ການກໍ່ສ້າງທາງດ້ວຍເບຕົງໃນເຂດຊົນນະບົດຢູ່ແຂວງຕວຽນກວາງ


(vovworld)- ພາຍຫຼັງ​ສອງ​ປີ​ແຫ່ງ​ການ​ປະຕິບັດ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕວຽນ​ກວາງ ​ເຊິ່ງ​ແມ່ນ​ແຂວງ​ໜຶ່ງ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ​ ສາມາດ​ບັນລຸ​ໄດ້​ໝາກຜົນ​ທີ່​ສຳຄັນ, ພິ​ເສດ​ແມ່ນ​ແຜນ​ຮ່າງ​ກໍ່ສ້າງ​ທາງ​ຄົມ​ມະນະ​ຄົມ​ຊົນນະບົດ​ດ້ວຍເບຕົງ​ໄ​ດ້​ຮັບ​ການ​ຜັນ​ຂະຫຍາຍ​ສຳ​ເລັດຜົນ​ພໍ​ສົມຄວນ. ດ້ວຍ​ທິດ​ນຳ​ທີ່​ວ່າ: ”ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ”. ​​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ທາງ​​ຄົມມະນາຄົມ​ດ້ວຍເບ​ຕົງ​ຢູ່​ແຂວງຕວຽນ​ກວາງ​ ໄດ້​ກາຍ​ເປັນ​ຂະ​ບວນການ​​ທີ່​​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ.

ການກໍ່ສ້າງທາງດ້ວຍເບຕົງໃນເຂດຊົນນະບົດຢູ່ແຂວງຕວຽນກວາງ - ảnh 1

ການກໍ່ສ້າງ​ທາງ​​ຄົມມະນາຄົມ​ດ້ວຍເບ​ຕົງ​ຢູ່​ແຂວງຕວຽນ​ກວາງ​

(ພາບ: google.com.vn)

        ຕວຽນ​ກວາງ​ແມ່ນ​ແຂວງ​ພູດ​ອຍ, ພູມ​ສັນຖານ​ທຸລະກັນດານ, ດ້ວຍ 80% ຈຳນວນ​ພົນລະ​ເມືອງ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເສດຖະກິດຕົ້ນ​ຕໍແມ່ນ​ອິງ​ໃສ່​ກະ​ສີ​ກຳ​ ​ແລະ ປ່າ​ໄມ້, ດັ່ງ​ນັ້ນ​ຊີ​ວິດ​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ພາຍຫຼັງ​ສອງ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ຕວຽນ​ກວາງ ​ໄດ້​ເລືອກ​ເຟັ້ນວິວັດ​ການ​ປະຕິບັດ​ທີ່​ເໝາະ​ສົມ, ນັ້ນ​ແມ່ນ​ຮ່ວມ​​ແຮງ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ບຸກທະລຸ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຈໍລະ​ຈອນ​ສິນຄ້າ, ຮັບ​ໃຊ້​ໃຫ້​ແກ່​ການ​ຫັນ​ເປັນ​ທ້ອງ​ຖີ່​ນອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ອຳນາດການປົກຄອງແຂວງຕວຽນກວາງ ໄດ້ປະຕິບັດແຜນນະ ໂຍບາຍກໍ່ສ້າງທາງເບຕົງຢູ່ເຂດຊົນນະບົດຕາມທິດນຳທີ່​ວ່າ ”ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ”. ຕາມ​ນັ້ນ​ແລ້ວ, ລັດ​ໜູນ​ຊ່ວຍ​ຊີມັງ, ທໍ່ລະບາຍ​ນ້ຳ​ດ້ວຍ​ເບ​ຕົງ ​ແລະ ຄ່າ​ຄຸ້ມ​ຄອງ. ນອກ​ນັ້ນ, ລັດ​ຍັງ​ແນະນຳ​ກ່ຽວ​ກັບ​ການ​ອອກ​ແບບ, ໜູ​ນຊ່ວຍ​ຄ່າ​ຂົນ​ສົ່ງ​ຊີ​ມັງ ​ແລະ ທໍ່​ລະບາຍ​ນ້ຳ​ດ້ວຍ​ເບ​ຕົງ​ເຖິງ​ໃຈກາງ​ຕາ​ແສງ. ສ່ວນ​ປະຊາຊົນ​ປະກອບ​ແຮງ​ງານ, ຊື້ຫີນ, ​ດິນຊາຍ​ ​ແລະ ຕິດຕາມ​ກວດກາຄຸນ​ນະພາ​ບກິດຈະກຳ. ຜ່ານ​ວິວັດ​ແຫ່ງ​ການ​ປະຕິບັດ, ມີ​ຫຼາຍ​ຕາ​ແສງ​ຢູ່​ຕວຽນ​ກວາງ ​ໄດ້​ມີ​ວິທີ​ປະຕິບັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ຕາ​ແສງ​ອີລາ ຂຶ້ນ​ກັບ​ນະຄອນ​ຕວຽນ​ກວາງ​ ​ໄດ້​ມີ​ວິທີ​ປະຕິບັດ​ໃໝ່. ທ່ານ Nguyen Manh Hung, ປະທານ​ຕາ​ແສງ​ອີລາ, ​ໃຫ້​ຮູ້​ວ່າ:

        ”ຢູ່​ຕາ​ແສງ​ອີລາ​ ຂອງ​ພວກ​ຂ້າພະ​ເຈົ້າ​ມີ​ທາງ​ສຳຄັນ​ສາຍ​ໜຶ່ງ​ຍາວ​ກວ່າ 1 ກມ, ​ແຕ່ບໍ່​ໄປ​ຜ່ານ​ເຂດ​ຊຸມ​ຊົນ. ຖ້າ​ຫາກ​ລະດົມ​ການ​ຊ່ວຍ​ເຫຼືອ​ຈາກປະຊາຊົນ​ມັນ​ຈະ​ເກີນ​ກຳລັງ​ຂອງ​ເຂົາ​ເຈົ້າ​. ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ນັ້ນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຕາ​ແສງ​ໄດ້​ຮຽກຮ້ອງ​ສະໜັບ ສະໜູນ​ຄັງ​ກໍ່ສ້າງ​ທາງ ​ແລະ ​ໃນ​ກອງ​ປະຊຸມ, ພະນັກງານ ​ແລະ ປະຊາຊົນ​ທົ່ວ​ຕາ​ແສງ​ໄດ້​ຕັ້ງ​ຊື່​ໃຫ້​ທາງສາຍ​ນີ້​ວ່າ ”​ເສັ້ນທາງ​ສາມັກຄີ”. ພາຍຫຼັງ 3 ​ເດືອນ​ແຫ່ງ​ການ​ໂຄສະນາ, ຂົນຂວາຍ, ປະຊາຊົນ​ປະກອບ​ເງິນ​ໄດ້ 160 ລ້ານ​ດົ່ງ ​ແລະ ​ເສັ້ນທາງ​ດັ່ງກ່າວ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ”

ການກໍ່ສ້າງທາງດ້ວຍເບຕົງໃນເຂດຊົນນະບົດຢູ່ແຂວງຕວຽນກວາງ - ảnh 2
ການກໍ່ສ້າງ​ທາງ​​ຄົມມະນາຄົມ​ດ້ວຍເບ​ຕົງ​ຢູ່​ແຂວງຕວຽນ​ກວາງ​
(ພາບ: google.com.vn)

        ບ້ານ​ໂຮ່ ຂຶ້ນ​ກັບ​ຕາ​ແສງຍືຮ໋ານ, ​ເມືອງອຽນ​ເຊີນ ​ແມ່ນ​ຕາ​ແສງ​ໃນ​ເຂດ​ພູດ​ອຍທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ແຕ່ດ້ວຍ​ຄວາມ​ສາມັກຄີສະໜິດ​ຕິດ​ພັນ​ເຊິ່ງກັນ ​ແລະ ກັນ, ບັນດາ​ຄອບຄົວ​ໃນ​ໝູ່​ບ້ານ​​ໄດ້ສະໝັກ​ໃຈ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ, ຄອບຄົວ​ທີ່​ຮັ່ງມີ​ຊ່ວຍ​ເຫຼືອ​ໃຫ້​ຄອບຄົວ​ທີ່​ທຸກ​ຍາກ. ດ້ວຍ​ສະຕິ​ເປັນ​ແບບຢ່າງ, ບັນດາ​ພະນັກງານ​ບ້ານ​ໂຮ່, ຈາກ​ເລຂາ​ຄະນະ​ພັກ​ ຕະຫຼອດ​ຮອດ​​ເຈົ້າ​ບ້ານ, ຫົວໜ້າ​​ແນວ​ໂຮມ​ປະ​ເທດ​ຊາດ​ບ້ານ ​ໄດ້​ສະໝັກ​ໃຈ​ກໍ່ສ້າງ​ທາງ​ໄລຍະ​ຍາວ​ກວ່າ, ສ່ວນ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ ​ໂດຍ​ອີງ​ຕາມ​ເງື່ອນ​ໄຂ​ລະອຽດ​ສາມາດ​ປະກອບສ່ວນ​ກໍ່ສ້າງ​ທາງ​ຊາວ, ສາມ​ສິບ​ແມັດ.. ທ່ານ Pham Van Chuc, ຫົວໜ້າ​ບ້ານຍືຮ໋ານ, ​ໃຫ້​ຮູ້​ວ່າ:

        ”​ໃນ​ເບື້ອງ​ຕົ້ນ​ວຽກ​ງານ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ທາງ​ບ້ານ​ໄດ້ຈັດການ​ປະຊຸມ​ກັບ​ປະຊາຊົນ, ​ໂຄສະນາ​ຂົນຂວາຍ ​ແລະ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ເຂົາ​ເຈົ້າ. ບັນດາ​ຄອບຄົວ​ມີ​ລາຍ​ຮັບ​ສູງ​ ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ຫຼາຍ​ກວ່າ​ບັນດາ​ຄອບຄົວ​ທີ່​ມີ​ລາຍ​ຮັບ​ຕ່ຳ”

