Festival ເຫ້ວ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ

(VOVWORLD) - ຜ່ານ 24 ປີທີ່ຈັດຕັ້ງ, Festival ເຫ້ວແມ່ນງານບຸນວັດທະນະທຳສິລະປະທີ່ມີຂອບຂະນາດລະດັບຊາດແລະ ສາກົນ, ປະກອບສ່ວນແນະນຳສິ່ງຍອດຢ້ຽມດ້ານວັທະນະທຳຂອງເຫ້ວ, ໂຄສະນາສະຖານທີ່ທ່ອງທ່ຽວສວຍງາມ, ປອດໄພ, ໄມຕີຈິດຂອງກຸງເກົ່າເຫ້ວຫວຽດນາມ, ສ້າງກຳລັງນູນພັດທະນາເສດຖະກິດ - ສັງຄົມຂອງແຂວງເທື່ອທຽນ - ເຫ້ວຜ່ານແຕ່ລະໄລຍະ, Festivalເຫ້ວນັບມື້ນັບດຶງດູດນັກທ່ອງທ່ຽວຢູ່ພາຍໃນແລະຕ່າງປະເທດມາເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

Festival ເຫ້ວ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດ -  ສັງຄົມຂອງທ້ອງຖິ່ນ - ảnh 1ພິທີໄຂ Festival ເຫ້ວ ປີ  2024. ພາບ: VOV

Festivalເຫ້ວ ຈັດຕັ້ງໃນຊ່ວງເວລາຈຸດສຸມຂອງການທ່ອງທ່ຽວລະດູແລ້ງ ແມ່ນໂອກາດທີ່ດີເພື່ອໃຫ້ເຫ້ວ ດຶງດູດນັກທ່ອງທ່ຽວ, ຍົກສູງເຄື່ອງໝາຍການຄ້າ ແລະ ພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ, ຜ່ານນັ້ນ ກໍ່ປະກອບສ່ວນຫລາຍສົມຄວນເຂົ້າໃນໝາກຜົນລວມຂອງຂະແຫນງທ່ອງທ່ຽວທົ່ວແຂວງ. ທ່ານ ຫງວຽນວັນເຟືອງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ ໃຫ້ຮູ້ວ່າ:

ດ້ວຍບັນດາຕົວເລກສະຖິຕິ ພິເສດແມ່ນການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວທີ່ມາຢາມ ເຫ້ວ, ອາດເຫັນໄດ້ວ່າ ຜົນໄດ້ຮັບຈາກ Festival ຄັ້ງຕ່າງໆນັ້ນ ໄດ້ປະກອບສ່ວນສ້າງເຄື່ອງໝາຍການຄ້າໃຫ້ ເຫ້ວ. ມາຮອດປັດຈຸບັນ, Festival ຍັງແມ່ນຂົວຕໍ່ການລົງທຶນ. ໂດຍຜ່ານບັນດາຜະລິດຕະພັນການທ່ອງທ່ຽວ, ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ ເຫ້ວ ກໍ່ໄດ້ສ້າງສາຍທ່ອງທ່ຽວກັບບັນດາທ້ອງຖິ່ນໃກ້ຄຽງ. ບັນດາການເຄື່ອນໄຫວຊຸມຊົນ, ບໍລິການຕ່າງໆ ຈະນຳມາຊຶ່ງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ນີ້ແມ່ນໝາກຜົນດ້ານເສດຖະກິດ ຊື່ງພວກຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງທີ່ສຸດ.

  ຢູ່ ເຫ້ວ, 85% ຜະລິດຕະພັນທ່ອງທ່ຽວ ເຫ້ວ ແມ່ນທ່ອງທ່ຽວວັດທະນະທຳມໍລະດົກ, Festivalມີບົດບາດສຳຄັນພິເສດໃນການພັດທະນາເສດຖະກິດ - ສັງຄົມ, ລະອຽດແມ່ນສຳລັບຂົງເຂດທ່ອງທ່ຽວ, ການບໍລິການ. ນັກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ບໍ່ພຽງແຕ່ມາຢ້ຽມຊົມ ກຸງເກົ່າເຫ້ວ ຫາກຍັງຮູ້ໄດ້ຈັກເຖິງບັນດາຜະລິດຕະພັນທ່ອງທ່ຽວທີ່ຫລາກຫລາຍຮູບແບບຂອງທ້ອງຖິ່ນອີກ ຜ່ານການເຄື່ອນໄຫວຕ່າງໆຂອງ Festival ເຫ້ວ. ທ່ານ ຮວ່າງຫວຽດຈູງ, ຜູ້ອຳນວຍການ ສູນ ອະນຸລັກຮັກສາປູຊະນີຍະສະຖານ ກຸງເກົ່າ ເຫ້ວ  ໃຫ້ຮູ້ວ່າ:

