ຊາວກວາງຈີ້ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່


(vovworld) - ກ່ອນ​ນີ້, ​​ເວົ້າ​ເຖິງກວາງຈີ້ ​ແມ່ນ​​ເວົ້າເຖິງ​ໜຶ່ງ​ໃນ​ບັນດາ​ເຂດ​ດິນ​ທີ່​ທຸກ​ຍາກ​ຂອງ​ພາກ​ກາງ​ຫວຽດນາມ, ​ແຫ່ງ​​ເຄີຍຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງຈາກ​ສົງຄາມ ​ແລະ ​ໄພ​ທຳ​ມະ​ຊາດ, ພາຍຸ​ນຳ້​ຖ້ວມ. ​ແຕ່​ປະຈຸ​ບັນ, ກວາງ​ຈີ້ ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ຢູ່​ເຂດ​ຊົນນະບົດ, ດ້ວຍການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ.

ຊາວກວາງຈີ້ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1

ພໍ່ແມ່ປະຊາຊົນສະຫງວນທີ່ດິນດ້ວຍຄວາມສະໝັກໃຈເພື່ອກໍ່ສ້າງຊົນນະບົດໃໝ່

(ພາບປະກອບ)

        ຍ້ອນ​ເງື່ອນ​ໄຂ​ທຳ​ມະ​ຊາດ, ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ປະຊາຊົນ​ຢູ່​ຕາ​ແສງ​ວິ້ງ​ເຊີນ, ​ເມືອງ​ວິ້ງ​ລີງ, ​ແຂວງ​ກວາງ​ຈີ້ ຕ້ອງ​ດຳລົງ​ຊີວິດ​ໃນ​ສະພາບ​ທີ່​ຫຍຸ້ງຍາກ, ຢາກ​​ຊື້​ຂາຍ​ສິນຄ້າ​ຢູ່​ຕະຫຼາດ​ໃນ​ເທດສະບານ​ໂຮ່ຊ໋າ, ​ເຂົາ​ເຈົ້າ​ຕ້ອງ​ຜ່ານ​ເສັ້ນທາງ​ນັບສິບ​ກິ​ໂລ​ແມັດ​ຈຶ່ງ​ໄປ​ຮອດ. ​ແຕ່​ລະ​ມື້, ​ເມື່ອ​ເຫັນ​ສະພາບ​ປະຊາຊົນ​ຂົນ​ສົ່ງ​ຜະລິດ​ຕະພັນ​ໄປ​ຂາຍ​ຢູ່​ຕະຫຼາດ​ຢ່າງ​ລຳບາກຄື​ແນວ​ນັ້ນ, ນັກຮົບ​ເກົ່າ ຫງວຽນ​ວັນນາ​ມ, ຢູ່​ບ້ານ​ຕຽນ​ອານ, ຕາ​ແສງ​ວິ້ງ​ເຊີນ ມີ​ຄວາມ​ປາຖະໜາ​ຢາກກໍ່ສ້າງ​ຕະຫຼາດ​ແຫ່ງ​ໜຶ່ງ ​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຊື້​ຂາຍ​ຜະລິດ​ຕະພັນ​ກະ​ເສດ​ຢ່າງ​ສະດວກ​ສະບາຍ. ຄິດ​ແລ້ວ, ທ່ານ​ກໍ່​ລົງມື​ປະຕິບັດ. ທ່ານ​ໄດ້​ສະຫງວນ​ທີ່​ດິນ 500 ຕາລາງ​ແມັດ​  ​ແລະ ບໍລິຈາກ​ເງິນ​ກວ່າ 600 ລ້ານ​ດົ່ງ ​ເຊິ່ງທ່ານ​ປະຢັດ​​ໄດ້ຈາກ​ການ​ລ້ຽງ​ກຸ້ງ​ເພື່ອ​ກໍ່ສ້າງ​ຕະຫຼາດ​ໃຫ້​ແກ່​ປະຊາຊົນ. ພາຍຫຼັງ 3 ​ເດືອນ​ແຫ່ງ​ການ​ກໍ່ສ້າງ, ຕະຫຼາດ​ໃໝ່​ຕຽນ​ອານ ​ໄດ້​​ເປີດ​ສະຫຼອງ, ສ້າງ​ເງື່ອນ​ໄຂໃຫ້​ປະຊາຊົນ ປະມານ 100 ຄອບຄົວ​ທຳ​ການ​ຊື້​ຂາຍ​, ດຳ​ເນີນ​ທຸລະ​ກິດ​.. ທ່ານ ຫງວຽນ​ວັນນາ​ມ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ປະຊາຊົນໄປ​ຕະຫຼາດລຳບາກ​ທີ່​ສຸດ, ຕ້ອງ​ຜ່ານ​ເສັ້ນທາງ​ນັບ​ສິບ​ກິ​ໂລ​​ແມັດ​ຈຶ່ງ​ໄປຮອດ​ຕະຫຼາດຢູ່​ເທດສະບານ​ໂຮ່ຊ໋າ ຫຼື ຢໍ​ລິງ. ​ດັ່ງ​ນັ້ນ​ຂ້າພະ​ເຈົ້າ​​ໄດ້ພະຍາຍາມ​ກໍ່ສ້າງ​ຕະຫຼາດ​ນີ້​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ພັດທະນາ​ເສດຖະກິດ“.

