ກວ໋າງບິ່ງ ຫັນເປັນດິຈີຕອນ ມຸ່ງໄປເຖິງການທ່ອງທ່ຽວຊີວະພາບ

(VOVWORLD) - ຂະແຫນງທ່ອງທ່ຽວ ແຂວງ ກວ໋າງບິ່ງ ພວມຍູ້ແຮງການຂຸດຄົ້ນ, ເປີດກວ້າງການເຂົ້າເຖິງຕະຫລາດທ່ອງທ່ຽວຜ່ານບັນດາ Digital Data Platform. ເລື່ອງໝູນໃຊ້ເຕັກໂນໂລຊີ, ຫັນເປັນດິຈີຕອນ ແລະ ຜ່ານບັນດາDigital Platform ໄດ້ນຳມາເຊິ່ງກາລະໂອກາດໃຫຍ່ກວ່າໃຫ້ແກ່ຂະແຫນງທ່ອງທ່ຽວ, ບັນດາວິສາຫະກິດທ່ອງທ່ຽວ, ປະຕິບັດເປົ້າໝາຍທ່ອງທ່ຽວຊີວະພາບ, ຍືນຍົງ, ອອກໄປສູ່ໂລກ.

ກວ໋າງບິ່ງ ຫັນເປັນດິຈີຕອນ ມຸ່ງໄປເຖິງການທ່ອງທ່ຽວຊີວະພາບ - ảnh 1ແຜນທີ່ 3D  ຂອງຖ້ຳ ເຊີນດອງ. ພາບ: VOV

ຖ້ຳ ເຊີນດອງ, ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ ແຂວງ ກວ໋າງບິ່ງ ພວມໄດ້ຮັບການຂຸດຄົ້ນຈາກບໍລິສັດ Oxalis Adventure ພາຍໃຕ້ຮູບການທ່ອງທ່ຽວພະຈົນໄພ ດ້ວຍເວລາປະຕິບັດແມ່ນ 6 ວັນ 5 ຄືນ. ລາຄາສຳລັບຜູ້ຫນຶ່ງທີ່ຢາກຄົ້ນຫາຖ້ຳແຫ່ງນີ້ແມ່ນກວ່າ 3.000  USD. ມາຮອດຈຸດເວລານີ້ Tourຄົ້ນຫາ ເຊີນດອງປີ 2024  ແມ່ນຈອງເຕັມໝົດແລ້ວ ແລະ ທາງບໍລິສັດພວມເປີດຂາຍໃຫ້ສຳລັບປີ 2025.

Tourທ່ອງທ່ຽວແບບພະຈົນໄພຄົ້ນຫາ ເຊີນດອງ ໄດ້ນຳເຂົ້າເຄື່ອນໄຫວແຕ່ເດືອນສິງຫາປີ 2013 ແລະ ໄດ້ກາຍເປັນ Tourທ່ອງທ່ຽວພະຈົນໄພຢູ່ ຫວຽດນາມ ຢ່າງທັນທີ ໂດຍດຶງດູດນັກທ່ອງທ່ຽວທີ່ຢາກທ່ຽວແບບພະຈົນໄພໃນທົ່ວໂລກ. ນັກທ່ອງທ່ຽວ ຫງວຽນແອັງຕວນ ຢູ່ ຮ່າໂນ້ຍ ໄດ້ສະແດງຄວາມຮູ້ສຶກວ່າ:

 “Tourຄົ້ນຫາຖ້ຳ ເຊີນດອງ ແມ່ນຖ້ຳໃຫຍ່ສຸດຂອງໂລກ ຢູ່ຫວຽດນາມ. ຕາມລາຍການທ່ອງທ່ຽວແບບນີ້, ບໍລິສັດ Oxalis Adventureໄດ້ແນະນຳໃຫ້ນັກທ່ອງທ່ຽວກ່ຽວກັບຄວາມປອດໄພ, ແຜນໄປຄົ້ນຫາຖ້ຳຢ່າງລະອຽດລະອໍຖີ່ຖ້ວນ. ເມື່ອເຂົ້າຖ້ຳ ເຫັນໄດ້ວ່າ ຖ້ຳເຊີນດອງ ແມ່ນໃຫຍ່ໂຕມະໂຫຖານ ແລະ ປະທັບໃຈທີ່ສຸດ”.

