(VOVWORLD) -
ໝູ່ບ້ານ ອຽນທາຍ, ຕາແສງ ໄຕໂຮ່, ຮ່າໂນ້ຍ ມີຊື່ສຽງໃນທົ່ວເຂດເມືອງເກົ່າ ທັງລອງ ດ້ວຍອາຊີບເຮັດເຈ້ຍສາພື້ນເມືອງ. ຜ່ານການເວລາແຫ່ງປະຫວັດສາດ, ບາງເທື່ອອາຊີບນີ້ກໍ່ຖືກສູນຫາຍໄປ ຊື່ງມີໄດ້ສ້າງຄວາມເສຍດາຍກ່ຽວກັບມໍລະດົກວັດທະນະທຳທີ່ມີຄ່າ. ແຕ່ປະຈຸບັນ, ໃນທ່າມກາງຈັງຫວະການດຳລົງຊີວິດທັນສະໄໝ ແລະ ທ່າອ່ຽງຫັນເປັນດີຈີຕອນ, ອາຊີບເຮັດເຈ້ຍສາໄດ້ຟື້ນຟູເທື່ອລະກ້າວ, ບໍ່ພຽງແຕ່ໄດ້ຮັກສາຄຸນຄ່າເກົ່າໃນເມື່ອກ່ອນເທົ່ານັ້ນ, ຫາກຍັງໄດ້ສ້າງໃຫ້ມີເລື່ອງລາວໃໝ່ທີ່ບືນຕົວຂຶ້ນອອກສູ່ໂລກອີກດ້ວຍ.
ແຂກທ່ອງທ່ຽວນ້ອຍເຂົ້າຮ່ວມການເຮັດເຈ້ຍສາ (ພາບ: ກີມລ້ຽວ/ VOV5)
|
ນັບແຕ່ເມື່ອກ່ອນ, ເຈ້ຍສາຂອງໝູ່ບ້ານ ອຽນທາຍ ໄດ້ໃຊ້ເພື່ອຂຽນປຶ້ມ, ຂຽນບົດກະວີ, ແຕ້ມໜັງສືຈີນ ແລະ ພິເສດແມ່ນພິມພາບພື້ນເມືອງທີ່ມີຊື່ສຽງຄື: ດົງໂຮ່, ຮ່າງຈົງ, ກີມຮ່ວາງ… ແຕ່ເຖິງແນວນັ້ນກໍ່ຕາມ, ດ້ວຍລະດັບຄວາມໄວໃນການຫັນເປັນອຸດສາຫະກຳ, ເຈ້ຍສາ ແລະ ວີທີການຜະລິດເຈ້ຍສາ ບໍ່ໄດ້ນຳໃຊ້ ແລະ ຮູ້ຈັກເຖິງຫຼາຍຄືເມື່ອກ່ອນອີກແລ້ວ.
ເພື່ອນຜູ້ໜຶ່ງຂອງຂ້າພະເຈົ້າທີ່ເປັນຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ໄດ້ເຫັນອາຈານສອນແຕ້ມໜັງສືຈີນ ໃຫ້ບັນດາຫຼານນ້ອຍຢູ່ວັດແຫ່ງໜຶ່ງຢູ່ແຄມໜອງ ໂຮ່ໄຕ, ລາວຢາກຊ່ວຍນຳການແຕ້ມໜັງສືຂອງ ຫວຽດນາມ ອອກສູ່ໂລກ ແລະ ຊ່ວຍບັນດາຄູອາຈານສາມາດຫາເງິນດ້ວຍອາຊີບນີ້. ຂ້າພະເຈົ້າໄດ້ຊ່ວຍເພື່ອນປະຕິບັດໂຄງການນີ້. ໃນວິວັດການນັ້ນ ຂ້າພະເຈົ້າຈຶ່ງໄດ້ເຫັນເຈ້ຍສາ, ເປັນຄັ້ງທຳອິດທີ່ຂ້າພະເຈົ້າເຫັນນາຍຊ່າງເທໃສ່ກອບເຮັດເຈ້ຍ, ຂ້າພະເຈົ້າໄດ້ຊອກຮູ້ຢ່າງລະອຽດທີ່ສຸດ ແລະ ເຫັນວ່າ ຈະເປັນໜ້າເສຍດາຍທີ່ສຸດຖ້າຫາກວ່າອາຊີບເຮັດເຈ້ຍສານີ້ຖືກສູນເສຍໄປ.