        ​ເມື່ອ​ຕະຫຼາດ​ຕຽນ​ອານ ​ຖືກ​ນຳ​ເຂົ້າ​ໃຊ້ການ, ປະຊາຊົນ​ຕາ​ແສງ​ວິ້ງ​ເຊີນ ຜູ້​ໃດ​ກໍ່​ດີ​ໃຈ ຍ້ອນ​ການຈຳ​ໜ່າຍຜະລິດ​ຕະພັນ​ກະ​ເສດ ກໍ່​ຄື​ສິນຄ້າ​ທີ່​ຈຳ​ເປັນ​ສະດວກ​ສະບາຍ. ​ ການ​ຄ້າຂາຍໃນ​ຕະຫຼາດ​ກໍ່ຄຶກ​ໂຄມ​ໜາ​ແໜ້ນທີ່​ສຸດ. ທ່ານ ຫວໍ​ວັນ​ກວນ, ຢູ່​ບ້ານ​ຕຽນ​ອານ, ຕາ​ແສງ​ວິ້ງ​ເຊີນ, ​ໄດ້​ເວົ້າ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

        “ຕະຫຼາດ​ນີ້​ມໍ່​ກັບ​ແມ່ນ້ຳ ​ແລະ ທາງ​ຄົມມະນາຄົມ, ​ດັ່ງ​ນັ້ນ​ການ​ໄປມາ​ຂອງ​ປະຊາຊົນ​ກໍ່​ສະດວກ​ສະບາຍທີ່​ສຸດ, ພິ​ເສດ​ແມ່ນສຳລັບ​ຜູ້​ເຖົ້າ​ຜູ້ແກ່. ປະຊາຊົນ​ຢູ່​ທີ່​ນີ້​ນິຍົມ​ແນວ​ຄິດ​ປ່ຽນ​ໃໝ່​ຂອງ​ອ້າຍ​ ນາມ​ ຫຼາຍ“.

        ຖ້າ​ຫາກ​ຢູ່​ຕາ​ແສງວິ້ງ​ເຊີນ, ​ເມືອງ​ວິ​ງລີງ, ມີ​ຄົນ​ໃຊ້​ເງິນສ່ວນ​ຕົວຂອງ​ຕົນ​ເພື່ອ​ກໍ່ສ້າງ​ຕະຫຼາດ​ຮັບ​ໃຊ້ປະ​ຊາ​ຊົນນັ້ນ, ຢູ່ຕາ​ແສງ​ແທງ, ​ເມືອງ​ເຮື໋ອງຮ໋ວາ ​ໃນ​ເຂດ​ພູດ​ອຍກໍ່​ມີ​ພໍ່​ຕູ້ ​ໂຮ່ວັນ​ບາ, ຊາວ​​ເຜົ່າ​ເວິນ​ກ່ຽວ ສະຫງວນ​ເນື້ອ​ທີດິນສວນ​ເກືອບ 2000 ຕາລາງ​ແມັດຂອງ​ຕົນ ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ໃຫ້​ເດັກນ້ອຍ. ທ່ານ ​ໂຮ່ວັນ​ບາ ແບ່ງປັນ​ວ່າ, ບ້ານ​ຂອງ​ທ່ານ​​ຢູ່​​ໃກຈາກ​ໃຈກາງ, ບໍ່​ມີ​ໂຮງຮຽນ, ຮອດ​ຍາມ​ນຳ້​ຖ້ວມນຳ້​ແກ່ງ, ມີ​ນັກຮຽນ​ຫຼາຍ​ຄົນ​ຖືກ​ຕາຍດຶກ​ນຳ້​ເມື່ອ​ຂ້າມ​ຫ້ວຍ​ໄປ​ຮຽນ. ດັ່ງ​ນັ້ນ, ​ເມື່ອ​ຕາ​ແສງ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານ​ໄດ້​​ສະຫງວນ​ທີ່​ດິນ​ຂອງ​ຕົນ​ເພື່ອ​ກໍ່ສ້າງ​ໂຮງຮຽນ. ປະຈຸ​ບັນ, ​ໂຮງຮຽນ​ຫຼັງ​ໃໝ່​ສອງ​ຊັ້ນ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​​ແລ້ວ, ​ແຕ່​ລະ​ມື້, ​ເມື່ອ​ຍິນ​ສຽງ​ເດັກນ້ອຍ​ອ່ານ​ບົດຮຽນ, ທ່ານ ບາ ຮູ້ສຶກ​ພາກພູມ​ໃຈ​ເພາະວ່າ​ຕົນ​ເອງ​ເຮັດ​ໄດ້​ສິ່ງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່ປະຊາຊົນ.

