English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

16°C - 26°C

ພາລະກຳຂອງຊາວຫນຸ່ມ

(VOVWORLD) -ບັນດາສານສຳຄັນ ຊື່ງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ສົ່ງເຖິງຊາວຫນຸ່ມ ເນື່ອງໃນໂອກາດສະເຫລີມສະຫລອງ 94 ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມິນ (26/ ມິນາ ປີ 1931 – 26 ມີນາ ປີ 2025) ຊີ້ໃຫ້ເຫັນພາລະກຳຂອງຊາວຫນຸ່ມໃນສັງກາດໃຫມ່ຂອງຊາດ ຢ່າງຈະແຈ້ງ. ສິ່ງນີ້ຍິ່ງມີຄວາມໝາຍກວ່າໃນຂະນະທີ່ກົມການເມືອງ ຫາກໍ່ປະກາດໃຊ້ມະຕິເລກທີ 57 ກ່ຽວກັບການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນແຫ່ງຊາດ.

ພາລະກຳຂອງຊາວຫນຸ່ມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບກັບບັນດາຜູ້ແທນຊາວຫນຸ່ມ. (ພາບ:VGP/Nhật Bắc)

 ປະຈຸບັນ ຊາວຫນຸ່ມກວມເອົາປະມານ 20% ຈຳນວນປະຊາກອນ ຫວຽດນາມ. ເຂົາເຈົ້າແມ່ນແຫ່ລງກຳລັງຕົ້ນຕໍເພື່ອກໍ່ສ້າງ ແລະ ພັດທະນາກຳລັງການຜະລິດໃຫມ່ ພ້ອມທັງແມ່ນຖັນແຖວນຳຫນ້າເຂົ້າຮ່ວມບັນດາຂົງເຂດໃຫມ່.

            ບັນດາຂີດໝາຍພົ້ນເດັ່ນຂອງຊາວຫນຸ່ມສຳລັບພື້ນຖານເສດຖະກິດດິຈິຕອນ

ປະຈຸບັນ ຊາວຫນຸ່ມ ແມ່ນລຸ້ນໄດ້ກຳເນີດໃນຍຸກວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ. ເຂົາເຈົ້າແມ່ນກຳລັງປະຈັນບານ, ຫລັກແຫລ່ງແກ່ນສານ ແມ່ນກຳລັງມີຫົວຄິດປະດິດສ້າງ, ມີຄວາມສາມາດສຳຜັດຢ່າງວ່ອງໄວ ແລະ ເປັນເຈົ້າກ່ຽວກັບການຄົ້ນຄ້ວາ, ພັດທະນາ, ຖ່າຍທອດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, Startup ແລະ ຫັນເປັນດິຈິຕອນແຫ່ງຊາດ.

ຄວາມຈິງຊີ້ໃຫ້ເຫັນວ່າ ບັນດາ Startup ເຕັກໂນໂລຊີ ໂດຍຊາວຫນຸ່ມນຳພາ ໄດ້ຜັນຂະຫຍາຍຫລາຍໂຄງການ AI ແລະ ເຕັກໂນໂລຊີດິຈິຕອນ ດ້ວຍຍອດມູນຄ່າການລົງທຶນຂຶ້ນເຖິງສີບໆລ້ານ USD.

  ຊາວຫນຸ່ມກໍ່ແມ່ນບັນດາແກ່ນສານນຳຫນ້າໃນການຫັນຂໍ້ມູນບັນດາມໍລະດົກວັດທະນະທຳ, ສະຖານທີ່ປະຫວັດສາດເປັນດິຈິຕອນ, ສ້າງຫລາຍຊ່ອງອອນລາຍແນະນຳສິລະປະພື້ນເມືອງຄື: ຂັບແຈ່ວ, ຕ່ວງ, ກ໋າຍເລືອງ. ມີນັກສິລະປິນຫນຸ່ມຫລາຍຄົນໄດ້ສົມທົບ, ນຳເອົາດົນຕິພື້ນເມືອງກັບດົນຕີຍຸກສະໄຫມປະສານເຂົ້າກັນ, ດຶງດູດຜູ້ຟັງຜູ້ຊົມເປັນຈຳນວນຫລວງຫລາຍໃນລະດັບສະຖິຕິ.

