ແຂວງນິງທ້ວນກໍ່ສ້າງຊົນນະບົດໃໝ່

(vovworld) - ​ໂດຍ​ປະຕິບັດ​ໂຄງການ ”ກໍ່ສ້າງ​ຊົນນະບົດ​ໃໝ່” ​ໄລຍະ​ຜ່ານ​ມາ, ​ແຂວງ ນິງທ້ວນ ​ໄດ້​ສູ​ມ​ໃສ່​ກໍ່ສ້າງ​ທາງ​ຄົມມະນາຄົມ​ຢູ່​ເຂດ​ຊົນນະບົດ, ສະຖານີ​ສູບ​ນ້ຳ, ກໍ່ສ້າງ​ຄອງ​ເໝືອງ​ຢ່າງ​ຖາວອນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ ​ແລະ ລະດົມ​ທຸກແຫຼ່ງກຳລັງ​ໃນ​ສັງຄົມ​​ເພື່ອລົງທຶນ​ກໍ່ສ້າງ​ຕະຫຼາດ, ​ໂຮງຮຽນ, ຫໍ​ວັດທະນະທຳ... ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ຂອງ​ປະຊາຊົນ. ບົດ​ຂຽນ ”​ແຂວງ​ນິງທ້ວນ ກໍ່ສ້າງ​ຊົນນະບົດ​ໃໝ່” ຂອງ​ Jasi ນັກ​ຂ່າວ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນິງທ້ວນ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່.

ແຂວງນິງທ້ວນກໍ່ສ້າງຊົນນະບົດໃໝ່ - ảnh 1
າງເຂົ້າບ້ານວັດທະນະທຳ ເຈື່ອງແຊງ, ຕາແສງເຢືອກເຮົ້າ, ເມືອງນິງເຟືອກ ສະອາດສວຍງາມ
(ພາບ: baoninhthuan.com.vn)

        ​ໂດຍ​ປະຕິບັດ​ທິດ​ນຳ​ທີ່​ວ່າ ”ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ”, ມາຮອດປະຈຸ​ບັນ​ມີ​ຫຼາຍ​ທ້ອງ​ຖີ່​ນ​ໃນ​ແຂວງ​ນິງທ້ວນ​ ໄດ້​ສຸມ​ໃສ່​ເຂົ້າໃນການບຸລະນະ​ສ້ອມ​ແປງ ​ແລະ ກໍ່ສ້າງ​ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ​, ລະຫວ່າງ​ບ້ານຫຼາຍ​ສາຍ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ເປີດ​ກວ້າງ ​ແລະ ພັດທະນາ​ການ​ຜະລິດ. ສະ​ເພາະ​ປີ 2011, ​ແຂວງ ນິງທ້ວນ​ ໄດ້​ລົງທຶນ​ເກືອບ 2 ຕຶ້ດົ່ງ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ​ໃນໝູ່​ບ້ານ​ໃຫ້​ຕາ​ແສງ​ຍິນ​ເຊີນ, ​ເມືອງ​ນິງ​ເຊີນ ​ແລະ ຕາ​ແສງ​ຊວນ​ຫາຍ, ​ເມືອງ​ນິງຫາຍ, ກໍ່ສ້າງ​ຄອງ​ເໝືອງ​ຢູ່​ຕາ​ແສງ​ເຟືອ​ກທ້າຍ, ​ເມືອງ​ນິງ​ເຟືອ​ກ. ມາ​ຮອດ​ປະຈຸ​ບັນ, ບັນດາ​ກິດຈະກຳ​ໄດ້​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​ໃຊ້​ການແລ້ວ. ​ແລະ​ກໍ່​ໃນ​ປີ 2011, ທາງ​ແຂວງ​ໄດ້​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນຄື: ທາງ​ຄົມມະນາຄົມ, ຊົນລະປະທານ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ບັນດາ​ກິດ​ຈະ​ກຳ​ຮັບ​ໃຊ້​ຊີວິດ​ຂອງ​ປະຊາຊົນ; ບຸກ​ເບີກ​ເນື້ອ​ທີ່​ດິນ​ທຳ​ການ​ຜະລິດ​ໃນ​ທົ່ວ​ແຂວງ​ເກືອບ 2000 ​ເຮັກຕາ... ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 55 ຕຶ້ດົ່ງ. ຄຽງ​ຂ້າງ​ການ​ລົງທຶນ​ຂອງ​ລັດ, ປະຊາຊົນ​ຢູ່​ທີ່​ນີ້​ຍັງ​ຕັ້ງໜ້າ​ປະກອບ​ເຫື່ອ​ແຮງ, ທຶນຮອນ, ທີ່​ດິນ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ທ່ານ Le Ngoc Dung, ປະທານ​ຕາ​ແສງ​ເຟືອ​ກທ້ວນ, ​ເມືອງ​ນິງທ້ວນ, ​ໃຫ້​ຮູ້​ວ່າ:

