ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງໂຄງການກໍ່ສ້າງຊົນນະບົດໃໝ່


(vovworld) - ແຫຼ່ງຊັບພະຍາກອນ​ມະນຸດ ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ຫວຽດນາມ. ​ເມື່ອ​ກຳນົດ​ໄດ້​ບັນຫາ​ນີ້, ຄະນະ​ຊີ້​ນຳ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ​ ຫຼາຍ​ທ້ອງ​ຖີ່​ນ​ໄດ້​ຜັນ​ຂະຫຍາຍ​ມາດ​ຕະການ​ສຳຄັນ​ຫຼາຍ​ຢ່າງ ​ເພື່ອ​ຍູ້​ແຮງການ​ບຳລຸງ​ສ້າງແຫຼ່ງ ຊັບພະຍາກອນ​ມະນຸດ ​ແນ​ໃສ່ຮັບ​ໃຊ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ດີ. ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ຕອບ​ສະໜອງ​ຄວາມ​ມຸງ​ມາດ​ປາຖະໜາ​ຂອງ​ຊາວ​ກະ​ສີກ​ອນ, ​ເພາະວ່າ​ຜ່ານ​ການ​ບຳລຸງ​ສ້າງ​ຈະ​ຊ່ວຍ​ໃຫ້​ຜູ້​ອອກ​ແຮງ​ງານ​ມີ​ຄວາມ​ຮູ້, ປະກອບສ່ວນ​ເພີ່ມ​ສະມັດ​ຕະພາບ​​ແຮງ​ງານ ​ແລະ ປະສິດທິ​ຜົນ​ການ​ຜະລິດ.

ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບປະກອບ)

        ມະຕິ​ຄັ້ງ​ທີ 7, ຊຸດ​ທີ 10 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ ການ​ພັດທະນາ​ກະ​ສີ​ກຳ, ຊົນນະບົດ ​ແລະ ຊາວ​ກະ​ສີກ​ອນ ​ແມ່ນ​ພື້ນຖານ​ເພື່ອ​ຮັກ​ປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ. ມະຕິ​ກຳນົດ​ວ່າ​ຮອດ​ປີ 2020, ຫວຽດນາມ ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໂດຍ​ພື້ນຖານ, ດັ່ງ​ນັ້ນ​ບັນຫາ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ, ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ ​ແມ່ນ​ມີ​ບົດບາດ​ສຳຄັນ​ທີ່​ສຸດ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ກະ​ສີ​ກຳ, ຊົນນະບົດ​ຢູ່​ຫວຽດນາມ.

        ບົນ​ພື້ນຖານ​ການ​ກຳນົດ​ທິດ​ຄື​ດັ່ງກ່າວ, ລັດຖະບານ​ໄດ້​ວາງ​ອອກ​ຈຸ​ດ ໝາຍ​ນັບ​ແຕ່​ນີ້​ເຖິງ​ປີ 2020, ​ແຕ່ລະ​ປີ​ບຳລຸງ​ສ້າງ​ຜູ້ແຮງ​ງານ​ຊົນນະບົດ​ໃຫ້​ໄດ້ 1 ລ້ານ​ຄົນ. ​ເພື່ອ​ເຮັດ​ໃຫ້​ຈຸດໝາຍ​ນີ້​ປະກົດ​ຜົນ​ເປັນ​ຈິງ, ລັດຖະບານ​ໄດ້​ປະກາດ​ໃຊ້​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຫຼາຍ​ຢ່າງ​ ກ່ຽວ​ກັບ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ​ແລະ ຖື​ວ່າ​ນີ້​ແມ່ນ​ບັນຫາ​ແກ່ນສານ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ຊົນນະບົດ ​ແລະ ຊາວ​ກະ​ສີກ​ອນ ຫວຽດນາມ. ທ່ານ​ນາງ Pham Thi Hai Chuyen, ລັດຖະມົນຕີ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ປະຈຸ​ບັນ​, ຫວຽດນາມມີຜູ້​ອອກ​ແຮງ​ງານ 51 ລ້ານ​ຄົນ, ​ໃນ​ນັ້ນ​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດມີ 36 ລ້ານ​ຄົນ. ​ແຕ່​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ​ສ່ວນ​ຫຼາຍ​ພັດບໍ່​ທັນ​ໄດ້​ຮັບ​ການ​ບຳລຸງ​ສ້າງ, ຍ້ອນ​ເຫດ​ນັ້ນ, ຢາກ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແມ່ນ​ຕ້ອງ​ຫັນປ່ຽນ​ໂຄງ​ປະ​ກອຍ​ແຮງ​ງານ​ຢ່າງ​ແນ່ນອນ.”

ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບປະກອບ)

