ໝູ່​ບ້ານອາ​ຊີບ​ຕີ​ເຫຼັກ ດາ​ຊີ-ຮ່າ​ໂນ້ຍ

(VOVWORLD) - 

 ດາຊີ ແມ່ນໝູ່ບ້ານອາຊີບຕີເຫຼັກທີ່ມີຊື່ຽງ ແລະ ມີມາແຕ່ດົນນານ ຢູ່ແຄມແມ່ນ້ຳເຫຍ້ວ, ຕາແສງ ກຽນຮຶງ, ເມືອງ ຮ່າດົງ, ນະຄອນ ຮ່າໂນ້ຍ. ຢູ່ທຸກແຫ່ງໃນບ້ານ, ຕ່າງກໍ່ໄດ້ຍິນສຽງຈັກຝົນ, ສຽງຄ້ອນຕີ, ເຕົາຫຼອມເຫຼັກຕະຫຼອດວັນ ແລະ ຄືນ ເພື່ອຜະລິດບັນດາຜະລິດຕະພັນຄື: ມີດ, ມີດຕັດ, ເຄື່ອງມືທຳການກະເສດ… ຮັບໃຊ້ຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດ. ຫວ່າງມໍ່ໆນີ້, ໝູ່ບ້ານ ດາຊີ ກໍ່ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈທີ່ສຸດ.

ໝູ່​ບ້ານອາ​ຊີບ​ຕີ​ເຫຼັກ ດາ​ຊີ-ຮ່າ​ໂນ້ຍ - ảnh 1(ພາບ: VOV)

     ມື້ໜຶ່ງຂອງເດືອນມິຖຸນາ, ພວກຂ້າພະເຈົ້າໄດ້ພ້ອມກັບແຂກທ່ອງທ່ຽວລົງໝູ່ບ້ານເພື່ອເຮັດມີດ ແລະ ສະຫຼັກຕົວໜັງສືໃສ່ມີດຢູ່ໂຮງຕີເຫຼັກໃນໝູ່ບ້ານ. ຄວາມຮ້ອນເອົ້າຂອງອາກາດ ບວກກັບຄວາມຮ້ອນຂອງເຕົາຖ່ານ ຍິ່ງເຮັດໃຫ້ບັນຍາກາດໃນໂຮງຈັກຮ້ອນເອົ້າຂຶ້ນຕື່ມ. ແຕ່ວ່າໃນຕະຫຼອດເວລາ 2 ຊົ່ວໂມງ, ບັນດານາຍຊ່າງຕີເຫຼັກຍັງທັງເຮັດເປັນແບບ ທັງແນະນຳ 12 ຂັ້ນຕອນເຮັດມີດໃຫ້ແກ່ແຕ່ລະຄົນດ້ວຍຄວາມອົດທົນສູງ. ນ້ອງ ຫງວຽນມາຍແອັງ, ຜູ້ເຂົ້າຮ່ວມການເຮັດມີດ ແບ່ງປັນວ່າ:

     ນີ້ແມ່ນຄັ້ງທຳອິດທີ່ນ້ອງມາຢ້ຽມຢາມໝູ່ບ້ານ ດາຊີ, ໄດ້ເບິ່ງນາຍຊ່າງເຮັດມີດ, ມີດຕັດ, ຫັນວ່າເຈົ້າເຈົາມີຄວາມອົດທົນທີ່ສຸດ. ເມື່ອໃຊ້ມີ ກໍ່ຄິດວ່າງ່າຍດາຍ ແຕ່ໄດ້ເຂົ້າຮ່ວມການເຮັດມີແຕ່ລະຂັ້ນຕອນ, ຮ້ອນຄືແນວນີ້ກໍ່ຕ້ອງຢືນໃກ້ກັບເຕົາຫຼໍ່ທີ່ມີອູນຫະພູມກ່ວາ 1.000°C, ເຫັນວ່ານີ້ແມ່ນວຽກທີ່ລຳບາກຫຼາຍ.

ໝູ່​ບ້ານອາ​ຊີບ​ຕີ​ເຫຼັກ ດາ​ຊີ-ຮ່າ​ໂນ້ຍ - ảnh 2(ພາບ: VOV)

       ບໍ່ຄືກັນກັບການໄປທ່ອງທ່ຽວທຳມະດາ, ແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານ ດາຊີ ຍາມໃດກໍ່ຕ້ອງສຳຜັດກັບຄວັນ, ຂີ້ຝຸ່ນ ແລະ ອູນຫະພູມສູງຈາກເຕົາເຜົາຫຼອມເຫຼັກ, ກິ່ນຂິວຈາກນ້ຳມັນ ພ້ອມກັບສຽງຄ້ອນຕີ, ສຽງທັ່ງເຫຼັກ… ແຂກທ່ອງທ່ຽວສາມາດເຮັດໂດຍກົງແຕ່ລະຂັ້ນຕອນ. ອ້າຍ Thomas, ແຂກທ່ອງທ່ຽວຊາວ Ireland, ແບ່ງປັນດ້ວຍຄວາມຈູບຈ້າວວ່າ:

    ຂ້າພະເຈົ້າໄດ້ລົງຕົວຈິງໃນມື້ນີ້ແມ່ນມີຄວາມຈັບໃຈຫຼາຍ, ບໍ່ພຽງແຕ່ໄດ້ຮັບຊົມເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມການເຮັດໂດຍກົງອີກດ້ວຍ. ນາຍຊ່າງ ແລະ ຄອບຄົວເຂົາເຈົ້າມີຄວາມສະໜິດສະໜົມ. ເບິ່ງລວມແລ້ວ, ຂ້າພະເຈົ້າໄດ້ມີມື້ໜຶ່ງທີ່ຈັບອົກຈັບໃຈ, ຂ້າພະເຈົ້າຈະແນະນຳໃຫ້ບໍ່ວ່າຜູ້ໃດ.