ໃນຮອບເວລາ 5 ປີມານີ້, ຖ້ຳ ເຊີນດອງ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 3.500 ເທື່ອຄົນ. ຖ້ານັກທ່ອງທ່ຽວຜູ້ໃດມີຄວາມສົນໃຈຖ້ຳ ເຊີນດອງ ແຕ່ຍັງບໍ່ທັນມີໂອກາດໄດ້ໄປຢ້ຽມຊົມໂດຍກົງ ກໍ່ສາມາດຄົ້ນຫາຜ່ານຫນ້າເວັບ Google Arts & Cultureຊື່ງໄດ້ເປີດຕົວນັບແຕ່ຕົ້ນປີ 2021. ຍ້ອນມີການຫັນເປັນດິຈີຕອນໃນການໂຄສະນາສະຖານທີ່ທ່ອງທ່ຽວ, ຖ້ຳ ເຊີນດອງ ນັບມື້ນັບມີນັກທ່ອງທ່ຽວຫລາຍຄົນຢູ່ໃນໂລກ ຮູ້ຈັກເຖິງ. ທ່ານ ຫງວຽນເຈົາອ໋າ ຜູ້ອຳນວຍການ ບໍລິສັດ Oxalis Adventure ແບ່ງປັນວ່າ:

 “ຖ້ຳເຊີນດອງ ໄດ້ຄົ້ນພົບແຕ່ປີ 2009. ຫລັງຈາກນັ້ນ ໄດ້ຮັບການປະກາດແມ່ນຖ້ຳໃຫຍ່ສຸດໃນໂລກ. ເວລານັ້ນ ບັນດາເຄື່ອງມືຄົ້ນຫາກ່ຽວກັບເຊີນດອງແມ່ນບໍ່ມີເລີຍ, ບໍ່ມີໃຜໄປຄົ້ນຫາເລີຍ. ແຕ່ເມື່ອສື່ມວນຊົນ, ໂທລະພາບ ໂຄສະນາຖ້ຳແຫ່ງນີ້ຢ່າງກວ້າງຂວາງ ແລະ ຕໍ່ມາແມ່ນມີເຄື່ອງມືຄົ້ນຫາຜ່ານສື່ສັງຄົມອອນລາຍ, ເຫດການຕ່າງໆ, ພວກຂ້າພະເຈົ້າໄດ້ເອົາບົດຂຽນນັບພັນໆບົດກ່ຽວກັບ ເຊີນດອງ ລົງຜ່ານຫນ້າເວັບເພື່ອໂຄສະນາອອກສູ່ໂລກ. ນັບແຕ່ນັ້ນເປັນຕົ້ນໄປ, ຜູ້ທີ່ມີຄວາມສົນໃຈຖ້ຳ ເຊີນດອງໃນໂລກ ຈຶ່ງເລີ່ມເຂົ້າໄປຄົ້ນຫາ. ມາຮອດຈຸດເວລານີ້, ແຕ່ລະເດືອນ ພວກຂ້າພະເຈົ້າ ລວບລວມມີປະມານ 90.000 ເທື່ອຄົນຄົ້ນຫາກ່ຽວກັບ ຖ້ຳເຊີນດອງ”.

ປະຈຸບັນ ຄວາມຊິນເຄີຍຊອກຫາຂໍ້ມູນຜະລິດຕະພັນທ່ອງທ່ຽວຂອງນັກທ່ອງທ່ຽວນັບມື້ນັບເພີ່ມຂຶ້ນ ແລະ ເປັນຫລາຍຮູບແບບ. ພ້ອມກັນນັ້ນ ຄວາມຕ້ອງການນຳໃຊ້ຜະລິດຕະພັນທ່ອງທ່ຽວ ແລະ ປາຍທາງຂອງການໄປທ່ຽວ ກໍ່ມີການປ່ຽນແປງຫລາຍສົມຄວນ. ສິ່ງນີ້ ໄດ້ເປີດກາລະໂອກາດໃຫມ່ ແຕ່ກໍ່ວາງອອກສິ່ງທ້າທາຍບໍ່ແມ່ນຫນ້ອຍສຳລັບຂະແຫນງທ່ອງທ່ຽວໃນທົ່ວປະເທດເວົ້າລວມ ແລະ ແຂວງ ກວ໋າງບິ່ງ ເວົ້າສະເພາະ ໃນການເຂົ້າເຖິງຕະຫລາດທ່ອງທ່ຽວສາກົນ. ເພື່ອປັບຕົວໃຫ້ແທດເໝາະກັບການປ່ຽນແປງນັ້ນ, ຂະແຫນງທ່ອງທ່ຽວແຂວງ ກວ໋າງບິ່ງ ກໍ່ພວມປ່ຽນໃຫມ່ຮູບການດຳເນີນທຸລະກິດ, ສ້າງຜະລິດຕະພັນທີ່ມີຈຸດສຸມ, ຍົກສູງລັກສະນະແກ້ງແຍ່ງຂອງສະຖານທີ່ທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວ.

