ການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງຫວຽດນາມ ແລະ ລັດເຊຍ


vovworld)- ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫ​ຍ່ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ສິ້ນ​ສຸດ​ເມື່ອ​ວັນ​ທີ 25/11 ຜ່ານ​ມາ ເປັນ​ຂີດ​ໝາຍ​ໃຫມ່​ໃນ​ການ​ເພີ່ມ​ທະ​ວີ, ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ.  ພ້ອມ​ກັບ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ສຳ​ຄັນ 9 ສະ​ບັບ, ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ ລ​ະ​ຫວ່າງ​ສອງ​ປະ​ເທດ ​ໂດຍການ​ນຳ​ສອງ​ປະ​ເທດ​ຢືນ​ຢັນ​ວ່າ ແມ່ນ​ຂົງ​ເຂດ​ຄວນ​ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົດ​ຂຽນ​ຂອງ​ ທູ​ຮ່ຽນ ນັກ​ຂ່າວວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ທີ່​ພາ​ດ​ຫົວ​ຂໍ້​ວ່າ: “ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ ຫວຽນ​ດາມ ແລະ ລັດ​ເຊຍ.”

        ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ​ລັດ​ເຊຍ ໃນ​ຊຸມ​ປີມໍ່ໆ​ມານີ້ ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າ​ງ​ຕັ້ງ​ຫ​ນ້າ ເມື່ອ​ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ວຍ​ລະ​ດັບ​ຍຸດ​ທະ​ສາດ​ຍາວ​ນານ. ປີ 2012, ຫວຽດ​ນາມ ແລະ ລັດ​ເຊຍ ໄດ້​ຕົກ​ລົງ​ຍົກ​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ເປັນ​ຂີດ​ໝ​າຍ​ໃຫມ່​ເຮັດ​ໃຫ້​ການ​ພົວ​ພັນ​ເລິກ​ເຊິ່ງກວ່າ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ບັນ​ລຸ​ປະ​ສິດ​ທິ​ຜົນຢ່າງ​ແທດ​ຈິງ. ໃນ​ນັ້ນ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຈຸດ​ເດັ່ນ ແລະ ແມ່ນ​ທິດ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ຫວ່າງ​ແລ້ວນີ້ ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານສະ​ຫະ​ພັນ​ລັດ​ເຊຍ ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ I. Shuvalov ເນັ້ນ​ຫ​ນັກ​ວ່າ:

        “ຫວຽດ​ນາມ ແມ່ນ​ຄູ່​ຮວມ​ມື​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານຂອງ​ລັດ​ເຊຍ ແລະ ພວກ​ຂ້າ​ພະ​ເຈົ້າ ກໍ​ຖື​ຫວຽດ​ນາມ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ເຊຍ. ພວກ​ຂ້າ​ພ​ະ​ເຈົ້າ​ຢາກ​ຢືນ​ຢັນ​ຄືນ​ວ່າ: ທຸກ​ການ​ບຸ​ລິ​ມະ​ສິດ​ຊື່ງ​ສອງ​ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ ແມ່ນ​ຖືກ​ຕ້ອງ ແລະ ພວກ​ເຮົາ​ຄວນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຜັນ​ຂ​ະ​ຫ​ຍາຍ.”

ການຮ່ວມມືເສດຖະກິດ, ການຄ້າ ລະຫວ່າງຫວຽດນາມ ແລະ ລັດເຊຍ - ảnh 1
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ-ລັດ​ເຊຍ
ພາບ​ປະ​ກອບ:vov