ພາລະກຳຂອງຊາວຫນຸ່ມ - ảnh 2ທ່ານເລຂາທິການໃຫຍ່ ໂຕເລິມ ຍາມໃດກໍ່ຖືຊາວຫນຸ່ມແມ່ນຢູ່ທີ່ຕັ້ງໃຈກາງໃນຫລາຍບັນຫາໃຫຍ່ຂອງປະເທດຊາດ; (ຸພາບ:VGP/Đức Tuân)

 ແຕ່ລະປີ ມີນັກສຶກສານັບໝື່ນໆຄົນເຂົ້າຮ່ວມການແລກປ່ຽນສາກົນ, ຊຸກຍູ້ການພົວພັນແລກປ່ຽນດ້ານວັດທະນະທຳ, ການຮ່ວມມື ຄົ້ນຄ້ວາ, ຮ່ຳຮຽນ. ມີນັກວິທະຍາສາດຫນຸ່ມ ຫວຽດນາມ ຫລາຍຄົນ ໄດ້ມີບັນດາກິດຈະກຳຄົ້ນຄ້ວາມີລັກສະນະໝູນໃຊ້ສູງໂດຍໄດ້ຮັບການຮັບຮູ້ຈາກສາກົນ.

ມີຊາວຫນຸ່ມ 20 ລ້ານຄົນ ຈະຕັດສິນຊີ້ຂາດບົດບາດທີ່ຕັ້ງຂອງຫວຽດນາມ ໃນສັງກາດດິຈິຕອນ

ປະເທດຊາດ ພວມກ້າວເຂົ້າສັງກາດໃຫມ່, ລະດັບການເຕີບໂຕປີ 2025 ຕ້ອງສູ້ຊົນບັນລຸຢ່າງຫນ້ອຍສຸດ 8%, ມຸ່ງໄປເຖິງບັນລຸ 2 ຕົວເລກໃນໄລຍະ 2026 – 2030. ປີ 2045 ເປັນຂີດໝາຍສຳຄັນສະເຫລີມສະຫລອງ 100 ປີແຫ່ງວັນສະຖາປະນາປະເທດຊາດ, ຫວຽດນາມ ວາງເປົ້າໝາຍຍຸດທະສາດ ນັ້ນແມ່ນ ຕ້ອງກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ເພື່ອບັນລຸໃຫ້ໄດ້ສິ່ງນັ້ນ, ພັກ, ລັດ ໄດ້ກຳນົດຢ່າງຈະແຈ້ງ ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ແມ່ນເສົາຄ້ຳສຳຄັນ ແມ່ນມາດຕະການຫລັກແຫລ່ງ ແມ່ນວິທີການບຸກທະລຸເພື່ອບັນລຸໄດ້ບັນດາເປົ້າໝາຍຍຸດທະສາດທີ່ວາງອອກ.

ໃນນັ້ນ ຫວຽດນາມ ຕ້ອງມີລຸ້ນຫນຸ່ມ ບໍ່ພຽງແຕ່ດີເດັ່ນກ່ຽວກັບພູມປັນຍາເທົ່ານັ້ນ ຫາກຍັງມີຄວາມສາມາດແກ່ງແຍ່ງເພື່ອນຳປະເທດຊາດໃຫ້ທັດທຽມກັບບັນດາປະເທດມະຫາອຳນາດໃນ 5 ທະວີບ, ຢັ້ງຢືນຖານະບົດບາດຂອງປະເທດຊາດໃນເວທີສາກົນ.           