        ”​ເວົ້າ​ລວມ​ແລ້ວ, ປະຊາຊົນ​ເຫັນ​ອົກ​ເຫັນ​ໃຈ ​ແລະ ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຈຸ​ບັນ​ບັນດາ​ເສັ້ນທາງ​ຄົມມະນາຄົມ​ໃນ​ເຂດຊົນນະບົດ​ໄດ້​ຮັບ​ການ​ກໍ່ສ້າງສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ ອັນ​ໄດ້​ຮັບປະກັນ​ໃຫ້​ແກ່ການ​ໄປມາ​ຂອງ​ປະຊາຊົນ. ນອກຈາກ​ງົບປະມານ​ຂອງ​ລັດ, ປະຊາຊົນ​ກໍ່​ໄດ້​ບໍລິຈາກ​ເງິນ​ຕື່ມ​ອີກ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ໃຫ້​ດີກ​ວ່າ. ປະຊາຊົນມີ​ຄວາມ​ຕັ້ງໜ້າ​ທີ່​ສຸດ​ໃນ​ຂະ​ບວນການ ”ລັດ ​ແລະ ປະຊາຊົນ​ພ້ອມ​ກັນ​ເຮັດ”.

        ນອກຈາກ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ແຂວງ​ນິງທ້ວນ ຍັງ​​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ແປງ​ປະ​ເພນີ​ທຳ​ການ​ຜະລິດ, ນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ເພື່ອ​ລຸດຜ່ອນ​ລາຍ​ຈ່າຍ​ໃນ​ການ​ຜະລິດ​ກະ​ສີ​ກຳ, ​ເພີ່ມ​ສະມັດ​ຕະພາບ, ຄູນ​ຄ່າ​ຜະລິດ​ຕະພັນ, ​ເພີ່ມ​ລາຍ​ຮັບ. ພົ້ນ​ເດັ່ນ​ຄືຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ (ຊາວ​ກະ​ສີກ​ອນ, ນັກວິທະຍາສາດ, ນັກທຸລະກິດ ​ແລະ ລັດ) ”ຄຸ້ມ​ຄອງ​ທົ່ງ​ນາ​ຕາມ​ທິດ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ” ຢູ່​ຕາ​ແສງ​ເຟືອ​ກທ້າຍ, ​ເມືອງ​ນິງ​ເຟືອ​ກ... ​ອັນໄດ້​ນຳ​ມາ​ເຊິ່ງສະມັດ​ຕະພາບ​, ຄູນ​ນະພາ​ບຜະລິດ​ຕະພັນສູງ, ຫຼຸດຜ່ອນ​ສະພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ​ແຂວງ​ນິງທ້ວນ ມີ 9 ຕາ​ແສງ ​ໄດ້​ສ້າງ​ການ​ຮ່ວມ​ສຳພັນ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ຜ່ານ​ບັນດາ​ລາຍການ, ​ໂຄງການ​ຊ່ວຍ​ເຫຼືອ​ຂອງ​ຕ່າງປະ​ເທດ. ຕົວຢ່າງ​ຄື​ຮ່ວມ​ສຳພັນ​ລ້ຽງ​ແບ້, ​ແກະ​ ຢູ່​ຕາ​ແສງ​ເຍິນ​ຫາຍ, ​ເມືອງ​ນິງຫາຍ; ຮ່ວມ​ສຳພັນ​ປູກ​ຜັກ​ສະອາດ​ຢູ່​ອານ​ຫາຍ, ​ເມືອງ​ນິງ​ເຟືອ​ກ.... ທ່ານ Nguyen Huu Duc, ຫົວໜ້າ​ຄະນະ​ຊີ້​ນຳ​​ໂຄງການ ”ກໍ່ສ້າງ​ຊົນນະບົດ​ໃໝ່​” ຢູ່​ຕາ​ແສງ​ເຟືອ​ກ​ເຮົ້າ, ​ເມືອງ​ນິງ​ເຟືອ​ກ, ​ໃຫ້​ຮູ້​ວ່າ:

” ຫວ່າງ​ແລ້ວ​ນີ້, ຕາ​ແສງ​ເຟືອ​ກ​ເຮົ້າ​ກໍ່​ໄດ້​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ. ຕໍ່​ມາສະ​ເໜີ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ທະວີຄູນຮູບ​ແບບ​ກໍ່ສ້າງ​ຊົນນະບົດ​ໃໝ່ຢູ່​ເຟືອ​ກ​ເຮົ້າ, ​ໂດຍສະ​ເພາະ​ແມ່ນຮູບ​ການຈັດ​ຕັ້ງ​ການ​ຜະລິດ​ຕົ້ນ​ເຂົ້ານາ​ທາມ​ຢູ່​ນິງທ້ວນ ອອກ​ສູ່​ທ້ອງ​ຖີ່​ນຕ່າງໆ”.

