(VOVWORLD) - ໝູ່ບ້ານອາຊີບເຮັດຟອຍແຂມ ຈຽມເຊີນ (ຢຸຍຈິງ, ຢຸຍຊວຽນ, ກວາງນາມ) ຕັ້ງຢູ່ເສັ້ນທາງທ່ອງທ່ຽວ ໂຮ້ຍອານ-ໝີ້ເຊີນ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາໃນເວລາກ່ວາ 100 ປີ, ໝູ່ບ້ານແຫ່ງນີ້ຍັງຮັກສາບັນດາຈຸດຄວາມງາມທີ່ເປັນມູນເຊື້ອຂອງເຂດບ້ານນາ ກວາງນາມ ໄວ້ໄດ້.
(ພາບ: ຕວຽດເລ-VOV)
|
ໝູ່ບ້ານອາຊີບເຮັດຟອຍແຂມ ຈຽມເຊີນ ໄດ້ເຮັດຟອຍຕະຫຼອດປີ. ເມື່ອເຮັດເຟອຍແຂມ, ແຕ່ລະຄົນຈະເຮັດໜຶ່ງຂັ້ນຕອນ: ແຕ່ພັນຝັ້ນເຊືອກ, ມັດແຂມ ຕະຫຼອດຮອດການເຮັດຜະລິດຕະພັນສຳເລັດ. ທ່ານ ຫງວຽນເຍິດຕວັນ, ເຈົ້າຂອງຮາກຖານເຮັດຟອຍແຂມ ເຍິດຕວັນ ໃຫ້ຮູ້ວ່າ: ໃກ້ຈະຮອດບຸນເຕັດ, ຮາກຖານຜະລິດຂອງທ່ານຕ້ອງເຮັດຟອຍຫຼາຍທົບສອງເທົ່າເມື່ອທຽວກັບວັນທຳມະດາ. ແຕ່ລະວັນ, ຮາກຖານນີ້ໄດ້ເຮັດຟອຍແຂມຊະນິດຕ່າງໆເກືອບ 1.500 ອັນ. ຟອຍແຂມໄດ້ເຮັດເປັນຫຼາຍຮູບຫຼາຍແບບຄື: ຟອຍຝັ້ນດ້ວຍຫວາຍແບບດັ້ງເດີມ, ຟອຍຝັ້ນດ້ວຍເສັ້ນໂລຫະ, ຟອຍກ້ານຢາງ...
ແຕ່ລະປີໄດ້ນຳເຂົ້າວັດຖຸດິບ 40-50 ໂຕນ. ຜູ້ອອກແຮງງານໄດ້ເຮັດວຽກຢ່າງຕໍ່ເນື່ອງ. ຜູ້ອາຍຸສູງ, ຄົນພິການກໍ່ມາເຮັດໄດ້. ມີບາງຄັ້ງກໍ່ເຮັດຟອຍເຖິງ 30.000-40.000 ອັນແຕ່ກໍ່ບໍພໍຂາຍ. ໃນໂອກາດທ້າຍປີ, ພວກຂ້າພະເຈົ້າໄດ້ເຮັດຫຼາຍຜະລິດຕະພັນເພື່ອສະໜອງໃຫ້ທ້ອງຕະຫຼາດ.
ຮາກຖານເຮັດຟອຍແຂມ ເຍິດຕວັນ ແມ່ນໜຶ່ງໃນຈຳນວນ 20 ຄອບຄົວທຳການຜະລິດທີ່ມີຂອບຂະໜາດໃຫ່ຍຢູ່ຕາແສງ ຢຸຍຈິງ ຊື່ງໄດ້ໃຊ້ແຮງງານທ້ອງຖິ່ນປະຈຳກ່ວາ 350 ຄົນ. ເອື້ອຍ ຟານທິຊວັນ, ຢູ່ຕາແສງ ຢຸຍຈິງ ໄດ້ເຮັດວຽກຢູ່ ຮາກຖານເຮັດຟອຍແຂມ ເຍິດຕວັນ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ເຮັດວຽກຢູ່ນີ້ກ່ວາ 10 ປີແລ້ວ, ເງິນເດືອນກໍ່ພໍຢູ່ພໍກິນ, ສ່ວນຜົວຂອງຂ້າພະເຈົ້າເຮັດວຽກໄດ້ 2 ປີເຄິ່ງ. ເຈົ້າຂອງຮາກຖານຜະລິດໄດ້ສ້າງເງື່ອນໄຂສະດວກໃຫ້ເອື້ອຍນ້ອງ, ປຊຊ ໃນບ້ານມາເຮັດວຽກເປັນປົກກະຕິ.
ຜະລິດຕະພັນຟອຍແຂມ ຈຽມເຊີນ ສ່ວນຫຼາຍໄດ້ຈຳໜ່າຍຢູ່ບັນດາແຂວງພາກເໜືອ ຫວຽດນາມ ແລະ ສົ່ງອອກໄປຕ່າງປະເທດ. ຟອຍແຕ່ລະອັນມີລາຄາແຕ່ 35.000-90.000 ດົ່ງ. ແຕ່ລະປີ, ທັງໝູ່ບ້ານໄດ້ສະໜອງຟອຍແຂມຊະນິດຕ່າງໆນັບລ້ານອັນໃຫ້ຕະຫຼາດ. ລາຍຮັບສະເລ່ຍຂອງທັງໝູ່ບ້ານປະມານກ່ວາ 4.3 ຕື້ USD.