ແຂກທ່ອງທ່ຽວສາກົນເຮັດຂັ້ນຕອນໜຶ່ງໃນການເຮັດເຈ້ຍສາ (ພາບ: ກີມລ້ຽວ/ VOV5)
|
ນັ້ນແມ່ນວາດສະໜາທີ່ພາເອື້ອຍ ເຈິ່ງຮົ່ງຍຸງ ຮ່ວມເດີນທາງກັບອາຊີບເຮັດເຈ້ຍສາພື້ນເມືອງ ແລະ ສ້າງຕັ້ງວິສາຫະກິດສັງຄົມ. Zó Project ຊື່ງມີເປົ້າໝາຍທັງອະນຸລັກຮັກສາ, ພັດທະນາອາຊີບເຮັດເຈ້ຍແບບຫັດຖະກຳພື້ນເມືອງ, ທັງສ້າງລາຍຮັບໃຫ້ແກ່ບັນດານາຍຊ່າງ.
ພວກຂ້າພະເຈົ້າຢາກອະນຸລັກຮັກສາເຈ້ຍສາຂອງ ຫວຽດນາມ ຍ້ອນວ່າເຈ້ຍສາງາມຫຼາຍ ແຕ່ກຳລັງຈະຄ່ອຍໆຖືກສູນເສຍໄປ. ພວກຂ້າພະເຈົ້າຈະມີວິທີອະນຸລັກຮັກສາແບບໃໝ່, ນັ້ນແມ່ນບັນດາຜະລິດຕະພັນຈະມີລົມຫາຍໃຈຂອງຊີວິດຍຸກສະໄໝໃໝ່, ຮັບໃຊ້ຍຸກສະໄໝດ້ວຍວັດຖຸທີ່ເປັນມູນເຊື້ອ, ເຮັດໄດ້ຕຄືແນວນັ້ນອາຊີບນີ້ຈຶ່ງຈະສາດມາດຄົງຕົວໄດ້.
ແຂກທ່ອງທ່ຽວແຕ້ມຕົວໜັງສືຈີນໃນເຈ້ຍສາ (ພາບ: ກີມລ້ຽວ/ VOV5)
|
ດ້ວຍການຮ່ວມມືລະຫວ່າງອຳນາດການປົກຄອງ ແລະ ວິສາຫະກິດສັງຄົມ Zó Project, ອາຊີບເຮັດເຈ້ຍສາ ອຽນທາຍ ໄດ້ຮັບການຟື້ນຕົວ ຢູ່ຫໍພິພິຕະພັນເຈ້ຍສາ. ນີ້ແມ່ນແຫ່ງທີ່ໄດ້ວາງສະແດງ ແນະນຳບັນດາຂັ້ນຕອນເຮັດເຈ້ຍສາພື້ນເມືອງ.
