ບັນ​ດາ​ໝູ່​ບ້ານ​ເຂດ​ພູ​ສູງ ກວາງ​ນາມ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ

(VOVWORLD) - 

  ບັນດາໝູ່ບ້ານເຂດພູສູງແຂວງ ກວາງນາມ ທາງພາກກາງ ຫວຽດນາມ ໄດ້ຜັນຂະຫຍາຍຮູບແບບທ່ອງທ່ຽວເຂດຊຸມຊົນນວນໜຶ່ງຢ່າງສຳເລັດຜົນ, ອັນໄດ້ດຶງດູດໃຈແຂກທ່ອງທ່ຽວມາຢ້ຽມຢາມ ແລະ ລົງຕົວຈິງເປັນຈຳນວນຫຼາຍ.

ບັນ​ດາ​ໝູ່​ບ້ານ​ເຂດ​ພູ​ສູງ ກວາງ​ນາມ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 1

ເຮືອນ ເກືອນ ຢູ່ບ້ານທ່ອງທ່ຽວເຂດຊຸມຊົນ ຕາລາງ (ພາບ: ຕວຽດເລ/ VOV)

    ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ຕາລາງ, ຕາແສງ ບຮາເລ, ເມືອງ ໄຕຢາງ, ແຂວງ ກວາງນາມ ໄດ້ຕັ້ງຢູ່ແຄມເສັ້ນທາງ ໂຮ່ຈີມິນ ແຫ່ງມະຫັດສະຈັນ. ແຂກທ່ອງທ່ຽວມາແຫ່ງນີ້ຈະໄດ້ພ້ອມກັບຊາວບ້ານຂຶ້ນປ່າເດັດຜັກ, ຫັກໜໍ່, ລົງຫ້ວຍຈັບຫາປາ, ປຸງແຕ່ງອາຫານເອງ ແລະ ຮັບຊົມບັນດາລາຍການສະແດງດົນຕີ, ຮ້ອງເພງພື້ນເມືອງຊາວເຜົ່າ ເກີຕູ ໃນເຮືອນ ເກືອນ  ຊື່ງແມ່ນເຮືອນມູນເຊື້ອຂອງຊາວເຜົ່າ ເກີຕູ.

ບັນ​ດາ​ໝູ່​ບ້ານ​ເຂດ​ພູ​ສູງ ກວາງ​ນາມ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 2

ແຂກທ່ອງທ່ຽວຕ່າງປະເທດມາທ່ຽວບ້ານທ່ອງທ່ຽວເຂດຊຸມຊົນຢູ່ເມືອງ ດົງຢາງ (ພາບ: ຕວຽດເລ/ VOV)

  ອ້າຍ ອາລັງມິດ, ຢູ່ຕາແສງ ບຮາເລ, ເມືອງ ໄຕຢາງ ໃຫ້ຮູ້ວ່າ: ໃນຊຸມປີກ່ອນ, ຊາວເຜົ່າ ເກີຕູ ດຳລົງຊີວິດອີງໃສ່ການເຮັດໄຮ່ເຮັດນາ, ຊີວິດທຸກຍາກຫຼາຍ, ນັບແຕ່ປີ 2019, ເມື່ອບ້ານທ່ອງທ່ຽວເຂດຊຸມຊົນ ຕາລາງ ໄດ້ຮັບການສ້າງຕັ້ງຂຶ້ນ, ຊີວິດການເປັນຢູ່ຂອງຄອບຄົວອ້າຍ ອາລັງມິດ ກໍ່ຄື ປຊຊ ໃນບ້ານ ເລີ່ມໄດ້ຮັບການປົວແປງໃຫ້ດີຂຶ້ນ. ຄອບຄົວອ້າຍໄດ້ຮັບການໜູຊ່ວຍເງິນຈຳນວນ 1.600 USD ຈາກລັດ, ອ້າຍໄດ້ກູ້ຢືມຕື່ມອີກ ເພື່ອປັບແປງເຮືອນຢູ່ ເພື່ອເຮັດການທ່ອງທ່ຽວ homestay. ແຂກສາມາດພັກເຊົາຢູ່ ດ້ວຍລາຄາປະມານ 3,84 USD/ຄົນ/ຄືນ. ອ້າຍ ອາລັງມິດ ໃຫ້ຮູ້ວ່າ:

