວຽດນາມ ຕ້ອງມີການເຄື່ອນໄຫວທີ່ເໝາະສົມກັບການຂົນຂວາຍຂອງໂລກ, ຊອກໄດ້ເສັ້ນທາງນຳມາເຊິ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ພັດທະນາ ແລະ ສ້າງທີ່ຕັ້ງບົດບາດສູງກວ່າ, ໝັ້ນຄົງກວ່າໃຫ້ແກ່ປະເທດຊາດໃນສັງກາດໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