ກວ໋າງບິ່ງ ຫັນເປັນດິຈີຕອນ ມຸ່ງໄປເຖິງການທ່ອງທ່ຽວຊີວະພາບ - ảnh 2ການຫັນເປັນ ດິຈີຕອນ ຊ່ວຍໃຫ້ນັກທ່ອງທ່ຽວສາມາດທ່ອງທ່ຽວທາງອອນລາຍໄດ້. ພາບ: VOV

ຕາມທ່ານ ຫງວຽນງອັກກູຍ, ຫົວຫນ້າ ພະແນກທ່ອງທ່ຽວແຂວງ ກວ໋າງບິ່ງ ແລ້ວ, ການພັດທະນາຂອງເຕັກໂນໂລຊີ ໄດ້ປ່ຽນແປງການກະທຳຂອງນັກທ່ອງທ່ຽວ ຈາກການຄົ້ນຫາຂໍ້ມູນ, ຈອງການບໍລິການ, ປະສົບການຕົວຈິງການທ່ອງທ່ຽວຢູ່ປາຍທາງ ກໍ່ຄືແບ່ງປັນຄວາມຮູ້ສຶກ, ທີ່ລະນຶກເມື່ອໄປທ່ຽວ ສ່ວນຫລາຍແມ່ນປະຕິບັດຜ່ານສະພາບແວດລ້ອມດິຈີຕອນ. ຍ້ອນມີການຫັນເປັນດິຈີຕອນ ມີວິສາຫະກິດທ່ອງທ່ຽວຫລາຍແຫ່ງ ມີຄວາມສະດວກກວ່າໃນການຈັດຕັ້ງ tourທ່ອງທ່ຽວ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນງອັກກູຍ ຢືນຢັນວ່າ:

“ບັນດາຜະລິດຕະພັນທ່ອງທ່ຽວຢູ່ ກວ໋າງບິ່ງ ໄດ້ມີກຳລັງແຜ່ຂະຫຍາຍຢ່າງໃຫຍ່ຫລວງ, ມີຊື່ສຽງໃນໂລກ. ກ່ອນອື່ນ ພວກຂ້າພະເຈົ້າໄດ້ໂຄສະນາດ້ວຍພາສາອັງກິດ, ຫລັງຈາກນັ້ນ ມີພາສາບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ. ເກົາຫລີ, ຝລັ່ງ ແລະ ບາງພາສາອື່ນອີກ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານໂຄສະນາຜ່ານ digital platform ໃຫ້ນັບມື້ນັບດີກວ່າເກົ່າ”.

ປີ 2024 ກວ໋າງບິ່ງ ໄດ້ວາງຄາດໝາຍຕ້ອນຮັບ ນັກທ່ອງທ່ຽວ 5 ລ້ານເທື່ອຄົນ. ເລື່ອງຂະແຫນງທ່ອງທ່ຽວ ກວ໋າງບິ່ງ ນຳໃຊ້ເຕັກໂນໂລຊີ, digital platformເພື່ອຢາກໃຫ້ຈຳນວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ ແມ່ນກຳລັງຫນູນ, ສ້າງບາດກ້າວບຸກທະລຸເພື່ອໃຫ້ ກວ໋າງບິ່ງ ບັນລຸຄາດໝາຍດັ່ງກ່າວ ທັງເປີດຄວາມສາມາດບົ່ມຊ້ອນໃຫມ່ໃຫ່ແກ່ຂະແຫນງທ່ອງທ່ຽວເຕີບໂຕຢ່າງໄວໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