        ລັດຖະບານ​ຫວຽດນາມ​ກໍ່​ກຳນົດ​ວ່າ, ຄວາມ​ເປັນຕາ​ຍຂອງ​ໂຄງການ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ແມ່ນ ​ແຫຼ່ງ​ແຮງ​ງານ​ທີ່​ໄດ້ຜ່ານ​ການ​ບຳລຸງ​ສ້າງ, ຜູ້ອອກ​ແຮງ​ງານ​ທີ່​ມີ​ອາຊີບ. ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກໍ່​ແມ່ນ​ການ​ຫັນ​​ກະ​ສີ​ກຳ, ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໃນ​ນັ້ນ​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ​ຕ້ອງກາຍ​ເປັນ​ກຳມະກອນຢູ່​ໃນ​ບ້ານ​ຂອງ​ຕົນ. ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ປີ 2010-2020, ລັດຖະບານ​ໄດ້​ວາງ​ຈຸດໝາຍ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ ​ເພື່ອ​ແນ​ໃສ່​ສ້າງ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ໃຫ້​ແກ່​ຊາວ​ກະ​ສີ ກ​ອນ​ແຕ່ 70% - 80%, ຈັດ​ຕັ້ງ​ການ​ຜະລິດ​ເທື່ອ​ລະ​ກ້າວ, ກ້າວ​ໄປ​ເຖິງ​ການ​ຜະລິດ​ເປັນ​ສິນຄ້າ, ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ໃນ​ເຂດ​ຊົນນະບົດ. ດ້ວຍ​ຈຸດໝາຍ​ນັ້ນ, ລັດຖະບານ​ຫວຽດນາມ​ ໄດ້​ສະຫງວນ​ແຫຼ່ງ​ເງິນ​ຈາກ​ງົບປະມານ​ທີ່​ມີ​ມູນ​ຄ່າ 26.000 ຕຶ້ດັ່ງ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ໂຄງການ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊົນນະບົດ.ສະ​ເພາະ​ໃນ​ປີ 2012 ນີ້, ລັດຖະບານ​ກໍ່​ສະຫງວນ​ເງິນ​ກວ່າ 1000 ຕື້​ດົ່ງ​ ໃຫ້​ແກ່​ວຽກ​ງານ​ບຳລຸງ​ສ້າງ, ​ໃນ​ນັ້ນ​ສະຫງວນ 56 ຕື້​ດົ່ງ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ພະນັກງານ​ຕາ​ແສງ, 300 ຕື້​ດົ່ງ​ແມ່ນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນຮຽນ​ວິຊາ​ຊີບ ​ແລະ 500 ຕຶ້ດົ່ງ ​ເພື່ອ​ໜູນ​ຊ່ວຍ​ປັບປຸງ​ບັນດາ​ສຸນ​ສອນ​ວິຊາ​ຊີບ, ສະໜອງ​ບັນດາ​ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ການ​ສອນ​ວິຊາ​ຊີບ. ພ້ອມ​ກັບ​ການ​ບຳລຸງ​ສ້າງ​ດ້ານ​ວິຊາ​ຊີບ, ບັນດາ​ມາດຕະຖານ​ອື່ນໆ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກໍ່​​ໄດ້​ປະກອບສ່ວນ​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ ​ເຮັດ​ໃຫ້ການ​ບຳລຸງ​ສ້າງ​ວິຊາ​ຊີບ​ບັນລຸ​ໝາກຜົນ. ພ້ອມ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ, ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ປັດ​ໃຈ​​ທີ່ກະທົບ​ເຖິງຕະຫຼາດ. ພິ​ເສດ​ແມ່ນ​ຕ້ອງ​ຊອກ​ຫາສົ້ນ​ອອກ​ໃຫ້​ແກ່​ຜະລິດ​ຕະພັນ.

ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 3
(ພາບປະກອບ)

        ພາຍຫຼັງ 2 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຫວ່າງ​ແລ້ວ​ນີ້​, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ໄດ້​ສຸມ​ໃສ່​ຕີ​ລາຄາ​ຄືນ​ປະສິດທິ​ຜົນ, ​ໃນ​ນັ້ນ​​ເນັ້ນ​ໜັກ​ວ່າ ວຽກ​ງານ​ບຳລຸງ​ສ້າງ​ຕ້ອງ​ຖື​​​ຄຸນນະພາ​ບເປັນ​ສຳຄັນ, ຫາກ​ບໍ່​​ແມ່ນ​ດ້ານ​ຈຳນວນ. ທ່ານ​ລັດຖະ ມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ Cao Duc Phat, ຊີ້​ແຈ້ງວ່າ:

        ”ຕ້ອງ​ກຳນົດ​ລະອຽດ​ຜູ້​ໃດ​ໄດ້​ຮັບ​ບຸລິ​ມາ​ສິດ, ບໍ່​ແມ່ນ​ວ່າ​ຜູ້​​ໃດ​ຈົດ​ທະບຽນ​ກໍ່​ໄດ້​ໄປ​ຮຽນ​ໝົດ. ຜູ້​​ໄດ້​ໄປຮຳ່ຮຽນ​ຕ້ອງ​ຕ່າງ​ກັບ​ຜູ້​ບໍ່​ໄດ້​ໄປ​ຮຽນ​ໃນ​ການ​ນຳ​ໃຊ້​ຂັ້ນ​ຕອນ​ການ​ຜະລິດ​ທີ່​ກ້າວໜ້າ​ທີ່​ສຸດ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ”.

        ສິ່ງ​ທີ່​ຖອດ​ຖອນ​ມາ​ໄດ້​ຈາກ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ​ຜ່ານ​ມາ, ນັ້ນ​ແມ່ນ​ຕ້ອງ​ສອນ​ອາຊີບ​ຕົວ​ຈິງ​ໃນ​ເຂດ​ທົ່ງ​ນາ ​ແລະ ອິງ​ໃສ່​ຈຸດ​ພິ​ເສດສະ​ເພາະ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ. ​ເຮັດ​ໄດ້​ຄື​ດັ່ງກ່າວ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ, ຮັບປະກັນ​ຄວາມ​ໝັ້ນຄົງໃຫ້​ພື້ນຖານ​ກະ​ສີ​ກຳ​ໃນ​ຈຸດໝາຍ​ລວມພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