ແຂວງກວາງນິງໄດ້ກໍ່ສ້າງຊົນນະບົດໃໝ່ສຳເລັດໂດຍພື້ນຖານ

(vovworld) –​ ​​ ຮອ​ດ​ທ້າຍ​ປີ 2015, ແຂວງກວາງ​ນິງ ໄດ້​ສຳ​ເລັດ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໂດຍ​ພື້ນ​ຖານ ​ດ້ວຍ​ຜົນ​ງານ​ສູງເມື່ອ​ທ​ຽບ​ໃສ່​ທ້ອງ​ຖິ່ນ​ອື່ນໆ​ໃນ​ທົ່ວ​ປະ​ເທດ. ດ້ວຍ​​ຜົນງານ​ດັ່ງ​ກ່າວ, ​ພື້ນ​ຖານ​ໂຄງ​ລ່າງ​ຢູ່ເຂ​ດ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ຍົ​ກ​ລະ​ດັບ, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຢູ່​ເຂດ​ຊົນ​ນະ​ບົດ​ໄດ້​ຫຼຸດ​ລົງ. ບົດ​ຂຽ​ນ “ແຂວງກວາງ​ນິງ​ໄດ​້ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສຳ​ເລັດ​ໂດຍ​ພື້ນ​ຖານ” ຂອງ​ ວັນ​ຟອງ, ນັກ​ຂ່າວວິ​ທ​ະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.


ແຂວງກວາງນິງໄດ້ກໍ່ສ້າງຊົນນະບົດໃໝ່ສຳເລັດໂດຍພື້ນຖານ - ảnh 1
(ຕາ​ແສງ​ອຽນ​ດຶກ ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່)

      ແຂ​ວງກວາງ​ນິງ ແມ່ນ​ແຂວງ​ຕັ້ງ​ຢູ່​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ​ຂອງ​ຫວຽດ​ນາມ, ໄ​ດ້​ເຕົ້າ​ໂຮມ​ບັນ​ດາ​ປັດ​ໃຈ​​ພິ​ເສດສະ​ເພາະ​ກ່ຽ​ວ​ກັບ​ພູມ​​ສາດ ​ດ້ວຍ​ທະ​ເລ, ປ່າດົງ, ເນື້ອ​ທີ່​ດິນ​ທຳ​ມະ​ຊາດ​ອຸ​ດົມ​ສົມ​ບູນ​ພໍ​ສົມ​ຄວນ, ມີ​ເງື່ອນ​ໄຂ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ແມ່ນ​ແຂວງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​​ໄດ້ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ສະ​ເພາະ​ກິດ, ສະ​ນັ້ນ​ວຽກ​ງານ​ຊີ້​ນຳ, ຜັນ​ຂະ​ຫຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ແຂວງ ກວາງ​ນິງ ​ຈ​ຶ່ງ​ມີ​ຈຸດ​ສຸມ, ລົງ​ເລິກ ແລະ ທັນ​ການ. ແຂວງກວາງ​ນິງ ໄດ້​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ໂຄ​ສະ​ນາ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​. ເພາະ​ສະ​ນັ້ນ, ໂຄງ​ການ​ຈຶ່ງ​ໄດ້​ຮັບ​ການ​​ຕອບ​ສະ​ໜອງ ແລະ ປ​ຸກລະ​ດົ​ມ​ກຳ​ລັງ​ແຮງ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ​ນາງ ເຢືອງ​ທິ​ເມັນ, ຫົວ​ໜ້າ​ສະ​ຫະ​ກອນ​ຕາ​ແສງ​ອຽນ​ດຶກ, ໃຫ​້​ຮ​ູ້​ວ່າ.

        “ເຂົ້າ​ຮ່ວມ​​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ບໍ​ລິ​ສັດ​ກໍ່ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນກໍ່​ສ້າງ​ທາງ​ໃນ​ບ້ານ ແລະ ພິ​ເສດ​ແມ່ນ​ເຂົ້າ​ຮ່ວມ​ບັນ​ດາ​​ໂຄງ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງຄົມ. ຄຽງ​ຂ້າງນັ້ນ, ບໍ​ລິ​ສັດ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ບາງ​ພາ​ລະ​ກອນ​ຢູ່​ທີ່ນີ້ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ”.


