ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການກໍ່ສ້າງຊົນນະບົດໃໝ່

ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ - ảnh 1
(ພາບປະກອບ)

(vovworld) - ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຈຸ​ບັນ, ນະຄອນ​ຮ່າ​ໂນ້ຍ ​ໄດ້​ນຳ​ໜ້າ​ທົ່ວ​ປະ​ເທດ ດ້ວຍ 50 ຕາ​ແສງ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, 178/386 ຕາ​ແສງ​ບັນລຸ​ໄດ້​ແຕ່ 14-18 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ພື້ນຖານ. ​ໂສມ​ໜ້າ​ຊົນນະບົດ​ນັບ​ມື້​ນັບ​ໃຫຍ່​ໂຕ ​ແລະ ສວຍ​ງາມ, ສີວິ​ໄລ​ກວ່າ, ຊີວິດ​ຂອງ​ຊາວ​ກະ​ສິກ​ອນຢູ່​ນະຄອນ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ. ຈຸດ​ພົ້ນ​ເດັ່ນ​ຂອງ​ຮ່າ​ໂນ້ຍ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ແມ່ນ​ຖືການ​ສ້າງ​ເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ​ແມ່ນ​ຂອດ​ບຸ​ທະລຸ.

        ​ເມື່ອ​ກັບ​​ເມືອຢາມ​ບ້ານ​ເກີດ​ຢູ່ຕາ​ແສງ​ກື້​ເຄ, ​ເມືອງ​ແທງ​ອວາຍ, ຮ່າ​ໂນ້ຍ, ປ້າ ຈິ້ງ​ທິຮື້​ວຄ໋ວາດ, ອາຍຸ 80 ປີ, ປະຈຸ​ບັນ​ອາ​ໄສ​ຢູ່​ເຮືອນ​ເລກ 370, ລາ​ແທ່ງ, ​ເມືອງ​ດົ໋ງດາ ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ຕໍ່​ການ​ປ່ຽນ​ໃໝ່​ຂອງ​ບ້ານ​ເກີດ​ເມືອງ​ນອນ. ກ່ອນ​ນີ້​ພຽງ​ສອງ, ສາມ​ປີ​ເທົ່າ​ນັ້ນ, ​ເມື່ອ​ກັບ​ເມືອ​ຢາມບ້ານ​ແຕ່ລະ​ເທື່ອ ​ເຫັນ​ວ່າ ການ​ໄປມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ທາງ​ເປັນ​ຕົມ, ບໍ່​ມີ​ໄຟຟ້າ​ເຍືອງ​ທາງ. ດັ່ງ​ນັ້ນ​ເມື່ອ​ຮູ້​​ໃນໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ມີ​ການ​ບູລະນະ​ສ້ອມ​ແປງ​ຖະໜົນ​ຫົນທາງ, ສ້າງ​ຄອງເໝືອງ​​ເອົາ​ນຳ້​ເຂົ້າ​ທົ່ງ​ນາ… ​ເຖິງ​ວ່າ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ມາ​ເປັນ​ເວລາ​ນັບ​ສິບ​ປີ​ແລ້ວ​ກໍ່ຕາມ, ປ້າ​ຍັງ​ຕັ້ງໜ້າ​ປະກອບສ່ວນ.

        “ປະຈຸ​ບັນ​ແມ່ນ​ຕ່າງ​ກັບ​ກ່ອນ​ນີ້​ຫຼາຍ, ​ບັນດາ​ເສັ້ນທາງ​ໃນ​ໝູ່​ບ້ານ​ລ້ວນ​ແຕ່​ເຮັດ​ດ້ວຍ​ເບ​ຕົງ​​ຢ່າງ​ສະອາດ,ສວຍ​ງາມ ​ແລະ ມີ​ໄຟຟ້າ​ເຍືອງ​ທາງ​ອີກ, ລົດ​ໂອ​ໂຕ​ຄັນ​ນ້ອຍ​ກໍ່​ສາມາດ​ເຂົ້າ​ໄປ​ເຖິງ​ແຕ່​ລະ​ຄອບຄົວ​ໄດ້. ຊີວິດ​ຂອງ​ປະຊາຊົນ​ກໍ່​ດີ​ຂຶ້ນພໍ​ສົມຄວນ“.

ບໍ່​ພຽງ​ແຕ່​ຢູ່​ຕາ​ແສງກື້​ເຄ ​ເທົ່າ​ນັ້ນ, ຫາກ​ປະຈຸ​ບັນ​ຢູ່ຮ່າ​ໂນ້ຍກໍ່ໄດ້​ມີ 50 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ທັງ​ແມ່ນ​ທ້ອງ​ຖີ່​ນນຳ​ໜ້າ​ກ່ຽວ​ກັບ​ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ໃນ​ທົ່ວ​ປະ​ເທດ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ນັບ​ແຕ່​ເລີ່​ມປະຕິບັດ​ໂຄງການ​ເມື່ອ​ປີ 2010, ຄະນະ​ຊີ້​ນຳ​ການ​ພັດທະນາ​ຊົນນະບົດ, ກໍ່ສ້າງ​ຊົນນະບົດ​ໄລຍະ 2011-2015, ​​ໄດ້​ເລືອກ​ເຟັ້ນວຽກ​ງານ​ສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ​ເປັນ​ຂອດ​ບຸກທະລຸ. ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕ້ອງ​ມີ​ແບບ​ວິທີ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ກະ​ສິກຳ, ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິ​ກຳ, ສ້າງ​ເປັນ​ເຂດ​ປູກຝັງ​ສະ​ເພາະ​ທີ່​ມີ​ປະສິດທິ​ຜົນ​ສູງ, ສ້າງ​ແຫຼ່ງທຶນ​ຢ່າງ​ໝັ້ນຄົງ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ມີ​ການວາງ​ແຜນ​ກຳນົດ​ພື້ນຖານ​ໂຄງ​ລ່າງ, ກິດຈະກຳ​ສະຫວັດ​ດີກາ​ນ​ໃນ​ໄລຍະ​ຍາວ​ໃຫ້​ເຂດ​ຊົນນະບົດ. ທ່ານ ຫງວຽນ​ກົງຊ໋ວາຍ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນະຄອນ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