ຢູ່ ຈຽມເຊີນ, ໄປຄຽງຄູ່ກັບບັນດາຜູ້ເຮັດອາຊີບເກັ່ງ, ເປີດກ້ວາງຂອບຂະໜາດການຜະລິດ, ກໍ່ຍັງຄົງມີບັນດາຜູ້ໜຸ່ມທີ່ໄດ້ເລືອກການ star up ດ້ວຍອາຊີບເຮັດຟອຍແຂມ ຍ້ອນວ່າ ເຂົາເຈົ້າມີຄວາມສຸດຈິດສຸດໃຈກັບອາຊີບພື້ນເມືອງ. ເຂົາເຈົ້າບໍ່ພຽງແຕ່ຮັກມັກອາຊີບຂອງລຸ້ນພໍ່ລຸ້ນອ້າຍເທົ່ານັ້ນ ຫາກຍັງມີຫົວຄິດປະດິດສ້າງ, ສຳຜັດກັບເຕັກໂນໂລຊີຢ່າງໄວວາອີກດ້ວຍ, ປະຈຸບັນ, ຟອຍແຂມ ຈຽມເຊີນ ບໍ່ພຽງແຕ່ໄດ້ຂາຍຢູ່ຕະຫຼາດຕາມແບບເກົ່າເທົ່ານັ້ນ ຫາກ ຍັງໄດ້ປະກົດໃນຫຼາຍຊ່ອງພື້ນຖານການຄ້າເອເລກໂຕນິກອີກດ້ວຍ, ອ້າຍ ຫງວຽນຢຸຍບິນ ເຈົ້າຂອງຮາກຖານຜະລິດຟອຍແຂມ ມິນທື, ຕາແສງ ຢຸຍຈິງ ໃຫ້ຮູ້ວ່າ:
ປະຈຸບັນຂ້າພະເຈົ້າໄດ້ຂາຍທັງແບບທຳມະດາ ແລະ ທັງຂາຍອອນໄລ, ຂ້າພະເຈົ້າໄດ້ເອົາລົງໃນເວັບໄຊ ແລະ ຈະມີລູກຄ້າມາຫາ, ເຮົາຕ້ອງເຮັດຜະລິດຕະພັນຢ່າງມີຄວາມຮັບຜິດຊອບ, ຕາມຄຳຮຽກຮ້ອງຂອງລູກຄ້າ.
ພ້ອມກັບການເປັນເຈົ້າການຂອງບັນດາຮາກຖານຜະລິດ, ຄອບຄົວ, ໃນຊຸມປີຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ ຍາມໃດກໍ່ຕັ້ງໜ້າໜູນຊ່ວຍ ປຊຊ ໃນການຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນຟອຍແຂມ ຈຽມເຊີນ. ທ່ານ ດັ້ງຫຶ້ວຟຸກ, ຮອງປະທານຄະນະກຳມະການ ປຊຊ ເມືອງ ຢຸຍຊວຽນ ໃຫ້ຮູ້ວ່າ:
ໃນຊຸມປີທີ່ຜ່ານມາ, ທາງເມືອງໄດ້ຮ່ວມເດີນທາງກັບ ປຊຊ, ຄອບຄູ່ບັນດາໂຄງການເປົ້າໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃໝ່ ຊ່ວຍໃຫ້ບັນດາໝູ່ບ້ານອາຊີບພັດທະນາ. ສະເພາະໝູ່ບ້ານອາຊີບຜະລິດຟອຍແຂມ ຢູ່ຕາແສງ ຢຸຍຈິງ, ເມືອງກໍ່ໄດ້ຕັ້ງໜ້າໜູນຊ່ວຍດ້ວຍຫຼາຍມາດຕະການ, ຊ່ວຍບັນດາຮາກຖານຜະລິດຊຸກຍູ້ຕະຫຼາດສົ້ນອອກ, ໜູນຊ່ວຍບັນດາໂຄງການສົ່ງເສີມການຄ້າ, ແລກປ່ຽນດ້ານການຄ້າ, ໂຄສະນາຜະລິດຕະພັນ... ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບກໍ່ໄດ້ຮັບການຈຳໜ່າຍຢ່າງແຮງ.
ອາຊີບເຮັດຟອຍແຂມ ໄດ້ນຳມາເຊິ່ງການປ່ຽນແປງຫຼາຍຢ່າງໃຫ້ແກ່ຕາແສງ ຢຸຍຈິງ. ຢູ່ທີ່ນີ້, ກໍ່ມີເຮືອນໃຫ່ຍໂຕຫຼາຍຫຼັງໄດ້ຮັບການກໍ່ສ້າງໃໝ່, ສ່ວນຫຼາຍແມ່ນຍ້ອນແຫຼ່ງລາຍຮັບຈາກອາຊີບເຮັດຟອຍແຂມພື້ນເມືອງ. ໃນໄລະຍະທີ່ຈະມາເຖິງ, ອຳນາການປົກຄອງເມືອງ ຢຸຍຊວຽນ ຈະສືບຕໍ່ຂຸດຄົ້ນທ່າແຮງຂອງທ້ອງຖິ່ນ ເພື່ອພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ, ຊ່ວຍບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ./.