ຊາວກະສີກອນນິງທ້ວນປູກຕົ້ນອະງຸ່ນພັດທະນາຢ່າງໝັ້ນຄົງ

(vovworld) - ນິງທ້ວນ, ຢູ່​ທິດ​ໃຕ້​ພາກ​ກາງ ​ແມ່ນ​ເຂດ​ປູກ​ຕົ້ນ​ອະ​ງຸ່ນທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ. ຕົ້ນ​ອະ​ງຸ່ນຢູ່​ທີ່​ນີ້ ​ໄດ້​ກາຍ​ເປັນ​ຜະລິດ​ຕະພັນ​ກະ​​ເສດ, ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ. ດ້ວຍ​ທ່າ​ສະດວກ​ນີ້, ​ແຂວງ​ນິງທ້ວນ ກຳນົດ​ຫັນປ່ຽນ​ຜົນລະປູກ, ສຸມ​ໃສ່​ພັດທະນາ​ຕົ້ນ​ອະ​ງຸ່ນຢູ່​ນິງທ້ວນ ​ໃຫ້​ກາຍ​ເປັນ​ເຂດ​ຜະລິດ​ອະ​ງຸ່ນ​ໃຫຍ່​ກວ່າ​ໝູ່​ຂອງ​ທົ່ວ​ປະ​ເທດ, ປະກອບສ່ວນ​ປັບປຸງ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຊາວກະສີກອນນິງທ້ວນປູກຕົ້ນອະງຸ່ນພັດທະນາຢ່າງໝັ້ນຄົງ - ảnh 1

ພາບປະກອບຈາກ baomoi.com

        ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ອະ​ງຸ່ນ​ແມ່ນ​ຕົ້ນ​ໝາກ​ໄມ້​ພິ​ເສດ, ມີ​ມູນ​ຄ່າ​ເສດຖະກິດ​ສູງຢູ່​ແຂວງ​ນິງທ້ວນ. ດ້ວຍ​ເນື້ອ​ທີ່​ປູກ​ຕົ້ນ​ອະ​ງຸ່ນກວມ 3% ​ເນື້ອ​ທີ່​ດິນ​ກະ​ສີ​ກຳ​ທັງ​ໝົດ​ຂອງ​ແຂວງ. ມູນ​ຄ່າ​ເສດຖະກິດ​ກວມ 13% ຍອດ​ມູນ​ຄ່າ​ຜະລິດ​ກະ​ສີ​ກຳ​ທັງ​ໝົດຂອງ​ແຂວງ. ​​ແຕ່ໃນ​ຫຼາຍ​ປີຜ່າ​ນມາ, ​ເນື້ອ​ທີ່​ປູກ​ຕົ້ນ​ອະ​ງຸ່ນຂອງ​ແຂວງມີ​ແຕ່ພັດທະນາ​ຢ່າງ​ຊັກ​ຊ້າ. ຕໍ່ໜ້າ​ສະພາບ​ການ​ຄື​ດັ່ງກ່າວ, ພ້ອມ​ກັບ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ນິງທ້ວນ ​ໄດ້​ປະຕິບັດ​ມາດ​ຕະການ​ຕ່າງໆ​ກ່ຽວ​ກັບ​ການວາງ​ແຜນ​ກຳນົດ, ການ​ຫັນປ່ຽນ​​ໂຄງ​ປະກອບ​ຜົນລະປູກຢ່າງ​ຄົບ​ຊຸດ, ​ໂດຍ​ກຳນົດອະ​ງຸ່ນ​ແມ່ນຕົ້ນ​ໝາກ​ໄມ້​ຜະລິດ​ເປັນ​ສິນຄ້າ​ຕົ້ນຕໍ, ທາງ​ແຂວງ​ໄດ້​ສົ່ງ​ເສີມ​ຊາວ​ກະ​ສີກ​ອນສ້າງ​ບັນດາ​ຟາ​ມ​ໃຫຍ່, ນຳ​ເອົາ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ພັດທະນາ​ອາຊີບ​ປູກ​ຕົ້ນ​ອະ​ງຸ່ນຕາມ​ທິດ​ປອດ​ໄພ ​ແລະ ໝັ້ນຄົງ.

