ທິດ​ເດີນ​ໃໝ່​ຂອງ​ໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ມິນ​ລ້າງ, ແຂວງ ທາຍ​ບິນ

(VOVWORLD) - ອາຊີບຖັກແສ່ວຢູ່ໝູ່ບ້ານ ມິນລ້າງ, ເມືອງ ຫວູ້ທື, ແຂວງ ທາຍບິນ ມີນັບແຕ່ປີ 1852 ພາຍໃຕ້ສະໄໝເຈົ້າຊີວິດ ມິນມ້າງ, ກ່ອນນີ້ 200 ປີ. ແຕ່ກ່ອນ, ໝູ່ບ້ານແຫ່ງນີ້ ມີຊື່ສຽງດ້ວຍອາຊີບຖັກແສ່ວໝວກ, ເສື້ອໃຫ້ແກ່ເຈົ້ານາຍໃນພະລາຊະວັງ, ປະຈຸບັນ, ກໍ່ໄດ້ພັດທະນາການຖັກແສ່ວຮູບເຄິ່ງຄີງ ແລະ ທີວທັດທຳມະຊາດ ເພື່ອຮັກສາອາຊີບພື້ນເມືອງຂອງໝູ່ບ້ານ.
ທິດ​ເດີນ​ໃໝ່​ຂອງ​ໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ມິນ​ລ້າງ, ແຂວງ ທາຍ​ບິນ - ảnh 1

(ພາບ: VOV2)

   ທ່ານ ເລຊວັນໂຮ້ຍ, ເຈົ້າຂອງວິສາຫະກິດຖັກແສ່ວ ແທັງນາມ, ເມືອງ ຫວູ້ທື ແບ່ງປັນວ່າ:

      ນີ້ແມ່ນເຂດດິນແດນເຮັດກະສິກຳເປັນຕົ້ນຂອງແຂວງ ທາຍບິນ. ຕົ້ນສັດຕະວັດທີ 20, ມີເຈົ້າກົກເຈົ້າເຫຼົ່າຈຳນວນໜຶ່ງໄດ້ໄປຊອກຮູ້, ຮຽນອາຊີບຖັກແສ່ວຢູ່ແຫ່ງອື່ນ ແລ້ວນຳອາຊີບນີ້ມາໝູ່ບ້ານ ມິນລ້າງ. ນັບແຕ່ນັ້ນເປັນຕົ້ນມາ, ໝູ່ບ້ານອາຊີບຖັກແສ່ວ ມິນລ້າງ ໄດ້ຄົງຕົວ ແລະ ຂະຫຍາຍຕົວ.

    ທົດສະວັດ 70, 80 ຂອງສັດຕະວັດທີ 20 ແມ່ນໄລຍະພັດທະນາດີທີ່ສຸດຂອງໝູ່ບ້ານ ມີນລ້າງ ຂະນະທີ່ໄດ້ກາຍເປັນໂຮງຈັກຖັກແສ່ວທີ່ໃຫ່ຍໂຕ ຊື່ງໄດ້ດຶງດູດການເຮັດອາຊີບຂອງນັບພັນຄອບຄົວ. ປຊຊ ນັບແຕ່ຜູ້ເຖົ້າແກ່ ຕະຫຼອດຮອດເດັກນ້ອຍກໍ່ລ້ວນແຕ່ຮູ້ຈັກການຖັກແສ່ວ, ໝູ່ບ້ານ ມິນລ້າງ ມີຊື່ສຽງໃນທົ່ວເຂດ, ຜະລິດຕະພັນຖັກແສ່ວໄດ້ສົ່ງອອກໄປຍັງ ໂຊວຽດ ແລະ ບັນດາປະເທດ ເອີລົບ ຕາເວັນອອກ.

ທິດ​ເດີນ​ໃໝ່​ຂອງ​ໝູ່​ບ້ານ​ອາ​ຊີບ​ຖັກ​ແສ່ວ ມິນ​ລ້າງ, ແຂວງ ທາຍ​ບິນ - ảnh 2

(ພາບ: VOV2)

