ໝູ່​ບ້ານ​ຕ່ຳ​ແພ​ໄໝ ວ້ານ​ຟຸກ ສະ​ມາ​ຊິກ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ຫັດ​ຖ​ະ​ກຳ​ປະ​ດິດ​ຄິດ​ສ້າງ​ໂລກ

(VOVWORLD) - ໃນກາງເດືອນກຸມພາ ທີ່ຜ່ານມາ, ສະພາຫັດຖະກຳໂລກ ໄດ້ຮັບຮູ້ໄດ້ໝູ່ບ້ານຕ່ຳແພໄໝ ວ້ານຟຸກ, ເມືອງ ຫ່າດົງ, ນະຄອນ ຮ່າໂນ້ຍ ແມ່ນສະມາຊິກຕາໜ່າງຫັດຖະກຳປະດິດຄິດສ້າງໂລກ. ນີ້ແມ່ນໂອກາດເພື່ອໃຫ້ໝູ່ບ້ານອາຊີບແຫ່ງນີ້ ຍູ້ແຮງການໂຄສະນາຜະລິດຕະພັນແພໄໝຂອງທ້ອງຖິ່ນ, ຜ່ານນັ້ນ, ກໍ່ປະກອບສ່ວນອະນຸລັກຮັກສາອາຊີບພື້ນເມືອງ ກໍ່ຄືຢັ້ງຢືນເຄື່ອງໝາຍການຄ້າຂອງໝູ່ບ້ານອາຊີບ ຫວຽດນາມ ໃນພາບພົດອາຊີບຫັດຖະກຳທົ່ວໂລກ.
ໝູ່​ບ້ານ​ຕ່ຳ​ແພ​ໄໝ ວ້ານ​ຟຸກ   ສະ​ມາ​ຊິກ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ຫັດ​ຖ​ະ​ກຳ​ປະ​ດິດ​ຄິດ​ສ້າງ​ໂລກ - ảnh 1ສູນອອກແບບປະດິດຄິດສ້າງຂອງໝູ່ບ້ານ (ພາບ: thoibaonganhang.vn)

   ໝູ່ບ້ານແພໄໝ ວ້ານຟຸກ ແມ່ນໜຶ່ງໃນບັນດາໝູ່ບ້ານຕ່ຳແພໄໝທີ່ມີມາແຕ່ດົນນານຂອງນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ດ້ວຍອາຍຸກ່ວາ 1.000 ປີ ຊື່ງສູນປື້ມສະຖິຕິ ຫວຽດນາມ ໄດ້ຮັບຮູ້ແມ່ນ “ໝູ່ບ້ານຕ່ຳແພໄໝ ດົນນານກ່ວາໝູ່ທີ່ຍັງໄດ້ຮັກສາການເຄື່ອນໄຫວຈົນມາຮອດປະຈຸບັນ”. ຜ່ານການເວລາຂອງປະຫວັດສາດ,  ປຊຊ ຢູ່ທີ່ນີ້ ຍັງຮັກສາ ແລະ ພັດທະນາອາຊີບຕ່ຳແພໄໝ ວ້ານຟຸກ ໄວ້ຢູ່. ຍາມໃດແພໄໝ ວ້ານຟຸກ ກໍ່ໄດ້ຮັບການຕີລາຄາສູງດ້ານຄຸນນະພາບ, ຮູບແບບຜະລິດຕະພັນ ແລະ ແມ່ນເຄື່ອງໝາຍແພໄໝທີ່ມີບ່ອນຢືນອັນແນ່ນອນໃນທ້ອງຕະຫຼາດ. ຜະລິດຕະພັນທີ່ເປັນເອະລັກຂອງ ວ້ານຟຸກ ແມ່ນແຜ່ນແພໄໝທີ່ມີສີສັນສວຍງາມ, ມີລວດລາຍທີ່ຍອດຍິ່ງ. ປະຈຸບັນ, ໝູ່ບ້ານ ວ້ານຟຸກ ມີຜະລິດຕະພັນຫຼາຍປະເພດຄື: ໄໝມີ່, ຜ້າໄໝເຫຼື້ອມ, ລາຍ, ຜ້າໄໝບາງ… ດ້ວຍຫຼາຍລວດລາຍທີ່ມີຫາຍຮູບຫຼາຍສີ. ທ່ານ ຫງວຽນວັນແຄັງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານຟຸກ, ເມືອງ ຫ່າດົງ ໃຫ້ຮູ້ວ່າ:

     ຜະລິດຕະພັນຂອງໝູ່ບ້ານຕ່ຳແພໄໝພື້ນເມືອງ ວ້ານຟຸກ ແມ່ນແພໄໝລາຍດອກ, ບໍ່ມີລາຍ ຫຼືພິເສດແມ່ນແພໄໝມີລວດລາຍ, ມີແພໄໝລາຍເມກ ລາຍນູນ ແມ່ນໜຶ່ງໃນບັນດາຊະນິດແພໝທີ່ເຄີຍໄດ້ມີໜ້າຢູ່ ປາຣີ. ປະຈຸບັນ, ບັນດານາຍຊ່າງຂອງໝູ່ບ້ານ ວ້ານຟຸກ ໄດ້ ແລະ ພວມຟື້ນຟູຜະລິດຕະພັນໄໝມີ່ທີ່ເປັນມູນເຊື້ອ ຊື່ງກໍ່ແມ່ນຜະລິດຕະພັນຍອດຍິ່ງຂອງທ້ອງຖິ່ນ.

