(VOVWORLD) - ພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ຫາກໍ່ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ການຮັບຮູ້ນີ້ໄດ້ສະແດງໃຫ້ເຫັນຄຸນຄ່າພົ້ນເດັ່ນຂອງບັນກວນ ແທັງຈີ່ ອີກເທື່ອໜຶ່ງ ແລະ ກໍ່ແມ່ນໂອກາດເພື່ອໂຄສະນາ, ເປີດກວ້າງອາຊີບເຮັດບັນກວນ ແທັງຈີ່ ໃນໄລຍະທີ່ຈະມາເຖິງ.
(ພາບ: ຮ່ວຽນຈາງ/VOV5) |
ອາຊີບເຮັດບັນກວນ ແທັງຈີ່ ໄດ້ຮັບການຮັກສາ ແລະ ສືບທອດກັນມາຫຼາຍລຸ້ນຄົນຢູ່ຕາແສງ ວິ້ງຮຶງ, ນະຄອນ ຮ່າໂນ້ຍ
ໃນເມື່ອກອ່ນ, ປຊຊ ແທັງຈີ່ ໄດ້ໃຊ້ໝໍ້ທອງ, ໃຊ້ເຕົາຖ່ານ ແລະ ຖອກລາດແປ້ງບັນກວັນດ້ວຍມື. ແຕ່ປະຈຸບັນ, ປຊຊ ໄດ້ໃຊ້ຈັກບົດແປ້ງນ້ຳ, ເຕົາໄຟຟ້າ ແຕ່ຍັງຄົງໄດ້ຮັກສາເຕັກນິກການເຮັດບັນກວນພື້ນເມືອງນັບແຕ່ກ່ອນໄວ້ໄດ້. ໃນເມື່ອກ່ອນ, ປຊຊ ແທັງຈີ່ ເຮັດບັນກວນແລ້ວ ໃສ່ກະທຸ້ງ, ຫາບຄອນ ແລ້ວຈະນຳໄປຂາຍໃນທົ່ວທຸກແຫ່ງຂອງ ຮ່າໂນ້ຍ. ຮອດລຸ້ນຂອງປ້າ ຮວ່າງທິລານ ກໍ່ໄດ້ຖີບລົດຖີບໄປຂາຍຢູ່ທຸກຮ່ອມທາງ. ສ່ວນລຸ້ນປັດຈຸບັນ, ກໍ່ເຊົ່າຮ້ານຂາຍຢູ່ກັບທີ່ເລີຍ. ເຖິງວ່າມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ນ້ຳໃຈຮັກມັກອາຊີບ ແລະ ຄວາມສຸດຈິດສຸດໃຈຕໍ່ອາຊີບຍັງມີຢູ່. ປ້າ ຮວ່າງທິລານ ໃຫ້ຮູ້ວ່າ:
ຂ້າພະເຈົ້າໄດ້ເຮັດບັນກວນນັບແຕ່ອາຍຸ 12 ປີ, ທັງໄປຮຽນ, ທັງບົດແປ້ງເພື່ອໃຫ້ແມ່ເຮັດບັນກວນ. ຫຼັງຈາກນັ້ນຂ້າພະເຈົ້າກໍ່ຮຽນເຕັກນິກການເຮັດບັນກວນນຳແມ່, ລູກກໍ່ຮຽນນຳຂ້າພະເຈົ້າ, ສືບທອດກັນມາຄືແນວນນັ້ນ. ປະຈຸບັນ, ລູກຊາຍ, ລູກສາວຂອງຂ້າພະເຈົ້າກໍ່ເຮັດເປັນໝົດ.
(ພາບ: ຮ່ວຽນຈາງ/VOV5) |
ອາຊີບເຮັດບັນກວນ ແທັງຈີ່ ໄດ້ນຳມາເຊິ່ງບັນດາຄຸນຄ່າດ້ານພູມປັນຍາພື້ນເມືອງ ກ່ຽວກັບຂັ້ນຕອນການເຮັດບັນກວນ ໄດ້ປະຕິບັດຕາມແຕ່ລະຂັ້ນຕອນ ນັບແຕ່ຂອດເລືອກເຂົ້າສານ ຕະຫຼອດຮອດການຖອກລາດແປ້ງບັນກວນ. ວັດຖຸດິບເພື່ອເຮັດບັນກວນແມ່ນເຂົ້າຈ້າວ. ບັນກວນ ແທງຈິ່ ໄດ້ຖອກລາດແປ້ງດ້ວຍມື ແບບບາງທີ່ສຸດ, ຍິ່ງບາງກໍ່ຍິ່ງແຊບ. ເພື່ອເຮັດບັນກວນທີ່ແຊບຄືແນວນັ້ນແມ່ນຍ້ອນເຄັດລັບ ແລະ ຝີມືສະເພາະຂອງ ປຊຊ ແທັງຈີ່. ປ້າ ເຢືອງທິຕວຽດ ໃຫ້ຮູ້ວ່າ:
ບັນກວນ ແທັງຈີ່ ຕ້ອງລາດໃຫ້ແຜ່ນບາງຈຶ່ງແຊບ. ເມື່ອກ່ອນໄດ້ບົດເຂົ້າດ້ວຍມື ແປ້ງຈະບໍ່ສະໝ່ຳສະເໝີ, ແຕ່ປະຈຸບັນບົດເຂົ້າດ້ວຍເຄື່ອງຈັກ, ແຜ່ນແປ້ງຈຶ່ງສະໝ່ຳສະເໝີ ແລະ ແຊບກວ່າ. ຂ້າພະເຈົ້າໄດ້ມ່າເຂົ້າໃນເວລາ 2 ຊົ່ວໂມງ, ແລ້ວເອົາໄປບົດ, ເມື່ອບົດເຂົ້າຕ້ອງຖອກນ້ຳໃສ່, ແລ້ວໃສ່ນ້ຳກ້ອນເພື່ອໃຫ້ແປ້ງເຢັນດີ, ບົດເຂົ້າແລ້ວໃສ່ນ້ຳຕື່ມອີກ. ເມື່ອຖອກລາດບັນກວນຕ້ອງເຮັດໃຫ້ສະໝ່ຳສະເໝີ.