        ໃນ 2 ປີ​ມານີ້, ການ​ຮ່ວມ​ມື​ລະ​ຫວ່າງ ລັດ​ເຊຍ ແລະ ຫວຽດ​ນາມ ພັດ​ທະ​ນາ​ດ້ວຍ​ລະ​ດັບ​ດີ​ພໍ​ສົມ​ຄວນ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ຫລາຍ​ສົມ​ຄວນ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2012 ບັນ​ລຸ 3,8 ຕື້ USD, ປີ2013 ບັນ​ລຸ​ເກືອບ 4 ຕື້ USD. ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄປ​ຍັງ ລັດ​ເຊຍ ສ່ວນ​ຫລາຍ​ແມ່ນ ໂທ​ລະ​ສັບ, ຄອມ​ພິວ​ເຕີ, ເຄື່ອງ​ຕ່ຳ​ແຜ່​ນ​ຕັດ​ຫ​ຍິບ, ເກີບ​ຫ​ນັງ ແລະ ສິນ​ໃນ​ນ້ຳ… ປະ​ຈຸ​ບັນ ລັດ​ເຊຍ ມີ 92 ໂຄງ​ການ​ລົງ​ທຶນ​ຢູ່​ຫວຽດ​ນມ, ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ກວ່າ 2 ຕື້ USD. ກົງ​ກັນ​ຂ້າມ, ຫວຽດ​ນາມ ກໍ​ລົງ​ທຶນ 17 ໂຄງ​ການ​ຢູ່ ລັດ​ເຊຍ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ແມ່ນ 2,5 ຕື້ USD, ສຸມ​ໃສ່​ຕົ້ນ​ຕໍ​ເຂົ້າ​ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກ​ສ, ທະ​ນາ​ຄານ, ການ​ຄ້າ… ພ້ອມ​ກັບ​ຄວາມ​ຄືບ​ຫ​ນ້າ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ລະ​ຫວ່າງ​ຫວຽດ​ນາມ ແລະ ສຳ​ພັນ​ທະ​ມິດ​ພາ​ສີ ຊື່ງ​ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ ແລະ ກາ​ຊັກ​ສະ​ຖານ ພວມ​ດຳ​ເນີນ​ບັນ​ດາ​ການ​ປະ​ຊຸມ​​ສຸດ​ທ້າຍ ແລະ ຄາດ​ວ່າ​ຈະ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ​ຈະ​ມາ​ເຖິງ. ນີ້​ຈະ​ແມ່ນ​ເຫດ​ການ​ສ້າງ​ເງື່ອນ​ໄຂໃຫ້​​ການ​ຈໍ​ລະ​ຈອນ​ສິນ​ຄ້າ, ບໍ​ລິ​ການ ແລະ ການ​ລົງ​ທຶນ​ຂອງ​ສອງ​ປະ​ເທດ​ຢ່າງ​ສະ​ດວກ​ກວ່າ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ການ​ພົວ​ພັນ​ຕິດ​ຕໍ່​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ໝັ້ນ​ຄົງ​ກວ່າ.

        ໃນ​ຂອບ​ເຂດ​ເພີ່​ມ​ທະ​ວີ​ການ​ຮ່​ວມ​ມື​ກ່ຽວ​ກັບ​ດ​້ານ​ເສດ​ຖະ​ກິດ, ຫວຽດ​ນາມ ແລະ ລັດ​ເຊຍ ພວມ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ. ຄຽ​ງຄູ່​ກັບ​ເລື່ອງ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ນຳ​້​ມັນ​ອາຍ​ແກ​ສ Vietsovpetro ສືບ​ຕໍ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບັນ​ດາ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ຄື: Rusvietpetro, Gazpromviet ແລະ Vietgazprom ໄດ້​ຮັບ​ການ​ສ້າງ​ຕັ້ງ​ຫວ່າງ​ແລ​້ວນີ້ ພວມ​ຕັ້ງ​ຫ​ນ້າ​ຮ່ວມ​ມື​ສຳ​ຫລວດ, ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກ​ສ​ຢູ່​ຫວຽດ​ນາມ, ລັດ​ເຊຍ ແລະ ປະ​ເທດ​ທີ 3. ບັນ​ຫາ​ຫ​ນຶ່ງ​ອີກ​ເປັນ​ຫ​ນ້າ​ສົນ​ໃຈ ນັ້ນ​ແມ່ນ ລັດ​ເຊຍ ເຊີນ​ຫວ​ຽດ​ນາມ​ເຂົ້າ​ຮ່ວມ​ບໍ່​ວ່າບັນ​ດາ​ໂຄງ​ການ​ນ້ຳ​ມັນ​ອາຍ​ແກ​ສ​ໃດ​ຢູ່​ເຂດ​ນ້ຳ​ແດນ​ດິນ​ລັດ​ເຊຍ ກໍ​ຄື​ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​……. Siberi ຕາ​ເວັນ​ອອກ. ສອງ​ຝ່າຍ​ກໍ​ພວມ​ຍູ​້​ໄວ​ຄວາມ​ຄືບ​ຫ​ນ້າ​ການກໍ່​ສ​້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນີງ​ທ້ວນ 1 ແລະ ສ້າງ​ຕັ້ງ​ໂຄງ​ການ​ສູ​ນ​ຄົ້ນ​ຄ​້​ວາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ ຢູ່ ຫວຽດ​ນາມ, ນຳ​ບັນ​ດາ​ໂຄງ​ການນີ້​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ​ບົນ​ພື້ນ​ຖານ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ລະ​ຫວ່າງ​ສອງ​ປະ​ເທດ.

        ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ແລະ ລັດ​ເຊຍ ກໍ​ບັນ​ລຸ​ໄດ້​ສັນ​ຍາ​ຫລາຍ​ສະ​ບັບ​ໃນ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ, ອາ​ຫານ​ປຸງ​ແຕ່ງ​ໄປ​ຍັງ​ລັດ​ເຊຍ. ພ້ອມ​ກັບ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ລັດ​ເຊຍ ພວມ​ມີ​ທ່າ​ອ່ຽງ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ຈາກ​ບັນ​ດາ​ປະ​ເທດ ອາ​ຊີ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ກໍ​ແມ່ນ​​ກາ​ລະໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເປັນ​ຕົ້ນ​ແມ່ນ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ເຂົ້າ​ຮ່ວມ​ຕະ​ຫລາດ​ລັດ​ເຊຍ ຢ່າງ​ແຮງ ແລະ ເປີດ​ຕະ​ຫລາດ​ເຖິງ​ປະ​ເທດ​ອື່ນ. ທ່ານ ເຈືອງ​ດີງ​ແຮ່, ເລ​ຂາ​ທິ​ການ ສະ​ຫະ​ພັນ​ປຸງແຕ່ງ ແລະ ສົ່ງ​ອອກ​ສິ​ນ​ໃນ​ນ້ຳ ຫວຽດ​ນາມ (VASEP) ໃຫ້​ຮູ້​ວ່າ:

        “ຕະ​ຫລາດ​ລັດ​ເຊຍ ຍັງ​ມີ​ຈຸດ​ພິ​ເສດ​ອີກ ນັ້ນ​ແມ່ນ​ລັດ​ເຊຍ ຍັງ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ສຳ​ພັນ​ທະ​ມິດ​ພາ​ສີ ຊື່ງ​ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ ແລະ ກາ​ຊັກ​ສະ​ຖານ. ນີ້​ແມ່ນ​ຕະ​ຫລາດ​ໃຫ​ຍ່, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ສິນ​ໃນ​ນ້ຳ​ຫວຽດ​ນາມ. ພ້ອມ​ກັບ​ເລື່ອງ​ແທນ​ໃຫ້​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ຊື່ງ​ລັດ​ເຊຍ ພວມ​ນຳ​ເຂົ້າ​ຈາກ​ປະ​ເທດ​ຈຳ​ນ​ວນ​ຫ​ນຶ່ງ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ ເຂົ້າ​ຕະ​ຫລາດ​ລັດ​ເຊຍ ເພີ່ມ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ.”

        ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ມີ​ພື້ນ​ຖານ​ອັນ​ດີ​ງາມ​ໃນ​ອະ​ດີ​ດ​ຕະ​ການ. ໃນ​​ການ​ຢ້ຽມ​ຢາມ​ລັດ​ເຊຍຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ຄັ້ງ​ນີ້, ບັນ​ດາ​ການ​ນຳ​ສອງ​ປະ​ເທດ ສືບ​ຕໍ່​ຢືນ​ຢັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແມ່ນ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ໃນ​ຄວາມ​ສົນ​ໃຈ​ລວມນັ້ນ, ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ກາ​ນ​ຄ້າ​ລະ​ຫວ່າງ​ສອງ​ປ​ະ​ເທດ​ພວມ​ໃນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ, ເຂົ້າ​ສູ່​ລວງ​ເລິກ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