ປະສິດທິ​ຜົນ​ດີ​ທີ່​ສຸດ​ນັ້ນ​ແມ່ນ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ປະຕິບັດ​ວຽກ​ງານ​ສ້າງ​ເປັນ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ຊົນນະບົດ. ​ເຖິງ​ວ່າການສ້າງ​ເປັນ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກບໍ່​ແມ່ນ​ມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກໍ່ຕາມ, ​ແຕ່​ຖ້າ​ຫາກ​ບໍ່​ປະຕິບັດ​ວຽກ​ງານ​ນີ້, ການ​ຜະລິດ​ຕາມ​ແຜນ​ກຳນົດ,​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ​ແມ່ນ​ຍາກ​ທີ່​ຈະ​ປະຕິບັດ​ໄດ້, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ເດັດ​ດ່ຽວ​ສຸມ​ໃສ່​ວຽກ​ງານສ້າງ​​ເຂດທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ “.

​ເລື່ອງສ້າງ​​ເຂດທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ, ​ໃນ​ເບື້ອງ​ຕົ້ນ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ຕາ​ແສງ​ໜຶ່ງ​ຕາມ​ລາຍການ​ຂອງ​ສູນ​ກາງ, ຕໍ່​ມາ​ກໍ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢູ່ 3 ຕາ​ແສງ​ຂອງ​ນະຄອນ, ຫຼັງ​ຈາກ​ນັ້ນ​ແມ່ນ​ປະຕິບັດ​ຢູ່​ບັນດາ​ຕາ​ແສງ​ທີ່​ເປັນ​ແບບຢ່າງ​ຂອງ​ເມືອງ. ທ່ານ ດິງກວານ​ຊານ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ດົງ​ໂລ໋, ​ເມືອງ​ອຶ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

ການ​ສ້າງ​ເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່​ຊ່ວຍ​ໃຫ້​ປະຊາຊົນ​ຫັນປ່ຽນ​ຜົນລະປູກ​ຢ່າງ​ສະດວກ. ບ່ອນ​​ໃດ​ເລິກ​ແມ່ນ​ປູກ​ເຂົ້າ, ລ້ຽງ​ປາ, ລ້ຽງ​ເປັດ, ບ່ອນ​ໃດ​ພື້ນ​ທີ່​ສູງ​ແມ່ນ​ປູກ​ຕົ້ນ​ໄມ້​ກິນ​ໝາກ, ປູກພືດ. ການ​ເຮັດ​ວຽກ​ງານ​ກະ​ສິກຳ​ກໍ່​ສະ​ດວກ​ສະບາຍ​ກວ່າ, ກ່ອນ​ນີ້​ການ​ການ​ດຳນາ ​ແລະ ​ເກັບ​ກ່ຽວ​ເຂົ້າ​ຕ້ອງ​ເສຍ​ເວລາ​ນັບ​ເປັນ​ເດືອນ​ກໍ່​ບໍ່​ແລ້ວ, ​ແຕ່​ປະຈຸ​ບັນ​ພຽງ​ແຕ່​ເຮັດ​ໃນ​ເວລາ​ໜຶ່ງ​ສັບປະດາ​ກໍ່​ແລ້ວ“.

ພ້ອມ​ກັບ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ເຂດ​ຊົນນະບົດ​ຂອງ​ນະຄອນຫຼວງ​ກໍ່​ໄດ້​ຮັບ​ການ​ປັບປຸງ ​​ແລະ​ຍົກ​ລະດັບ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ, ຮ່າ​ໂນ້ຍພວມ​ຜັນ​ຂະຫຍາຍ​ວຽກ​ງານ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ຢູ່​ບັນດາ​ຕາ​ແສງ​ທີ່​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈາກ​ນັ້ນ​ສ້າງ​​ເປັນກຳລັງຂະຫຍາຍ​ອອກ​ສູ່​ຕາ​ແສງ​ອື່ນໆ. ຄາດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຮ່າ​ໂນ້ຍ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ພັດທະນາ​ບັນດາ​ຮູບ​ແບບ​ເສດຖະກິດ​ທີ່​ມີ​ປະສິດທິ​ຜົນ​ສູງ; ປັບປຸງ​ບົດບາດ​ຂອງ​ບັນດາ​ສະຫະກອນ ​ແລະ ດຶງ​ດູດ​

ຕອບກັບ

ຂ່າວ/ບົດ​ອື່ນ