(VOVWORLD) - ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 25 ກມ ໄປທາງທິດຕາເວັນຕົກ, ໝູ່ບ້ານອາຊີບ ຝູວິງ ຕາແສງ ຝູເຫງັ້ຍ, ເມືອງ ເຈືອງໝີ້ (ຮ່າໂນ້ຍ) ມີປະຫວັດສາດການຜະລິດເຄື່ອງຈັກສານກ່ວາ 400 ປີ. ປະຈຸບັນ, ໝູ່ບ້ານ ຝູວິງ ບໍ່ພຽງແຕ່ໄດ້ຮັກສາອາຊີບພື້ນເມືອງໄວ້ໄດ້ເທົ່ານັ້ນ, ຫາກຍັງໄດ້ພັດທະນາຢ່າງແຮງອີກດ້ວຍ. ຫຼາຍຜະລິດຕະພັນສົ່ງອອກໄດ້ຮັບຄວາມນິຍົມຈາກລູກຄ້າ.
ກ່ອນນີ້, ໝູ່ບ້ານອາຊີບນີ້ມີຊື່ວ່າ ຝູຮວາຈາງ, ໃນປີ 1841, ຝູຮວາຈາງ ໄດ້ປ່ຽນຊື່ເປັນ ຝູວິງ. ສືບລຸ້ນພໍ່ຕໍ່ລຸ້ນອ້າຍ, ປຊຊ ໃນໝູ່ບ້ານ ຝູວິງ ລຸ້ນຕ່າງໆ ລ້ວນແຕ່ໄດ້ຕິດພັນກັບໄມ້ໄຜ່, ໄມ້ເຮັ້ຍ, ຕົ້ນຫວາຍ…. ແລະ ມີຄວາມເຂົ້າໃຈບັນຫາທຸກຢ່າງຂອງຕົ້ນໄມ້ບັນດາປະເພດນີ້. ດັ່ງນັ້ນ, ອາຊີບຈັກສານຄ່ອຍໆໄດ້ພັດທະນາ ແລະ ກາຍເປັນອາຊີບພື້ນເມືອງຂອງໝູ່ບ້ານ ຝູວິງ.
ນາຍຊ່າງ ຫງວຽນວັນຈູງ ແລະ ຜະລິດຕະພັນກ່ຽວກັບການນຳ Fidel Castroໂດຍທ່ານເປັນຜູ້ຈັກສານ (ພາບ: ໜັງສືພິມ ປຊຊ)
|
ໂດຍໄດ້ກຳເນີດໃນຄອບຄົວທີ່ມີ 3 ລຸ້ນເຮັດອາຊີບຜະລິດເຄື່ອງຈັກສານພື້ນເມືອງຢູ່ໝູ່ບ້ານ ຝູວິງ, ນາຍຊ່າງ ຫງວຽນວັນຕິ້ງ ໄດ້ແບ່ງປັນວ່າ:
ໝູ່ບ້ານ ຝູວິງ ມີຈຸດທີ່ເປັນເອກະລັກສະເພາະຕ່າງຫາກ ເມື່ອທຽບກັບບັນດາໝູ່ບ້ານອື່ນໆໃນທົ່ວປະເທດ ຍ້ອນພວກຂ້າພະເຈົ້າມີເຕັກນິກຈັກສານ, ເຕັກນິກເຮັດວັດຖຸດິບພິເສດສະເພາະ. ຢູ່ໝູ່ບ້ານ ຝູວິງ ມີຫຼາຍວີທີຈັກສານ, ມີ 80% ແມ່ນຈັກສານຈາກຕົ້ນຫວາຍ. ເຕັກນິກການສຽບສານ ຕ້ອງມີການສົມທົບກັນຢ່າງລະອຽດລະອໍດ້ວຍມື, ຕາ ແລະ ກໍ່ຕ້ອງມີຄວາມຮັກໃນອາຊີບອີກດ້ວຍ, ສະນັ້ນ, ເຕັກນິກການສຽບສານ ຢູ່ໝູ່ບ້ານ ຝູວິງ ແມ່ນພິເສດກ່ວາໝູ່.