​ໃນ 2 ປີຜ່ານມາ, ​ແຂວງ​ນິງທ້ວນ ​ໄດ້​ຈັດ​ຕັ້ງ​ການ​ສອນ​ວິຊາ​ຊີບ 285 ຊຸດ, ດ້ວຍ​ຜູ້​ເຂົ້່າຮ່ວມ​ກວ່າ 8.500 ຄົນ. ​ໃນ​ນັ້ນ​ບຳລຸງ​ສ້າງ​ບັນດາ​ຂະ​ແໜງ​ກະ​ສີ​ກຳ, ອຸດສາຫະກຳ ​ແລະ ການ​ບໍລິການ​ກວມ​ກວ່າ 45%. ທ່ານ Nguyen Xuan Hoa, ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ນິງທ້ວນ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ ”ກໍ່ສ້າງ​ຊົນນະບົດ​ໃໝ່” ​ແຂວງ​ນິງທ້ວນ, ​ໃຫ້​ຮູ້​ບັນດາ​ມາດ​ຕະການ​ຄົບ​ຊຸດ​ວ່າ:

”ໜຶ່ງ​ໃນ​ບັນດາຈຸ​ດສຸມ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ແມ່ນ ນອກຈາກ​ວຽກ​ງານ​ໂຄສະນາ, ຂົນຂວາຍ ​ເພື່ອ​ໃຫ້​ປະຊາຊົນ​ຕອບ​ສະໜອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ, ວຽກ​ງານ​ບຳລຸງ​ສ້າງ​, ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃໝ່ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ, ຈັດ​ຕັ້ງ​ການ​ຜະລິດ​ໄປ​ຄຽງ​ຄູ່​ກັບ​ການ​ບຳລຸງ​ສ້າງ​ຈະ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງປະຊາຊົນ, ຍົກ​ສູງກຳລັງ​ຄວາມ​ສາມາດ​ຂອງ​ອຳນາດ​ການ​ປົກຄອງທ້ອງ​ຖີ່​ນ, ໜູນ​ຊ່ວຍ​ປະຊາຊົນ​ໃນ​ວຽກ​ງານ​ຈັດ​ຕັ້ງ​ກາ​ນຜະລິດ​, ການ​ບຳລຸງ​ສ້າງຄືນ​ໃໝ່, ​ແລະ​ ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່”.

​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ​ແຂວງ​ນິງທ້ວນ ພຽງ​ແຕ່​ມີ 15/47 ຕາ​ແສງ​ບັນລຸ 5 ມາດຕະຖານ​ເທົ່າ​ນັ້ນ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ສູ​ມ​ໃສ່​ບັນດາ​ມາດຕະຖານ​ຄື: ​ໄຟຟ້າ, ​ໄປສະນີ, ລະບົບ​ການ​ເມືອງ ​ແລະ ຄວາມ​ສະຫງົບ, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ, ສ່ວນ​ມາດຕະຖານ​ອື່ນໆ​ແມ່ນ​ບັລຸ​ອັນ​ຕາ​ສ່ວນ​ຕ່ຳ. ຕາມ​ແຜນການ​ແລ້ວ, ຮອດ​ທ້າຍ​ປີ 2015 ​ແຂວງ​ນິງທ້ວນ ສູ້​ຊົນ​ໃຫ້​ມີ 11 ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່. ​ໃນ​ປີ 2012 ນີ້, ນິງທ້ວນ ສືບ​ຕໍ່​ປັບປຸງ ​ແລະ ພັດທະນາ​ບັນດາ​ສະຫະກອນ, ຍູ້​ແຮງ​ການ​ນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​, ທະວີຄູນ ​ແລະ ​ເຜີຍ​ແຜ່​ບັນດາ​ຮູບ​ແບບ​ການ​ຜະລິດ​ຄູ້​ມຄອງ​ທົ່ງ​ນາ​ຢ່າງ​ມີ​ປະສິດທິ​ຜົນ ​ບົນ​ພື້ນຖານ​ປະສານ​ສົມທົບ​ບັນດາ​ໂຄງການ, ສະຫະກອນ, ຮ່ວມ​ສຳພັນ​ການ​ຜະລິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