ບູ່ຍມີງທັງ ອ້າຍບ່າວໄດ້ຜ່ານຜ່າຄວາມຫຍຸ້ງຍາກສ້າງຄວາມຮັ່ງມີຈາກອາຊີບປູກເຫັດ

(VOVWORLD) -ຍ້ອນມີຄວາມດຸໝັ່ນຂະຫຍັນພຽນໃນການຊອກຮູ້, ໝູນໃຊ້ເຕັກນິກ, ເຕັກໂນໂລຊີທັນສະໄຫມເຂົ້າໃນການຜະລິດເພາະພັນ, ປູກເຫັດ.. ອ້າຍບ່າວ ບູ່ຍມີງທັງ ເກີດປີ 1991, ເຈົ້າຂອງຟາມປູກເຫັດເລກ 10 ໄຊງ່ອນ ຢູ່ ຕາແສງ ຮວ່າຟູ ເມືອງ ກູ໋ຈີ ນະຄອນ ໂຮ່ຈິມີນ ໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງໃນການລົງທຶນພັດທະນາການຜະລິດເພື່ອສ້າງຄວາມຮັ່ງມີ. ເຈດຈຳນົງບືນຕົວຂຶ້ນຂອງອ້າຍສະແດງໃຫ້ເຫັນບົດບາດປະຈັນບານຂອງຊາວຫນຸ່ມໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາກະສິກຳ, ຊົນນະບົດ, ປະກອບສ່ວນຍູ້ແຮງການພັດທະນາກະສິກຳປອດສານພິດຂອງນະຄອນໂຮ່ຈິມີນ. ບົດຂຽນຂອງຕຽນຢູງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.

ບູ່ຍມີງທັງ ອ້າຍບ່າວໄດ້ຜ່ານຜ່າຄວາມຫຍຸ້ງຍາກສ້າງຄວາມຮັ່ງມີຈາກອາຊີບປູກເຫັດ - ảnh 1 ບູ່ຍມີງທັງ ສ້າງຄວາມຮັ່ງມີຈາກອາຊີບປູກເຫັດ

ມາຢ້ຽມຢາມຟາມປູກເຫັດ ດ້ວຍເນື້ອທີ່ 700 ຕາແມັດ ຂອງບູ່ຍມີງທັງ, ພວກຂ້າພະເຈົ້າໄດ້ເຫັນປະຈັກຕາຂັ້ນຕອນການຜະລິດເພາະພັນເຫັດ ດ້ວຍກວ່າ 10 ປະເພດ “ສະອາດ” ຈາກວັດຖຸດິບຕະຫລອດຮອດຜະລິດຕະພັນສົ້ນອອກ ສະຫນອງໃຫ້ລູກຄ້າ. ເມື່ອແບ່ງປັນກ່ຽວກັບເຫດຜົນທີ່ພາໃຫ້ອ້າຍໄດ້ເລີ່ມອາຊີບປູກເຫັດ, ບູ່ຍມີງທັງ ໃຫ້ຮູ້ວ່າ: ອ້າຍໄດ້ປະລະແຜນການໄປຄົ້ນຄ້ວາຢູ່ຍີ່ປຸ່ນເພື່ອຕິດພັນກັບອາຊີບປູກເຫັດ ດ້ວຍຈຳນວນທຶນພຽງ 300 ລ້ານດົງ ທີ່ໄດ້ກູ້ຢືມຈາກຍາດຕີພີ່ນ້ອງ. ຈຸດເວລາເລີ່ມເຮັດອາຊີບປູກເຫັດໃນເບື້ອງຕົ້ນ, ອ້າຍໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຈາກການຂາດແຄນທຶນຮອນຕະຫລອດຮອດການຂາດຊັບພະຍາກອນມະນຸດທີ່ມີເຕັກນິກ, ສົ້ນອອກຜະລິດຕະພັນກໍ່ບໍ່ເປັນປົກກະຕິ. ພິເສດ ເຊື້ອເຫັດຕ້ອງໄປຊື້ມາຈາກຫົວຫນ່ວຍອື່ນ ບາງເທື່ອບໍ່ຮັບປະກັນຄຸນນະພາບ ສະນັ້ນ ອັດຕາສ່ວນຜະລິດເພາະພັນເຫັດບັນລຸຄວາມສຳເລັດບໍ່ສູງ.

        ໂດຍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກນັ້ນ, ອ້າຍບ່າວ ບູ່ຍມີງທັງ ເລີ່ມຕົ້ນໄຈ້ແຍກ, ຊອກຫາສາຍເຫດທີ່ຖືກປະລາໄຊເພື່ອສືບຕໍ່ຄວາມໄຝ່ຝັນພັດທະນາອາຊີບປູກເຫັດ. ຄຽງຂ້າງບັນດາແຫລ່ງກອງທຶນໂດຍອົງການຈັດຕັ້ງຄະນະຊາວຫນຸ່ມ, ສະມາຄົມຢູ່ທ້ອງຖິ່ນແນະນຳໃຫ້, ອ້າຍທັງ ຍັງຕັດສິນໃຈເອົາໃບຕາດິນ ເພື່ອໄປຈຳນຳກູ້ຢືມທຶນຕື່ມອີກ 600 ລ້ານດົງ ມາສືບຕໍ່ລົງທຶນ ແລະ ເປີດກວ້າງການຜະລິດເປັນຟາມຈາກເນື້ອທີ່ 100 ຕາແມັດ ຂຶ້ນເຖິງ 700 ຕາແມັດ. ພ້ອມກັນນັ້ນ ອ້າຍຍັງຄົ້ນຄ້ວາຜະລິດເພາະພັນເຊື້ອເຫັດເພື່ອຮັບປະກັນຄຸນນະພາບ ແລະ ຜະລິດອອກເຊື້ອເຫັດຊຸດທຳອິດໂດຍອ້າຍຜະລິດເອງໃນປີ 2016. ຜ່ານການດັດປ່ຽນເປັນຫລາຍຄັ້ງ ແລະ ໝູນໃຊ້ເຕັກນິກໃຫມ່, ທັນສະໄຫມ, ສະນັ້ນ ອັດຕາສ່ວນເພາະພັນເຊື້ອເຫັດສຳເລັດຜົນບັນລຸ 95 – 97%. ພ້ອມກັນນັ້ນ ຟາມປູກເຫັດກໍ່ໄດ້ລົງທຶນຕື່ມອີກມີອຸປະກອນຫລາຍຢ່າງ, ໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດເຫັດ. ອ້າຍ ບຸ່ຍມີງທັງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ໝູນໃຊ້ວິທະຍາສາດເຕັກນິກເຂົ້າຟາມຜະລິດເຊື້ອເຫັດເພື່ອປະຢັດເວລາ ແລະ ວັດຖຸດິບກວ່າ. ນຳໃຊ້ເຄື່ອງຫົດນ້ຳອັດຕະໂນມັດເພື່ອປັບອຸນຫະພູມໃນເຮືອນຮົ່ມໃຫ້ເໝາະສົມ ສະນັ້ນເມື່ອເຫັດເຕີບໃຫຍ່ຂຶ້ນຈະງາມກວ່າ. ປະກອບສ່ວນຫລຸດຜ່ອນກຳລັງແຮງງານ. ກ່ຽວກັບເຊື້ອເຫັດ ຂ້າພະເຈົ້າໄດ້ນຳໃຊ້ວິທະຍາສາດເພື່ອຜະລິດເອງ, ນຳເຂົ້າອຸປະກອນຈາກຕ່າງປະເທດເພື່ອໃຫ້ເວລາເພາະພັນເຊື້ອເຫັດຈະບໍ່ຖືກມົນລະພິດ”

        ໄປຄຽງຄູ່ກັບບັນດາບົດຮຽນສືບທອດອາຊີບຈາກຄອບຄົວ, ເຕັກນິກໃຫມ່ທັງໝົດນີ້ ອ້າຍທັງ ຊອກຮູ້ດ້ວຍຕົນເອງຈາກບັນດາແຫລ່ງເອກະສານທີ່ແຕກຕ່າງກັນ ແລະ ຊອກຮູ້ຈາກພຶດຕິກຳຕົວຈິງຢູ່ບັນດາຟາມປູກເຫັດຢູ່ພາຍໃນປະເທດ, ຈາກນັ້ນ ດັດປັບໃຫ້ມີບັນດາວິທີການເໝາະສົມທີ່ສຸດ. ຮອດທ້າຍປີ 2016, ຂັ້ນຕອນຜະລິດເຫັດຂອງອ້າຍທັງ ໄດ້ຄ່ອຍສົມບູນແບບ ແລະ ບັນລຸໝາກຜົນດີ. ປະຈຸບັນ ຟາມປູກເຫັດຂອງອ້າຍ ບູ່ຍມີງທັງ ສະຫນອງເຊື້ອເຫັດ 10 ຊະນິດ, ແຕ່ລະມື້ຜະລິດອອກ 3000 ຖົງ. ພາຍຫລັງຫັກລາຍຈ່າຍແລ້ວ, ແຕ່ລະເດືອນຟາມປູກເຫັດຂອງອ້າຍທັງນຳມາເຊິ່ງລາຍຮັບໄດ້ປະມານ 150 ລ້ານດົງ.

ບູ່ຍມີງທັງ ອ້າຍບ່າວໄດ້ຜ່ານຜ່າຄວາມຫຍຸ້ງຍາກສ້າງຄວາມຮັ່ງມີຈາກອາຊີບປູກເຫັດ - ảnh 2  ບຸ່ຍມີງທັງ ເຂົ້າຮ່ວມການພົບປະແລກປ່ຽນແບບຢ່າງດີເດັ່ນຂະບວນການແຂ່ງຂັນຮັກຊາດ