        “ປະຈຸ​ບັນ, ພວກ​ຫຼານ​ລ້ວນ​ແຕ່​ຮຽນ​​​ແບບເຄິ່ງກິນນອນຢູ່​​ໂຮງຮຽນ​ຫຼັງ​ນີ້, ​ໂດຍ​ປະຊາຊົນ​ລ້ຽງ​ເອງ. ຂ້າພະ​ເຈົ້າ​ເຫັນ​ວ່າ​ພວກ​ຫຼານ​ນັກຮຽນ​ມ່ວນ​ຫຼາຍ .

        ຢູ່ບ້ານ​ນ້າຍກື​ວ, ຕາ​ແສງ​ຈ້ຽວດົງ, ​ເມືອງ​ຈ້ຽວຟອງ, ບັນດາ​ກິດຈະກຳ​ສະຫວັດດີ​ການ​ສັງຄົມ, ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ລວມຂອງ​ທ້ອງ​ຖີ່​ນຄື: ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ... ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ ດ້ວຍ​ການ​ປະກອບສ່ວນຫຼາຍ​ພໍ​ສົມຄວນ​ຂອງ​ລູກ​ຫຼານຊາວ​ນ້າຍ​ກື​ວ ຜູ້​ທີ່​ໄປ​ທຳ​ມາ​ຫາ​ກິນ, ​​ດຳລົງ​ຊີວິດຢູ່​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ. ​ໃນ 5 ປີຜ່ານມາ, ບ້ານ​ນ້າຍກື​ວ ​ໄດ້​ຮັບ​ເງິນ​ບໍລິຈາກ​ຂອງ​ປະຊາຊົນ​ກວ່າ 12 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ. ທ່ານ ຫວໍ​ວັນ​ບັກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຈ້ຽວດົງ, ​ໃຫ້​ຮູ້​ວ່າ:

        “ນ້າຍກື​ວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖີ່​ນທີ່​ມີ​ຄວາມ​ສາມາດ​ໃນ​ການລະດົມ​ກຳລັງ​ແຮງ​ຂອງ​ປະຊາຊົນ​​​ເຂົ້າ​ໃນ​ການກໍ່ສ້າງ​ໂຄງ​ລ່າງ​ຄື​ທາງ​ຄົມມະນາຄົມ, ປະຕູ​ບ້ານ...“.

        ກວ່າ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ທ້ອງ​ຖີ່​ນຢູ່​ແຂວງ​ກວາງ​ຈີ້ ​ໄດ້​ມີ​ຫຼາຍ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ. ປະຊາຊົນ​ໄດ້​ບໍລິຈາກ​ເງິນ​ນັບ​ຕື້​ດົ່ງ, ​ແຮງ​ງານ​ນັບ​ພັນ​ວັນ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຫງວຽນ​ວັນ​ບ່າຍ, ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ, ຢູ່​ທ້ອງ​ຖີ່​ນຕ່າງໆ, ບັນດາ​ກິດຈະກຳ ລ້ວນ​ແຕ່​ໄດ້ຮັບ​ການ​ກໍ່ສ້າງ​ດ້ວຍ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ເປັນ​ຕົ້ນ:

        “ນີ້​ແມ່ນ​ລາຍການ​ໂດຍ​ປະຊາຊົນ​ເປັນ​ເຈົ້າ​ຢ່າງ​ແທ້​ຈິງ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ຫົວຄິດ​ປະດິດ​ສ້າງ, ພິ​ເສດ​ແມ່ນ​ປັນຍາ​ຂອງ​ປະຊາຊົນ, ອັນ​ໄດ້​ສ້າງ​ກຳລັງ​ໜູນ​ໃຫຍ່ຈາກຮາກຖານ, ສຸມ​ໃສ່​ແຂ່ງ​ຂັນ, ອອກ​ແຮງ​ງານ​ທຳ​ການ​ຜະລິດ, ກໍ່ສ້າງ​ຊົນນະບົດ​ໃໝ່.“

 ຍ້ອນ​ມີ​ການ​ປະກອບສ່ວນ ​ແລະ ການ​ສະໜັບສະໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ, ເຂດ​ຊົນນະບົດຫຼາຍ​ແຫ່ງ​ໃນ​ແຂວງ​ກວາງ​ຈີ້​ໄດ້​ມີ​ການ​ພັດທະນາ​ຢ່າງ​​ເຫັນ​ໄດ້​ຊັດ. ຊາວ​ກວາງ​ຈີ້ ​ຜູ້​ໃດ​ກໍ່​ເບີກບານ​ມ່ວນ​ຊື່ນ​ເມື່ອ​ເຫັນ​ວ່າ​ບ້ານ​ເກີດຂອງ​ຕົນ​ໄດ້​ມີ​ການ​ປ່ຽນ​ແປງ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ

ຕອບກັບ

ຂ່າວ/ບົດ​ອື່ນ