ຕາ​ແສງ ຕຽນ​ທິງ ຮັກ​ສາ​ອາ​ຊີບ​ຫັດ​ຖະ​ກຳ​​​ພື້ນ​ເມືອງ

(VOVWORLD) -   ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານກ່ວາ 30 ກມ, ຕາແສງ ຕຽນທິງ, ເມືອງ ເມລິນ ແມ່ນແຫ່ງເຕົ້າໂຮມຫຼາຍໝູ່ບ້ານອາຊີບພື້ນເມືອງທີ່ມີມາແຕ່ດົນນານ ດ້ວຍບັນດາຜະລິດຕະພັນທີ່ເຂັ້ນຂຸ້ນໄປດ້ວຍລົດຊາດຂອງບ້ານເກີດເມືອງນອນຄື: ທູບ, ເສັ້ນໝີ່, ເຂົ້າປຸ້ນ, ເສັ້ນລ້ອນ, ເຂົ້າໜົມຖົ່ວດິນ, ແຜ່ນຢໍ່… ໃນນັ້ນ, ອາຊີບເຮັດເສັ້ນໝີ່, ເຂົ້າປຸ້ນແບບຫັດຖະກຳ ທີ່ໄດ້ຮັບການສືບທອດຜ່ານຫຼາຍປີ ໄດ້ ແລະ ພວມປະກອບສ່ວນນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານໃຫ້ແກ່ ປຊຊ ຢູ່ທີ່ນີ້, ພ້ອມທັງສ້າງພະລັງຊີວິດໃຫ້ແກ່ບັນດາໝູ່ບ້ານອາຊີບຂອງຕາແສງ ຕຽນທິງ.
ຕາ​ແສງ ຕຽນ​ທິງ ຮັກ​ສາ​ອາ​ຊີບ​ຫັດ​ຖະ​ກຳ​​​ພື້ນ​ເມືອງ - ảnh 1

ປຊຊ ຕາແສງ ຕຽນທິງ ສາມາດມີລາຍຮັບດີດ້ວຍອາຊີບພື້ນເມືອງ (ພາບ: langngheviet.com.vn)

   ຖ້າເພື່ອນມາຢາມຕາແສງ ຕຽນທິງ, ເພື່ອນຈະສາມາດຮູ້ສຶກໄດ້ເຖິງກິ່ນຫອມຂອງເຂົ້າ, ແປ້ງຈາກບັນດາແຜ່ນໝີ່, ເຂົ້າປຸ້ນ, ລ້ອນທີ່ກຳລັງຕາກແດດໃໝ່ໃນເດີ່ນບ້ານຂອງຫຼາຍຄອບຄົວ. ເສັ້ນທາງເຂົ້າໝູ່ບ້ານບໍ່ມີສຽງແກລົດ, ມີພຽງແຕ່ສຽງບົດເຂົ້າຢ່າງສະໝ່ຳສະເໝີ, ສຽງເວົ້າສຽງຫົວຂອງ ປຊຊ ຜູ້ທີ່ພວມກະກຽມສິນຄ້າໃໝ່ເທົ່ານັ້ນ. ທ່ານ ເລງອກແທັງ, ປຊຊ ຕາແສງ ຕຽນທິງ ແບ່ງປັນກ່ຽວກັບວິທີເຮັດເສັນໝີ່, ເຂົ້າປຸ້ນ, ເສັ້ນລ້ອນທີ່ແຊບວ່າ:

          ຂອດສຳຄັນທີ່ສຸດແມ່ນການເລືອກເຂົ້າສອນ, ເຂົ້າເກົ່າແປ້ງຈຶ່ງໄນ່ດີ, ເອົາເຂົ້າໄປລ້າງ ແລ້ວເອົາໄປມ່າ, ພາຍຫຼັງມ່າເຂົ້າປະມານແຕ່ 15-18 ຊົ່ວໂມງ ກໍ່ເອົາໄປຕຳ/ບົດມຫ້ເປັນຜົງ ແລ້ວຜະສົມກັບນ້ຳ, ເອົາໃສ່ແນວບີບ ເຮັດໃຫ້ເປັນເສັ້ນອອກມາ.