ວລາແຂກມາຢ້ຽມຢາມບ້ານ, ປຊຊ ມີຄວາມພາກພູມໃຈທີ່ສຸດ. ຄອບຄົວຂ້າພະເຈົ້າມີແຂກມາພັກເຊົາແລ້ວ. ຢູ່ທີ່ນີ້ ການການທ່ອງທ່ຽວເຂດຊຸມຊົມນັບມື້ນັບໄດ້ຮັບການພັດທະນາ. ກ່ອນນີ້ ຖ້າເຮັດໄຮ່ເຮັດນາ, ການເກັບກ່ຽວບໍ່ໄດ້ຮັບຜົນດີກໍ່ບໍ່ມີຫຍັງກິນ, ປະຈຸບັນເຮັດການທ່ອງທ່ຽວ, ຊີວິດກໍ່ດີຂຶ້ນຫຼາຍ.

    ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ຕາລາງ, ຕາແສງ ບຮາເລ ໄດ້ເລີ່ມຮັບໃຊ້ແຂກທ່ອງທ່ຽວນັບແຕ່ປີ 2019. ເມື່ອມາຢ້ຽມຢາມໝູ່ບ້ານ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈຕໍ່ບັນລາຍລາຍການສະແດງສິລະປະພື້ນເມືອງຂອງຊາວທ້ອງຖິ່ນ. ແຂກທ່ອງທ່ຽວຍັງຈະໄດ້ຄົ້ນຫາເຂດປ່າໂລ່ງເລ່ງ, ກະຈະ, ຕົ້ນຊວນຊົມເກົ່າແກ່ທີ່ຮົກເຮື້ອ. ທ່ານ ມາກຍືເຟືອງ, ຜູ້ຮັກສາການປະທານຄະນະກຳມະການ ປຊຊ ເມືອງ ໄຕຢາງ ໃຫ້ຮູ້ວ່າ:

    ທາງເມືອງໄດ້ສຸມໃສ່ລົງທຶນ, ໜູນຊ່ວຍ ປຊຊ ພັດທະນາການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວເຂດຊຸມຊົນຢູ່ບ້ານ ຕາລາງ, ຕາແສງ ບຮາເລ. ນອກຈາກນັ້ນ, ປຊຊ ກໍ່ໄດ້ສ້າງເຂດທ່ອງທ່ຽວຊີວະພາບຈຳນວນໜຶ່ງ, ໃນເບື້ອງຕົ້ນ ບັນດາເຂດທ່ອງທ່ຽວນີ້ໄດ້ເຄື່ອນໄຫວເປັນຢ່າງດີ, ປະກອບສ່ວນພັດທະນາເສດຖະກິດໃນບໍລິເວນ. ເມືອງສືບຕໍ່ໄດ້ເອົາໃຈໃສ່ຈັດບັນດາຊຸດຝຶກອົບຮົມ ແນະນຳ ປຊຊ ພັດທະນາການທ່ອງທ່ຽວເພື່ອຍົກສູງຊີວິດຂອງ ປຊຊ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວທຸກຍາກໃນບໍລິເວນ.

ໃນຂະນະນັ້ນ, ຢູ່ເມືອງ ດົງຢາງ, ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ເດີຣົງ ຢູ່ຕາແສງ ຕ່າລູ ໄດ້ເຂົ້າເຄື່ອນໄຫວນັບແຕ່ປີ 2019 ດ້ວຍ 36 ຄອບຄົວເຂົ້າຮ່ວມ. ເອື້ອຍ ບຣິວ ທິແຮັ້ງ ສະມາຊິກໜ່ວຍຫັດຖະກຳຕ່ຳຫູກ,  ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ເດີຣົງ ໃຫ້ຮູ້ວ່າ: ເມື່ອກ່ອນ, ການຕ່ຳຫູກແມ່ນເພື່ອໃຊ້ໃນຄອບຄົວເທົ່ານັ້ນ, ແຕ່ປະຈຸບັນຜະລິດຕະພັນເຮັດອອກມາສາມາດຂາຍໃຫ້ແຂກທ່ອງທ່ຽວໄດ້, ສະນັ້ນ ຊີວິດຂອງ ປຊຊ ກໍ່ມີການປ່ຽນແປງຫຼາຍ.