ແຂວງກວາງນິງໄດ້ກໍ່ສ້າງຊົນນະບົດໃໝ່ສຳເລັດໂດຍພື້ນຖານ - ảnh 2

     ຂະ​ແໜງ​ກະ​ສິ​ກຳ​ຂອງກວາງ​ນິງ ໄດ້​​ກຳ​ນົດ​ແຈ້ງ​ທິດ​​ນຳ​ທີ່​ວ່າ “ຖື​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ​ເພື່ອ​ຊຸກຍ​ູ້​ກະ​ສິ​ກຳ”, ສະ​ນັ້ນ ​ຈ​ຶ່ງມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຮ​ອບ​ດ້ານ​ໃຂ​ຂົງ​ເຂດ​ຕ່າງໆ​ຄື: ການ​ປູກ​ຝັງ, ລ້ຽງ​ສັດ, ສ້າງ​ບັນ​ດາ​ເຂດ​ຜະ​ລິດ​ສິນ​ຄ້າ​ລວ​ມ​ສູນ ຕິດ​ພັນ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ ຄື​ຕົ້ນ​ສາ​ຄູ​ຢູ່​ແຂວງ​ບິ່ງ​ລຽວ; ປູກ​ຕົ້​ນ​ໄ​ມ້​ກິນ​ໝາກ​ຄື ໝາກ​ຂຽບ, ໝາກລີ້ນ​ຈີ່ ຢູ່​ດົງ​ຈ່ຽວ, ອວງ​ບິ໋, ໝາກ​ຍໍ​ຢູ​ນາ​ແຈ… ໂຄງ​ການ “ກວາງ​ນິງ 1 ຕາ​ແສງ 1 ​ຜະ​ລິດ​ຕະ​ພັນ​” ໄດ້​ກາຍ​ເປັນ​​ຈຸ​ດ​ທີ່​ເປັນ​ເອ​ກະ​ລັກສະ​ເພາະ​ຂອງ​ແຂວງກວາງ​ນິງ. ຄຽງ​ຂ້າງນັ້ນ, ​ຮູບ​ແບບ​ທ່ອງທ່ຽວ​ເຂດ​ບ້ານ​ນາ​ຄື​ຢູ່​ຕາ​ແສງ​ອຽນ​ດຶ​ກ, ເທດ​ສະ​ບານ​ເມືອງ ດົງ​ຈ່ຽວ ກໍ​ໄດ້ດຶງດ​ູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ມາ​ຮອ​ດ​ປະ​ຈຸ​ບັນ, ລະ​ດັບລາຍ​ຮັບ​ສະ​ເລ່ຍ​ຂອງ​​ຊາວ​ບ້ານ​ເຂດ​ຊົນ​ນະ​ບົດ​ແຂ​ວງກວ​າງ​ນິງ ໄດ້​ເພີ່ມ​ຈາກ 10 ລ້ານ​ດົງ/ປີ (ໃນ​ປີ 2010) ຂຶ້ນ​ເຖິງ 30 ລ້ານ​ດົງ/ປີ (ໃນ​ປີ 2015). ທ່ານ​ເລ​ກ໋ວກ​ແຄ໋ງ, ຊາວ​ບ້ານ​ຕາ​ແສງ​ອານ​ຊິງ, ເມືອງ​ດົງ​ຈ່ຽວ, ໃຫ້​ຮູ້​ວ່າ.

        “​ປະ​ຈຸ​ບັນ, ກ່ຽວ​ກັບ​ທາງ​ໃນ​ບ້ານ, ເວົ້າ​ລ​ວມ​ແລ້ວ​ແມ່ນກວ້າງ​ຂວາງ. ​​​ສ່ວນລາຍ​ຮັບ​​ທັງ​ປີຂອງ​ຄອບ​ຄົວ ​ໂດຍ​​ບໍ່ຄິດ​ໄລ່​ແມ່ນ​ບັນ​ລຸ​ກຳ​ໄລ​ປະ​ມານ 700 – 800 ລ້ານ​ດົງ/ປີ”

        ພາຍ​ຫຼັງ​ໄລ​ຍະ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແຂວງກວາງ​ນິງ ໄດ້​​ກາຍເປັນ​ແຂວງ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດດ້ວຍ 100% ຈ​ຳ​ນວນ​ຕາ​ແສງ​ສຳ​ເລັດ​​ການ​ວາງ​ແຜນ​​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ​ສ້າງເຄື່ອງ​ໝາຍ​ການ​ຄ້າ​​ຜະ​ລິດ​ຕະ​ພັນກະ​ເສດ​​​ໄດ້ 23 ເຄື່ອງ​ໝາຍ ຕິດ​ພັນ​ກັບ​ການ​ສ້າງ​ເຂດ​ຜະ​ລິດ​ສິນ​ຄ້າ​ລ​ວມ​ສູນສຳ​ເລັດ. ໄລ່​ຮອດ​ທ້າຍ​ປີ 2015, ຈຳ​ນວນ​ຕາ​ແສງ​ບັນ​ລຸ​ມາດ​ຖານ ແລະ ບັນ​ລຸ​ມາດ​ຖານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ໂດຍ​ພື້​ນ​ຖານ​ຢູ່​ແຂວງກວາງ​ນິງ ແມ່ນ 86 ຕາ​ແສງ. ກວາງ​ນິງ ກໍ​ມ​ີ 3 ຫົວ​ໜ່ວຍ​ຂັ້ນ​ເມືອງໄດ້​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ກ​ວາງ​ນິງ ແມ່ນ​ໜຶ່ງ​ໃນ​ຈ​ຳ​ນວນ 10 ແຂວງ, ນະ​ຄອນ​ມີ​ຜົນ​ງານ​ດີ​ທີ່​ສຸດ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຂອງ​ທົ່ວ​ປະ​ເທດ.  ​ໂສມ​ໜ້າ​ຊົນ​ນະ​ບົດ​ຢູ່ກວາງ​ນິງ ໄດ້​ຮັບ​ການ​ປ່ຽນ​ແປງ​ຢ່າງກວ້າງ​ຂວາງ ສວນ​ງາມກວ່າ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຫັນ​ໄດ້​ຊັດ.