ໝູ່​ບ້ານ​ຕ່ຳ​ແພ​ໄໝ ວ້ານ​ຟຸກ   ສະ​ມາ​ຊິກ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ຫັດ​ຖ​ະ​ກຳ​ປະ​ດິດ​ຄິດ​ສ້າງ​ໂລກ - ảnh 2ທ່ານ ຫງວຽນວັນແຄັງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານຟຸກ, ເມືອງ ຫ່າດົງ (ພາບ: VOV2)

    ໃນການສຳຫຼວດໝູ່ບ້ານ ວ້ານຟຸກ ເມື່ອເດືອນຕຸລາ ປີ 2024, ສະພາກຳມະການສາກົນ ຂຶ້ນກັບສະພາຫັດຖະກຳໂລກ ໄດ້ຕີລາຄາສູງບັນດາຄຸນຄ່າພິເສດສະເພາະຂອງໝູ່ບ້ານອາຊີບແຫ່ງນີ້, ໂດຍສະເພາະແມ່ນດ້ານວັດທະນະທຳ ແລະ ປະຫວັດສາດແຫ່ງການພັດທະນາຢ່າງຕໍ່ເນື່ອງຜ່ານນັບສັດຕະວັດ. ທ່ານ ຫງວຽນວັນແຄັງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານຟຸກ, ເມືອງ ຫ່າດົງ ແບ່ງປັນວ່າ:

   ໝູ່ບ້ານແພໄໝ ວ້ານຟຸກ ມີຄວາມເປັນກຽດທີ່ສຸດ, ເມື່ອໄດ້ຮັບຮູ້ແມ່ນສະມາຊິກທີ 68 ຂອງສະພາຫັດຖະກຳໂລກ ແລະ ໄດ້ເຂົ້າຮ່ວມອົງການບັນດາສະມາຄົມໝູ່ບ້ານອາຊີບທົ່ວໂລກ. ສຳລັບໝູ່ບ້ານແພໄໝ ວ້ານຟຸກ ພວກຂ້າພະເຈົ້າແລ້ວ, ນີ້ທັງແມ່ນຄວາມຮັບຜິດຊອບທີ່ໃຫ່ຍຫຼວງ ພ້ອມທັງກໍ່ແມ່ນໂອກາດເພື່ອນຳພາບພົດຂອງ ໝູ່ບ້ານແພໄໝ ວ້ານຟຸກ ບືນຕົວໄປໃນລະດັບໂລກ, ໄດ້ໂຄສະນາຢ່າງກ້ວາງຂວາງກ່ວາ ສູ່ໝູ່ບ້ານອາຊີບປະເທດຕ່າງໆ ກໍ່ຄືແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ໝູ່​ບ້ານ​ຕ່ຳ​ແພ​ໄໝ ວ້ານ​ຟຸກ   ສະ​ມາ​ຊິກ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ຫັດ​ຖ​ະ​ກຳ​ປະ​ດິດ​ຄິດ​ສ້າງ​ໂລກ - ảnh 3ນາຍຊ່າງຂອງໝູ່ບ້ານ ວ້ານຟຸກ (ພາບ: : CTV/Vietnam+)

       ໜຶ່ງໃນບັນດາປັດໄຈທີ່ສະພາກຳມະການສາກົນໄດ້ຮັບຮູ້ ນັ້ນແມ່ນ, ປະຈຸບັນ, ໃນ ໝູ່ບ້ານແພໄໝ ວ້ານຟຸກ ຍັງມີນາຍຊ່າງເກັ່ງຫຼາຍຄົນໄດ້ຕິດພັນກັບອາຊີບ, ພັດທະນາບັນດາຜະລິດຕະພັນທີ່ມີຫຼາຍຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ. ເຂົາເຈົ້າແມ່ນຜູ້ທີ່ສຸດຈິດສຸດໃຈກັບອາຊີບ, ສວມບົດບາດສຳຄັນໃນການອະນຸລັກຮັກສາ ແລະ ພັດທະນາມູນເຊື້ອຂອງໝູ່ບ້ານແພໄໝ ວ້ານຟຸກ. ນາຍຊ່າງ ເຈິ່ນທິງອກລານ ແບ່ງປັນວ່າ:

  ພວກຂ້າພະເຈົ້າຢາກຮັກສາ ແລະ ພັດທະນາ ແພໝ ວ້ານຟຸກ. ເມື່ອພວກຂ້າພະເຈົ້າຕອບສະໜອງໄດ້ຕາມຄຳຮຽກຮ້ອງຂອງສະມະສະມາຄົມຫັດຖະກຳໂລກ, ແພໄໝ ວ້ານຟຸກ ຈະໄດ້ຂຶ້ນສູ່ລະດັບສູງໃໝ່ອີກລະດັບໜຶ່ງ. ພວກຂ້າພະເຈົ້າຈະອະນຸລັກຮັກສາບັນດາຈຸດທີ່ເກົ່າແກ່ ແຕ່ກໍ່ຍັງມີການພັດທະນາ ແລະ ເຊື່ອມໂຍງກັບໂລກ.

    ການກາຍເປັນສະມາຊິກຂອງຕາໜ່າງບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ໄດ້ນຳມາເຊິ່ງຫຼາຍໂອກາດພັດທະນາໃຫ້ແກ່ ໝູ່ບ້ານແພໄໝ ວ້ານຟຸກ ພ້ອມກັນນັ້ນ ກໍ່ຍັງຮຽກຮ້ອງໃຫ້ ໝູ່ບ້ານແພໄໝ ວ້ານຟຸກ ຕ້ອງປັບປຸງຄຸນນະພາບ, ຮູບແບບຜະລິດຕະພັນ, ຍົກສູງລັກສະນະແກ່ງແຍ້ງໃນຕະຫຼາດຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນວັນແຄັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານຟຸກ ໃຫ້ຮູ້ວ່າ:

     ເພື່ອຢັ້ງຢືນຄຸນຄ່າຂອງແພໄໝ ວ້ານຟຸກ, ປະຈຸບັນ, ພວກຂ້າພະເຈົ້າໄດ້ມອບໃຫ້ສະມາຄົມໝູ່ບ້ານອາຊີບ ແລະ ສະຫະກອນ ໂຄສະນາໄປຍັງບັນດາສະມາຊິກສະຫະກອນ, ສະມາຊິກຂອງໝູ່ບ້ານ ແລະ ພິເສດແມ່ນບັນດາຄອບຄົວຜະລິດ, ນັ້ນແມ່ນຕິດເຄື່ອງໝາຍ “ແພໄໝ ຫ່າດົງ” ໃສ່ຜະລິດຕະພັນເພື່ອຈຳແນກກັບບັນດາປະເພດສິນຄ້າຂອງທ້ອງຖິ່ນຕ່າງໆ. ພ້ອມກັນນັ້ນ, ແມ່ນຈັດບັນດາງານປະກວດ, ເສັງກ່ຽວກັບການປະດິດສ້າງຮູບແບບລວດລາຍ ເພື່ອສາມາດປ່ຽນແປງໃໝ່ລວດລາຍໃນແພໄໝຂອງທ້ອງຖິ່ນໃນໄລຍະທີ່ຈະມາເຖິງ. ໄປຄຽງຄູ່ກັນນັ້ນ ກໍ່ແມ່ນການເສີມຂະຫຍາຍ, ຮັກສາບັນດາຜະລິດຕະພັນລວດລາຍດັ້ງເດີມຂອງ ວ້ານຟຸກ ເພື່ອຢັ້ງຢືນລັກສະນະພິເສດສະເພາະ, ເຄື່ອງໝາຍຂອງໝູ່ບ້ານແພໄໝ ວ້ານຟຸກ.

  ແພໄໝ ວ້ານຟຸກ ບໍ່ພຽງແຕ່ແມ່ນມໍລະດົກວັດທະນະທຳອັນມີຄ່າເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງຈິດໃຈປະດິດຄິດສ້າງ, ເຈດຈຳນົງບືນຕົວຂຶ້ນຂອງຊາວ ຫວຽດນາມ ອີກດ້ວຍ. ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດານັກສິລະປະກອນ, ນາຍຊ່າງເກັ່ງ ກໍ່ຄືປະຊາຄົມຊາວທ້ອງຖິ່ນ, ໝູ່ບ້ານແພໄໝ ວ້ານຟຸກ ຈະນັບມື້ນັບພັດທະນາ, ບືນຕົວໄປໄກບົນເສັ້ນທາງເຊື່ອມຕົວເຂົ້າກັບສາກົນ, ໂດຍສະເພາະແມ່ນພາຍຫຼັງໄດ້ກາຍເປັນສະມາຊິກຂອງຕາໜ່າງບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ./.

                     

         

           

ຕອບກັບ

ຂ່າວ/ບົດ​ອື່ນ