ການກໍ່ສ້າງທາງດ້ວຍເບຕົງໃນເຂດຊົນນະບົດຢູ່ແຂວງຕວຽນກວາງ - ảnh 3
ການກໍ່ສ້າງ​ທາງ​​ຄົມມະນາຄົມ​ດ້ວຍເບ​ຕົງ​ຢູ່​ແຂວງຕວຽນ​ກວາງ​
(ພາບ: google.com.vn)

        ກໍ່​ເຊັ່ນ​ດຽວ​ກັບ​ບ້ານ​ໂຮ່, ບ້ານ​ໝໍ​ແຈ໋, ຕາ​ແສງ​ເຕິ​ນຈ່າວ, ​ເມືອງ​ເຢືອງ​ເຊີນ, ປະຊາຊົນ​ຢູ່​ທີ່​ນີ້​ສ່ວນ​ຫຼາຍ​ແມ່ນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ຍ້ອນ​ເຂົາ​ເຈົ້າ​ດຳ​ລົງ​ຊີວິດ​ແບບ​ກະ​ແຈກ​ກະຈາຍ ​ແລະ ​ເສດຖະກິດ​ດ້ອຍ​ພັດທະນາ ດັ່ງ​ນັ້ນ​ການ​ກໍ່ສ້າງ​ທາງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ຕໍ່ໜ້າ​ສະພາບ​ຕົວ​ຈິງ​ນີ້, ອຳນາດ​ການ​ປົກຄອງພ້ອມ​ກັບປະຊາຊົນ​ໄດ້​ປຶກສາ​ຫາລື​ຢ່າງ​ປະຊາທິປະ​ໄຕ ​ແລະ ຕົກລົງ​ກໍ່ສ້າງ​ແຕ່​ລະ​ຕອນ​ເທື່ອ​ລະ​ກ້າວ ​ແລະ ສູ້​ຊົນ​ພາຍຫຼັງ 3 ປີ ຈະ​ກໍ່ສ້າງ​ສຳ​ເລັດ. ດ້ວຍ​ວິທີ​ເຮັດ​ຄື​ດັ່ງກ່າວ, ຢູ່​ຕວຽນ​ກວາງ ​ໄດ້​ປະກົດ​ມີ​ບາງ​ຕາ​ແສງ​ທີ່​ດີ​ເດັ່ນ​ກ່ຽວ​ກັບ​ການ​ກໍ່ສ້າງທາງ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ. ທາງ​ຄົມມະນາຄົມ​ດ້ວຍ​ເບ​ຕົງ​ໄດ້​ສ້າງ​ເງື່ອນ​ໄຂ​ພັດທະນາ​ການ​ຜະລິດ​ສິນຄ້າ, ​ເປີດ​ກວ້າງ​ຮູບ​ແບບ​ລ້ຽງສັດ, ປູກ​ຜັກ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນນຳ​ເອົາ​ເຄື່ອງ​ຈັກ​ມາ​ຮັບ​ໃຊ້​ການ​ຜະລິດ. ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກໃຫ້ລູກ​ຫຼານ​ໄປ​ໂຮງຮຽນ, ຍູ້ແຮງ​ການ​ພົວພັນ​ແລກປ່ຽນ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດທະນະທຳ. ບັນດາ​ປັດ​ໃຈ​ນີ້​ພວມ​ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ກໍ່ສ້າງຊົນນະບົດ​ໃໝ່​ຕາມ​ບັນດາ​ມາດຕະຖານ​ທີ່​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດ. ​ເຖິງ​ວ່າ​ໝາກຜົນ​ທີ່​ໄດ້​ຮັບ​ຢູ່​ແຕ່ລະ​ແຫ່ງ​ຈະ​ແຕກ​ຕ່າງ​ກັນ​ກໍ່​ຕາມ, ​ແຕ່​ໂສມ​ໜ້າ​ຢູ່​ເຂດ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ​ເທື່ອ​ລະ​ກ້າວ. ໝາກຜົນ​ດັ່ງກ່າວ​ຈະປະກອບສ່ວນ​ຊ່ວຍ​ໃຫ້​ຄະນະ​ຊີ້​ນຳ​ການກໍ່ສ້າງ​ຊົນນະບົດ​ໃໝ່​ສູນ​ກາງ​ປັບປຸງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ຢ່າງ​ເໝາະ​ສົມ, ຕອບ​ສະໜອງ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ໄລຍະ​ປະຈຸ​ບັນ ​ແລະ ​ໃນ​ຊຸ່ມ​ປີ​ຕໍ່ໜ້າ.

       

ຕອບກັບ

ຂ່າວ/ບົດ​ອື່ນ