ຕາ​ແສງ ຕຽນ​ທິງ ຮັກ​ສາ​ອາ​ຊີບ​ຫັດ​ຖະ​ກຳ​​​ພື້ນ​ເມືອງ - ảnh 2

ທ່ານ ເລງອກແທງ ປຊຊ ຕາແສງ ຕຽນທິງ ກວດກາຄຸນນະພາບແຜ່ນຢໍ່ຢູ່ຮາກຖານຜະລິດຂອງຕົນ (ພາບ: langngheviet.com.vn)

 ຊາວ ອຽນທິ ເຮັດເສັ້ນໝີ່, ເສັ້ນລ້ອນ, ເຂົ້າປຸ້ນຕະຫຼອດປີ ແຕ່ຄຶກຄື້ນທີ່ສຸດແມ່ນຍາມທ້າຍປີ, ເມື່ອມີໃບສັ່ງຊື້ສິນຄ້າຫຼາຍທີ່ມາຈາກທົ່ວທຸກແຫ່ງ. ແຕ່ລະຄອບຄົວຈະເຮັດຂັ້ນຕອນໜຶ່ງ. ມີຄອບຄົວເຮັດແຜ່ນ, ມີຄອບຄົວຖອກເຂົ້າ, ມີຄົນຕາກແດດ. ແຕ່ລະຂັ້ນຕອນຮຽກຮ້ອງຕ້ອງເຮັດຢ່າງລະອຽດລະອໍ. ເຂົ້າສານ, ມັນເຜືອກແມ່ນບັນດາວັດຖຸດິບຕົ້ນຕໍ, ຜ່ານສີມືຂອງຊາວໝູ່ບ້ານ ຕຽນທິງ ດ້ວຍບັນດາເຄັດລັບສະເພາະ ໄດ້ສ້າງເປັນບັນດາຜະລິດຕະພັນພິເສດຂອງທ້້ອງຖິ່ນ. ສິ່ງພິເສດແມ່ນຢູ່ບ່ອນວ່າ, ເຖິງວ່າໄດ້ຜ່ານການເວລາ, ແຕ່ຊາວບ້ານ ຕຽນທິງ ຍັງຮັກສາວິທິເຮັດແບບຫັດຖະກຳທີ່ເປັນມູນເຊື້ອໄວ້. ທ່ານ ເລງອກແທັງ ແບ່ງປັນຕື່ມອີກວ່າ:

    ເສັ້ນໝີ່, ເຂົ້າປຸ້ນ, ເສັ້ນລ້ອນຢູ່ທີ່ນີ້ຕ່າງກັບບ່ອນອື່ນ ນັ້ນແມ່ນໄດ້ຮັບປະກັນມາດຖານຕະຫຼາດ. ປຊຊ ເຮັດເທົ່າໃດແມ່ນຂາຍໝົດເລີຍ, ບໍ່ມີສິນຄ້າເຫຼືອ. ປະຈຸບັນ, ແຫຼ່ງສະໜອງມີຄວາມຈຳກັດ, ບາງເທື່ອບໍ່ມີສິນຄ້າເພື່ອຂາຍ.

   ບໍ່ພຽງແຕ່ມີຊື່ສຽງດ້ວຍອາຊີບເຮັດເສັ້ນໝີ່, ເຂົ້າປຸ້ນ, ເສັ້ນລ້ອນແບບຫັດຖະກຳພື້ນເມືອງທີ່ມີມາແຕ່ດົນນານເທົ່ານັ້ນ, ໝູ່ບ້ານອາຊີບ ຕຽນທິງ ຍັງແມ່ນບ່ອນຮັກສາບັນດາສິ່ງຍອດຍິ່ງຂອງຫຼາຍອາຊີບພື້ນເມືອງທີ່ມີມາແຕ່ດົນນານອີກດ້ວຍ. ດ້ວຍຄຸນນະພາບຜະລິດຕະພັນບັນລຸມາດຖານ, ຫຼາຍປະເພດສິນຄ້າຂອງທ້ອງຖິ່ນໄດ້ຮັບການຮັບຮູ້ແມ່ນຜະລິດຕະພັນຂຶ້ນກັບໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP),  ຊື່ງໄດ້ພິສູດໃຫ້ເຫັນອິດທິພົນຊື່ສຽງ ແລະ ຄວາມສາມາດບົ່ງຊ້ອນພັດທະນາຂອງໝູ່ບ້ານອາຊີບ. ນີ້ແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ ຕຽນທິງ ມຸ່ງໄປເຖິງການສົມທົບລະຫວ່າງການອະນຸລັກຮັກສາໝູ່ບ້ານອາຊີບ ແລະ ພັດທະນາການທ່ອງທ່ຽວໃຫ້ແກ່ແຂກທ່ອງທ່ຽວທີ່ຢູ່ໃກ້ ແລະ ໄກ. ທ່ານ ຫງວຽນວັນລຶວ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຕຽນທິງ ຖືວ່າ:

    ນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ຕາແສງມຸ່ງໄປເຖິງການພັດທະນາຮູບແບບການທ່ອງທ່ຽວລົງພຶດຕິກຳຕົວຈິງກະສິກຳ, ຊົນນະບົດ. ຕົວຈິງປະຈຸບັນແມ່ນມີຫຼາຍໂຮງຮຽນຢູ່ນະຄອນ ໄດ້ສົ່ງນັກຮຽນໄປທ່ອງທ່ຽວ, ທັດສະນະສຶກສາ, ເຂົ້າຮ່ວມການຜະລິດແຜ່ນຢໍ່, ກໍ່ຄືເຮັດເສັ້ນໝີ່, ເຂົ້າປຸ້ນ, ເສັ້ນລ້ອນ.

      ການພັດທະນາເສດຖະກິດຄອບຄົວ ໄປຄຽງຄູ່ກັບການທ່ອງທ່ຽວ ແລະ ການບໍລິການ ພວມເປີດທິດທາງໄປທີ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ຕາແສງ ຕຽນທິງ. ດ້ວຍທ່າໄດ້ປຽບຈາກບັນດາໝູ່ບ້ານອາຊີບພື້ນເມືອງທີ່ເຕັມໄປດ້ວຍສີສັນ, ພິເສດແມ່ນໝູ່ບ້ານອາຊີບເຮັດເສັ້ນມໝີ່, ເຂົ້າປຸ້ນ, ເສັ້ນລ້ອນ ອຽນທິ, ເຂດຊົນນະບົດແຫ່ງນີ້ ພວມຄ່ອຍໆມີໂສມໜ້າໃໝ່, ຂະຫຍັນຂັນເຄື່ອນ ແລະ ເຕັມໄປດ້ວຍພະລັງຊີວິດ. ທ່ານ ຫງວຽນວັນລຶວ ໃຫ້ຮູ້ຕື່ມອີກວ່າ:

    ເພື່ອພັດທະນາຄວາມສາມາດບົ່ງຊ້ອນດ້ານການທ່ອງທ່ຽວ, ພວກຂ້າພະເຈົ້າພວມສ້າງເຄື່ອງໝາຍການຄ້າທີ່ດຶງດູດແຂກທ່ອງທ່ຽວຢູ່ທັງບັນດານະຄອນ ກໍ່ຄືແຜ່ລາມອອກບັນດາປະເທດໃກ້ຄຽງຄື ອາຊີ ແລະ ເອີລົບ. ປະຈຸບັນ, ແຜ່ນຢໍ່ ແລະ    ເສັ້ນໝີ່, ເຂົ້າປຸ້ນ, ເສັ້ນລ້ອນໄດ້ສົ່ງອອກໄປຍັງບັນດາປະເທດ ເອີລົບ ຄື: ໂປໂລຍ, ລັດເຊຍ….

    ທ່າມກາງຈັງຫວະຊີວິດທັນສະໄໝທີ່ພວມຫັນປ່ຽນຕາມແຕ່ລະວັນ, ໝູ່ບ້ານອາຊີບຫັດຖະກຳຕາແສງ ຕຽນທິງ ຍັງຮັກສາສິ່ງທີ່ລຽບງ່າຍ ແລະ ເຂັ້ມຂຸ້ນໄປດ້ວຍລົດຊາດຂອງບ້ານເກີດເມືອງນອນ. ບັນດາຜະລິດຕະພັນຂອງທ້ອງຖິ່ນ ທັງແມ່ນຜະລິດຕະພັນພິເສດຂອງ ຕຽນທິງ ທັງແມ່ນການເຕົ້າໂຮມຂອງສີມືທີ່ຄ່ອງແຄ້ວ, ຂອງນ້ຳໃຈຮັກມັກອາຊີບ ແລະ ຄວາມຮັກທີ່ມີຕໍ່ເຂດດິນແດນຂອງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້./.

ຕອບກັບ

ຂ່າວ/ບົດ​ອື່ນ