ເມື່ອພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ປຊຊ ແທັງຈີ່, ພິເສດແມ່ນລຸ້ນໜຸ່ມຜູ້ທີ່ກຳລັງສືບທອດອາຊີບ ໄດ້ມີຄວາມພາກພູມໃຈທີ່ສຸດ. ສຳລັບເຂົາເຈົ້າແລ້ວ, ນີ້ແມ່ນໂອກາດ ແຕ່ກໍ່ແມ່ນຄວາມຮັບຜິດຊອບ ເພື່ອຮັກສາ ແລະ ໂຄສະນາອາຊີບພື້ນເມືອງຂອງບ້ານເກີດເມືອງນອນກວ່າອີກ. ເອື້ອຍ ຫງວຽນທິລານເຮືອງ ໃຫ້ຮູ້ວ່າ:
ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ຍ້ອນໄດ້ກຳເນີດ ແລະ ເຕີບໃຫ່ຍໃນຄອບຄົວທີ່ມີມູນເຊື້ອອາຊີບເຮັດບັນກວນ. ຂ້າພະເຈົ້າຢາກໂຄສະນາໃຫ້ແກ່ອາຊີບພື້ນເມືອງຂອງໝູ່ບ້ານຕົນ, ທຳອິດແມ່ນຕ້ອງຝຶກຝົນຫຼໍ່ຫຼອມຝີມື, ມີຄວາມສຸດຈິດສຸດໃຈຕໍ່ອາຊີບ, ຕ້ອງເຮັດແນວໃດໃຫ້ຖອກລາດບັນກວນໄດ້ບາງກວ່າ, ແຊບກວ່າ, ແຕ່ລະມື້ກໍ່ຕ້ອງພະຍາຍາມຕື່ມອີກນ້ອຍໜຶ່ງ ເພື່ອໃຫ້ລູກຄ້າກິນແລ້ວກໍ່ເຫັນວ່າແຊບກວ່າມື້ກ່ອນ.
ສ່ວນທ່ານນາງ ກວານທິເວິນແອັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວິ້ງຮຶງ ໃຫ້ຮູ້ວ່າ:
ເລື່ອງພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແມ່ນການຮັບຮູ້ຂອງລັດສຳລັບບັນດາຄຸນຄ່າວັດທະນະທຳພື້ນເມືອງພິເສດສະເພາະ, ໄດ້ຮັບການຮັກສາ ແລະ ສືບທອດຜ່ານຫຼາຍລຸ້ນຄົນ, ໄດ້ຢັ້ງຢືນຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ເຕັກນິກທີ່ເປັນມູນເຊື້ອຂອງອາຊີບ. ພ້ອມກັນນັ້ນ ກໍ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ທ້ອງຖິ່ນໃນການອະນຸລັກຮັກສາ, ເຊີດຊູ ແລະ ໂຄສະນາອາຊີບຢ່າງເປັນທາງການ, ມີແບບມີແຜນກວ່າ. ນີ້ກໍ່ແມ່ນພື້ນຖານສຳຄັນ ເພື່ອໃຫ້ບັນດາຄອບຄົວເຮັດອາຊີບ ໄດ້ສຳຜັດກັບບັນດານະໂຍບາຍໜູນຊ່ວຍຂອງລັດ ແລະ ຍົກສູງສະຕິຄວາມຮັບຮູ້ ກ່ຽວກັບການຮັກສາຈຸດຄວາມງາມທີ່ເປັນມູນເຊື້ອ, ພັດທະນາການຜະລິດ, ຖ່າຍທອດອາຊີບໃຫ້ແກ່ລຸ້ນໜຸ່ມ.
ບັນດານັກປະພັນວັນນະຄະດີທີ່ມີຊື່ສຽງຂອງ ຫວຽດນາມ ເຄີຍໄດ້ຂຽນເລື່ອງກ່ຽວກັບບັນກວນ ແທັງຈີ່, ອາຊີບເຮັດບັນກວນ ແທັງຈີ່ ໄດ້ຮັບການສ້າງເຄື່ອງໝາຍການຄ້າລວມໝູ່ໃນປີ 2015 ແລະ ພູມປັນຍາພື້ນເມືອງກ່ຽວກັບອາຊີບເຮັດບັນກວນ ແທັງຈີ່ ຫາກໍ່ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ບັນກວນ ແທັງຈີ່ ຈະບືນຕົວໄປໄກກວ່າອີກ ປະກອບສ່ວນແຜ່ກະຈາຍກ່ຽວກັບອາຫານການກິນທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ ຮ່າໂນ້ຍ./.