        ທ່ານ ຫງວຽນ​ວັນ​ມ້ອຍ. ຢູ່​ຕາ​ແສງ​ເຟືອ​ກທ້ວນ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ໄດ້​ຕິດ​ພັນ​ກັບ​ອາຊີບ​ປູກ​ຕົ້ນ​ອະ​ງຸ່ນມາ​ເປັນ​ເວລາ 30 ປີ ​ແລະ​ ທ່ານ​ກໍ່​ເຄີຍ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ. ​ແຕ່​ຍ້ອນ​ມີ​ການ​ໜູນ​ຊ່ວຍ​ຂອງ​ອຳນາດ​ການ​ປົກຄອງ​ຕາ​ແສງ​ໃນ​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ​ມາ​ຮອດ​ປະຈຸ​ບັນ, ທ່ານ ຫງວຽນ​ວັນ​ມ້ອຍ ​ໄດ້​ມີ​ຟາ​ມຜະລິດ​ອະ​ງຸ່ນ​ຂະໜາດ​ໃຫຍ່, ສະໜອງ​ໝາກ​ອະ​ງຸ່ນສົດ ​ແລະ ບັນດາ​ຜະລິດ​ຕະພັນ​ປຸງ​ແຕ່ງ​ຈາກ​ໝາກ​ອະ​ງຸ່ນ​ໃຫ້​ຕະຫຼາດ. ນອກຈາກ​ເນື້ອ​ທີ່ຜະລິດ​ອະ​ງຸ່ນປອດ​ໄພ​ຕາມ​ມາດຕະຖານ VietGAP (ມາດຕະຖານປະຕິບັດ​ການ​ຜະລິດ​ກະ​ສີ​ກຳ​ທີ່​ດີ​ຢູ່​ຫວຽດນາມ) 1,5 ​ເຮັກຕາ ​ແລ້ວ, ທ່ານ​ຍັງ​ມີ​ເນື້ອ​ທີ່​ປູກ​ອະ​ງຸ່ນອີກ 10 ​ເຮັກຕາ. ​ເຄື່ອງໝາຍ “ໝາກ​ອະ​ງຸ່ນບາ​ມ້ອຍ“ ​ໄດ້​ມີ​ທີ່​ຕັ້ງ​ໃນ​ຕະຫຼາດ ​ແລະ ປະຈຸ​ບັນ, ຟາ​ມປູກ​ຕົ້ນອະ​ງຸ່ນຂອງ​ຄອບຄົວ​ທ່ານ​​ໄດ້​ກາຍ​ເປັນ​ແຫ່ງ​ຄົ້ນ​ຄ້ວາ, ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ​ໃຫ້​ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນປູກ​ຕົ້ນອະ​ງຸ່ນອື່ນໆ. ທ່ານ ຫງວຽນ​ວັນ​ມ້ອຍ, ​ໃຫ້​ຮູ້​ວ່າ:

        “​​​ເຂົາ​ເຈົ້າ​ຖື​ເປັນ​ສຳຄັນ​ຄວາມ​ປອດ​ໄພ​ທີ່​ສຸດ. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ​ທິດ​ທາງ​ຈຳ​ເປັນ​ໃນ​ປະຈຸ​ບັນ​ປະຕິບັດ​ຕາມ​ມາດຕະຖານ VietGAP, ​ແລະ​ ເມື່ອ​ເຮັດຕາມມາດຕະຖານ VietGAP, ຈະ​​ເຫັນແຈ້ງ​ລັກສະນະ​ໝັ້ນຄົງ​ຂອງ​ເຄື່ອງໝາຍຜະລິດ​ຕະພັນ​ໃນ​ຕະຫຼາດ​ການ​ຄ້າ, ບໍ່​ມີ​ເລື່ອງ​ຜະລິດ, ຫຼື​ລາຄາ​ຂຶ້ນ​ລົງ​ຜິດ​ປົກກະຕິ. ​ເມື່ອ​ເຮັດ​ຕາມມາດຕະຖານ VietGAP ບໍ່​ພຽງ​ແຕ່​ຈະຮັບປະກັນ​ໃຫ້​ຜູ້​ຊົມ​ໃຊ້​ເທົ່າ​ນັ້ນ, ຫາກ​ຍັງ​ຮັບປະກັນ​ໃຫ້​ແກ່​ພວກ​ເຮົາ​ອີກ​ດ້ວຍ..

ຊາວກະສີກອນນິງທ້ວນປູກຕົ້ນອະງຸ່ນພັດທະນາຢ່າງໝັ້ນຄົງ - ảnh 2
ພາບປະກອບຈາກ zizi.vn

        ຢູ່​ຕາ​ແສງ ​ເຍິນ​ຫາຍ, ​ເມືອງ​ນິງຫາຍ, ​ແຂວງ​ນິງທ້ວນ, ຮູບ​ແບບ​ປູກ​ຕົ້ນ​ອະ​ງຸ່ນຕາມ​ມາດຕະຖານ VietGAP ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ຕົ້ນ​ປີ 2014. ​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້, ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນ ​ໄດ້​ຮັບ​ການຖ່າຍ​ທອດ​ດ້ານ​ເຕັກນິກ​ປູກ​ຕົ້ນອະ​ງຸ່ນປອດ​ສານພິດ, ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອຸປະກອນ​ໃນ​ເບື້ອງ​ຕົ້ນ ​ແລະ ຂັ້ນ​ຕອນ​ກວດ​ຜະລິດ​ຕະພັນ​ກ່ອນ​ຈະ​ເກັບ​ກ່ຽວ. ຜ່ານ​ການ​ປູກ​ຕົ້ນ​ອະ​ງຸ່ນ​ລະດູ​ການ​ໜຶ່ງ​ຕາມ​ມາດຖານ VietGAP, ສວນ​ອະ​ງຸ່ນຂອງ​ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນລ້ວນ​ແຕ່​ໄດ້​ຮັບ​​ໃບຢັ້ງຢືນປອດ​ສານພິດ ດ້ວຍ​ສະມັດ​ຕະພາບ​ສະ​ເລ່ຍ​ເພີ່ມ​ຂຶ້ນ​ເຖິງ 25% ​ແລະ ຜົນ​ກຳ​ໄລ​ເພີ່ມ​ຂຶ້ນ​ກວ່າ 30%, ການ​ປູກ​ຕົ້ນອະ​ງຸ່ນຕາມມາດຕະຖານ VietGAP ກໍ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໃນ​ຫຼາຍ​ດ້ານ​ໃຫ້​ແກ່​ຊາວ​ກະ​ສີກ​ອນ.