     ໃນຊຸມປີ 90 ຂອງສັດຕະວັດທີ 20, ຍ້ອນຕະຫຼາດຖືກຮັດແຄບລົງ ແລະ ລາຄາບໍ່ສາມາດແກ້ງແຍ້ງໄດ້, ຜະລິດຕະພັນຖັກແສ່ວ ມິນລ້າງ ຈຶ່ງຖືກສູນຫາຍໄປ ແຕ່ຖັນແຖວພະນັກງານທ້ອງຖິ່ນ ໄດ້ມານະພະຍາຍາມຊອກຫາຕະຫຼາດໃໝ່ໃຫ້ແກ່ຜະລິດຕະພັນຖັກແສ່ວຂອງບ້ານເກີດຕົນ. ເມື່ອມີສົ້ນອອກຄືນໃໝ່, ບັນດານາຍຊ່າງຖັກແສ່ວ ມິນລ້າງ ໄດ້ສ້າງຂອບ, ເປີດໂຮງຈັກຟື້ນຟູອາຊີບຄືນໃໝ່. ທ່ານ ໂດ້ຊວນເຟືອງ, ຊາວບ້ານ ມິນລ້າງ ໃຫ້ຮູ້ວ່າ:

    ທົດສະວັດ 90 ແມ່ນໄລຍະຖືກຊຸດໂຊມ, ຫຼັງຈາກນັ້ນ, ບັນດານາຍຊ່າງຜູ້ມີຄວາມສຸດຈິດສຸດໃຈກັບອາຊີບພື້ນເມືອງ ໄດ້ໄປຍັງທ້ອງຖິ່ນຕ່າງໆ ເພື່ອຊອກຫາແຫຼ່ງສິນຄ້ານຳມາໃຫ້ທ້ອງຖິ່ນ. ນັບແຕ່ນັ້ນມາ, ທ້ອງຖິ່ນກໍ່ສືບຕໍ່ໄດ້ພັດທະນາ, ທັງຮັກສາອາຊີບ ທັງພັດທະນາເສດຖະກິດໄດ້.

    ປະຈຸບັນ, ເມື່ອມາຢ້ຽມຢາມໝູ່ບ້ານອາຊີບຖັກແສ່ວ ມິນລ້າງ, ທຸກຄົນຈະສາມາດພົບເຫັນບັນດາພາບຖັກແສ່ວຮູບທີວທັດທຳມະຊາດ, ຮູບເຂດບ້ານນາທີ່ສະຫງົບງຽບ, ມີຊີວິດຊີວາ ຫຼືບັນດາພາບຖັກແສ່ວຮູບເຄິ່ງຄີງ ໄດ້ຢ່າງງ່າຍດາຍ. ນັ້ນແມ່ນບັນດາຜະລິດຕະພັນ ໂດຍບັນດານັກສິລະປະການໄດ້ຖັກແສ່ວແບບ 3 ມິຕິ. ເອື້ອຍ ຟ້າມທິແຫວ, ນາຍຊ່າວຖັກແສ່ວຢູ່ໝູ່ບ້ານ ມິນລ້າງ ໃຫ້ຮູ້ວ່າ:

   ເມື່ອຖັກແສ່ວຮູບພາບທີ່ສວຍງາມແມ່ນຕ້ອງສຸມຈິດສຸມໃຈ. ເຮົາຕ້ອງສຳນຶກໄດ້ຮູບພາບນັ້ນມີທີວທັດທຳມະຊາດຄືແນວໃດ, ຮູບຢູ່ໃກ້, ຢູ່ໄກແມ່ນຄືແນວໃດ, ແລ້ວຈະຖັກແສ່ວແບບໃດ. ເຮົາສຳນຶກຄືກັນກັບຮູບແທ້ ຈຶ່ງຈະຖັກແສ່ວຮູບພາບສວຍງາມໄດ້.

ຢູ່ໝູ່ບ້ານ ມິນລ້າງ, ຄອບຄົວນັກສິລະປະກອນ ຫງວຽນກາວບິງ ແມ່ນສະຖານທີ່ເຮັດອາຊີບຖັກແສ່ວທີ່ມີຊື່ສຽງ. ເມື່ອມານີ້, ແຂກທ່ອງທ່ຽວຈະມີໂອກາດຮັບຊົມບັນດາພາບຖັກແສ່ວທີ່ເຮັດຈາກໄໝຫຍິບສີ ນັບໝື່ນເສັ້ນ ແລະ ຈາກສີມືທີ່ຄ່ອງແຄ້ວຂອງນາຍຊ່າງ. ບໍ່ພຽງແຕ່ຮູບພາບທິວທັດທຳມະຊາດເທົ່ານັ້ນ, ບັນດາພາບຖັກແສ່ວຮູບເຄິ່ງຄີງນັກການເມືອງ, ພິເສດແມ່ນຮູບເຄິ່ງຄີງປະທານ ໂຮ່ຈີມີນ ກໍ່ແມ່ນຫົວເລື່ອງທີ່ນັກສິລະປະການ ຫງວຽນກາງບິງ ມີຄວາມສຸດຈິດສຸດໃຈທີ່ສຸດ. ທ່ານກ່າວວ່າ:

   ຖັກແສ່ວຮູບເຄິ່ງຄີງແມ່ນຍາກທີ່ສຸດ, ຖ້າບໍ່ຄືລູກຄ້າຈະບໍ່ສັ່ງຊື້. ພາບຖັກແສ່ວທີ່ຂ້າພະເຈົ້າເຮັດເກືອບທັງໝົດ ແມ່ນຄືເຖິງ 95% ຂຶ້ນໄປ. ຂ້າພະເຈົ້າໄດ້ຖັກແສ່ວຮູບປະທານ ໂຮ່ຈີມິນ ເຮັດວຽກໃນສຳນັກງານປະທານປະເທດ ແລະ ທັງຮູບເຄິ່ງຄີງ ທ່ານພົນເອກ ຫວໍງວຽນຢາບ.

    ຍ້ອນຮູບແບບອຸດົມສົມບູນ, ຜະລິດຕະພັນມີຄຸນນະພາບດີ, ສວຍງາມ ແລະ ລາຄາເປັນກັນເອງ, ດັ່ງນັ້ນ, ຜະລິດຕະພັນຖັກແສ່ວຂອງໝູ່ບ້ານ ມິນລ້າງ ໄດ້ມີໜ້າຢູ່ບັນດາຕະຫຼາດພາຍໃນປະເທດ ແລະ ສົ່ງອອກໄປຍັງ ອາເມລິກາ, ຝະລັ່ງ, ອີຕາລີ, ຍິ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ (ຈີນ)… ພິເສດ, ມີບັນດາຄູ່ຄ້າຕ່າງປະເທດໄດ້ເຊັນສັນຍາໂດຍກົງກັບບັນດາວິສາຫະກິດຢູ່ ມິນລ້າງ ໂດຍບໍ່ຜ່ານຜູ້ເປັນກາງ. ຫຼາຍວິສາຫະກິດໄດ້ສ້າງຕັ້ງຂຶ້ນຈາກໝູ່ບ້ານອາຊີບແຫ່ງນີ້, ນັກສິລະປະການ ຮວ່າງດິງຈຽມ, ຜູ້ອຳນວຍການບໍລິສັດຖັກແສ່ວສົ່ງອອກ ຕວັນເຢືອງ ໃຫ້ຮູ້ວ່າ:

    ແຕ່ຊຸມປີ 90-94, ໝູ່ບ້ານ ມິນລ້າງ ໄດ້ຟື້ນຟູອາຊີບຖັກແສ່ວຄືນໃໝ່ແລ້ວ. ຄຸນນະພາບການຖັກແສ່ວໄດ້ຮັບປະກັນຕາມຄຳຮຽກຮ້ອງຂອງແຂກ, ສົ່ງສິນຄ້າຖືກຕາມການກຳນົດ, ບໍ່ໃຫ້ມີຄວາມຜິດໃນລວດລາຍຖັກແສ່ວ. ຄວາມວັງຂອງຂ້າພະເຈົ້າແມ່ນຢາກຖ່າຍທອດ ຮັກສາອາຊີບຖັກແສ່ວທີ່ຍອດຍິ່ງນີ້ໃຫ້ແກ່ລຸ້ນຫຼັງ.

      ປະຈຸບັນ, ໝູ່ບ້ານ ມິນລ້າງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຖັກແສ່ວພື້ນເມືອງທີ່ມີສື່ສຽງຂອງທົ່ວປະເທດ. ບັນດາຜະລິດຕະພັນຄຸນນະພາບສູງ, ຍອດຍິ່ງ ໄດ້ມີໜ້າຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ໄດ້ຢັ້ງຢືນຄວາມເກັ່ງກ້າສາມາດ, ຄ່ອງແຄ້ວຂອງນາຍຊ່າງຖັກແສ່ວ ແລະ ຄວາມວັດຖະນາຖາວອນຂອງໝູ່ບ້ານອາຊີບ. ອາຊີບຖັກແສ່ວ ບໍ່ພຽງແຕ່ຊ່ວຍຊາວບ້ານ ມິນລ້າງ ປ່ຽນແປງຊີວິດການເປັນຢູ່ເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນສ້າງໂສມໜ້າໃໝ່ຢູ່ທ້ອງຖິ່ນ ມີໃຫ້ຄວາມພັດທະນາຂຶ້ນຕື່ມອີກດ້ວຍ./.

 

ຕອບກັບ

ຂ່າວ/ບົດ​ອື່ນ