ເມືອງຮ່ວາວາງ, ນະຄອນດ່ານັ້ງ - ເມືອງດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່


(vovworld) - ດ້ວຍ​ວິທີ​ເຮັດ​ຢ່າງ​ມີ​ໄຫວ​ພິບ, ມີ​ຫົວຄິດ​ປະດິດ​ສ້າງ, ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຢູ່​ທ້ອງ​ຖີ່​ນ​ໄດ້​ນັ້ນ, ພາຍຫຼັງ 3 ປີ​ແຫ່ງ​ການຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົດ​ຢູ່​ເມືອງ​ຮ່ວາ​ວາງ, ນະຄອນ​ດ່າ​ນັ້ງ​ ໄດ້​ມີ​ການ​ປ່ຽນ​ໃໝ່​ຢ່າງ​ຈະ​ແຈ້ງ. ມາ​ຮອດ​ປະຈຸ​ບັນ, ​ເມືອງ​ຮ່ວາ​ວາງ ​ໄດ້​ມີ 6/11 ຕາ​ແສງ​​ປະຕິບັດ​ສຳ​ເລັດ 19/19 ມາດຖານ, ສ່ວນ 5 ຕາ​ແສງ​ທີ່​ຍັງ​ເຫຼືອພວມສູ້​ຊົນ​ເພື່ອ​ຮອດ​ປີ 2015 ຈະ​ສຳ​ເລັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່​ໂດຍ​ພື້ນຖານ.

ເມືອງຮ່ວາວາງ, ນະຄອນດ່ານັ້ງ - ເມືອງດີເດັ່ນໃນການກໍ່ສ້າງຊົນນະບົດໃໝ່ - ảnh 1

(ພາບອິນເຕີແນດ)

        ​ໃນ​ຊຸມ​ມື້​ນີ້, ພໍ່​ແມ່​ປະຊາຊົນ​ຢູ່​ສະຫະກອນ​ຜັກ​ປອດ​ສານພິດ​ຕູ໋ຍລວາ​ນ, ຕາ​ແສງ​ຮ່ວາ​ຟອງ, ​ເມືອງ​ຮ່ວາ​ວາງ ພວມທຳ​ການ​ປູກຝັງ​ກ່ອນ​ເວລາ​ເມື່ອ​ທຽບ​ໃສ່​ທຸກ​ປີ. ນັບ​ແຕ່​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ລະບົບ​ໄຟຟ້າ, ທາງ​ເບ​ຕົງ, ນຳ້​ຫົດ​ຂອງ​ຕາ​ແສງ​ຮ່ວາ​ຟອງລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງຢ່າງ​ຄົບ​ຖ້ວນ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ, ​ປະກອບສ່ວນ​ຍົກ​ສະມັດ​ຕະພາບ, ຄຸນ​ນະພາ​ບລະດູການ​ປູກຝັງ​ຂື້ນ​ຢ່າງ​ຈະ​ແຈ້ງ. ທ່ານ ຫງວຽນ​ເດົ໋າ, ຊາວ​ຕາ​ແສງ​ຮ່ວາ​ຟອງ, ​ແບ່ງປັນ​ວ່າ:

        “ປະຈຸ​ບັນ, ປະຊາຊົນ​ໄດ້​ມີ​ທາງ​​ຄົມມະນາຄົມ​ທັງກວ້າງຂວາງ ​ແລະ ສວຍ​ງາມກວ່າ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ. ປະກອບສ່ວນເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບພັດທະນາ​ໃຫ້​ດີ​ຂຶ້ນ“.