        ການ​ນຳ​ ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງກວາງ​ນິງ ກຳ​ນົ​ດການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ບໍ່​ພຽ​ງ​ແຕ່​ແມ່ນ​ຂະ​ບວນ​ການ, ​ແມ່ນບັ້ນ​ຂົນ​ຂວາຍ​ໃຫຍ່​ເທົ​່​ານັ້ນ, ຫາກ​​ຍັງ ໄດ້​ຮັບ​ການ​ພັດ​ທະ​ນາ​ຕາ​ມ​ທິດ​ຍືນ​ຍົງ​ ຕາມ​ຮູບ​ແບບ “ຊົນ​ນະ​ບົດກ້າວ​ໜ້າ”. ທ່ານ ດັ້ງ​ຮຸຍ​ເຮົ້າ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ນິງ ໃຫ້​ຮູ້​ວ່າ.

        “ແຂວງກວ​າງນິງ​ ​ໄດ້ກຳ​ນົດ​ຈະ​ກ່າຍ​ເປັນ​ແຂວງ​ຊົນ​ນະ​ບົດ​ໃໝ່​ໂດຍ​ພື້ນ​ຖານໃນປີ 2015, ແຕ່​ຮອດ​ໄລ​ຍະ 2016 – 2020, ​ຊົນ​ນະ​ບົດ​ໃໝ່​ຂອງກວາງ​ນິງ ຈະ​ຕ້ອງ​ຫັນ​ປ່ຽນ​ຕາມວິ​ທີ​ປະ​ຕິ​ບັດ​ໃໝ່, ໝາຍ​ຄວາມ​ວ່າ ​ພາຍ​ຫຼັງບັນ​ລຸ​ມາດ​ຖານ​ແລ້ວ ​ຈະຕ້ອງ​ຍົກ​ລະ​ດັບຕື່ມ​ອີກ ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​​ໄດ້ກຳ​ນົດ​ວ່າ​​ ຊົນ​ນະ​ບົດ​​ມີ​ຄວາມ​ກ້າວ​ໜ້າ, ຫັນ​ເຂດ​ຊົນ​ນະ​ບົດ​ເປັນ​ຕົວ​ເມືອງ. ສ່ວນ​​ໂຄງ​ການ 1 ຕາ​ແສງ​ມ​ີ 1 ​ຜະ​ລິດ​ຕະ​ພັນ ​ກໍຕ້ອງ​ສືບ​ຕໍ່​ຍົກ​​ສູງຄຸນ​ນະ​ພາບ ແລະ ຜະ​ລິດ​ສິນ​ຄ້າ​ໃຫ້​ມີ​ຄຸນ​ນ​ະ​ພາບ​ສູງກວ່າ ແລະ ​ຫຼາຍກວ່າ​ ເພື່ອ​ຮັບ​ໃຊ້​ໃຫ້​ຕະ​ຫຼາດ”.

        ຕາມ​​ການ​ກຳ​ນົດ​ທິດທາງດັ່ງ​ກ່າວ, ເມືອງທີ່​ບັນ​ລຸ​ມາດ​ຖານ​ຊົນ​ນະ​ບົດ​ໃໝ່​ທຳ​ອິດ​ຢ​ູ່​ທາງ​ພາກ​ເໜືອ ​ແມ່ນ ດົງ​ຈ່ຽວ, ​ແຂວງກວາງ​ນິງ ຈ​ະວາງ​ຄາດ​ໝາຍກໍ່​ສ້າງ​​ຮູບ​ແບບ “ຊົນ​ນະ​ບົດ​ກ້າວ​ໜ້າ”, ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຫັ​ນ​ເຂດ​ຊົນ​ນະ​ບົດ​ເປັ​ນ​ຕົວ​ເ​ມືອງ​. ສະ​ນັ້ນ, ໂຄງ​ການຈຸດ​ໝາຍ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ແຂວງກວາງ​ນິງ ຈະ​ກ້າວ​ເຂົ້​າ​ສູ່​ໄລ​ຍະ​ໃໝ່​ທີ່​ພັດ​ທະ​ນາກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