ບົນຈິດໃຈນັ້ນ, ມີຊາວຫນຸ່ມ ຫວຽດນາມ ປະມານ 20 ລ້ານຄົນ ສືບຕໍ່ເປັນເຈົ້າການຮັບເອົາປັນຍາຄວາມຮູ້, ກຳແຫນ້ນທ່າອ່ຽງເຕັກໂນໂລຊີທົ່ວໂລກ, ພິເສດແມ່ນປັນຍາປະດິດ (AI), (Big Data), ເສດຖະກິດດິຈິຕອນ.. ເຂົ້າຮ່ວມຢ່າງແຮງເຂົ້າໃນການຄົ້ນຄ້ວາວິທະຍາສາດ, Sartup ນະວັດຕະກຳ, ໝູນໃຊ້ເຕັກໂນໂລຊີເຂົ້າໃນບັນດາຂົງເຂດເສດຖະກິດ - ສັງຄົມ, ຊ່ວຍປະເທດຊາດພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນຊາວຫນຸ່ມ ຫວຽດນາມ ຄັ້ງທີ IX, ອາຍຸການ 2024 – 2029 ເຊິ່ງຈັດຂຶ້ນໃນວັນທີ 18 ທັນວາ ປີ 2024, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

   “ພັກ, ລັດ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງຕໍ່ກຳລັງຊາວຫນຸ່ມ, ຖືຊາວຫນຸ່ມແມ່ນຢູ່ທີ່ຕັ້ງໃຈກາງໃນຫລາຍບັນຫາໃຫຍ່ຂອງປະເທດຊາດ; ຖືຊາວຫນຸ່ມແມ່ນປະຖົມປັດໄຈຫລັກແຫລ່ງໃນການກຳນົດ ແລະ ພັດທະນາອະນາຄົດຂອງປະເທດຊາດ; ຖືກຳລັງແຮງຂອງໄວຫນຸ່ມແມ່ນຜົນສຳເລັດຂອງພັກ ແມ່ນໄຊຊະນະຂອງພາລະກິດປະຕິວັດ ແມ່ນການຄົງຕົວຂອງປະເທດຊາດ”                       

ໃນຈົດໝາຍສົ່ງເຖິງຊາວຫນຸ່ມ (ປີ1947), ປະທານ ໂຮ່ຈິມິນ ຢັ້ງຢືນ:  “ຊາວຫນຸ່ມແມ່ນເຈົ້າຂອງອະນາຄົດປະເທດຊາດ. ປະເທດຊາດຈະເລີນຮຸ່ງເຮືອງ ຫລື ຊຸດໂຊມ, ອ່ອນດ້ອຍ ຫລື ເຕີບໃຫຍ່ເຂັ້ມແຂງ ສ່ວນໃຫຍ່ແມ່ນຍ້ອນການປະກອບສ່ວນຂອງຊາວຫນຸ່ມ”

ໃນສັງກາດໃຫມ່, ຊາວຫນຸ່ມ ຫວຽດນາມ ບໍ່ພຽງແຕ່ແມ່ນຜູ້ຊົມໃຊ້ຜົນງານເທົ່ານັ້ນ ຫາກຍັງແມ່ນກຳລັງນຳຫນ້າ, ແບກຫາບບົດບາດນຳປະເທດຊາດກ້າວໄປໄກກວ່າ. ສະນັ້ນ ເລື່ອງຊາວຫນຸ່ມແຕ່ລະຄົນຕັດສິນໃຈກະທຳ, ຈະ

ຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ, ປະກອບພູມປັນຍາ ແລະ ກຳລັງແຮງເຂົ້າໃນພາລະກິດສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເຂັ້ມແຂງ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນພາລະກຳປະຫວັດສາດເຊິ່ງລຸ້ນຫນຸ່ມປະຈຸບັນ ຕ້ອງຮັບຫນ້າທີ່ປະຕິບັດເພື່ອນຳ ຫວຽດນາມ ບືນຕົວຂຶ້ນຢ່າງເຂັ້ມແຂງໃນສັງກາດໃຫມ່.

 

 
 

ຕອບກັບ

ຂ່າວ/ບົດ​ອື່ນ