ປະຈຸບັນ, ມີນັບສິບບ້ານຢູ່ບັນດາເມືອງພູດອຍຂອງແຂວງ ກວາງນາມ ໄດ້ພັດທະນາຮູບແບບການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວຊີວະພາບ, ທ່ອງທ່ຽວໝູ່ບ້ານອາຊີບ. ແຂວງ ກວາງນາມ ມີຫຼາຍນະໂຍບາຍໜູນຊ່ວຍບັນດາໝູ່ບ້ານທ່ອງທ່ຽວຄື: ເພີ່ມທະວີການຮ່ວມສຳພັນກັບບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວ, ຜູ້ນຳທ່ຽວ, ຍູ້ແຮງການເຄື່ອນໄຫວສົ່ງເສີມການໂຄສະນາໃນບັນດາພາຫະນະສື່ມວນຊົນ, ເຄືອຄ່າຍອິນເຕີເນັດເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ. ທ່ານ ໂຮ່ກວາງບືວ, ຮອງປະທານຄະນະກຳມະການ ປຊຊ ແຂວງ ກວາງນາມ ໃຫ້ຮູ້ວ່າ:

    ແຂວງ ກວາງນາມ ໄດ້ຖືເປັນສຳຄັນການພັດທະນາການທ່ອງທ່ຽວເຂດພູດອນທີ່ສຸດ. ແຂວງ ໄດ້ສົ່ງເສີມການພັດທະນາຮູບແບບການທ່ອງທ່ຽວຊີວະພາບ, ບັນດາໝູ່ບ້ານອາຊີບ ແລະ ການທ່ອງທ່ຽວເຂດຊົນນະບົດ. ອຳນາດການປົກຄອງຕິດພັນບັນດາລາຍການທ່ອງທ່ຽວ, ສາຍທ່ອງທ່ຽວຢູ້ ໂຮ້ຍອານ, ໝີ້ເຊີນ ແລະ ທ່ອງທ່ຽວເຂດທະເລຂອງ ກວາງນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການສົມທົບກັນນີ້ຈະນຳມາເຊິ່ງມູນຄ່າສູງໃຫ້ແກ່ບັນດາຜູ້ເຮັດການທ່ອງທ່ຽວເຂດຊຸມຊົນ ຢູ່ເຂດພູສູງຂອງແຂວງ ກວາງນາມ.

ກ່ອນນີ້, ຊີວິດການເປັນຢູ່ຂອງຊາວເຜົ່າ ເກີຕູ ຢູ່ແຂວງ ກວາງນາມ ແມ່ນອີງໃສ່ການເຮັດໄຮ່ເຮັດນາ ເປັນຕົ້ນ, ຊີວິດທຸກຍາກຫຼາຍ. ນັບແຕ່ເຂົ້າຮ່ວມເຮັດການທ່ອງທ່ຽວເຂດຊຸມຊົນ, ປຊຊ ມີລາຍຮັບຕື່ມອີກ, ຊີວິດເປັນປົກກະຕິ. ໃນໄລຍະທີ່ຈະມາເຖິງ, ປຊຊ ຈະສືບຕໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່, ຮັບໃຊ້ຄວາມຕ້ອງການທີ່ມີຫຼາຍຮູບຫຼາຍແບບ ເພື່ອໃຫ້ເຂດພູສູງ ກວາງນາມ ກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງແຂກທ່ອງທ່ຽວ./.

ຕອບກັບ

ຂ່າວ/ບົດ​ອື່ນ