        ຕາມ​ແຜນ​ຮ່າງ “ພັດທະນາ​ກະ​ສີ​ກຳ, ຊົນນະບົດ, ຂອງຊາວ​ກະ​ສີກ​ອນ​ແຂວງ​ນິງທ້ວນ ​ໃນ​ໄລຍະ 2011-2020“ ​ແລ້ວ, ທາງ​ແຂວງ​ສືບ​ຕໍ່​ກຳນົດ​ອະ​ງຸ່ນ​ແມ່ນ​ຕົ້ນ​ໄມ້​ຕົ້ນຕໍ, ​ເນື້ອ​ທີ່​ປູກ​ຕົ້ນ​ອະ​ງຸ່ນຈະ​ພັດທະນາ​ຂື້ນ 2.500 ​ເຮັກຕາ, ປະລິມານ​ການ​ຜະລິດ​ຄາດ​ວ່າ​ບັນລຸ 41.000 ​ໂຕນ​ໃນ​ປີ 2015 ​ແລະ 60.000 ​ໂຕນ​ໃນ​ປີ 2020. ທາງ​ແຂວງ​ກໍ່​ໄດ້​ສຸມ​ໃສ່​ພັດທະນາ​ຕົ້ນ​ອະ​ງຸ່ນຢູ່​ເຂດ​ທີ່​ເໝາະ​ສົມ, ​ເພື່ອ​ຮັບປະກັນ​ປີ 2015, ມີ 30% ປະລິມານ​ອະ​ງຸ່ນບັນລຸ​ມາດຕະຖານ VietGAP; ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ ​ແລະ ປະຕິບັດ​ການ​ຮ່ວມ​ສຳພັນ, ຮ່ວມ​ມື​ຕາມ​ຂະ​ແໜງ​ສິນຄ້າ ລະຫວ່າງ​ຜູ້​ປູກ​ຕົ້ນ​ອງຸ່ນ, ຜູ້​ຜະລິດ, ຜູ້​ຈຳໜ່າຍ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ຕອບ​ສະໜອງ​ຄວາມ​ຕ້ອງການ​ເປີດ​ກວ້າງ​ຕະຫຼາດ. ທ່ານ ​ເຈົາທັງ​ລອງ, ຮອງ​ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ນິງທ້ວນ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ຫຼວດບັນດາ​ເຂດ​ທີ່​ດິນ​ເໝາະ​ສົມ​ກັບ​ຕົ້ນ​ອະ​ງຸ່ນ, ​ເອົາ​ໃຈ​ໃສ່​ຄົ້ນ​ຄ້ວາ ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ, ​ແນວ​ພັນ​ອະ​ງຸ່ນຢ່າງ​ເໝາະ​ສົມ, ຖ່າຍ​ທອດ​ຂັ້ນ​ຕອນ​ເຕັກນິກ​ທີ່​ເໝາະ​ສົມ​ກັບ​ດິນ​ແຕ່ລະ​ປະ​ເພດ, ຕິດ​ພັນ​ກັບ​ລາຍການ​ຊົນນະບົ​ດ​ໃໝ່ ​ເພື່ອ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ. ​ເຊື່ອມ​ຕໍ່​ກັບ​ວິ​ສາ​ຫະກິດ​ໃນ​ການຈຳໜ່າຍ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ເຄື່ອງໝາຍ​ອະ​ງຸ່ນນິງທ້ວນ.

        ການ​ພັດທະນາຕົ້ນ​ອະ​ງຸ່ນນິງທ້ວນ ​ຢ່າງ​ໝັ້ນຄົງ ພວມ​ເປັນ​ການ​ຢືນຢັນ​ທິດ​ທາງ​ທີ່​ຖືກຕ້ອງ, ​ເຮັດ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ຂອງ​ນິງທ້ວນ ມີ​ທີ່​ຕັ້ງ​ຢ່າງ​ໝັ້ນຄົງ​ໃນ​ຕະຫຼາດ​ເທື່ອ​ລະກ້າວ. ​ເລື່ອງ​ສຸມ​ໃສ່​ພັດທະນາ​ຕົ້ນໄມ້ທີ່​ມີ​ທ່າ​ແຮງ​ນີ້, ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ໃຫ້​ແກ່​ຊາວ​ກະ​ສີ​ກອນ, ທັງ​ຊຸກຍູ້​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