        ຮູບ​ແບບ​ຜັກ​ປອດ​ສານພິດ​ຢູ່​ຕາ​ແສງ​ຕູ໋ຍລວາ​ນ ​ແມ່ນ​ໜຶ່ງ​​ໃນ​ຈຳນວນ​ສິບຮູບ​ແບບ​ເສດຖະກິດ​ຂອງເມືອງ​ຮ່ວາ​ວາງ ທີ່​ໄດ້​ຮັບ​ການ​ລົງທຶນ​ຈາກ​ແຫຼ່ງທຶນ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໂດຍຮັບ​ຮູ້​ໄດ້​ວ່າ, ຢາກ​ກ້າວ​ຂຶ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສຸມ​ແຫຼ່ງກຳລັງ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ​ກະ​ສີ​ກຳ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ນະຄອນ​ດ່າ​ນັ້ງ​ ໄດ້​ປະກາດ​ໃຊ້​ບາງ​ກົນ​ໄກ, ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ລົງທຶນ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ເມືອງ​ຮ່ວາ​ວາງ. ຕາມ​ນັ້ນ​ແລ້ວ, ​ໄລຍະ 2013 -​2016, ບັນດາ​ສະຫະ​ກອນ​ກະ​ສີ​ກຳ, ໜ່ວຍ​ສະຫະກອນ, ຄອບຄົວ​ຊາວ​ກະ​ສີກ​ອນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ນະຄອນ​ເພື່ອນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ. ນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ແບບ​ພັດທະນາ​ເສດຖະກິດ​ໄດ້​ຮັບ​ການ​ນຳ​ໃຊ້​​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ຕົວ​ຢ່າງ​ຄື​ຮູບ​ແບບ​ປູກ​ດອກ​ໄມ້, ປູກ​ລ້ຽງ​ສິນ​ໃນ​ນ້ຳ, ປູກ​ເຫັດ, ຜັກ​ປອດ​ສານ​ພິດ... ຊີວິດ​ທາງ​ດ້ານ​ວັດຖຸ​ໄດ້ຮັບການ​ປັບປຸງ, ປະຊາຊົນ​ນັບ​ມື້​ນັບ​ເຊື່ອ​ໝັ້ນ​ຕໍ່​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່. ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນ​ໄດ້​ບໍລິຈາກ​ທີ່​ດິນ​ເກືອບ 40.000 ຕາ​ແມັດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.  ຫຼາຍ​ຄອບຄົວ​ກໍ່​ໄດ້​ປະກອບ​ວັດ​ສະ​ດຸ​ກໍ່ສ້າງ, ​ກຳລັງ​ແຮງ​ງານ... ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ, ກິດຈະກຳ​ສາທາລະນະ​ຮັບ​ໃຊ້​ຊີວິດ​ຂອງ​ປະຊາຊົນ. ທ່ານ ​ເຈິ່ນຮ໋ວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຮ່ວາ​ຟ​ອງ, ໜຶ່ງ​ໃນ​ຈຳນວນ 4 ຕາ​ແສງ​ຂອງ​ເມືອງ​ຮ່ວາ​ວາງ ທີ່​ຫາ​ກໍ່​ປະຕິບັດ​ສຳ​ເລັດ 19/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃຫ້​ຮູ້​ວ່າ:

        “​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມີ​ຫຼາຍ​ຄອບຄົວ​​ໄດ້​ຍົກຍ້າຍ​ເຮືອນ​ຊານ​ຂອງ​ຕົນ​ທີ່​ມີ​ມູນ​ຄ່າ​ເຖິງ 50, 70 ລ້ານ​ດົ່ງ​ໄປ​ຍັງ​ບ່ອນ​ອື່ນ​ເພື່ອ​ສະຫງວນ​ທີ່​ດິນ​ໃຫ້​ແກ່​ການກໍ່ສ້າງ​ທາງຄົມມະ​ນາ​ຄົມ. ​ໃນ​ເບື້ອງ​ຕົ້ນ​ການ​ຂົນຂວາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ເມື່ອ​ເຫັນ​​ໂສມ​ໜ້າ​ຊົນນະບົດ​ນັບ​ມື້​ນັບມີ​ການ​ປ່ຽນ​ໃໝ່, ບັນດາ​ກິດຈະກຳ​ລ້ວນ​ແຕ່​ຮັບ​ໃຊ້ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ເຂົາ​ເຈົ້າ​​ເຊື່ອ​ໝັ້ນ ​ແລະ ​ສະໜັບສະໜູນ“.

        ​ໃນ​ຊຸມ​ປີຜ່ານມາ, ​ແຫຼ່ງ​ເງິນ​ລົງທຶນ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ເມືອງ​ຮ່ວາ​ວາງ​ ບັນລຸ​ເກືອບ 1.100 ຕື້​ດົ່ງ, ​ໃນ​ນັ້ນ​ປະຊາຊົນ​ປະກອບ​ເກືອບ 390 ຕື້​ດົ່ງ. ທ່ານ​ດັ້ງ​ຟູ໋​ແຮ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຮ່ວາ​ວາງ, ນະຄອນ​ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ:

        “ຮ່ວາ​ວາງ ມີ​ການ​ປ່ຽນ​ໃໝ່​ຄື​ປະຈຸ​ບັນ, ​ແມ່ນ​ຍ້ອນ​ມີ​ໂຄງການ​ຈຸ​ດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່, ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານ​ລະບົບ​ຄົມມະນາຄົມ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຢ່າງ​ໄວ ​ແລະ ໝັ້ນຄົງ, ລາຍ​ຮັບ​ເພີ່ມ​ຂຶ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ. ຂ້າພະ​ເຈົ້າ​ເຫັນວ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ເມືອງ​ຮວາ​ວາງ ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ຂອງ​ທ້ອງ​ຖີ່​ນ“.

        ຈາກ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ນັ້ນ, ​ເມືອງ​ຮ່ວາ​ວາງ ສູ້​ຊົນ​ເຖິງ​ປີ 2015, ທຸກ​ຕາ​ແສງ​ໃນ​ເມືອງ​ຈະ​ສຳ​ເລັດ​ມາດຖານ​ທັງ​ໝົດ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່​ໂດຍ​ພື້ນຖານ. ຮ່ວາ​ວາງ​ ວາງ​ຈຸດໝາຍສູ້​ຊົນ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເມືອງບັນລຸ​ມາດຖານ​ຊົນນະບົດ​ໃໝ່​ຂອງ​ທັງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