ກ່ອນນີ້, ບັນດຜະລິດຕະພັນຂອງ ໝູ່ບ້ານອາຊີບຜະລິດເຄືື່ອງຈັກສານ ຝູວິງ ສ່ວນຫຼາຍແມ່ນ: ດົ້ງພັດ, ເຂິງ, ກະທຸ້ງ, ກະຈາດ, ກະເປົາ, ກ່ອງ... ເພື່ອຮັບໃຊ້ຊີວິດປະຈຳວັນ. ປະຈຸບັນ, ບັນດານາຍນຊ່າງຂອງໝູ່ບ້ານ ຝູວິງ ໄດ້ສົມທົບລະຫວ່າງໄມ້ໄຜ່ໄມ້ເຮັ້ຍ, ຕົ້ນຫວາຍ ກັບວັດຖຸດິບອື່ນໆ ແລະ ຊອກຫາບັນດາເຕັກນິກໃໝ່ຕື່ມອີກ ຊື່ງໄດ້ຊ່ວຍສ້າງບັນດາຜະລິດຕະພັນດີເດັ່ນ, ດັ່ງນັ້ນ, ບັນດາຜະລິດຕະພັນຂອງໝູ່ບ້ານມີຫຼາຍຮູບຫຼາຍແບບກ່ວາ, ໃນນັ້ນມີບັນດາແຫຼ່ງຜະລິດຕະພັນຮຽກຮ້ອງມີການປະດິດຄິດສ້າງ ແລະ ເຕັກນິກສູງຄື: ຮູບເຄິ່ງຄີງ, ຮູບທຳມະຊາດ, ປະຕິຄູ່, ປ້າຍທີ່ຄວັດໂຕໜັງສືຈີນ, ຮູບປັ້ນສັດ… ນາຍຊ່າງ ຫງວຽນວັນກວາງ, ໝູ່ບ້ານອາຊີບ ຝູວິງ ຕາແສງ ຝູເຫງັ້ຍ, ເມືອງ ເຈືອງໝີ້ (ຮ່າໂນ້ຍ) ໃຫ້ຮູ້ວ່າ:
ກ່ອນນີ້, ຢູ່ໝູ່ບ້ານອາຊີບ ສ່ວນຫຼາຍແມ່ນເຮັດບັນດາຜະລິດຕະພັນຈາກເສັ້ນຫວາຍເທົ່ານັ້ນ. ຖ້າເຮັດໂຖດອກໄມ້ດ້ວຍເສັ້ນຫວາຍ ຈະໄດ້ປັກພຽງແຕ່ດອກໄມ້ແຫ້ງ ແຕ່ຖ້າເຮັດໂຖດອກໄມ້ດ້ວຍເຄື່ອງປັ້ນດິນເຜົາສົມທົບກັບເສັ້ນຫວາຍຈະສາມາປັກດອກໄມ້ສົດໄດ້.
ນັກສິລະປະການດີເດັ່ນ ຮ່ວາງວັນແຮັ້ງ ຜູ້ອຳນວຍການບໍລິສັດຈັກສານຫວາຍໄມ້ໄຜ່ ໄມຫວຽດ ໃຫ້ຮູ້ວ່າ:
ຜ່ານການເວລາ, ບັນດາຜະລິດຕະພັນມີຄວາມຍອດຍິ່ງກ່ວາ, ແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ຕ່າງປະເທດຢາກມີວິທີຈັກສານໃໝ່, ເຕັກນິກສູງກ່ວາ, ຈາກນັ້ນຈຶ່ງຈະຊຸກຍູ້ຄວາມເມົາມົວກໍ່ຄືຄວາມມຸ່ງມາດປາດຖະໜາຂອງຊາວໝູ່ບ້ານອາຊີບນີ້.
ໃນຊຸມປີມໍ່ໆມານີ້, ທາງໝູ່ບ້ານມີໃບສັ່ງຊື້ສິນຄ້າຈາກຕະຫຼາດ ອີຢູ, ອາເມລິກາ, ຈີນ… ດ້ວຍຈຳນວນຫຼາຍ, ລາຄາສົ່ງອອກສູງ. ສິ່ງດັ່ງກ່າວໄດ້ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ ປຊຊ ໃນໝູ່ບ້ານອາຊີບ.
ທ່ານ ຫງວຽນວັນເຄືອງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຝູເຫງັ້ຍ, ເມືອງ ເຈືອງໝີ້ (ຮ່າໂນ້ຍ) ຢືນຢັນວ່າ:
ແຕ່ລະປີ, ໝູ່ບ້ານອາຊີບນີ້ໄດ້ປະກອບເສດຖະກິດໃຫ້ແກ່ທ້ອງຖິ່ນຫຼາຍທີ່ສຸດ. ປີ 2018 ແມ່ນປີໄດ້ຮັບລາຍຮັບຫຼາຍທີ່ສຸດຈາກການສົ່ງອອກເຄື່ອງຈັກສານ. ບັນດາວິສາຫະກິດໃນໝູ່ບ້ານອາຊີບ ໄດ້ປະກອບສ່ວນຈຳນວນເງິນແຕ່ 24 - 28 ລ້ານ USD/ປີ. ກຳໄລໃນຈຸດເວລານັ້ນແມ່ນສູງພໍສົມຄວນ ແຕ່ 10-15%. ຜະລິດຕະພັນຂອງໝູ່ບ້ານໄດ້ສົ່ງອອກໄປຍັງທົ່ວໂລກ.
ຈາກໝູ່ບ້ານອາຊີບທີ່ມີມາແຕ່ດົນນານ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ຝູວິງ ພວມດັດປັບໃຫ້ເໜາະກັບຄວາມຕ້ອງການຂອງຕະຫຼາດ ແຕ່ຍັງຄົງຮັກສາບັນດາຈຸດພິເສດສະເພາະຂອງຕົນໄວ້ໄດ້ຢູ່. ພ້ອມກັນນັ້ນກໍ່ແມ່ນທ່າອ່ຽງການບໍລິໂພກສີຂຽວທີ່ໄດ້ພັດທະນາຢ່າງແຮງໃນທົ່ວໂລກ ຈະແມ່ນທ່າໄດ້ປຽບ ເພື່ອໃຫ້ໝູ່ບ້ານ ຝູວິງ ສືບຕໍ່ພັດທະນາ./.