ຍູ້ແຮງວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຢູ່ເຂດຊົນນະບົດ


(vovworld)- ການ​ບຳລຸງ​ສ້າງ, ​ເຝິກອົບຮົມ​ໃຫ້​ແກ່​ຊາວ​ກະ​ສິກ​ອນ ​ເພື່ອ​ຖ່າຍທອດຄວາມ​ກ້າວໜ້າ​ທາງ​ດ້ານ​ເຕັກນິກວິທະຍາສາດ, ສ້າງ​ແບບ​ວິທີ​ພັດທະນາ​ການ​ຜະລິດ ​ແລະ ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ. ຄວາມ​ຈິງ​ແລ້ວ, ຮູບ​ແບບ​ການ​ຜະລິດ​ສິນຄ້າ​ຖືກ​ຖື​ວ່າ ​ແມ່ນ​ບັນດາ​ວຽກ​ງານ​ຈຳ​ເປັນ​ຕ້ອງ​ເຮັດ​ຢ່າງ​ຮີບ​ດ່ວນ ​ເພື່ອ​ແກ້​ໄຂ​ໜຶ່ງ​ໃນ​ຈຳນວນ 19 ​ມາດຕະຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແນ​ໃສ່​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ນີ້​ກໍ​ຖື​ວ່າ​ແມ່ນ​ແຫຼ່ງກຳລັງ​ທີ່​ສຳຄັນ, ”​ເພີ່ມ​ກຳລັງ”​ເພື່ອ​ເຮັດ​ໃຫ້ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ຫວຽດນາມ​ປະສົບ​ຜົນສຳ​​ເລັດ.

ຍູ້ແຮງວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຢູ່ເຂດຊົນນະບົດ - ảnh 1

ແນະນຳວິທີລ້ຽງເຜີ້ງ

(ພາບ: nongnghiep.vn )

        ຕາມ​ແຜນ​ຮ່າງ ”ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຢູ່​ເຂດ​ຊົນນະບົດ​ເຖິງ​ປີ 2020” (​ແຜນ​ຮ່າງ 1956) ກ່ຽວ​ກັບ​ການບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຢູ່​ເຂດ​ຊົນນະບົດ, ​ໄລຍະ 2011-2015 ​ແລ້ວ, ຈະ​ມີ​ຊາວ​ກະ​ສີກ​ອນ 1,6 ລ້ານ​ຄົນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ດ້ານ​ວິຊາ​ຊີບ​ດ້ານ​ກະ​ເສດ. ປະຈຸ​ບັນ, ສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ​ໄດ້​ປະຕິບັດ​ການ​ສອນ​ວິຊາ​ຊີບດ້ານ​ກະ​ເສດ​ທົດ​ລອງ​ຢູ່ 11 ຕາ​ແສງທີ່​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​​ຊົນນະບົດ​ໃໝ່ ​ແລະ ​ເຫັນ​ວ່າ​ບັນລຸ​​ໄດ້ ປະສິດທິ​ຜົນ​ສູງ. ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານສອນ​ວິຊາ​ຊີບ​ດ້ານ​ກະ​ເສດ​ທົດ​ລອງ​ຢູ່ 11 ຕາ​ແສງທີ່​ເປັນ​ແບບຢ່າງ​ໃນ​ການ​ກໍ່ສ້າງ​​ຊົນນະບົດ​ໃໝ່ ນັ້ນ, ສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ ຊາວ​ກະ​ສິກ​ອນ​ເກືອບ​ທັງ​ໝົດ​ໄດ້​ເຂົ້າ​ຮ່ວມ​ການ​ຮຽນວິຊາ​ຊີບ​ດ້ານ​ກະ​ເສດ ແລະ ​ໄດ້​ຮູ້​ວິທີ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິກຳ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ​ໄດ້​ມີ​ແຜນການ​ເປີດ​ກວ້າງ​ການ​ບຳລຸງ​ສ້າງ​ວິຊາຊີບ​ດ້ານ​ກະ​ເສດ​ໃນ​ທົ່ວ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ຢູ່ 60 ​​ເມືອງທີ່​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ. ຕາມ​ທ່ານ​ນາງ Ha Thuy Hanh, ຮອງ​ຜູ້ອຳ​ນວຍ​ການສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ​ແລ້ວ, ແຜນ​ຮ່າງບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່ຄົນ​ງານ​ຢູ່​ເຂດ​ຊົນນະບົດຂອງ​ລັດຖະ ບານ​ມີ​ລັກສະນະ​ສັງຄົມ​ສູງ​ທີ່​ສຸດ​ ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ບຳລຸງ​ສ້າງ​ວິຊາ​ຊີບ. ທ່ານ​ນາງ Ha Thuy Hanh, ​ເວົ້າ​ວ່າ:

        ”ຕາມ​ຂໍ້​ຕົກລົງ​​​ເລກທີ 1956, ປະຈຸ​ບັນ​ມີ 4 ໝວດ​ວິຊາ​ຊີບ​ຕົ້ນ​ຕໍທີ່​​ໄດ້​ຮັບ​ການບຳລຸງ​ສ້າງ​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ນອກ​ນັ້ນ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ປະກາດ​ໃຊ້​ລາຍ​ຊື່ 71 ວິຊາ​ຊີບ​ດ້ານ​ກະ​ເສດ​ໃຫ້​ແກ່​ຄົນ​ງານ​ຢູ່​ເຂດ​ຊົນ​ນະລບົດ ​ເພື່ອ​ໃຫ້​ຊາວ​ກະ​ສີ​ກອນ​ມີ​ເອກະສານ​ກໍ່​ຄື​ບັນດາ​ແຂ​ວງມີ​ນະ​ໂຍບາຍ​ອັນ​ລະອຽດ​ໃນ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ… ນອກ​ນັ້ນ, ພວກ​ເຮົາ​ກໍ່​ໄດ້​ແນະນຳ​ທິດ​ເພື່ອ​ໃຫ້​ປະຊາຊົນ​ເລືອກ​ເຟັ້ນອາຊີບ​ໃຫ້​ຖືກຕ້ອງ ​ ​ເພື່ອ​ມີ​ລາຍ​ຮັບພາຍຫຼັງ​ທີ່​ນຳ​ໃຊ້​ບົດຮຽນ​ຈາກ​ການ​ຮຳ່ຮຽນ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິກຳ ”

 ຍູ້ແຮງວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຢູ່ເຂດຊົນນະບົດ - ảnh 2

ສອນວິທີປູກຕົ້ນກາເຟ

(ພາບ: agroviet.gov.vn )

ຫວ່າງ​ແລ້ວ​ນີ້, ຕາ​ແສງ Thuy Huong, ​ເມືອງ Chuong My, ນະຄອນ  Ha Noi  ​​ມີ​ຊາວ​ກະ​ສີກ​ອນ 90 ຄົນ​ໄດ້ຮຽນ​ວິຊາ​ຊີບດ້ານ​ກະ​ເສດ ດ້ວຍ 3 ອາຊີບ​ທີ່​ແຕກ​ຕ່າງ​ກັນ​ນັ້ນ​ແມ່ນ: ການປູກ​ຕົ້ນ​ໄມ້​ກິນໝາກ, ນຳ​ໃຊ້​ເຄື່ອງ​ຈັກ​ໃນ​ການ​ຜະລິດ​ກະ​ສິກຳ ​ແລະ ການ​ລ້ຽງ, ປູກ​ສິນ​ໃນ​ນ້ຳ. ທ່ານ Dang Dinh Vinh ຢູ່​ບ້ານ Phu Ben, ​ແມ່ນ​ຜູ້​ປະກອບ​ອາຊີບ​ປູກ​ຕົ້ນ​ໄມ້​ກິນ​ໝາກມາ​ແຕ່​ດົນ​ນານ​ແລ້ວ ​ແລະ ຫາ​ກໍ່​ເຂົ້າ​ຮ່ວມ​ຊຸດ​ຮຽນ​ກ່ຽວ​ກັບ​ວິທີ​ການ​ປູກ​ຕົ້ນ​ໄມ້​ກິນ​ໝາກ, ​ໃຫ້​ຮູ້​ວ່າ:

”​ເຮົາ​ປູກ​ຕົ້ນ​ໄມ້​ກໍ່​ຕ້ອງຮູ້​ຕື່ມ​ກ່ຽວ​ກັບ​ຕົ້ນໄມ້​ປະ​ເພດ​ນັ້ນ, ຍິ່ງ​ຮູ້​ຫຼາຍ​ເທົ່າ​ໃດກໍ່​ຍິ່ງ​ດີ. ​ກ່ອນ​ນີ້​ມີ​ຫຼາຍ​ອັນ​ຍັງບໍ່​ຮູ້, ພຽງປູກ​ຕົ້ນ​ໄມ້​ລ້າໆ​ເທົ່າ​ນັ້ນ. ປະຈຸ​ບັນ​ມີ​ຄວາມ​ຮູ້​ແລ້ວ​ກໍ່​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ​ກວ່າ”.

ຢູ່​ຕາ​ແສງ Tan Thong Hoi, ​ເມືອງ Cu Chi, ນະຄອນ ​ໂຮ່ຈີ​ມິນ, ຊາວ​ກະ​ສີກ​ອນກໍ່​ໄດ້​ຮັບ​ການ​ຮຽນວິຊາ​ຊີບ​ດ້ານ​ກະ​ເສດ. ບັນດາ​ຊຸດ​ຮຽນ​ນີ້ ​ໂດຍ​ສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ​ມອບ​ໃຫ້​ສູນ​ສົ່ງ​ເສີມ​ກະ​ສິກຳ​ນະຄອນ​ໂຮ່ຈີ​ມິນ​ປະຕິບັດ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ, ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ວິຊາ​ຊີບ​ດ້ານ​ກະ​ເສດ, ຊາວ​ກະ​ສີກ​ອນ​ໄດ້​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ​ໃນ​ການ​ຜະລິດ. ປ້າ Le Thi Ngoc Xuan, ຢູ່​ບ້ານ Trung, ຕາ​ແສງ Tan Thong, ​ເມືອງ Cu Chi, ​ເຂົ້າ​ຮ່ວມ​ຊຸກ​ຮຽນ​ເຕັກນິກ​ລ້ຽງສັດ ​ແລະ ສັດຕະວະ​ແພດ, ​ໃຫ້​ຮູ້​ວ່າ:

”ການ​ຮຽນ​ນີ້​ມີ​ປະສິດ​ທະ​ຜົນ​ສູງ​ທີ່​ສຸດ, ​ເພາະວ່າ​ເມື່ອ​ບໍ່​ທັນ​ໄດ້​ຮຽນ ​ເຮົາ​ພຽງ​ແຕ່​ເຮັດ​ຕາມ​ແບບ​ຮູ້​ອັນ​ໃດ, ​ເຮັດ​ອັນ​ນັ້ນ. ​ແຕ່​ພາຍຫຼັງ​ໄດ້​ຮຳ່ຮຽນ, ​ເຮົາ​ລ້ຽງ​ງົວ, ລ້ຽງ​ໝູ​ກໍ່​ດີກ​ວ່າ, ພ້ອມ​ທັງ​ຮູ້​ວິທີ​ປິ່ນປົວ​ພະຍາດ​ໃຫ້​ສັດ​ຢ່າງ​ທັນ​ການ​ອີກ”.

​ໃນ​ໄລຍະ​ຈະ​ມາ​ເຖິງ, ສູນ​ສົ່ງ​ເສີມ​ກະ​ສິກຳ​ແຫ່ງ​ຊາດ, ຈະ​ຍູ້​ແຮງ​ການ​ສອນ​ວິຊາ​ຊີບ​ໃຫ້​ໄດ້​ຫຼາຍ, ພິ​ເສດ, ການ​ບຳລຸງ​ສ້າງ​ຈະ​ຕິດ​ພັນ​ກັບ​ວິ​ສາ​ຫະກິດ ​ເພື່ອ​ແກ້​ໄຂ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ກະ​ສີ​ກອນ, ກໍ່​ຄື​ຄວາມ​ຕ້ອງການ​ແຮງ​ງານ​ຂອງ​ວິ​ສາ​ຫະກິດ. ​ເຮັດ​ວຽກ​ງານ​ນີ້​ໄດ້​ດີ ພ້ອມ​ກັບ​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິກຳ, ຊົນນະບົດ. ນີ້​ຈະ​ແມ່ນ​ທິດ​ທາງ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