     ພວກຂ້າພະເຈົ້າ ຍາມໃດກໍ່ມານະພະຍາຍາມໃນວຽກງານບູລະນະປະຕິສັງຂອນ ເພື່ອສ້າງຄວາມດູດດຶ່ມສະເພາະໃຫ້ແກ່ບັນດາສະຖານທີ່ທ່ອງທ່ຽວດ້ານວັດທະນະທຳຢູ່ ເຫ້ວເພື່ອດຶງດູດນັກທ່ອງທ່ຽວ. ປະຈຸບັນ ຈຳນວນນັກທ່ອງທ່ຽວ ມາຢ້ຽມຢາມ ເຫ້ວ ກໍ່ຄືຜົນໄດ້ຮັບຈາກ Festivalເຫ້ວໄດ້ດຶງດູດນັກທ່ອງທ່ຽວມາ ເຫ້ວ ແມ່ນຫລວງຫລາຍຄືກັນກັບໄລຍະກ່ອນເກີດໂລກລະບາດໂຄວິດ 19. ພິເສດແມ່ນນັກທ່ອງທ່ຽວຕ່າງປະເທດ. ບັນດາຮູບການທ່ອງທ່ຽວໃຫມ່ທີ່ຕິດພັນກັບ Festivalໄດ້ປະກອບສ່ວນຍູ້ແຮງການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ໃນຕົວຈິງຜ່ານFestival ຄັ້ງຕ່າງໆສະແດງໃຫ້ເຫັນວ່າໃນຊຸມປີຜ່ານມາ, Festivalເຫ້ວໄດ້ປະກອບສ່ວນຢ່າງຕັ້ງຫນ້າໃນການຊຸກຍູ້ເສດຖະກິດ - ສັງຄົມ, ເພື່ອໃຫ້ແຂວງເທື່ອທຽນ - ເຫ້ວສົມກັບເປັນຫນຶ່ງໃນສູນໃຫຍ່,ເປັນເອກະລັກສະເພາະຂອງທົ່ວປະເທດ, ພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ. ທ່ານນາງຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຖືວ່າ:

Festivalແມ່ນເຫດການສຳຄັນເພື່ອສ້າງບັນດາກຳລັງນູນໃຫມ່, ຊຸກຍູ້ການການອະນຸລັກຮັກສາ, ເສີມຂະຍາຍບັນດາຄຸນຄ່າວັດທະນະທຳມໍລະດົກ, ພ້ອມທັງຊຸກຍູ້ການພັດທະນາການທ່ອງທ່ຽວ, ເສດຖະກິດ - ສັງຄົມຂອງເທື່ອທຽນ - ເຫ້ວກໍ່ຄືບັນດາແຂວງແຄມທະເລພາກກາງ. Festivalແມ່ນໂອກາດທີ່ມີຄວາມໝາຍສຳລັບເຫ້ວເພື່ອສືບຕໍ່ຊຸກຍູ້ໃຫ້ເຫ້ວສົມກັບເປັນສູນວັດທະນະທຳການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຫວຽດນາມ. ເຫດການນີ້ກໍ່ເໝາະສົມທີ່ສຸດເພື່ອຜັນຂະຍາຍບັນດາການກຳນົດທິດບຸລິມະສິດພັດທະນາແຂວງເທື່ອທຽນ -ເຫ້ວໃນໄລຍະຈະມາເຖິງ.

ສຳລັບ Festival ປີ 2024,ຊ່ວງເວລາຈັດພິທີໄຂສັບປະດາFestival ເຫ້ວ ສິລະປະສາກົນ ເຫ້ວປີ 2024 (7ມິຖຸນາ) ໃກ້ກັບຈຸດເວລາໄຂງານບຸນຍິງບັ້ງໄຟດອກສາກົນ ດາຫນັງ ປີ 2024 (8 ມິຖຸນາ), ສະນັ້ນ ລະຫວ່າງບັນດາທ້ອງຖິ່ນ, ບັນດາວິສາຫະກິດ ໄດ້ມີການຮ່ວມສຳພັນເພື່ອສ້າງການບໍລິການທ່ອງທ່ຽວອີກຫລາຍຢ່າງໃຫ້ແກ່ນັກທ່ອງທ່ຽວຢູ່ບັນດາທ້ອງຖິ່ນ, ເປັນຕົ້ນແມ່ນ ເມື່ອນັກທ່ອງທ່ຽວຢາກໄປທ່ຽວເທື່ອຫນຶ່ງແຕ່ໄດ້ເຂົ້າເຖິງຫລາຍການບໍລິການ, ຫລາຍການເຄື່ອນໄຫວທີ່ມີຄວາມຈັບໃຈຢູ່ຫລາຍສະຖານທີ່ທ່ອງທ່ຽວ.

Festival ເຫ້ວ ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາເສດຖະກິດ -  ສັງຄົມຂອງທ້ອງຖິ່ນ - ảnh 2ທ່ານ ຫງວຽນວັນເຟືອງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ. ພາບ:TTXVN

ບໍ່ພຽງແຕ່ແມ່ນເຂດດິນທີ່ເຂັ້ມຂົ້ນໄປດ້ວຍຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຊາວຕາເວັນອອກ, ເທື່ອທຽນ - ເຫ້ວ ຍັງແມ່ນເຂດດິນແດນທີ່ມີແຫລ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອດຶງດູດການລົງທຶນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ. ຕົວເມືອງເຫ້ວ ພວມຢັ້ງຢືນແມ່ນນະຄອນທ່ອງທ່ຽວ, ນະຄອນແຫ່ງ Festival ທີ່ເປັນເອກະລັກຂອງຫວຽດນາມເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