ຫໍພິພິຕະພັນເຈ້ຍສາພື້ນເມືອງໄດ້ນຳມາເຊິ່ງບັນດາຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວເມື່ອໄດ້ເຫັນປະຈັກຕາບັນດາຂັ້ນຕອນເຮັດເຈ້ຍສາ ແລະ ໄດ້ເຮັດຜະລິດຕະພັນຕ່າງໆຈາກເຈ້ຍສາໂດຍກົງພາຍໃຕ້ການແນະນຳຂອງບັນດາສະມາຊິກຂອງ ວິສາຫະກິດສັງຄົມ Zó Project. ອ້າຍ Hudson, ແຂກທ່ອງທ່ຽວຊາວ Australia ໄດ້ແບ່ງປັນວ່າ:
ຂ້າພະເຈົ້າມີຄວາມປະທັບໃຈຕໍ່ເຈ້ຍສາຂອງ ຫວຽດນາມ. ເມື່ອມາຫໍພິພິຕະພັນເຈ້ຍສາແຫ່ງນີ້ ຂ້າພະເຈົ້າໄດ້ເຂົ້າຮ່ວມການເຮັດເຈ້ຍສາ, ນັ້ນແມ່ນການລົງຕົວຈິງທີ່ຈັບໃຈທີ່ສຸດ. ເຈ້ຍສາບາງ, ເບົາ ແລະ ງາມຫຼາຍ. ຂ້າພະເຈົ້າໄດ້ເຮັດປື້ມຄູ່ມືຈາກເຈ້ຍສາພ້ອມກັບບັນດາເພື່ອນໜຸ່ມ, ນັ້ນແມ່ນຜະລິດຕະພັນພິເສດ, ຂ້າພະເຈົ້າຈະເອົາເມືອຕ້ອນໝູ່ເພື່ອນ, ພີ່ນ້ອງຢູ່ບ້ານເພື່ອເປັນທີ່ລະນຶກ.
ບັນດາຜະລິດຕະພັນເຮັດຈາກເຈ້ຍສາໄດ້ຮັບການແນະນຳຢ່າງກ້ວາງຂວາງ ຜ່ານ workshop, ງານວາງສະແດງ ແລະ ຊ່ອງຂາຍເຄື່ອງທາງອອນໄລຂອງ Zó Project, ປະຈຸບັນ, ເຈ້ຍສາໄດ້ມີໜ້າຢູ່ຕະຫຼາດ ຍີ່ປຸ່ນ ແລະ ໃນໄລຍະທີ່ຈະມາເຖິງແມ່ນຕະຫຼາດ ອາເມລິກາ. ເອື້ອຍ ເຈິ່ນຮົ່ງຍຸງ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ຮ່ວມມືກັບນັກສິລະປິນ, ນັກອອກແບບຢູ່ພາຍໃນ ແລະ ຕ່າງປະເທດ, ພວກຂ້າພະເຈົ້າໄດ້ຜະລິດບັນດາຜະລິດຕະພັນເພື່ອເພີ່ມຄຸນຄ່າໃຫ້ແກ່ເຈ້ຍສາ ແລະ ຈາກນັ້ນຈຶ່ງຈະສາມາດໂຄສະນາເຈ້ຍສາອອກສູ່ໂລກ. ຍາມໃດພວກຂ້າພະເຈົ້າກໍໄດ້ຄົ້ນຄ້ວາຢ່າງຕໍ່ເນື່ອງ ແລະ ພັດທະນາເຈ້ຍສາ ເພື່ອໃຫ້ນາຍຊ່າງເຮັດເຈ້ຍສາ ຫຼືບັນດາຜູ້ປະດິດສ້າງຈາກເຈ້ຍສາ ສາມາດຫາເງິນລ້ຽງຊີບດ້ວຍອາຊີບນີ້.
ອາຊີບເຮັດເຈ້ຍສາຢູ່ໝູ່ບ້ານ ອຽນທາຍ ໄດ້ຮັບການຟື້ນຕົວ ບໍ່ພຽງແຕ່ໄດ້ຊ່ວຍແຜ່ຂະຫຍາຍຄຸນຄ່າຂອງອາຊີບພື້ນເມືອງຢູ່ເຂດດິນແດນແຫ່ງພະລາຊະວັງໃນເມື່ອກ່ອນເທົ່ານັ້ນ, ຫາກຍັງໄດ້ຊ່ວຍເກັບຮັກສາບັນດາຈຸດວັດທະນະທຳພິເສດສະເພາະຂອງລຸ້ນກ່ອນອີກດ້ວຍ./.