ພາບ:qdnd

        ຮູບແບບການຜະລິດເຊື້ອເຫັດຂອງອ້າຍ ບຸ່ຍມີງທັງ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທຳເປັນປະຈຳໃຫ້ແກ່ຄົນງານທ້ອງຖິ່ນ 10 ຄົນດ້ວຍລາຍຮັບ 4-6 ລ້ານດົງ/ເດືອນ/ຄົນອີກດ້ວຍ ອີງໃສ່ແຕ່ລະວຽກງານ. ເອື້ອຍຫງວຽນທິກວາງ ຢູ່ ຕາແສງ ຮວ່າຟູ ເມືອງ ກູ໋ຈີ ເຮັດວຽກຢູ່ຟາມປູກເຫັດຂອງອ້າຍທັງ ໄດ້ແບ່ງປັນວ່າ: ກ່ອນນີ້ ເອື້ອຍເປັນຄົນຮັບຈ້າງຜ່ານຫລາຍວຽກງານຕາມລະດູການ, ລາຍຮັບບໍ່ເປັນປົກກະຕິ ແຕ່ 2 ປີມານີ້, ວຽກງານຢູ່ຟາມປູກເຫັດໄດ້ຊ່ວຍໃຫ້ເອື້ອຍມີລາຍຮັບເປັນປົກກະຕິກວ່າ ແຕ່ລະເດືອນໄດ້ 5-6 ລ້ານດົງ.

        ຄຽງຄູ່ກັບການຜະລິດ, ພັດທະນາເສດຖະກິດຟາມຂອງຕົນ, ອ້າຍບຸ່ຍມີງທັງ ຍາມໃດກໍ່ຕັ້ງຫນ້າເຂົ້າຮ່ວມຂະບວນການຂອງຄະນະຊາວຫນຸ່ມ, ເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫມ່ ໂດຍ ຄະນະຊາວຫນຸ່ມ ຕາແສງ ຮ່ວາຟູ ແລະ ຄະນະຊາວຫນຸ່ມເມືອງ ກູ໋ຈີ ຜັນຂະຫຍາຍ, ພິເສດ ແມ່ນການເຄື່ອນໄຫວເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫມ່ ຜ່ານການຫນູນຊ່ວຍດ້ານເຕັກນິກ, ຜະລິດແນວພັນໃຫ້ແກ່ຊາວທ້ອງຖິ່ນເຮັດເສດຖະກິດ. ພ້ອມທັງຫນູນຊ່ວຍການເຄື່ອນໄຫວວຽກງານຊາວຫນຸ່ມຂອງທ້ອງຖິ່ນເປັນປະຈຳ. ອ້າຍ ໂງມີງຫາຍ, ຮອງເລຂາຄະນະຊາວຫນຸ່ມນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:

        “ຜົນສຳເລັດຂອງອົງການຈັດຕັ້ງຊາວຫນຸ່ມ ນັ້ນແມ່ນຜົນສຳເລັດຂອງບັນດາເພື່ອນຊາວຫນຸ່ມທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ທະວີຄູນບັນດາແບບຢ່າງຊາວຫນຸ່ມເຮັດເສດຖະກິດເກັ່ງຂອງນະຄອນ ແລະ ຂອງທົ່ວປະເທດ ຍາມໃດກໍ່ມີບັນດາຊາວຫນຸ່ມຢູ່ເຂດຊົນນະບົດ ຢູ່ນະຄອນໂຮ່ຈິມີນ, ພົ້ນເດັ່ນຄືເພື່ອນ ບູ່ຍມີງທັງ ຢູ່ ເມືອງກູ໋ຈີ ແມ່ນຊາວຫນຸ່ມເຮັດເສດຖະກິດເກັ່ງໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ທະວີຄູນແບບຢ່າງເປັນພົນລະເມືອງຫນຸ່ມດີເດັ່ນຂອງນະຄອນ.”

        ຄວາມຕ້ອງການຂອງພໍ່ແມ່ຊາວກະສິກອນນັບມື້ນັບສູງ ສະນັ້ນ ຄາດວ່າໃນປີ 2018, ອ້າຍບຸ່ຍມີງທັງ ຈະເປີດກວ້າງຂອບຂະຫນາດຟາມປູກເຫັດຂອງຕົນໃຫ້ກວ້າງກວ່າທົບສອງເທົ່າ ເພື່ອເພີ່ມປະລິມານສະຫນອງເຊື້ອເຫັດໃນແຕ່ລະມື້ໄດ້ປະມານ 6000 ຖົງ. ຜົນສຳເລັດຂອງອ້າຍ ບຸ່ຍມີງທັງ ແມ່ນກຳລັງຫນູນໃຫ້ບັນດາຊາວກະສິກອນຫນຸ່ມສືບຕໍ່ປ່ຽນແປງແນວຄິດ, ວິທີເຮັດຂອງຕົນ, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງເພື່ອຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ຕອບສະຫນອງຄວາມຕ້ອງການຂອງຕະຫລາດ. ພ້ອມກັນນັ້ນ ສະແດງໃຫ້ເຫັນຄຸນນະທາດ, ຈັນຍາບັນ, ເຈດຈຳນົງ, ມີຄວາມມຸ່ງຫວັງ ຄວາມໄຝ່ຝັນຂອງລຸ້ນຫນຸ່ມປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