ຮູບແບບທ່ອງທ່ຽວຢູ່ໂຮງຕີເຫຼັກໄດ້ຮັບການພັດທະນາໃນສອງສາມປີມານີ້, ຕາມບັນດານັກສິລະປະການໃນບ້ານ, ໝູ່ບ້ານ ດາຊີ ບໍ່ພຽງແຕ່ມີສື່ສຽງດ້ວຍບັນດາຜະລິດຕະພັນຄື: ມີິດ, ມີດຕັດເທົ່ານັ້ນ, ຫາກບັນດາວິວັດການເຮັດບັນດາຜະລິດຕະພັນເຫຼົ່ານັ້ນກໍ່ມີສີສັນພິເສດສະເພາະອີກດ້ວຍ.

    ດ້ວຍບັນດາຜະລິດຕະພັນພິເສດນັ້ນ, ປະຈຸບັນ, ໝູ່ບ້ານ ດາຊີ ພວມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຈິ້ງກວກເອີນ ຮອງປະທານຄະນະກຳມະການ ປຊຊ ຕາແສງ ກຽນຮຶງ, ເມືອງ ຮ່າດົງ ໃຫ້ຮູ້ວ່າ:

          ການພັດທະນາໝູ່ບ້ານອາຊີບພື້ນເມືອງ ຕິດພັນກັບການທ່ອງທ່ຽວ ແມ່ນໂອກາດເພື່ອໂຄສະນາຜະລິດຕະພັນ. ຮູບແບບໝູ່ບ້ານອາຊີບຕິດພັນກັບການທ່ອງທ່ຽວ ໄດ້ດຶງດູດແຂກມາຢ້ຽມຢາມໝູ່ບ້ານ ເພື່ອຮູ້ຈັກກ່ຽວກັບມູນເຊື້ອປະຫວັດສາດອາຊີບຕີເຫຼັກ, ປະຫວັດສາດວັດທະນະທຳຂອງໝູ່ບ້ານ ແລະ ຊື້ບັນດາຜະລິດຕະພັນຂອງໝູ່ບ້ານ.

     ຮູບແບບທ່ອງທ່ຽວລົງຕົວຈິງໃໝ່ອຽມນີ້ ແມ່ນຂໍ້ລິເລີ່ມຂອງລຸ້ນໜຸ່ມໝູ່ບ້ານ ດາຊີ. ແຂກທ່ອງທ່ຽວທີີ່ມາໝູ່ບ້ານ ໄດ້ຢ້ຽມຢາມ, ປະຕິບັດບັນດາຂັ້ນຕອນເພື່ອສ້າງເປັນຜະລິດຕະພັນໜຶ່ງ, ຊ້ຳບໍ່ໜຳ ໄດ້ຮັບການແນະນຳເພື່ອສາມາດຕີເຫຼັກເອງ ແລະ ສະຫຼັກຊື່ບົນຜະລິດຕະພັນ. ທ່ານນາງ ຮ່ວາງບິກເຟື້ອງ ຜູ້ອຳນວຍການບໍ່ລິສັດມີດ ດາຊີ ໃຫ້ຮູ້ວ່າ:

     ເພື່ອພັດທະນາ ແລະ ອະນຸລັກຮັກສາໝູ່ບ້ານອາຊີບ, ພວກຂ້າພະເຈົ້າໄດ້ພັດທະນາຜະລິດຕະພັນໄປຄຽງຄູ່ກັບຮູບແບບທ່ອງທ່ຽວລົງຕົວຈິງ. ພວກຂ້າພະເຈົ້າໄດ້ໂຄສະນາບັນດາຜະລິດຕະພັນໃນສື່ສັງຄົມອານລາຍຄື facebook, website ເພື່ອແນະນຳຜະລິດຕະພັນ, ຮູບພາບການຜະລິດ ອັນໄດ້ຊ່ວຍໃຫ້ທຸກຄົນສາມາດເຂົ້າໃຈແຈ້ງກ່ວາກ່ຽວກັບຜະລິດຕະພັນຂອງໝູ່ບ້ານ. ນອກຈາກນັ້ນ ກໍ່ໄດ້ຮ່ວມມືກັບບັນດາບໍລິສັດທ່ອງທ່ຽວ ເພື່ອພາແຂກທ່ອງທ່ຽວມາຢ້ຽມຢາມ ແລະ ລົງຕົວຈິງຢູ່ໝູ່ບ້ານ.

    ຍ້ອນຄວາມດຸໝັ່ນຂອງບັນດານາຍຊ່າງ, ພ້ອມກັບຄວາມມີໄຫວພິບ, ວ່ອງໄວຂອງລຸ້ນໜຸ່ມ, ປະຈຸບັນ, ໝູ່ບ້ານອາຊີບ ດາຊີ ບໍ່ພຽງແຕ່ໄດ້ຄົງຕົວ ແລະ ຢັ້ງຢືນເຄື່ອງໝາຍການຄ້າໄດ້ເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນໃນລະບົບການທ່ອງທ່ຽວໝູ່ບ້ານອາຊີບຂອງນະຄອນຫຼວງ ຮ່າໂນ້ຍ ອີກດ້ວຍ./.

 

ຕອບກັບ

ຂ່າວ/ບົດ​ອື່ນ